ສະເໜີການສ້າງຕັ້ງສູນວັດທະນະທຳ ຫວຽດນາມ ຢູ່ ສ.ເກົາຫຼີ

11:49 | 27/04/2024

ຍສໝ - ນີ້​ແມ່ນ​ຄຳສະເໜີ​ຂອງ​ທ່ານ ຫຼີເຊື່ອງກັ່ນ, ​ເອກ​ອັກຄະ​ລັດຖະທູດການທ່ອງ​ທ່ຽວ ຫວຽດນາມ ປະຈຳ ສ.​ເກົາຫຼີ ທີ່​ການ​ພົບ​ປະ​ກັບ​ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ໂຮ່ອ່ານຟ່ອງ ໃນ​ວັນ​ທີ 24 ເມສາ ຢູ່ ຮ່າ​ໂນ້ຍ.

ສ.ເກົາຫຼີ ຖື ຫວຽດນາມ ເປັນທິດບຸລິມະສິດໃນບັນດາການພົວພັນຕ່າງປະເທດ ສ.ເກົາຫຼີ ຖື ຫວຽດນາມ ເປັນທິດບຸລິມະສິດໃນບັນດາການພົວພັນຕ່າງປະເທດ
ສ.ເກົາຫຼີ ຍູ້ແຮງນະໂຍບາຍດຶງດູດນັກສຶກສາສາກົນ ສ.ເກົາຫຼີ ຍູ້ແຮງນະໂຍບາຍດຶງດູດນັກສຶກສາສາກົນ

ຕາມ​ທ່ານ ຫຼີເຊື່ອງກັ່ນ ແລ້ວ, ສູນວັດທະນະທຳ ຫວຽດນາມ ຢູ່ ສ.ເກົາຫຼີ ຈະ​ປະກອບສ່ວນ​ຊຸກຍູ້​ການພົບປະ​ແລກປ່ຽນ​, ການ​ຮ່ວມ​ມື​ກ່ຽວກັບວັດທະນະທຳລະຫວ່າງ 2 ປະ​ເທດ, ພິ​ເສດ​ ແມ່ນ​ເມື່ອ​ຈຳນວນ​ຊາວ ຫວຽດນາມ ອາ​ໄສ​ຢູ່ ສ.​ເກົາຫຼີ ນັບມື້ນັບ​ເພີ່ມ​ຂຶ້ນ.

ເມື່ອຫວນຄືນກົກເຄົ້າເຫງົ້າກໍຂອງເຊື້ອສາຍ ຫຼີ ຢູ່ ຫວຽດນາມ, ທ່ານ ກໍໄດ້​ສະ​ແດງ​ຄວາມ​ເປັນກຽດ ແລະ ພາກ​ພູມ​ໃຈເມື່ອໄດ້​ປະກອບສ່ວນໃຫ້​ການ​ພັດທະນາ​ການທ່ອງທ່ຽວ ຫວຽດນາມ. ນັບແຕ່ປີ 2017 ມາຮອດປະຈຸບັນ, ພາຍຫຼັງ ໄດ້ຮັບການແຕ່ງຕັ້ງເປັນເອກອັກຄະລັດຖະທູດການທ່ອງທ່ຽວ ຫວຽດນາມ ປະຈຳ ສ.ເກົາຫຼີ, ທ່ານ ໄດ້ມານະພະຍາຍາມເພື່ອມີຫຼາຍການເຄື່ອນໄຫວໂຄສະນາ, ສົ່ງເສີມການທ່ອງທ່ຽວ ຫວຽດນາມ ຢູ່ ສ.ເກົາຫຼີ.

ສະເໜີການສ້າງຕັ້ງສູນວັດທະນະທຳ ຫວຽດນາມ ຢູ່ ສ.ເກົາຫຼີ

ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ໂຮ່ອ່ານຟ່ອງ (ຂວາ) ພົບ​ປະ​ກັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ການທ່ອງ​ທ່ຽວ​ ຫວຽດ​ນາມ ປະ​ຈຳ ສ.ເກົາ​ຫຼີ ຫຼີເຊື່ອງກັ່ນ. (ພາບ: bvhtdl.gov.vn)

ທີ່​ການ​ພົບປະເຮັດວຽກ, ທ່ານ​ຮອງ​ລັດຖະມົນຕີ ໂຮ່ອ່ານຟ່ອງ ໃຫ້​ຮູ້​ວ່າ ຮຸ່ນລູກຫຼານຂອງເຊື້ອສາຍ ຫຼີ ​ຂອງ ຫວຽດນາມ ຢູ່ ສ.​ເກົາຫຼີ ພວມນັບມື້ນັບ​ປະກອບສ່ວນໃຫ້ແກ່ການ​ພັດທະນາ​ການ​ພົວພັນ​ລະຫວ່າງ 2 ປະ​ເທດຢ່າງ​ຕັ້ງໜ້າ​. ໃນ​ນັ້ນ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດການທ່ອງ​ທ່ຽວ ຫຼີເຊື່ອງກັ່ນ, ລູກ​ຫຼານ​ຂອງ​ສອງຊາດ ຫວຽດ​ນາມ - ສ​.ເກົາຫຼີ ໄດ້​ກາຍ​ເປັນ​ຂົວ​ເຊື່ອມຕໍ່ການທ່ອງ​ທ່ຽວ​ລະ​ຫວ່າງ​​ສອງຊາດ, ສອງປະເທດ.

ຕາມ​ທ່ານ ຟ່ອງ ແລ້ວ, ໃນ​ໄລຍະ​ມໍ່ໆ​ມາ​ນີ້ ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ສ.​ເກົາຫຼີ ກໍໄດ້ພັດທະນາ​ຢ່າງເຂັ້ມແຂງ, ຮອບດ້ານ​ໃນ​ທຸກ​ຂົງ​ເຂດ. ໃນນັ້ນ, ການ​ຮ່ວມ​ມື​ດ້ານ​ວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ​ບັນ​ລຸ​ໄດ້​ບັນ​ດາ​ໝາກ​ຜົນ​ສຳ​ຄັນ​ຫລາຍ​ຢ່າງ. ສະເພາະຂົງເຂດການ​ທ່ອງ​ທ່ຽວ​​, ປີ 2023 ຍອດ​ການ​ແລກ​ປ່ຽນ​ນັກ​ທ່ອງ​ທ່ຽວ​ສອງສົ້ນລະ​ຫວ່າງ ​ຫວຽດ​ນາມ ແລະ ສ.​ເກົາ​ຫຼີ ບັນ​ລຸ​ໄດ້ປະມານ 4 ລ້ານ​ເທື່ອ​ຄົນ. ສ.​ເກົາ​ຫຼີ ແມ່ນທ້ອງ​ຕະຫຼາດ​ສົ່ງນັກທ່ອງທ່ຽວໃຫຍ່​ທີ່​ສຸດ​ຂອງ​ ຫວຽດນາມ ດ້ວຍ​ນັກ​ທ່ອງ​ທ່ຽວ 3,6 ລ້ານ​ເທື່ອ​ຄົນ. ກົງກັນຂ້າມ, ຫວຽດນາມ ກໍ່ແມ່ນທ້ອງ​ຕະຫຼາດແຫຼ່ງນັກທ່ອງທ່ຽວແຖວໜ້າຂອງ ສ.ເກົາຫຼີ ໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ດ້ວຍນັກທ່ອງທ່ຽວປະມານ 420.000 ​ເທື່ອຄົນ.

ເຖິງແນວນັ້ນກໍຄຕາມ, ທ່ານ ຟ່ອງ ກໍເອົາໃຈໃສ່ວ່າ ພື້ນທີ່​ການ​ຮ່ວມ​ມື​ລະຫວ່າງ​ ຫວຽດນາມ ​ແລະ ສ.​ເກົາຫຼີ ຍັງມີຫຼາຍຢູ່. ສິ່ງນີ້ ຮຽກຮ້ອງໃຫ້ພວກເຮົາຕ້ອງພະຍາຍາມຫຼາຍກວ່າເກົ່າ, ເຮັດໃຫ້ດີກວ່າອີກ ເພື່ອບັນລຸໄດ້ບັນດາໝາກຜົນທີ່ໃຫຍ່ກວ່າ. ທ່ານ ປາດ​ຖະໜາ​ວ່າ ທ່ານ​ເອກ​ອັກຄະ​ລັດຖະທູດ ຫຼີເຊື່ອງກັ່ນ ຈະສືບ​ຕໍ່​ຄົ້ນຄວ້າ ​ເພື່ອ​ບໍ່​ພຽງ​ແຕ່​ເປັນ​ຂົວ​ຕໍ່​ໂຄສະນາ, ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ເທົ່າ​ນັ້ນ ຫາກ​ຍັງຍົກອອກ​ບັນດາ​ແນວຄວາມ​ຄິດ, ຂໍ້​ສະ​ເໜີ ເພື່ອ​ພ້ອມກັນ​ສ້າງຜະລິດ​ຕະພັນ​ທ່ອງ​ທ່ຽວ​ໃໝ່, ຍົກ​ສູງ​ຄວາມ​ຮັບ​ຮູ້, ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນການທ່ອງທ່ຽວ, ຍູ້ແຮງການ​ຂົນ​ສົ່ງ​ທາງ​ອາກາດ, ສົ່ງ​ເສີມຈຸດປາຍທາງ, ​ເຊື່ອມ​ຕໍ່​ການໄປທ່ອງທ່ຽວ...

ທ່ານ​ຮອງ​ລັດຖະມົນຕີ ໂຮ່ອ່ານຟ່ອງ ກໍສະເໜີ​ໃຫ້​ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ ຫວຽດນາມ, ກົມ​ຮ່ວມ​ມື​ສາກົນ ​ແລະ ບັນດາ​ທ້ອງ​ຖິ່ນ, ວິ​ສາ​ຫະກິດ ຫວຽດນາມ ຖອດຖອນເອົາບົດບາດເປັນຂົວ​ຕໍ່ການ​ທ່ອງ​ທ່ຽວ​ຂອງ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫຼີເຊື່ອງກັ່ນ ເພື່ອຍູ້ແຮງການ​ຮ່ວມ​ມື, ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ຢ່າງ​ມີ​ປະ​ສິດ​ທິ​ຜົນກ່ວາອີກ.

ມິງດຶກ

ເຫດການ
302 Found

Found

The document has moved here.