ມອບ​ທຶນ​ການ​ສຶກ​ສາ 10 ທຶນໃຫ້​ແກ່​ນັກ​ສຶກ​ສາ ກຳ​ປູ​ເຈຍ

09:00 | 24/09/2021

ຍ​ສ​ໝ - ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ກຳ​ປູ​ເຈຍ ນ​ະ​ຄອນ​ຮ່າ​ໂນ້ຍ ໄດ້​ຈັດ​ຕັ້ງ​ການມອບ​ທຶນ​ການ​ສຶກ​ສາ 10 ທຶນໃຫ້​ແກ່​ນັກ​ສຶກ​ສາ​ກຳ​ປູ​ເຈຍ​ທີ່​ພວມ​ຮ່ຳ​ຮຽນ​ຢູ່​ໂຮງ​ຮຽນ ມິດ​ຕ​ະ​ພາບ 80 (ເທດ​ສະ​ບານ ເຊີນ​ໄຕ, ຮ່າ​ໂນ້ຍ), ແຕ່​ລະ​ທຶນ​ມີ​ມູ​ນ​ຄ່າ 1 ລ້ານ​ດົ່ງ.

ຊາວ​ກຳ​ປູ​ເຈຍເຊື້ອ​ຊາດ ຫວຽດ​ນາມ ​ນັບ​ພັນ​ຄອບ​ຄົວ​ສືບ​ຕໍ່​ໄດ້​ຮັບ​ເງິນ​ໜູນ​ຊ່ວຍ ຊາວ​ກຳ​ປູ​ເຈຍເຊື້ອ​ຊາດ ຫວຽດ​ນາມ ​ນັບ​ພັນ​ຄອບ​ຄົວ​ສືບ​ຕໍ່​ໄດ້​ຮັບ​ເງິນ​ໜູນ​ຊ່ວຍ
ກຳ​ປູ​ເຈຍ ຍູ້​ໄວ​ແຜນກໍ່​ສ້າງເສັ້ນ​ທາງ​ຄວາມ​ໄວ​ສູງ​ໄປ​​ເຖິງ​ ຫວຽດ​ນາມ ກຳ​ປູ​ເຈຍ ຍູ້​ໄວ​ແຜນກໍ່​ສ້າງເສັ້ນ​ທາງ​ຄວາມ​ໄວ​ສູງ​ໄປ​​ເຖິງ​ ຫວຽດ​ນາມ
ມອບ​ທຶນ​ການ​ສຶກ​ສາ 10 ທຶນໃຫ້​ແກ່​ນັກ​ສຶກ​ສາ ກຳ​ປູ​ເຈຍ
ມອບ​ທຶນ​ການ​ສຶກ​ສາ 10 ທຶນໃຫ້​ແກ່​ນັກ​ສຶກ​ສາ ກຳ​ປູ​ເຈຍ

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ນາງ ເລ​ກິມ​ແອ​ງ, ປະ​ທານ​ສະ​​ຫະ​ພັນແມ່​ຍິງ, ປະ​ທານ​ສະ​ມາ​ຄົມ​ມິ​ຕະ​ພາບ ຫວຽດ​ນາມ - ກຳ​ປູ​ເຈຍ ນະ​ຄອນ ຮ່າ​ໂນ້ຍ ໄດ້​ຕີ​ລາ​ຄາ​ສູງບັນ​ດາ​ຜົນ​ງານ​ເຊິ່ງ​ບັນ​ດາ​ນັກ​ສຶກ​ສາ​ກຳ​ປູ​ເຈຍ ບັນ​ລຸ​ໄດ້. ທ່ານ​ນາງ ເລ​ກິມ​ແອັງ ເຊື່ອ​ໝັ້ນ​ວ່າ ບັນ​ດາ​ນັກ​ສຶກ​ສາ​ຈະ​ສືບ​ຕໍ່​ມາ​ນະ​ພະ​ຍາ​ຍາມ​ໃນ​ໄລ​ຍະ​ຮ່ຳ​ຮຽນ​ຢູ່ ຫວຽດ​ນາມ ແລະ ຢັ້ງ​ຢືນ​ວ່າ​ບັນ​ດາ​ນັກ​ສຶກ​ສາ ແມ່ນ​ຂົວ​ເຊື່ອມ​ຕໍ່​ເພື່ອ​ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ສາ​ມັກ​ຄີ, ມິດ​ຕະ​ພາບ ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ ແລະ ກຳ​ປູ​ເຈຍ.

ທ່ານ​ນາງ ເລ​ກິມ​ແອັງ ກໍ່​ລະ​ດົມ​ກຳ​ລັງ​ໃຈ​ບັນ​ດາ​ນັກ​ສຶກ​ສາ ກຳ​ປູ​ເຈຍ ມາ​ນະ​ພະ​ຍາ​ຍາມ​​ຮ່ຳ​ຮຽນ, ປະ​ຕິ​ບັດ​ລະ​ບຽບ​ການ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ຢ່າງ​ເຂັ້ມ​ງວດ ເພື່ອ​ຮັກ​ສາ​ສຸ​ຂະ​ພາບ​ໃຫ້​ແກ່​ຕົນ​ເອງ ແລະ ສະ​ພາບ​ແວດ​ລ້ອມ​ການ​ຮ່ຳ​ຮຽນທີ່ປອດ​ໄພ ຕໍ່​ໜ້າການ​ຜັນ​ແປ່​ຢ່າງ​ສັບ​ສົນ​ຂອງ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19.

ອາຈານ ຈຸ​ກິມ​ເຟືອງ, ອຳນວຍການໂຮງ​ຮຽນ ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕໍ່​ບັນ​ດາ​ນັກ​ສຶກ​ສາ​ທີ່​ໄດ້​ຮັບ​ທຶນ​ການ​ສຶກ​ສາ ແລະ ສົ່ງ​ຄຳ​ຂອບ​ອົກ​ຂອບ​ໃຈ​ຕໍ່​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ກຳ​ປູ​ເຈຍ ນະ​ຄອນ​ຮ່າ​ໂນຍ ທີ່ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ຕໍ່​ບັນ​ດາ​ນັກ​ສຶກ​ສາ ກຳ​ປູ​ເຈຍ ເວົ້າ​ສະ​ເພາະ ແລະ ວຽກ​ງານ​ການ​ສຶກ​ສາ​ບຳ​ລຸງ​ສ້າງ​ຂອງ​ໂຮງ​ຮຽນ​ມິດ​ຕະ​ພາບ 80 ເວົ້າ​ລວມ.

ກ່າວ​ຄຳ​ເຫັນ​ພາຍຫຼັງ​ໄດ້​ຮັບ​ທຶນ​ການ​ສຶກ​ສາ, ນ້ອງ Te Rotha - ຕາງ​ໜ້າ​ໃຫ້​ບັນ​ດາ​ນັກ​ສຶກ​ສາທີ່​ໄດ້​ຮັບ​ທຶນ​ການ​ສຶກ​ສາ ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ເລິກ​ເຊິ່ງ​ໄປ​ຍັງ​ບັນ​ດາ​ຄູ​ອາ​ຈານ ແລະ ໂຮງ​ຮຽນ, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ກຳ​ປຸ​ເຈຍ ນະ​ຄອນ​ຮ່າ​ໂນ້ຍ ທີ່ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່ ແລະ ສ້າງ​ທຸກ​ເງື່ອນ​ໄຂດີ​ທີ່​ສຸດ ໃຫ້​ແກ່​ບັນ​ດາ​ນັກ​ສຶກ​ສາ ກຳ​ປູ​ເຈຍ.

ໃນ​ໄລ​ຍະ​ຜ່ານ​ມາ, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ກຳ​ປູ​ເຈຍ ໄດ້​ເຊື່ອມ​ຕໍ່​ກັບ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດຕັ້ງມິດ​ຕະ​ພາບ ນະ​ຄອນ​ຮ່າ​ໂນ້ຍ ແລະ ຄະ​ນະ​ກຳ​ມະ​ການ​ແນວ​ໂຮມ​ປະ​ເທດ​ຊາດ ນະ​ຄອນ​ຮ່າ​ໂນ້ຍ ໄດ້​ມອບ​ທຶນ​ການ​ສຶກ​ສາ 164 ທຶນ ໃຫ້​ແກ່​ນັກ​ສຶກ​ສາ ກຳ​ປູ​ເຈຍ ທີ່​ພວມ​ຮ່ຳ​ຮຽນ​ຢູ່ ມະ​ຫາ​ວິ​ທະ​ຍາ​ໄລ 7 ແຫ່ງ​ໃນ​ບໍ​ລິ​ເວນ​ນະ​ຄອນ​ຮ່າ​ໂນ້ຍ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.