ຫວຽດນາມ ແລະ ກຸຍບາ, ສາຍພົວພັນທີ່ເປັນແບບຢ່າງໃນການພົວພັນສາກົນ

21:05 | 18/09/2021

ການເດີນທາງໄປຢ້ຽມຢາມໄດ້ຢືນຢັນກ່ຽວກັບຄວາມປາດຖະໜາ ກໍ່ຄືຄວາມຕັດສິນໃຈຂອງພັກ ແລະ ລັດ ຫວຽດນາມ ແມ່ນສືບຕໍ່ເພີ່ມທະວີສາຍພົວພັນສາມັກຄີແບບອ້າຍນ້ອງ, ການຮ່ວມມືຮອບດ້ານ ແລະ ມີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນລະຫວ່າງພັກ, ລັດ ແລະ ປະຊາຊົນ 2 ປະເທດຢ່າງບໍ່ຢຸດຢັ້ງ.

ກຸຍບາ ແລະ ອິນເດຍ ຕີລາຄາສູງບົດບາດນຳພາຂອງພັກກອມມູນິດຫວຽດນາມ ກຸຍບາ ແລະ ອິນເດຍ ຕີລາຄາສູງບົດບາດນຳພາຂອງພັກກອມມູນິດຫວຽດນາມ
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບເອກອັກຄະລັດຖະທູດກູບາ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບເອກອັກຄະລັດຖະທູດກູບາ

ການຢ້ຽມຢາມກຸຍບາ ຢ່າງເປັນທາງການຂອງທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໃນລະຫວ່າງວັນທີ 18 – 20 ກັນຍາ ມີຄວາມໝາຍສຳຄັນພິເສດ. ນີ້ເປັນການຢັ້ງຢືນຂອງທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ກຸຍບາ ເລແທັງຕຸ່ງ ເມື່ອຕອບສຳພາກຕໍ່ນັກຂ່າວ VOV ກ່ອນການຢ້ຽມຢາມ. ທ່ານເອກອັກຄະລັດຖະທູດ ເລແທັງຕຸ່ງ ເນັ້ນໜັກວ່າ:

ຫວຽດນາມ ແລະ ກຸຍບາ, ສາຍພົວພັນທີ່ເປັນແບບຢ່າງໃນການພົວພັນສາກົນ

ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ກຸຍບາ ເລແທັງຕຸ່ງ (ພາບ: TTXVN)

“ການເດີນທາງໄປຢ້ຽມຢາມໄດ້ຢືນຢັນກ່ຽວກັບຄວາມປາດຖະໜາ ກໍ່ຄືຄວາມຕັດສິນໃຈຂອງພັກ ແລະ ລັດ ຫວຽດນາມ ແມ່ນສືບຕໍ່ເພີ່ມທະວີສາຍພົວພັນສາມັກຄີແບບອ້າຍນ້ອງ, ການຮ່ວມມືຮອບດ້ານ ແລະ ມີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນລະຫວ່າງພັກ, ລັດ ແລະ ປະຊາຊົນ 2 ປະເທດຢ່າງບໍ່ຢຸດຢັ້ງ. ໃນການຢ້ຽມຢາມຄັ້ງນີ້, ການນຳພັກ ແລະ ລັດຂອງ 2 ປະເທດຈະຕີລາຄາກ່ຽວກັບສະພາບການຕົວຈິງຂອງການຮ່ວມມື 2 ຝ່າຍ, ສຸມໃສ່ປຶກສາຫາລື ແລະ ເປັນເອກະພາບກ່ຽວກັບທິດທາງ ກໍຄືບັນດາມາດຕະການເພື່ອເຮັດແນວໃດເພີ່ມທະວີ, ເຮັດໃຫ້ສາຍພົວພັນສາມັກຄີຖານອ້າຍນ້ອງລະຫວ່າງຫວຽດນາມ ແລະ ກຸຍບາ ເລິກເຊິ່ງກວ່າອີກ ໂດຍສະເພາະແມ່ນໃນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນ ແລະ ຮ່ວມມືໃນບັນດາຂົງເຂດເຊິ່ງ 2 ຝ່າຍມີທ່າແຮງ ແລະ ສາມາດເພີ່ມເຕີມໃຫ້ແກ່ກັນໄດ້”.

ຕາມທ່ານເອກອັກຄະລັດຖະທູດ ເລແທັງຕຸ່ງແລ້ວ ມາຮອດປະຈຸບັນ, ຫວຽດນາມ ແມ່ນຄູ່ຄ້າໃຫຍ່ອັນດັບທີ 2 ແລະ ແມ່ນປະເທດລົງທຶນຫຼາຍທີ່ສຸດຢູ່ພາກພື້ນອາຊີ - ທະວີບໂອເຊອານີ ຢູ່ ກຸຍບາ. ໃນການຕໍ່ສູ້ກັບໂລກລະບາດໂຄວິດ-19, ຫວຽດນາມ ແລະ ກຸຍບາ ໄດ້ສະຫງວນການສະໜັບສະໜູນໃຫ້ແກ່ກັນ ດ້ວຍບັນດາຂອງຂວັນ, ເຄື່ອງຂອງອຸປະຖຳທີ່ແທດຈິງ ແລະ ມີຄວາມໝາຍ.

vovworld.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.