ປະ​ທານ​ປະ​ເທດ​ຢ້ຽມຢາມ ສ.ກູ​ບາ​ ຢ່າງ​ເປັນ​ທາງ​ການ: ຢັ້ງ​ຢືນ​ສີ​ສັນ​ການ​ທູດ​ທີ່ຈິງ​ໃຈ, ຊື່ສັດບໍລິສຸດ​ຂອງ​ຫວຽດ​ນາມ ຕໍ່​ບັນ​ດາ​ປະ​ເທດ​ເພື່ອນ​ມິດ, ອ້າຍ​ນ້ອງ

06:09 | 18/09/2021

ຍ​ສ​ໝ - ທ່ານ ​ດັ້ງ​ຮ່​ວາງ​ຢາງ ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້​ແລກ​ປ່ຽນ​ກັບ​ສື່ມວນ​ຊົນ​ຄື​ດັ່ງ​ກ່ວ ເມື່ອ​ເວົ້າ​ເຖິງ​ເປົ້າ​ໝາຍ​ຂ​ອງ​ການ​ຢ້ຽມ​ຢາມ ສ.ກູ​ບາ ​ຢ່າງ​ເປັນ​ທາງ​ການ, ເຂົ້າ​ຮ່ວມ​ການ​ປຶກ​ສາ​ຫາ​ລື​ລວມ​ຂັ້ນ​ສູງ​ ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຊຸດ​ທີ 76 ແລະ ປະ​ຕິ​ບັດ​ບາງ​ການ​ເຄື່ອນ​ໄຫວ​ສອງ​ຝ່າຍ​ຢູ່ ອາ​ເມ​ລິ​ກາ ໃນ​ລະ​ຫວ່າງວັນ​ທີ 18 – 24 ກັນ​ຍາ ​ຂອງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊວັນ​ຟຸກ.

ຫວຽດ​ນາມ ປະ​ຕິ​ບັດ​ບົດ​ບາດ​ປະ​ທານ AMEM 38 ໄດ້​ເປັນ​ຢ່າງ​ດີ​ ຫວຽດ​ນາມ ປະ​ຕິ​ບັດ​ບົດ​ບາດ​ປະ​ທານ AMEM 38 ໄດ້​ເປັນ​ຢ່າງ​ດີ​
ບັນ​ດາ​ປະ​ເທດ​ເອີ​ລົບ​ສະ​ໜັ​ບ​ສະ​ໜູນ​ການ​ສະ​ໜອງ, ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ​ວັກ​ຊິນ​ໃຫ້​ແກ່ ຫວຽດ​ນາມ ບັນ​ດາ​ປະ​ເທດ​ເອີ​ລົບ​ສະ​ໜັ​ບ​ສະ​ໜູນ​ການ​ສະ​ໜອງ, ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ​ວັກ​ຊິນ​ໃຫ້​ແກ່ ຫວຽດ​ນາມ
ປະ​ທານ​ປະ​ເທດ​ຢ້ຽມຢາມ ສ.ກູ​ບາ​ ຢ່າງ​ເປັນ​ທາງ​ການ: ຢັ້ງ​ຢືນ​ສີ​ສັນ​ການ​ທູດ​ທີ່ຈິງ​ໃຈ, ຊື່ສັດບໍລິສຸດ​ຂອງ​ຫວຽດ​ນາມ ຕໍ່​ບັນ​ດາ​ປະ​ເທດ​ເພື່ອນ​ມິດ, ອ້າຍ​ນ້ອງ
​ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກາ​ນ​ຕ່າງ​ປະ​ເທດ ດັ່ງ​ຮ​່​ວາງ​ຢາງ​ (ພາບ: baoquocte.vn)

ຕາມ​ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກາ​ນ​ຕ່າງ​ປະ​ເທດ ດັ່ງ​ຮ​່​ວາງ​ຢາງ​ແລ້ວ, ໂດຍ​ຮັບ​ຄຳ​ເຊ​ື້ອ​ເຊີນ​ຂອງ​ ທ່ານເລ​ຂາ​ທີໜຶ່ງ​ຄະ​ນ​ະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ກູ​ບາ, ປະ​ທານ​ປະ​ເທດ ​ກູ​ບາ Miguel Díaz-Canel, ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ຈະ​ມີ​ການ​ຢ້ຽມ​ຢາມ​ກູ​ບາ​ຢ່າງ​ເປັນ​ທາງ​ການ​ໃນ​ລະ​ຫວ່າງວັນ​ທີ 18 – 20 ກັນ​ຍາ 2021. ໃນ​ລະ​ຫວ່າງວັນ​ທີ 21 – 24 ກັນ​ຍາ 2021, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊວັ​ນ​ຟຸກ ຈະ​ເຂົ້າ​ຮ່ວມ​ການ​ປຶກ​ສາ​ຫາ​ລື​ລວມ​ຂັ້ນ​ສູງ​ຂອງ ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຊຸດ​ທີ 76 ແລະ ປະ​ຕິ​ບັດ​ບາງ​ການ​ເຄື່ອນ​ໄຫວ​ສອງ​ຝ່າຍ​ຢູ່ ອາ​ເມ​ລິ​ກາ.

​ເລື່ອງ ທ່ານ​ປ​ະ​ທານ​ປະ​ເທດ ເດີ​ນ​ທາງ​ໄປ​ຢ້ຽມ​ຢາມ​ກູ​ບາ​ຢ່າງ​ເປັນ​ທາງ​ການ ສະ​ແດງ​ໃຫ້​ເຫັນ​ແຜນ​ນະ​ໂຍ​ບາຍ​ຊຸກ​ຍູ້​ການ​ພົວ​ພັນ​ຂອງ ຫວຽດ​ນາມ ກັບ​ບັນ​ດາ​ຄູ່​ຮ່ວມມ​ບຸ​ລິ​ມະ​ສິດ, ບັນ​ດາ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ, ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້ ຫວຽດ​ນາມ ຢັ້ງ​ຢືນ​ນ້ຳ​ໃຈ​ສາ​ມັກ​ຄ​ີ, ການ​ສະ​ໜັບ​ສະ​ໜູນ​ຢ່າງ​ແຮງ​ຕໍ່​ ກູ​ບາ ໃນ​ໄລ​ຍະ​ປະ​ສົບ​ກັບ​ສິ່ງ​ທ້າ​ທາຍ. ພິ​ເສດ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ສີ​ສັນ​ການ​ທູດ​ທີ່ຈິງ​ໃຈ, ຊື່ສັດບໍລິສຸດຂອງ ຫວຽດ​ນາມ ຕໍ່​ບັນ​ດາປະ​ເທດ​ເພື່ອນ​ມິດ, ອ້າ​ຍ​ນ້ອງ.

ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ດັ້ງ​ຮ່​ວາງ​ຢາງ​ ໃຫ້​ຮູ້​ຕື່ມ​ອີກວ່າ ການ​ເດີນ​ທາງ​ປະ​ຕິ​ບັດ​ງານ​ຂອງ​ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ມີ​ເປົ້າ​ໝາຍກວມ​ລວມ​ແມ່ນ​ຜັນ​ຂະ​ຫຍາຍ​ຢູ່​ຂັ້ນ​ສູງ​ໃນ​ການພົວພັນຕ່າງປະເທດຂອງ​ຫວຽດ​ນາມ ທີ່​ໄດ້​ຮັບ​ຮອງ​ເອົາ​ຢູ່ກອງ​ປະ​ຊຸມ​ໃຫຍ່ ​ຄັ້ງ​ທີ 13 ຂອງ​ພັກ.

ການ​ເຂົ້າ​ຮ່ວມ​ວາ​ລະ​ປຶ​ກ​ສາ​ຫາ​ລື​ລວມ​ຂັ້ນ​ສູງຂອງສະມັດຊາໃຫຍ່ ສ​ປ​ຊ ຊຸດ​ທີ 76 ແລະ ແລກ​ປ່ຽນ​ກັບ​ບັນ​ດາ​ການ​ນຳ​ຂັ້ນ​ສູງ​ສຸດ​ຂອງ ສ​ປ​ຊ ແມ່ນ​ໂອ​ກາດ​ເພື່ອ​ໃຫ້ ຫວຽດ​ນາມ ສົ່ງ​ສານ​ຢ່າງ​ແຮງ​ກັບ​ປະ​ຊາ​ຄົມ​ສາ​ກົນ ກ່ຽວ​ກັບ​ປະ​ເທດ​ຫວຽດນາມ ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ມີຄວາມຕັ້ງຫວັງ​ ແລະ ວິ​ໄສ​ທັດ​ພັດ​ທະ​ນາ, ມີ​ແນວ​ທາງ​ການຕ່າງປະເທດທີ່​ເປັນ​ເອ​ກະ​ລາດ, ມີ​ຄວາມ​ເປັນ​ເຈົ້າ​ການ ແລະ ເປີດ​ກ້​ວາງ, ຫວຽດ​ນາມ ໄດ້, ພ​ວມ ແລະ ສືບ​ຕໍ່​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ, ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ວຽກ​ງານ​ລວມ​ຂອງ​ປະ​ຊາ​ຄົມ​ສາ​ກົນ.

ບັນ​ດາ​ການ​ເຄື່ອນ​ໄຫ​ວ​ສອງ​ຝ່າຍ​ຂອງ​ປະ​ທານ​ປະ​ເທດ​ຢູ່ ອາ​ເມ​ລິ​ກາ​ ຈະ​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ເພີ່ມ​ທະ​ວີ​ການ​ຮ່ວ​ມມື​ຂອງ ຫວຽດ​ນາມ ຕໍ່​ອຳ​ນາດ​ການ​ປົກ​ຄອງ​ຊຸດ​ໃໝ່ຂອງ ອາ​ເມ​ລິ​ກາ, ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານທີ່​ພວມ​ມີ​ການ​ພັດ​ທະ​ນາ​ຢ່າງ​ດີ​ງາມ, ເໝາະ​ສົມ​ກັບ​ເປົ້​າ​ໝາຍ, ຜົນ​ປະ​ໂຫຍດ​ລວມ​ຂອງ​ທັງ​ສອງ​ປະ​ເທດ ຫວຽດ​ນາມ ແລະ ອາ​ເມລິ​ກາ.

ຢູ່ນອກ​ການ​ເດີນ​ທາງຄັ້ງນີ້, ທ່ານ​ປະ​ທານ​ປະ​ເທດ​ຄ​າ​ດ​ວ່າ​ ຈະ​ພົບ​ປະ​ກັບ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ອາ​ເມ​ລິ​ກາ ເພື່ອ​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ຫວຽດ​ນາມ ໃນ​ການ​ຄວບ​ຄຸມ ແລະ ຍູ້​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ຖອຍ​ໄປ, ຟື້ນ​ຟູ​ການ​ຜະ​ລິດ, ຜ່ານ​ນັ້ນ ກໍ່ປັບ​ປຸງ​ຄວາມ​ໄວ້​ວາງ​ໃຈ ແລະ ດຶງ​ດູດ​ເງິນ​ທຶນຂອງ​ນັກ​ບັນ​ດາ​ນັກ​ລົງ​ທຶນ, ວິ​ສາ​ຫະ​ກິດ ອາ​ເມ​ລິ​ກາ ແລະ ບັນ​ດາ​ຄູ່​ຮ່ວມ​ມື​ຕື່ມ​ອີກ. ພ້ອມ​ທັງ​ຜັນ​ຂະ​ຫຍາຍ​ຢ່າງ​ແຮງ​ຍຸດ​ທະ​ສາດ​ການ​ທູດ​ວັກ​ຊິນ, ຂົນ​ຂວາຍ​ບັນ​ດາ​ປະ​ເທດ, ອົງ​ການ​ຈັດ​ຕັ້ງ​ສາ​ກົນ ໜູນ​ຊ່ວຍ​ກ່ຽວ​ກັບ​ວັກ​ຊິນ, ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ ເພື່ອ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ແລະ ຮ່ວມ​ມື​ຟື້ນ​ຟູ​ພາຍຫຼັງ​ໂລກ​ລະ​ບາດ…

ບຸນ​ຄົງ

ເຫດການ
302 Found

Found

The document has moved here.