ເພີ່ມທະວີການຮ່ວມມືມິດຕະພາບລະຫວ່າງບັນດາທ້ອງຖິ່ນຂອງຫວຽດນາມ ກັບແຂວງ ກວາງຊີ (ຈີນ)

16:43 | 17/09/2021

ຍ​ສ​ໝ - ວັນທີ 14 ກັນຍາ, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທັງເຊີນ ໄດ້ມີການເຈລະຈາທາງໂທລະສັບກັບທ່ານເລຂາຄະນະພັກເຂດປົກຄອງຕົນເອງ ກວາງຊີ, ປະເທດຈີນ ລູຊິນຊາງ. ສອງ​ຝ່າຍ​ໄດ້ເປັນເອກະພາບ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ...

ແລກປ່ຽນການຮ່ວມມືດ້ານການສຶກສາກັບເຂດປົກຄອງຕົນເອງຊົນເຜົ່າຈວາງ ກວາງຊີ ແລກປ່ຽນການຮ່ວມມືດ້ານການສຶກສາກັບເຂດປົກຄອງຕົນເອງຊົນເຜົ່າຈວາງ ກວາງຊີ
ກອງປະຊຸມອອນລາຍສາກົນກ່ຽວກັບວຽກງານສາທາລະນະສຸກລະຫວ່າງ 4 ແຂວງຂອງຫວຽດນາມ ແລະຄະນະກໍາມະການສາທາລະນະສຸກເຂດປົກຄອງຕົນເອງ ຊົນເຜົ່າຈວາງ ກວາງຊີ (ຈີນ) ກອງປະຊຸມອອນລາຍສາກົນກ່ຽວກັບວຽກງານສາທາລະນະສຸກລະຫວ່າງ 4 ແຂວງຂອງຫວຽດນາມ ແລະຄະນະກໍາມະການສາທາລະນະສຸກເຂດປົກຄອງຕົນເອງ ຊົນເຜົ່າຈວາງ ກວາງຊີ (ຈີນ)
ເພີ່ມທະວີການຮ່ວມມືມິດຕະພາບລະຫວ່າງບັນດາທ້ອງຖິ່ນຂອງຫວຽດນາມ ກັບແຂວງ ກວາງຊີ (ຈີນ)

ການເຈລະຈາທາງໂທລະສັບ (ພາບ: TTXVN)

ທ່ານລັດຖະມົນຕີ ບຸຍແທັງເຊີນ ສະເໜີໃຫ້ 2 ຝ່າຍຈົ່ງຮັກສາການແລກປ່ຽນ, ພົບປະຢູ່ທຸກຂັ້ນດ້ວຍຮູບແບບຢ່າງມີໄຫວພິບ; ເພີ່ມທະວີການແບ່ງປັນຂໍ້ມູນຂ່າວ, ນະໂຍບາຍກ່ຽວຂ້ອງເຖິງວຽກງານປ້ອງກັນ ຕ້ານໂລກລະບາດ, ສົມທົບກັນໃນການປ້ອງກັນ ຕ້ານໂລກລະບາດຢູ່ເຂດຊາຍແດນ.

ສອງ​ຝ່າຍ​ໄດ້​ນຳ​ໃຊ້​ບັນ​ດາ​ມາດ​ຕະ​ການ​ທີ່​ມີ​ປະ​ສິດ​ທິ​ຜົນ​ເພື່ອ​ຮັກ​ສາ​ທ່າ​ເຕີບ​ໂຕ​ການ​ຮ່ວມ​ມື​ເສດ​ຖະ​ກິດ - ການ​ຄ້າ, ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ສິນ​ຄ້າ ຫວຽດ​ນາມ, ເປັນ​ຕົ້ນ​ແມ່ນຜະ​ລິດ​ຕະ​ພັນ​ກະ​ເສດ, ສິນ​ໃນ​ນ້ຳ​ນຳ​ເຂົ້າ​ຈີນ, ບໍ່​ໃຫ້ຂາດ​ວັກ​ຂາດ​ຕອນ​ການ​ພົວ​ພັນ​ການ​ຄ້າ, ລະ​ບົບ​ສະ​ໜອງ, ລະ​ບົບ logistic, ສົມ​ທົບ​ກັນຄຸ້ມຄອງ​ເຂດ​ຊາຍ​ແດນ​ໃຫ້​ເປັນ​ຢ່າງ​ດີ, ຍູ້​ໄວ​ການ​ສ້າງການ​ເຊື່ອມ​ຕໍ່​ພື້ນ​ຖານ​ໂຄງ​ລ່າງ​ດ່ານ​ຊາຍ​ແດນ, ປະ​ຕິ​ບັດ​ສຳ​ເລັດ​ລະ​ບຽບ​ການ​ພ​າຍ​ໃນ​ໂດຍ​ໄວ​ເພື່ອ​ຍົກ​ສູງ​ບັນ​ດາ​ດ່ານ​ຊາຍ​ແດນ ແລະ ແກ້​ໄຂ​ບັນ​ດາ​ບັນ​ຫາ​ທີ່​ເກີດ​ຂຶ້ນ​ຄືນ​ໃໝ່​ຢ່າງ​ທັນ​ການ.

ສ່ວນທ່ານເລຂາຄະນະພັກ ລູຊິນຊາງ ຢືນຢັນວ່າ ແຂວງ ກວາງຊີ ຕີ​ລາ​ຄາ​ສູງ​ທ່າ​ພັດ​ທະ​ນາ​ຢ່າງ​ດີ​ງາມ​ຂອງ​ການ​ພົວ​ພັນ​ຈີນ - ຫວຽດ​ນາມ ກໍ່​ຄື​ບັນ​ດາ​ຜົນ​ງ​ານ​ໃນ​ການ​ຮ່ວມ​ມື​ມິດ​ຕະ​ພາບ ລະ​ຫວ່າງ ກວາງ​ຊີ ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ຫວຽດ​ນາມ ໃນ​ໄລ​ຍະ​ຜ່ານ​ມາ.

ແຂວງ ກວາງຊີ ຈະມານະພະຍາຍາມຍົກສູງຄວາມໄວໃຫ້ແກ່ສິນຄ້າຜ່ານແດນຢູ່ດ່ານຊາຍແດນທາງລົດໄຟ ແລະ ທາງບົກ, ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາປະເພດສິນຄ້າຂອງຫວຽດນາມ, ໂດຍສະເພາະແມ່ນຜະລິດຕະພັນກະເສດທີ່ນຳເຂົ້າແຂວງ ກວາງຊີ ແລະ ບັນດາແຂວງພາຍໃນປະເທດ ຈີນ ແລະ ສົ່ງໄປຍັງເຂດອາຊີກາງ.

ແຂວງ ກວາງຊີ ຈະ​ປະ​ຕິ​ບັດ​ຄວາມ​ຮັບ​ຮູ້​ລວ​ມ​ຂອງ​ການ​ນຳ​ຂັ້ນ​ສູງ​ສອງ​ພັກ, ສອງ​ລັດໃຫ້​ເປັນ​ຢ່າງ​ດີ, ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຢ່າງ​ແທ້​ຈິງ ກັບ​ບັນ​ດາ​ທ້ອງ​ຖິ່ນ ຫວຽດ​ນາມ, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ແຂວງ​ເຂດ​ຊາຍ​ແດນ, ປະ​ກອບ​ສ່ວນ​ປັບ​ປຸງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ ຈີນ ຫວຽດ​ນາມ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.