ຫວຽດ​ນາມ ສື​ບ​ຕໍ່​ສ້າງ​ສະ​ພາບ​ແວດ​ລ້ອມ​ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ມີ​ສະ​ຖຽນ​ລະ​ພາບ, ປອດ​ໄພໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ

15:17 | 13/09/2021

ຕອນບ່າຍວັນທີ 11 ກັນຍາ (ຕາມເວລາທ້ອງຖິ່ນ), ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ໃຫ້ການຕ້ອນຮັບທ່ານນາງ Anna Kaisa Ikonen, ເຈົ້າຄອງນະຄອນ Tempere, ນະຄອນໃຫຍ່ອັນດັບທີ 2 ຂອງ ແຟງລັງ ພ້ອມດ້ວຍບັນດາວິສາຫະກິດໃນນະຄອນ.

ຫວຽດ​ນາມ ສືບ​ຕໍ່​ປະ​ກອບ​ສ່ວນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ເຂົ້າ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ ແລະ ວິ​ໄສ​ທັດ​ລວມ GMS ຫວຽດ​ນາມ ສືບ​ຕໍ່​ປະ​ກອບ​ສ່ວນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ເຂົ້າ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ ແລະ ວິ​ໄສ​ທັດ​ລວມ GMS
ນັກ​ທຸ​ລະ​ກິດ​ໂຮນ​ລັງ ​ແນະ​ນຳ​ພາບ​ແຕ້ມ​ຂອງ​ບັນ​ດາ​ນັກຈິດຕະກອນຫວຽດ​ນາມ ນັກ​ທຸ​ລະ​ກິດ​ໂຮນ​ລັງ ​ແນະ​ນຳ​ພາບ​ແຕ້ມ​ຂອງ​ບັນ​ດາ​ນັກຈິດຕະກອນຫວຽດ​ນາມ
ຫວຽດ​ນາມ ສື​ບ​ຕໍ່​ສ້າງ​ສະ​ພາບ​ແວດ​ລ້ອມ​ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ມີ​ສະ​ຖຽນ​ລະ​ພາບ, ປອດ​ໄພໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ຕ້ອນຮັບທ່ານນາງ Anna Kaisa Ikonen, ເຈົ້າຄອງນະຄອນ Tempere (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວ້ ສະເໜີໃຫ້ທ່ານນາງ Anna Kaisa Ikonen ຈົ່ງຊຸກຍູ້, ສົ່ງເສີມບັນດາວິສາຫະກິດຂະໜາດໃຫຍ່ໃນນະຄອນ ເພີ່ມທະວີການຮ່ວມມື, ລົງທຶນຢູ່ ຫວຽດນາມ, ພິເສດແມ່ນໃນບັນດາຂົງເຂດທີ່ນະຄອນມີຄວາມບົ່ມຊ້ອນ, ຍາດແຍ່ງຜົນປະໂຫຍດຢ່າງໃຫຍ່ຫຼວງ ເຊິ່ງສັນຍາ EVFTA ນຳມາໃຫ້. ພ້ອມທັງມີຄວາມປາດຖະໜາຢາກເພີ່ມທະວີການຮ່ວມມືກັບ ແຟງລັງ ໃນບັນດາຂົງເຂດທີ່ມີຄວາມບົ່ມຊ້ອນຄື ເຕັກໂນໂລຢີສູງ, ໂທລະຄົມມະນາຄົມ, ພະລັງງານຜະລິດຄືນໃໝ່, ສິ່ງແວດລ້ອມ, ບຳບັດນ້ຳ, ເຕັກໂນໂລຢີຂໍ້ມູນຂ່າວສານ, ການສ້າງ ແລະ ຄຸ້ມຄອງຕົວເມືອງອັດສະລິຍະ.

ເມື່ອແລກປ່ຽນກັບບັນດາວິສາຫະກິດຢູ່ Tempere, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໃຫ້ຮູ້ວ່າ ຫວຽດນາມ ມີຄວາມສົນໃຈຕໍ່ການຊຸກຍູ້ການພັດທະນາລະບົບນິເວດ startup ແລະ ປ່ຽນແປງໃໝ່ປະດິດຄິດສ້າງ, ໄປຄຽງຄູ່ກັນນັ້ນ, ຫວຽດນາມ ກໍມີບັນດາກົນໄກ, ນະໂຍບາຍ ເພື່ອດຶງດູດແຫຼ່ງກຳລັງຕ່າງໆຈາກປະຊາຄົມວິສາຫະກິດພາຍໃນ, ສົ່ງເສີມບັນດາວິສາຫະກິດຕ່າງປະເທດເຂົ້າຮ່ວມອີກດ້ວຍ. ຫວຽດນາມ ພວມສືບຕໍ່ສ້າງກອບນິຕິກຳໃຫ້ສົມບູນແບບ ເພື່ອເອື້ອອຳນວນຄວາມສະດວກ, ສ້າງສະພາບແວດລ້ອມດຳເນີນທຸລະກິດຢ່າງມີສະຖຽນລະພາບ, ປອດໄພໃຫ້ແກ່ບັນດານັກລົງທຶນ, ວິສາຫະກິດຕ່າງປະເທດ ໃນນັ້ນມີບັນດາວິສາຫະກິດຂອງແຟງລັງ ມາລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ ຢ່າງມີສະຖຽນລະພາບ.

ໃນວັນດຽວກັນ, ຢູ່ນະຄອນຫຼວງ Helsinki, ປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ໃຫ້ການຕ້ອນຮັບການນຳກຸ່ມບໍລິສັດ Sienmens Energy AG, ເຊິ່ງເປັນບໍລິສັດແຖວໜ້າໃນການຜະລິດພະລັງງານໄຟຟ້າໃນໂລກ.

​vovworld.vn

ເຫດການ
302 Found

Found

The document has moved here.