ຮັບ​ຮູ້​ບົດ​ບາດ​ຂອງ​ບັນ​ດາ​ການ​ນຳ​ໜຸ່ມ​ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ສິງ​ກະ​ໂປ

16:30 | 10/09/2021

ຍ​ສ​ໝ - ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອົດ​ສະ​ຕາ​ລີ Scott Morrison ໄດ້​ສົ່ງ​ຈົດ​ໝາຍ​ລະ​ດົມ​ກຳ​ລັງ​ໃຈ, ຮັບ​ຮູ້​​ການ​ປະ​ກອບ​ສ່ວນ​ຂອງ​ບັນ​ດາ​ການນຳໜຸ່ມ​ສອງ​ປະ​ເທດ ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ສອງ​ຝ່າຍ ໃນໂອກາດ​ເຫດ​ການ​ໂອ້​ລົມ​ສົນ​ທະ​ນາ​ການ​ນຳ​ໜຸ່ມ​ອົດ​ສະ​ຕາ​ລີ - ຫວຽດ​ນາມ (AVYLD) ຄັ້ງ​ທີ 3...

ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ສວມ​ບົດ​ບາດ​ຕັ້ງ​ໜ້າ​ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ດ້ານ​ປ້ອງ​ກັນ​ຊາດ ລະ​ຫວ່າງ ອາ​ຊຽນ - ສ.ເກົາຫຼີ ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ສວມ​ບົດ​ບາດ​ຕັ້ງ​ໜ້າ​ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ດ້ານ​ປ້ອງ​ກັນ​ຊາດ ລະ​ຫວ່າງ ອາ​ຊຽນ - ສ.ເກົາຫຼີ
ຫວຽດ​ນາມ ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ສະ​ມາ​ຊິກ​ສະ​ພາ​ຂຸດ​ຄົ້ນ​ໄປ​ສະ​ນີໂລກ ອາ​ຍຸ​ການ 2022 – 2025: ຮູບ​ການ​ໃນ​ການ​ສົມ​ທົບ​ຜັນ​ຂະ​ຫຍາຍ​ວຽກ​ງານ​ການ​ພົວພັນຕ່າງປະເທດ ຫວຽດ​ນາມ ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ສະ​ມາ​ຊິກ​ສະ​ພາ​ຂຸດ​ຄົ້ນ​ໄປ​ສະ​ນີໂລກ ອາ​ຍຸ​ການ 2022 – 2025: ຮູບ​ການ​ໃນ​ການ​ສົມ​ທົບ​ຜັນ​ຂະ​ຫຍາຍ​ວຽກ​ງານ​ການ​ພົວພັນຕ່າງປະເທດ
ຮັບ​ຮູ້​ບົດ​ບາດ​ຂອງ​ບັນ​ດາ​ການ​ນຳ​ໜຸ່ມ​ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ສິງ​ກະ​ໂປ
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມການ​ໂອ້​ລົມ​ສົນ​ທະ​ນາ (ພາບ: vov.vn)

AVYLD ຄັ້ງ​ທີ 3 ໄດ້​ດຳ​ເນີນ​ໃນ​ວັນ​ທີ 7 ກັນ​ຍາ ຕາມ​ຮູບ​ແບບ​ທາງ​ໄກ, ດ້ວຍ​ຫົວ​ຂໍ້ “ຟື້ນ​ຟູຄືນ​ໃໝ່”. ເຂົ້​າ​ຮ່ວມ​ເວ​ທີ​ປາ​ໄສ​ມີ ການ​ນຳ​ໜຸ່ມ 22 ຄົນ​ຂອງ 2 ປະ​ເທດ ໂດຍໄດ້​ຮັບ​ການ​ຄັດ​ເລືອກ​ອີງ​ຕາມ​ຄວາມ​ສາ​ມາດ​ໃນ​ການ​ນຳ​ພາ ແລະ ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ການ​ກຳ​ນົດ​ທິດ​ບັນ​ດາ​ໂຄງ​ການ​ດຳ​ເນີນ​ງານ​ແຫ່ງ​ຊາດ ແລະ ພາກ​ພື້ນ, ພ້ອມ​ທັງ​ແມ່ນ​ບັນ​ດາ​ຜູ້​ຕາງ​ໜ້າ​ຂອງ​ບັນ​ດາ​ຂົງ​ເຂດ: ສາ​ທາ​ລະ​ນະ​ສຸກ, ກະ​ສິ​ກຳ, ສິ​ປະ​ລະ, ເຕັກ​ໂນ​ໂລ​ຢີ, ​ທຸ​ລະ​ກິດ, ການ​ສຶກ​ສາ, ການ​ທ່ອງ​ທ່ຽວ ແລະ ສື່​ສານ...

ເນື່ອງ​ໃນ​ໂອ​ກາດນີ້ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ທ່ານ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ Scott Morrison ໄດ້​ສົ່ງ​ຈົດ​ໝາຍ​ລະ​ດົມ​ກຳ​ລັງ​ໃຈ, ຮັບ​ຮູ້​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສະ​ໜິດ​ຕິດ​ພັນ ແລະ ຊຸກ​ຍູ້​ການ​ພົວ​ພັນ​ສອງ​ຝ່າຍ​ຂອງ​ການ​ນຳ​ໜຸ່ມ​ສອງ​ປະ​ເທດ.

ທ່ານ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໄດ້​ເນັ້ນ​ໜັກ​ວ່າ ໃນ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ມີ​ການ​ຜັນ​ແປ​ຢ່າງ​ສັ​ບ​ສົນ, ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ລຸ້ນ​ໜຸ່ມ ຫວຽດ​ນາມ ແລະ ອົດ​ສະ​ຕາ​ລີ ແມ່ນ​ປັດ​ໄຈ​ສຳ​ຄັນ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຍູ້​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ຖອຍ​ໄປ, ມຸ່ງ​ໄປ​ເຖິງ​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ສັງ​ຄົມ​ແບບ​ຍືນ​ຍົງ. ພ້ອມ​ທັງ​ເຊື່ອ​ໝັ້ນ​ວ່າ AVYLD ຈະ​ເຮັດ​ໃຫ້ມີ​​ໂອ​ກາດ​ຮ່ວມ​ມືທີ່​ອຸ​ດົມ​ສົມ​ບູນ​ຕື່ມ​ອີກ, ປະ​ກອບ​ສ່ວນ​ຢ່າງ​ແທ​ດ​ຈິງ​ເຂົ້າ​ໃນ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ ຫວຽດ​ນາມ ອົດ​ສະ​ຕາ​ລີ.

ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ Scott Morrison ໄດ້​ຮັບ​ຮູ້​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ບັນ​ດາ​ການ​ນຳ​ໜຸ່ມ​ສຳ​ລັບ​ການ​ພົວ​ພັນ​ລະ​ຫວ່າງ ອົດ​ສະ​ຕາ​ລີ - ຫວຽດ​ນາມ, ທ່ານເນັ້ນ​ໜັກ​ວ່າ ອົດ​ສະ​ຕາ​ລີ ແລະ ຫວຽດ​ນາມ ແມ່ນ​ເພື່ອນ​ມິດ, ແມ່ນ​ຄູ່​ຮ່ວມ​ມືທີ່​ສຳ​ຄັນ. ສອງ​ປະ​ເທດ​ແບ່ງ​ປັນ​ການ​ພົວ​ພັນ​ອັນ​ໝັ້ນ​ແກ່ນ ແລະ ຍາວ​ນານ, ບົນຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຄວາມ​ເຂົ້າ​ໃຈ ແລະ ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ. ອົດ​ສະ​ຕາ​ລີ ແລະ ຫວຽດ​ນາມ ຈະ​ພ້ອມ​ກັນ​ຮ່ວມ​ມື ເພື່ອຄວາມ​ວັດ​ທະ​ນາ​ຖ​າວອນ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ ແລະ ຄວາມ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ມະ​ຫາ​ສະ​ມຸດ​ອິນ​ເດຍ - ປາ​ຊີ​ຟິກ...

AVYLD ຄັ້ງ​ທີ 3 ຈະ​ສະ​ຫງວນ​ເວ​ລາ​ສ່ວນຫຼາຍ ເພື່ອ​ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ລຸ້ນ​ໜຸ່ມ​ສອງ​ປະ​ເທດ ຕໍ່​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ແບ​ບ​ຍືນ​ຍົງຂອງ ສ​ະ​ຫະ​ປະ​ຊາ​ຊາດ (SDG), ສຸມ​ເຂົ້າໃສ່​ 4 ເປົ້າ​ໝາຍ​ສຳ​ຄັນ, ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ, ຫຼຸດຜ່ອນຄວາມບໍ່​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ, ການ​ກະ​ທຳ​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ໃໝ່​ຂອງ​ດິນ​ຟ້າ​ອາ​ກາດ, ການບໍລິໂພກ ແລະ ຜະ​ລິດ​ທີ່​ມີ​ຄວາມ​ຮັບ​ຜິ​ດ​ຊອບ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.