ລາຍການສະແດງສິລະປະທີ່ເປັນເອກະລັກ "ບົດເພງໄຊດັງກ້ອງສະໜັ່ນຕະຫຼອດໄປ"

08:00 | 01/05/2024

ກປ.ອອນໄລ - ພິທີສະເຫຼີມສະຫຼອງ 49 ປີແຫ່ງວັນປົດປ່ອຍພາກໃຕ້ ແລະທ້ອນໂຮມປະເທດຊາດເປັນເອກະພາບ (30-4-1975 / 30-4-2024), 138 ປີແຫ່ງວັນກໍາມະກອນສາກົນ (1-5-1886 / 1-5-2024), ຕອນຄ່ຳວັນທີ 29 ເມສາ, ຢູ່ຖະໜົນຍ່າງຫງວຽນເຫວະ (ເມືອງ 1), ຄະນະຈັດຕັ້ງສະພິທີເຫຼີມສະຫຼອງວັນບຸນໃຫຍ່ຂອງນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງລາຍການສະແດງສິລະປະດ້ວຍຫົວຂໍ້ວ່າ "ບົດເພງໄຊດັງກ້ອງສະໜັ່ນຕະຫຼອດໄປ”.

ລາຍການສະແດງສິລະປະ “ທະເລໝູ່ເກາະຫວຽດນາມ ທີ່ສັກກະລະບູຊາ” ລາຍການສະແດງສິລະປະ “ທະເລໝູ່ເກາະຫວຽດນາມ ທີ່ສັກກະລະບູຊາ”
ຄວາມໝາຍລາຍການສະແດງສິລະປະ “ເຕັມໄປດ້ວຍນໍ້າໃຈມິດຕະພາບຫວຽດນາມ - ລາວ” ຄວາມໝາຍລາຍການສະແດງສິລະປະ “ເຕັມໄປດ້ວຍນໍ້າໃຈມິດຕະພາບຫວຽດນາມ - ລາວ”

ລາຍການດັ່ງກ່າວໄດ້ຈັດສ້າງຢ່າງອະລັງການ, ລວມມີ 3 ພາກ: ທ້ອນໂຮມປະເທດຊາດເປັນເອກະພາບ; ສ້າງວັນໃຫມ່; ຫວຽດນາມ - ຄວາມຄາດຫວັງອັນແຮງກ້າ. ຈຸດພົ້ນເດັ່ນຂອງລາຍການແມ່ນການສົມທົບກັນລະຫວ່າງຮູບແບບສິລະປະການຟ້ອນ, ດົນຕີ, ລະຄອນ, ການວາດພາບບັນດາເຫດການປະຫວັດສາດທີ່ອົງອາດກ້າຫານຢ່າງມີຊີວິດຊີວາຂອງຊາດຫວຽດນາມແຕ່ປີ 1945 ຈົນມາຮອດປະຈຸບັນ; ສຸມໃສ່ການຢືນຢັນຖານະບົດບາດ, ທີ່ຕັ້ງ, ຂອບຂະໜາດ, ຄວາມໝາຍ, ຄຸນຄ່າຂອງໄຊຊະນະ ດ້ຽນບຽນຝູ ແລະ ພາລະກິດຕໍ່ສູ້ປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ ເຊິ່ງຈຸດສູງສຸດແມ່ນບັ້ນຮົບໂຮ່ຈີມິນ ປະຫວັດສາດ.

ລາຍການສະແດງສິລະປະທີ່ເປັນເອກະລັກ

ລາຍການສະແດງສິລະປະໃນລາຍການສະແດງ "ບົດເພງໄຊດັງກ້ອງສະໜັ່ນຕະຫຼອດໄປ". ພາບ: qdnd.vn

ມູນເຊື້ອທີ່ອົງອາດກ້າຫານນັ້ນແມ່ນກຳລັງໜູນ, ແມ່ນຄວາມເຊື່ອໝັ້ນ ເພື່ອໃຫ້ທະຫານ ແລະປະຊາຊົນນະຄອນ ເວົ້າສະເພາະ ແລະທົ່ວປະເທດເວົ້າລວມ ມານະພະຍາຍາມຕັດສິນໃຈແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ປະຕິບັດວຽກງານນະໂຍບາຍເປັນຢ່າງດີ, ຊຸກຍູ້ພາລະກິດປ່ຽນແປງໃໝ່, ເຊື່ອມໂຍງເຂົ້າກັບສາກົນຢ່າງແຂງແຮງ, ກໍ່ສ້າງນະຄອນໂຮ່ຈີມິນ ໃຫ້ມີຄວາມສີວິໄລ, ທັນສະໄໝ, ສາຍຈິດມິດໃຈ; ມຸ່ງໄປເຖິງເປົ້າໝາຍສ້າງສາ ແລະພັດທະນາປະເທດຫວຽດນາມ “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ” ກ້າວຂຶ້ນສັງຄົມນິຍົມ ຢ່າງໝັ້ນຄົງ.

ຕາມ la.qdnd.vn

ເຫດການ