ມອບຫຼຽນໄຊມິດຕະພາບຫວຽດນາມ ໃຫ້ແກ່ເພື່ອນຝຣັ່ງ ຄົນໜຶ່ງ

16:25 | 16/09/2021

ຍສໝ - ຫວ່າງແລ້ວນິ້, ທີ່ສໍານັກງານໃຫຍ່ຂອງສະຖານທູດຫວຽດນາມ ປະຈຳປາຣີ, ທ່ານເອກອັກຄະລັດຖະທູດຫວຽດນາມ ດີງຕ່ວານຖັ້ງ ໄດ້ເປັນປະທານພິທີມອບຫຼຽນໄຊມິດຕະພາບ ໃຫ້ແກ່ທ່ານ Jean-Charles Negre, ອະດີດຜູ້ປະສານງານຄະນະປະຈໍາພັກກອມມູນິດຝຣັ່ງ (PCF).

ອາໄລຫາ ແລະ ມອບຫຼຽນໄຊມິດຕະພາບໃຫ້ທ່ານ Rennie Davis - ເພື່ອນທີ່ສັດຊື່ຂອງຊາວຫວຽດນາມ ອາໄລຫາ ແລະ ມອບຫຼຽນໄຊມິດຕະພາບໃຫ້ທ່ານ Rennie Davis - ເພື່ອນທີ່ສັດຊື່ຂອງຊາວຫວຽດນາມ
ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ປະດັບຫຼຽນໄຊມິດຕະພາບໃຫ້ແກ່ທ່ານ Ibnu Hadi ເອກອັກຄະລັດຖະທູດອິນໂດເນເຊຍ ປະຈຳ ຫວຽດນາມ ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ປະດັບຫຼຽນໄຊມິດຕະພາບໃຫ້ແກ່ທ່ານ Ibnu Hadi ເອກອັກຄະລັດຖະທູດອິນໂດເນເຊຍ ປະຈຳ ຫວຽດນາມ

ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ດີງຕ່ວານຖັ້ງ ໄດ້ຢືນຢັນວ່າ ທ່ານ Jean-Charles Negre ຍາມໃດກໍ່ຕໍ່ສູ້ ເພື່ອຄວາມມິດຕະພາບລະຫວ່າງປະຊາຊົນຫວຽດນາມ ແລະ ປະຊາຊົນຝຣັ່ງ, ພ້ອມທັງເພື່ອຄວາມສາມັກຄີລະຫວ່າງສອງພັກກອມມູນິດຝຣັ່ງ ແລະ ພັກກອມມູນິດຫວຽດນາມ.

ໂດຍມາຫວຽດນາມເປັນຄັ້ງທໍາອິດ ໃນເດືອນກັນຍາປີ 1975, ທ່ານ Jean-Charles Negre ໄດ້ມີບົດບາດອັນຕັ້ງໜ້າໃນການເພີ່ມທະວີການແລກປ່ຽນ ແລະ ການສົນທະນາລະຫວ່າງສອງປະເທດ, ຍູ້ແຮງບັນດາໂຄງການຮ່ວມມືສອງຝ່າຍ, ໂດຍສະເພາະໃນດ້ານສຳເນົາປະຫວັດສາດ ແລະ ການຮ່ວມມືລະຫວ່າງສອງໜັງສືພິມ Nhan Dan ແລະ L'Humanité (ມະນຸດສະທຳ).

ມອບຫຼຽນໄຊມິດຕະພາບຫວຽດນາມ ໃຫ້ແກ່ເພື່ອນຝຣັ່ງ ຄົນໜຶ່ງ
ທ່ານ Jean-Charles Negre.

ການພັດທະນາການຮ່ວມມືທາງດ້ານເສດຖະກິດ ລະຫວ່າງຝຣັ່ງ ແລະ ຫວຽດນາມ ຍາມໃດກໍ່ແມ່ນຄວາມເອົາໃຈໃສ່ຂອງທ່ານ Jean-Charles Negre ເມື່ອຍັງມີຊີວິດຢູ່.

ທ່ານ Jean-Charles Negre ເປັນຜູ້ລິເລີ່ມຫຼາຍໂຄງການຮ່ວມມື ແລະ ການພົວພັນຄູ່ຮ່ວມມື ລະຫວ່າງບັນດາບໍລິສັດຝຣັ່ງ ແລະ ຫວຽດນາມໃນດ້ານການທ່ອງທ່ຽວ, ກິລາ, ສິ່ງແວດລ້ອມ ແລະ ການຫັນເປັນດິຈິຕອນ.

ທ່ານ Jean-Charles Negre ໄດ້ປະກອບສ່ວນເຂົ້າໃນການສົ່ງເສີມສາຍພົວພັນແຮກສ່ຽວ ລະຫວ່າງເມືອງ Montreuil, ແຂວງ Seine-Saint-Denis ແລະ ແຂວງຫາຍເຢືອງ, ລະຫວ່າງເຂດ Ile de France ແລະ ນະຄອນຫຼວງຮ່າໂນ້ຍ. ມີຫຼາຍໂຄງການໃນຂົງເຂດກຳຈັດສິ່ງເສດເຫຼືອ, ການກັ່ນຕອງນ້ຳ ແລະ ສິ່ງແວດລ້ອມໄດ້ກາຍເປັນຈຸດພົ້ນເດັ່ນຂອງການພົວພັນຮ່ວມມື ລະຫວ່າງຫວຽດນາມ ແລະ ຝຣັ່ງ.

ຄຳຮຸ່ງ

ທ່ານອາດຈະມັກ

302 Found

Found

The document has moved here.