ພິທີຮັບເຄື່ອງໜູນຊ່ວຍຫວຽດນາມ ໃນການຕ້ານພະຍາດ COVID-19 ຈາກກອງທຶນTemasek

18:21 | 18/09/2021

ຍສໝ - ໃນວັນທີ 15 ກັນຍາ, ສະຖານທູດຫວຽດນາມ ປະຈໍາສິງກະໂປ ໄດ້ຮັບເຄື່ອງໜູນຊ່ວຍຫວຽດນາມ ຊຸດທໍາອິດ ໂດຍກອງທຶນ Temasek ເພື່ອຕ້ານການລະບາດຂອງພະຍາດ COVID-19 ແລະ ສົ່ງເມືອຫວຽດນາມ ດ້ວຍຖ້ຽວບິນໜູນຊ່ວຍພົນລະເມືອງ ຂອງສາຍການບິນແຫ່ງຊາດ Vietnam Airlines ໃນວັນທີ 17 ກັນຍານີ້.

ກອງທຶນ Temasek ມອບເຄື່ອງຊ່ວຍຫາຍໃຈ ແລະ ອຸປະກອນປ້ອງກັນໃຫ້ແກ່ຫວຽດນາມ ກອງທຶນ Temasek ມອບເຄື່ອງຊ່ວຍຫາຍໃຈ ແລະ ອຸປະກອນປ້ອງກັນໃຫ້ແກ່ຫວຽດນາມ
ສະຖານກົງສຸນໃຫຍ່ຫວຽດນາມ ປະຈຳ Fukuoka ໄດ້ເປີດລະດົມການສະໜັບສະໜູນ ກອງທຶນວັກຊີນ ສະຖານກົງສຸນໃຫຍ່ຫວຽດນາມ ປະຈຳ Fukuoka ໄດ້ເປີດລະດົມການສະໜັບສະໜູນ ກອງທຶນວັກຊີນ

ເຂົ້າຮ່ວມພິທີມອບຮັບ ມີຜູ້ຕາງໜ້າສະຖານທູດຫວຽດນາມ, ທ່ານອຸປະທູດ ເລກົງຢູ້ງ ແລະ ຜູ້ອຳນວຍການອາວຸໂສ Joanne Ng ຂອງກອງທຶນ Temasek.

ການຊ່ວຍເຫຼືອຂອງກອງທຶນ Temasek ໃຫ້ແກ່ຫວຽດນາມໃນຄັ້ງນີ້ ປະກອບມີ ເຄື່ອງຊ່ວຍຫາຍໃຈຊະນິດຕ່າງໆ 16 ເຄື່ອງ, ໜ້າກາກທາງການແພດ 250,000 ແຜ່ນ, ໜ້າກາກແຜ່ນຢາງ 200,000 ແຜ່ນ, ຊຸດປ້ອງກັນພະຍາດ 100,000 ຊຸດ, ແວ່ນຕາປ້ອງກັນພະຍາດ 5,000 ອັນ ແລະ ຖົງມື 4,500 ຄູ່.

ພິທີຮັບເຄື່ອງໜູນຊ່ວຍຫວຽດນາມ ໃນການຕ້ານພະຍາດ COVID-19 ຈາກກອງທຶນTemasek
ພິທີຮັບເຄື່ອງໜູນຊ່ວຍຫວຽດນາມ ໃນການຕ້ານພະຍາດ COVID-19 ຈາກກອງທຶນTemasek. (ພາບ: vietnamplus)

ທ່ານ ເລກົງຢູ້ງ ກ່າວວ່າ ຫຼັງຈາກມາຮອດປະເທດຫວຽດນາມໃນວັນທີ 17 ກັນຍາ, ການຈັດສົ່ງເຄື່ອງຊຸດທໍາອິດ ຈະມອບໃຫ້ໂຮງໝໍມະຫາວິທະຍາໄລການແພດຮ່າໂນ້ຍ ໃນທັນທີ. ເຄື່ອງຊ່ວຍເຫຼືອທີ່ຍັງເຫຼືອ ຈະຖືກສົ່ງໄປຫວຽດນາມໂດຍໄວເທົ່າທີ່ຈະໄວໄດ້.

ກອງທຶນ Temasek ແມ່ນອົງການຈັດຕັ້ງມະນຸດສະທຳ ທີ່ບໍ່ຫວັງກຳໄລຂອງກຸ່ມບໍລິສັດ Temasek ເຊິ່ງແມ່ນບໍລິສັດລົງທຶນໂດຍມີສຳນັກງານຕັ້ງຢູ່ສິງກະໂປ.

ຕັ້ງແຕ່ປີ 2007 ຈົນເຖິງປັດຈຸບັນ, ກອງທຶນ Temasek ໄດ້ສະໜັບສະໜູນໂຄງການຮ່ວມມືຫຼາຍໂຄງການ ແລະ ຊ່ວຍເຫຼືອຫວຽດນາມໃນຂົງເຂດການເພີ່ມທະວີກຳລັງຄວາມສາມາດ ແລະ ການບຳລຸງສ້າງໃນຂົງເຂດການດູແລສຸຂະພາບ, ການສຶກສາ ແລະ ການບໍລິຫານພາກລັດ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.