ການຮ່ວມມືດ້ານການທ່ອງທ່ຽວ ແລະການສຶກສາປະກອບສ່ວນຊຸກຍູ້ການພົບປະແລກປ່ຽນປະຊາຊົນລະຫວ່າງ ຫວຽດນາມ ແລະອາເມເນຍ

19:41 | 22/09/2021

ຍສໝ - ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດອາເມເນຍ ປະຈຳ ຫວຽດນາມ Vahram Kazhoyan ໃຫ້ຮູ້ວ່າ ເພື່ອເພີ່ມທະວີການພົວພັນລະຫວ່າງປະຊາຊົນຂອງສອງປະເທດ ຕ້ອງການຊຸກຍູ້ ແລະພັດທະນາບັນດາການພົວພັນທີ່ກ່ຽວຂ້ອງໂດຍກົງກັບຊີວິດຂອງຄົນເຊັ່ນ: ການທ່ອງທ່ຽວ, ວັດທະນະທຳ, ການສຶກສາ...

ທ່ານນາງ ຫງວຽນເຟືອງງາ ປະທານ VUFO ເຮັດວຽກຢູ່ກູບາ ທ່ານນາງ ຫງວຽນເຟືອງງາ ປະທານ VUFO ເຮັດວຽກຢູ່ກູບາ
ຫວຽດ​ນາມ ໄປ​ທັນ​ທ່ວງ​ທ່າ​ເພີ່ມ​ດັດ​ຊະ​ນີ​ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ​ຂອງ​ໂລກ ຫວຽດ​ນາມ ໄປ​ທັນ​ທ່ວງ​ທ່າ​ເພີ່ມ​ດັດ​ຊະ​ນີ​ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ​ຂອງ​ໂລກ
ການຮ່ວມມືດ້ານການທ່ອງທ່ຽວ ແລະການສຶກສາປະກອບສ່ວນຊຸກຍູ້ການພົບປະແລກປ່ຽນປະຊາຊົນລະຫວ່າງ ຫວຽດນາມ ແລະອາເມເນຍ
ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດອາເມເນຍ ປະຈຳ ຫວຽດນາມ Vahram Kazhoyan

ໃນການຕອບສໍາພາດຕໍ່ວາລະສານຍຸກສະໄໝເນື່ອງໃນໂອກາດສະເຫຼີມສະຫຼອງວັນຄົບຮອບ 30 ປີແຫ່ງວັນຊາດຂອງສາທາລະນະລັດອາເມເນຍ (21 ກັນຍາ 1991 - 21 ກັນຍາ 2021), ທ່ານເອກອັກຄະລັດຖະທູດ Vahram Kazhoyan ໄດ້ທົບທວນຄືນຜົນສໍາເລັດຈໍານວນໜຶ່ງ ໃນສາຍພົວພັນລະຫວ່າງອາເມເນຍ - ຫວຽດນາມ ນັບຕັ້ງແຕ່ສອງປະເທດ ໄດ້ມີການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດ (ວັນທີ 14 ກໍລະກົດ 1992) ມາເຖິງປະຈຸບັນ.

ທ່ານເອກອັກຄະລັດຖະທູດຢືນຢັນວ່າ ປະຈຸບັນການພົວພັນດ້ານການເມືອງລະຫວ່າງຫວຽດນາມ-ອາເມເນຍ ພວມຢູ່ໃນໄລຍະພັດທະນາອັນດີງາມ. ການເປີດສະຖານທູດອາເມເນຍ ປະຈຳ ຫວຽດນາມ ໃນປີ 2013 ໄດ້ສ້າງກໍາລັງແຮງໃໝ່ໃຫ້ແກ່ການພົວພັນລະຫວ່າງສອງປະເທດ. ວັດທະນະທຳ, ການທ່ອງທ່ຽວ, ເຕັກໂນໂລຢີຂໍ້ມູນຂ່າວສານ, ການສຶກສາ ແລະການພົວພັນດ້ານເສດຖະກິດ - ການຄ້າແມ່ນບັນດາຄວາມສົນໃຈລວມຂອງສອງປະເທດ ແລະການພັດທະນາການຮ່ວມມືໃນຂົງເຂດເຫຼົ່ານີ້ ໄດ້ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການເພີ່ມທະວີການພົວພັນມິດຕະພາບລະຫວ່າງອາເມເນຍ ແລະຫວຽດນາມ ທີ່ມີຢູ່ແລ້ວໃຫ້ຫຼາຍກວ່າອີກ.

ເພື່ອເພີ່ມທະວີການພົວພັນລະຫວ່າງປະຊາຊົນສອງປະເທດ, ທ່ານເອກອັກຄະລັດຖະທູດ Vahram Kazhoyan ໄດ້ເນັ້ນໜັກໃນການຕ້ອງການຊຸກຍູ້ ແລະພັດທະນາບັນດາການພົວພັນທີ່ກ່ຽວຂ້ອງໂດຍກົງກັບຊີວິດຂອງຄົນເຊັ່ນ: ການທ່ອງທ່ຽວ, ວັດທະນະທຳ, ການສຶກສາ.

ກ່ອນການລະບາດຂອງພະຍາດ COVID-19, ສະຖານທູດຂອງສາທາລະນະລັດອາເມເນຍ ໄດ້ບັນລຸບັນດາຂໍ້ຕົກລົງເບື້ອງຕົ້ນກ່ຽວກັບການໄປຢ້ຽມຢາມເຊິ່ງກັນ ແລະກັນລະຫວ່າງຜູ້ຕາງໜ້າບັນດາບໍລິສັດແລະອົງການທ່ອງທ່ຽວຂອງອາເມເນຍ ແລະຫວຽດນາມ ເພື່ອຄົ້ນຫາສະຖານທີ່ທ່ອງທ່ຽວ ແລະຄວາມສາມາດດ້ານການທ່ອງທ່ຽວຂອງສອງປະເທດ ພ້ອມທັງຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວ. . ສະຖານທູດສາທາລະນະລັດອາເມເນຍ ຍັງໄດ້ປຶກສາຫາລືກັບຝ່າຍຫວຽດນາມກ່ຽວກັບຄວາມເປັນໄປໄດ້ໃນການເປີດສາຍການບິນໂດຍກົງຈາກ Yerevan ໄປຫານະຄອນຫຼວງຮ່າໂນ້ຍ ຫຼືນະຄອນໂຮ່ຈີມິນ, ຜ່ານນັ້ນ ຈະເຮັດໃຫ້ວົງເງິນການຄ້າລະຫວ່າງສອງປະເທດເພີ່ມຂຶ້ນ ແລະເພີ່ມຈໍານວນນັກທ່ອງທ່ຽວຕາມທັງສອງທາງ.

ສະຖານທູດອາເມເນຍ ກໍ່ໄດ້ລິເລີ່ມ ແລະປຶກສາຫາລືກ່ຽວກັບບັນຫາການສ້າງຕັ້ງສາຍພົວພັນນະຄອນແຮກສ່ຽວລະຫວ່າງ Yerevan - ຮ່າໂນ້ຍ ແລະ Gyumri - ນະຄອນໂຮ່ຈີມິນ. ໃນຂົງເຂດການສຶກສາ, ຕ້ອງເພີ່ມຈໍານວນທຶນການສຶກສາຢູ່ບັນດາຮາກຖານການສຶກສາຊັ້ນກາງ ແລະຫຼັງມະຫາ ຢູ່ ອາເມເນຍ ແລະຫວຽດນາມ.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.