ຫວຽດ​ນາມ ສືບ​ຕໍ່​ປະ​ກອບ​ສ່ວນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ເຂົ້າ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ ແລະ ວິ​ໄສ​ທັດ​ລວມ GMS

11:38 | 12/09/2021

ຍ​ສ​ໝ - ວັນ​ທີ 9 ກັນ​ຍາ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ການ​ຮ່ວມ​ມື​ເຂດ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ​ເປີດກວ້າງ (GMS) ຄັ້ງ​ທີ 7 ຕາມ​ຮູບ​ແບ​ບ​ທາງ​ໄກ…

ການ​ແຂ່ງ​ຂັນ eSports ລັດ​ເຊຍ - ຫວຽດ​ນາມ 2021 ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປັບ​ປຸງ​ການ​ຮ່ວມ​ມື​ມະ​ນຸດ​ສະ​ທຳ​ລະ​ຫວ່າງ ສອງ​ປະ​ເທດ ການ​ແຂ່ງ​ຂັນ eSports ລັດ​ເຊຍ - ຫວຽດ​ນາມ 2021 ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປັບ​ປຸງ​ການ​ຮ່ວມ​ມື​ມະ​ນຸດ​ສະ​ທຳ​ລະ​ຫວ່າງ ສອງ​ປະ​ເທດ
ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ສືບ​ຕໍ່​ຮ່ວມ​ແຮ​ງ​ຮ່ວມ​ໃຈ​ຮັບ​ມ​ື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ໃນ​ທົ່ວ​ໂລກ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ສືບ​ຕໍ່​ຮ່ວມ​ແຮ​ງ​ຮ່ວມ​ໃຈ​ຮັບ​ມ​ື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ໃນ​ທົ່ວ​ໂລກ
ຫວຽດ​ນາມ ສືບ​ຕໍ່​ປະ​ກອບ​ສ່ວນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ເຂົ້າ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ ແລະ ວິ​ໄສ​ທັດ​ລວມ GMS
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ (ພາບ: TTXVN)

ກ່າວ​ຄຳ​ເຫັນ​ທີ່ກອ​ງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໄດ້​ເນັ້ນ​ໜັກເຖິງ​ບົດ​ບາດ​ຍຸດ​ທະ​ສາດ​ຂອງ​ເຂດ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງປີດກວ້າງ ​ໃນ​ວິ​ວັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ແລະ ການ​ເຕີບ​ໂຕ​ເສດ​ຖະ​ກິດ​ຢ່າງ​ແຮງ​ຢູ່ ອາ​ຊີ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຢັ້ງ​ຢື​ນ​ບັນ​ດາ​ຜົນ​ງານ​ຂອງ​ການ​ຮ່ວມ​ມື ​ເຂດ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງເປີດກວ້າງ ​ ໄດ້​ໜູນ​ຊ່ວຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ໃຫ້​ແກ່​ວິ​ວັດ​ການ​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ, ກຳ​ນົດ​ທິດ​ໂຄງ​ປະ​ກອບ​ພາກ​ພື້ນດ້​ວຍ​ການ​ຖື​ອາ​ຊຽນ ເປັນ​ໃຈ​ກາງ ແລະ ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ລະ​ຫວ່າງ ອາ​ຊຽນ - ຈີນ​ ໃຫ້​ນັມ​ມື້​ນັບ​ພັດ​ທະ​ນາ ແລະ ເຂົ້າ​ສູ່​ລວງ​ເລິກ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີວ່າ ການ​ຮ່ວມ​ມືກັບ ​ເຂດ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງເປີດກວ້າງ ​ ໃນ​ໄລ​ຍະ​ຈະ​ມາ​ເຖິງ ຕ້ອງ​ໃຫ້​ບຸ​ລິ​ມະ​ສິດ​ໃຫ້​ແກ່ 6 ເນື້ອ​ໃນຫຼັກ, ໃນ​ນັ້ນ​ ຕ້ອ​ງ​ສຸມ​ໃສ່​ເຂົ້າ​ໃນ​ການ​ສະ​ກັດ​ກັ້ນ, ຄວບ​ຄຸມ, ຍູ້​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ຖອຍ​ໄປ, ພ້ອມ​ທັງ​ສ້າງ​ກົນ​ໄກ​ສົມ​ທົບ​ກັນ​ເພື່ອ​ຮັບ​ມື​ກັບບັນ​ດາ​ພະ​ຍາດ​ຕິດ​ແປດ​ໃນ​ອະ​ນາ​ຄົດ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຖື​ວ່າ ຕ້ອງ​ຮັບ​ປະ​ກັນ​ລະ​ບົບ​ສະ​ໜອງ​ໃນ​ພາກ​ພື້ນ ບໍ່ໃຫ້​ຖືກ​ຕັດ​ຂາດ​ໃນ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19, ເປີດ “ແລວທາງສີ​ຂຽວ” ຢູ່​ບັນ​ດາ​ດ່ານ​ຊາຍ​ແດນ ເພື່ອ​ທັງ​ສ້າງ​ຄວາມ​ສະ​ດວກ​ໃນ​ການ​ຈໍ​ລະ​ຈອນ​ໃຫ້​ແກ່​ຄົນ ແລະ ​ສິນ​ຄ້າ​ຜ່ານ​ດ່ານ​ຊາຍ​ແດນ, ຈຳ​ກັດ​ການ​ນຳ​ໃຊ້​ບັນ​ດາ​ຮົ້ວ​ກີດ​ຂວາງ​ທາງ​ການ​ຄ້າ. ບັນ​ດາ​ປະ​ເທດ​ສືບ​ຕໍ່​ຍູ້​ແຮງ​ການ​ຫັນ​ເປັນ​ດີ​ຈີ​ຕອນ ເພື່ອ​ປະ​ກອບ​ສ່ວນ​ສ້າງ​ກຳ​ລັງ​ໜູນ​ໃໝ່​ໃຫ້​ແກ່​ການ​ເຕີ​ບ​ໂຕ, ຟື້ນ​ຟູ​ເສດ​ຖະ​ກິດ ແລະ ຮັດ​ແຄບ​ໄລ​ຍະ​ຫ່າງ​ໃນ​ການ​ພັດ​ທະ​ນາ​ບົນ​ພື້ນ​ຖານພັດທະນາ​ໂຄງ​ລ່າງ​ດີ​ຈີ​ຕອນ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຢັ້ງ​ຢືນ​ຄຳ​ໝັ້ນ​ສັນ​ຍາ​ຂອງ ຫວຽດ​ນາມ ຈະສືບ​ຕໍ່​ປະ​ກອບ​ສ່ວນ​ຢ່າງ​ມີ​ປະ​ສິ​ດ​ທິ​ຜົນ​ເຂົ້າ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ ແລະ ວິ​ໄສ​ທັດ​ລວມ​ຂອງ ​ເຂດ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ​ເປີດກວ້າງ ແລະ ບັນ​ດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ ໃນ​ການ​ສ້າງ ​ເຂດ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ​ເປີດກວ້າງ ທີ່​ນັບ​ມື້​ນັບ​ເປີດ​ກ້​ວາງ, ປອດ​ໄພ, ມີ​ສັນ​ຕິ​ພາບ, ວັດ​ທະ​ນາ​ຖາ​ວອນ ແລະ​ ພັດ​ທະ​ນາ​ແບບ​ຍື​ນ​ຍົງ.

ກອງ​ປະ​ຊຸມໄດ້​ຮັບ​ຮ​ອງ​ຖະ​ແຫຼງ​ການ​ລວມ ແລະ ເຫັນ​ດີ​ເປັນ​ເອ​ກະ​ພາບ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຸດຍອດ​ເຂດ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ​ເປີດກວ້າງ ຄັ້ງທີ 8 ຢູ່​ ຈີນ​ ໃນ​ປີ 2024.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.