ກອງປະຊຸມປຶກສາຫາລືຂັ້ນລັດຖະມົນຕີເສດຖະກິດ ລະຫວ່າງອາຊຽນ ແລະ ບັນດາຄູ່ຮ່ວມມື

19:29 | 15/09/2021

ໃນຂອບເຂດກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນຄັ້ງທີ 53, ວັນທີ 14 ກັນຍາ ໄດ້ດຳເນີນບັນດາກອງປະຊຸມປຶກສາຫາລືຂັ້ນລັດຖະມົນຕີເສດຖະກິດ ລະຫວ່າງ ອາຊຽນແລະບັນດາປະເທດຄູ່ຮ່ວມມື: ອາເມລິກາ, ຮົ່ງກົງ (ຈີນ), ອິນເດຍ, ສະຫະພາບເອີລົບ ແລະ ລັດເຊຍ.

ນາຍົກລັດຖະມົນຕີ ຫວຽດນາມ ປາດຖະໜາວ່າ ບັນດາຄູ່ຮ່ວມມື, ອົງການຈັດຕັ້ງ, ນັກອຸປະຖຳສາກົນຈະເອົາໃຈໃສ່ພ້ອມກັບຫວຽດນາມ ສ້າງແຫຼ່ງກໍາລັງໃໝ່ຈາກການຮ່ວມມື ນາຍົກລັດຖະມົນຕີ ຫວຽດນາມ ປາດຖະໜາວ່າ ບັນດາຄູ່ຮ່ວມມື, ອົງການຈັດຕັ້ງ, ນັກອຸປະຖຳສາກົນຈະເອົາໃຈໃສ່ພ້ອມກັບຫວຽດນາມ ສ້າງແຫຼ່ງກໍາລັງໃໝ່ຈາກການຮ່ວມມື
ສປປ ລາວ ເປັນປະທານຮ່ວມເປີດ ປີສົ່ງເສີມເສດຖະກິດດິຈິຕອນ ລະຫວ່າງອາຊຽນ ແລະ ສປ ຈີນ ໂດຍຜ່ານກອງປະຊຸມທາງໄກ ສປປ ລາວ ເປັນປະທານຮ່ວມເປີດ ປີສົ່ງເສີມເສດຖະກິດດິຈິຕອນ ລະຫວ່າງອາຊຽນ ແລະ ສປ ຈີນ ໂດຍຜ່ານກອງປະຊຸມທາງໄກ
ກອງປະຊຸມປຶກສາຫາລືຂັ້ນລັດຖະມົນຕີເສດຖະກິດ ລະຫວ່າງອາຊຽນ ແລະ ບັນດາຄູ່ຮ່ວມມື
ຄະນະຜູ້ແທນ ຫວຽດນາມເຂົ້າຮ່ວມກອງປະຊຸມທາງໄກ (ພາບ:TTXVN)

ກ່ຽວກັບການຮ່ວມມືເສດຖະກິດ ອາຊຽນ-ອາເມລິກາ, ບັນດາລັດຖະມົນຕີ ໄດ້ຮັບຮູ້ຄວາມຄຶບຫນ້າສຳຄັນໃນວິວັດການຜັນຂະຫຍາຍຂໍ້ຕົກລົງແມ່ກ່ຽວກັບດ້ານການຄ້າ ແລະການລົງທຶນ ໄລຍະ 2019 – 2020 ລະຫວ່າງ ອາຊຽນ ແລະ ອາເມລິກາ (TIFA) ແລະແຜນການດຳເນີນງານປະຕິບັດ “ຂໍ້ລິເລີ່ມການຮ່ວມມືດ້ານການຄ້າເປີດກວ້າງ” (E3) ໄລຍະ 2020- 2021 ພ້ອມທັງຮັບຮອງເອົາແຜນການຜັນຂະຫຍາຍຂໍ້ຕົກລົງ (TIFA) ແລະ ຂໍ້ລິເລີ່ມ(E3) ໃນໄລຍະ 2021- 2022, ສຸມໃສ່ເຂົ້າໃນບາງຂົງເຂດ.

ກ່ຽວກັບການຮ່ວມມືເສດຖະກິດ ອາຊຽນ - ອິນເດຍ, ບັນດາທ່ານລັດຖະມົນຕີ ຊົມເຊີຍເລື່ອງ ທຸກປະເທດໄດ້ສຳເລັດການໃຫ້ສັດຕະຍາບັນສັນຍາການລົງທຶນ ອາຊຽນ - ອິນເດຍ ແລະ ຮັບຮູ້ຄວາມຄຶບຫນ້າການປຶກສາຫາລືກ່ຽວກັບຂອບເຂດກວດກາຄືນເພື່ອແນໃສ່ຍົກລະດັບສັນຍາການຄ້າສິນຄ້າ ອາຊຽນ - ອິນເດຍ, ມຸ່ງໄປເຖິງເປົ້າໝາຍສ້າງຄວາມສະດວກດ້ານການຄ້າໃຫຍ່ກວ່າໃຫ້ແກ່ບັນດາວິສາຫະກິດ.

ກ່ຽວກັບການຮ່ວມມືດ້ານເສດຖະກິດ ອາຊຽນ - ສະຫະພາບເອີລົບ, ບັນດາທ່ານລັດຖະມົນຕີ ຢືນຢັນຄວາມສຳຄັນຂອງການເພີ່ມທະວີການຮ່ວມມືດ້ານການຄ້າ ແລະການລົງທຶນ ລະຫວ່າງສອງພາກພື້ນ, ແບ່ງປັນຜົນປະໂຫຍດ, ຄວາມສາມາດບົ່ມຊ້ອນ ແລະທ່າແຮງການຮ່ວມມື. ກອງປະຊຸມກໍ່ຮັບຮອງເອົາໂຄງການການລົງທຶນ ແລະການຄ້າ ອາຊຽນ - ອີຢູ ໄລຍະ 2020 – 2021 ແລະ ຮັບຮູ້ວິວັດການສ້າງຮ່າງສັນຍາແມ່ດ້ານການຄ້າ ແລະການລົງທຶນ ລະຫວ່າງ ອາຊຽນ ແລະອີຢູ.

ກ່ຽວກັບການຮ່ວມມືເສດຖະກິດ ລະຫວ່າງອາຊຽນ ແລະ ລັດເຊຍ, ສອງຝ່າຍເຫັນດີຮັບຮອງເອົາວິວັດການຮ່ວມມືດ້ານການຄ້າ ແລະການລົງທຶນ ອາຊຽນ - ລັດເຊຍ ສະບັບປັບປຸງ ແລະ ໂຄງການເຮັດວຽກການຮ່ວມມືດ້ານການຄ້າ ການລົງທຶນ ລະຫວ່າງອາຊຽນແລະລັດເຊຍໄລຍະ2021- 2025.

​vovworld.vn

ເຫດການ
302 Found

Found

The document has moved here.