ວິສາຫະກິດຫຼາຍແຫ່ງຂອງ ໂອຕຣິດ ເປັນເຈົ້າການເຂົ້າຮ່ວມເວທີປາໄສວິສາຫະກິດຫວຽດນາມ - ໂອຕຣິດ

06:30 | 13/09/2021

ຍສໝ - ມີຫຼາຍວິສາຫະກິດຂອງໂອຕຣິດ ໄດ້ເປັນເຈົ້າການຈົດທະບຽນເພື່ອເຂົ້າຮ່ວມເວທີວິສາຫະກິດ ຫວຽດນາມ - ໂອຕຣິດ ທີ່ໄດ້ຈັດຂຶ້ນທີ່ວຽນນາ ໃນວັນທີ 6 ກັນຍາ.

ແກ້ໄຂສິ່ງກີດຂວາງໃນດ້ານການຄ້າຜະລິດຕະພັນກະເສດລະຫວ່າງຫວຽດນາມ ແລະຈີນ ແກ້ໄຂສິ່ງກີດຂວາງໃນດ້ານການຄ້າຜະລິດຕະພັນກະເສດລະຫວ່າງຫວຽດນາມ ແລະຈີນ
ເພີ່ມທະວີການຮ່ວມມືຮອບດ້ານ ລະຫວ່າງຫຼາຍກະຊວງ, ຂະແໜງການຂອງສອງປະເທດຫວຽດນາມ - ລາວ ເພີ່ມທະວີການຮ່ວມມືຮອບດ້ານ ລະຫວ່າງຫຼາຍກະຊວງ, ຂະແໜງການຂອງສອງປະເທດຫວຽດນາມ - ລາວ

ເຫດການດັ່ງກ່າວ ໄດ້ຈັດຂຶ້ນໂດຍຫ້ອງການການຄ້າ ແລະ ອຸດສາຫະກຳ ໂອຕຣິດ ຮ່ວມກັບກະຊວງແຜນການ ແລະ ການລົງທຶນ ແລະ ສະຖານທູດຫວຽດນາມປະຈຳ ໂອຕຣິດ. ວິສາຫະກິດຫວຽດນາມຫຼາຍແຫ່ງ ແລະ ຜູ້ຕາງໜ້າ 30 ຄົນຈາກກວ່າ 20 ວິສາຫະກິດໃນຂົງເຂດການເງິນ, ການທະນາຄານ, ສາທາລະນະສຸກ, ທີ່ປຶກສາ, ຄົມມະນາຄົມ, ລົດຍົນ, ອຸປະກອນຮັກສາຄວາມປອດໄພ, ການປ້ອງກັນອັກຄີໄພ, ການແກ້ໄຂສິ່ງເສດເຫຼືອທາງການແພດ, ການແກ້ໄຂພື້ນຜິວໂລຫະ, ການຄ້າ, ກົດໝາຍ, ການບໍລິການການບິນ, ພະລັງງານ… ໄດ້ເຂົ້າຮ່ວມ. ທີ່ເວທີປາໄສ, ນອກຈາກຄາດໝາຍຂອງຄະນະຈັດຕັ້ງແລ້ວ ກໍ່ມີຫຼາຍວິສາຫະກິດໂອຕຣິດ ໄດ້ ເປັນເຈົ້າການຈົດທະບຽນເຂົ້າຮ່ວມ.

ທ່ານ Richard Schenz, ຮອງປະທານຫ້ອງການການຄ້າ ແລະ ອຸດສາຫະກຳ ໂອຕຣິດ ກ່າວວ່າ ຫ້ອງການການຄ້າ ແລະ ອຸດສາຫະກຳຂອງໂອຕຣິດ ເປັນຕົວແທນໃຫ້ກັບປະຊາຄົມວິສາຫະກິດ, ບັນດາກຸ່ມບໍລິສັດ, ສະມາຄົມ ແລະ ໄດ້ສະໜັບສະໜູນລະບົບຕ່ອງໂສ້ການສະໜອງ ໃນໄລຍະທີ່ຜ່ານມາໃຫ້ມີການເຄື່ອນໄຫວທີ່ດີ ແລະ ຫວັງເປັນຢ່າງຍິ່ງວ່າ ຈະຊອກໄດ້ໂອກາດອັນໃໝ່ໃນການລົງທຶນຢູ່ຫວຽດນາມ ເພື່ອຫຼີກລ່ຽງການແຕກຫັກໃນຕ່ອງໂສ້ການສະໜອງ.

ວິສາຫະກິດຫຼາຍແຫ່ງຂອງ ໂອຕຣິດ ເປັນເຈົ້າການເຂົ້າຮ່ວມເວທີປາໄສວິສາຫະກິດຫວຽດນາມ - ໂອຕຣິດ
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ເຂົ້າຮ່ວມ ແລະ ກ່າວເປີດເວທີປາໄສ. ພາບ: TTXVN

ທ່ານ Richard Schenz ຫວັງວ່າ ຜ່ານກອງປະຊຸມຄັ້ງນີ້, ທັງສອງຝ່າຍຈະຮ່ວມມືກັນ ແລະ ຍົກອອກຂໍ້ລິເລີ່ມຕ່າງໆ ເພື່ອຊອກຫາແນວຄວາມຄິດກ່ຽວກັບທຸລະກິດ ແລະ ການລົງທຶນ; ພ້ອມກັນນັ້ນ, ທັງສອງຝ່າຍກໍ່ພ້ອມກັນຍາດແຍ່ງເອົາທ່າໄດ້ປຽບດ້ານການລົງທຶນ ແລະ ນຳມາເຊິ່ງກາລະໂອກາດໃໝ່, ໂດຍສະເພາະແມ່ນຢູ່ໃນອາຊີ, ບ່ອນທີ່ມີໂອກາດທາງດ້ານເສດຖະກິດ ແລະ ການລົງທຶນຫຼານຢ່າງ, ໃນນັ້ນຫວຽດນາມ ສວມບົດບາດສໍາຄັນທີ່ສຸດ.

ຕາມສຳນັກຂ່າວສານຫວຽດນາມ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມບັນດາປະທານສະພາແຫ່ງຊາດໂລກ ຄັ້ງທີ 5 (WCSP 5), ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ເຂົ້າຮ່ວມ ແລະ ກ່າວເປີດເວທີປາໄສ.

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໃຫ້ຮູ້ວ່າ: ໃນ 8 ເດືອນຕົ້ນປີ 2021, ເສດຖະກິດຫວຽດນາມ ຍັງບັນລຸໄດ້ບັນດາໝາກຜົນອັນຕັ້ງໜ້າ ຄື: GDP ໃນ 6 ເດືອນຕົ້ນປີເຕີບໂຕ 5,64%; ວົງເງິນການຄ້າ ນຳເຂົ້າ-ສົ່ງອອກບັນລຸປະມານ 430 ຕື້ USD (ເພີ່ມຂຶ້ນ 27,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020), ໃນນັ້ນການນຳເຂົ້າ-ສົ່ງອອກສິນຄ້າລະຫວ່າງຫວຽດນາມ ແລະ ບັນດາປະເທດເອີຣົບເພີ່ມຂຶ້ນເກືອບ 12%.

ໃນດ້ານການພົວພັນການລົງທຶນ, ປະຈຸບັນ ໂອຕຣິດມີ 37 ໂຄງການດ້ວຍມູນຄ່າການລົງທຶນທັງໝົດປະມານ 150 ລ້ານໂດລາສະຫະລັດ, ສ່ວນໃຫຍ່ແມ່ນສຸມໃສ່ໃນຂົງເຂດອຸດສາຫະກຳປຸງແຕ່ງ ປະດິດສ້າງ ແລະ ວິທະຍາສາດເຕັກໂນໂລຊີ. ກ່ຽວກັບການພົວພັນດ້ານການຄ້າ, ໂອຕຣິດ ເຄີຍເປັນຕະຫຼາດສົ່ງອອກທີ່ສຳຄັນຂອງຫວຽດນາມ ແລະ ປະຈຸບັນ ແມ່ນຢູ່ໃນກຸ່ມ 5 ຕະຫຼາດສົ່ງອອກໃຫຍ່ທີ່ສຸດຂອງຫວຽດນາມໃນກຸ່ມ EU. ວົງເງິນການຄ້າສອງສົ້ນໃນປີ 2020 ບັນລຸ 3,2 ຕື້ໂດລາສະຫະລັດ, ສູງກວ່າປີ 2010 13 ເທົ່າ ແລະ ນີ້ເປັນຕົວເລກທີ່ປະທັບໃຈໃນສະພາບການທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ -19.

ວິສາຫະກິດຫຼາຍແຫ່ງຂອງ ໂອຕຣິດ ເປັນເຈົ້າການເຂົ້າຮ່ວມເວທີປາໄສວິສາຫະກິດຫວຽດນາມ - ໂອຕຣິດ
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ. ພາບ: TTXVN

ປະທານສະພາແຫ່ງຊາດ ໄດ້ແບ່ງປັນວ່າ: “ພວກຂ້າພະເຈົ້າຫວັງວ່າ ປະຊາຄົມ ແລະ ວິສາຫະກິດຂອງສາທາລະນະລັດ ໂອຕຣິດ, ຫ້ອງການການຄ້າ ແລະ ອຸດສາຫະກຳ ໂອຕຣິດ ອອກສຽງເພື່ອຊຸກຍູ້ໃຫ້ພວກເຮົາໄດ້ຮັບການໃຫ້ສັດຕະຍາບັນ EVIPA ໃນໄວໆນີ້. ຖ້າພວກເຮົາມີພຽງ EVFTA ແຕ່ບໍ່ມີ EVIPA, ຜົນປະໂຫຍດຂອງນັກລົງທຶນຫວຽດນາມ ແລະ ເອີຣົບ ຈະບໍ່ມີປະສິດທິຜົນ. ສົນທິສັນຍາສອງສະບັບນີ້ ໄດ້ປຽບທຽບຄືເສັ້ນທາງດ່ວນ, ເສັ້ນທາງຫຼວງເສດຖະກິດເຊື່ອມຕໍ່ເອີຣົບ ແລະ ຫວຽດນາມ.

ເນື່ອງໃນໂອກາດນີ້, ປະທານສະພາແຫ່ງຊາດ ໄດ້ຮຽກຮ້ອງໃຫ້ບັນດາວິສາຫະກິດໂອຕຣິດ ສະໜັບ ສະໜູນເພື່ອລັດຖະບານໂອຕຣິດ ໃຫ້ການໜູນຊ່ວຍສະໜອງວັກຊີນ ແລະ ອຸປະກອນການແພດເພື່ອຊ່ວຍຫວຽດນາມປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ COVID-19.

ທ່ານປະທານສະພາແຫ່ງຊາດປະກາດວ່າ ອີຢູ - ອາຊຽນ ໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ; ໃນຂະນະດຽວກັນ, ຫວຽດນາມ ຈະກາຍເປັນຂົວເຊື່ອມຕໍ່ຊ່ວຍໃຫ້ໂອຕຣິດ ເຂົ້າເຖິງຕະຫຼາດອາຊຽນຂະໜາດໃຫຍ່ ທີ່ມີປະຊາກອນຫຼາຍກວ່າ 650 ລ້ານຄົນ ແລະ ຕະຫຼາດທີ່ໃຫຍ່ກວ່າດ້ວຍປະຊາກອນ 800 ລ້ານຄົນ ເມື່ອສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ເຊິ່ງຫວຽດນາມເປັນສະມາຊິກ ໄດ້ມີຜົນບັງຄັບໃຊ້ຢ່າງເປັນທາງການ…

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.