ສົ່ງ​ເສີມ​ວິ​ສາ​ຫະ​ກິດ ອາ​ຊຽນ ແລະ ຈີນ ມາ​ລົງ​ທຶນ​ຢູ່ ຫວຽດ​ນາມ

06:38 | 14/09/2021

ຍ​ສ​ໝ - ຫວຽດ​ນາມ ຈະ​ສ້າງ​ທຸກ​ເງື່ອນ​ໄຂ​ທີ່​ດີ​ທີ່​ສຸດ​ໃຫ້​ແກ່​ວິ​ສາ​ຫະ​ກິດ ຈີນ ແລະ ອາ​ຊຽນ ມາ​ລົງ​ທຶນ​ຢູ່ ຫວຽດ​ນາມ ໃນ​ບັນ​ດາ​ຂົງ​ເຂດ...

ຫວຽດ​ນາມ ສື​ບ​ຕໍ່​ສ້າງ​ສະ​ພາບ​ແວດ​ລ້ອມ​ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ມີ​ສະ​ຖຽນ​ລະ​ພາບ, ປອດ​ໄພໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ ຫວຽດ​ນາມ ສື​ບ​ຕໍ່​ສ້າງ​ສະ​ພາບ​ແວດ​ລ້ອມ​ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ມີ​ສະ​ຖຽນ​ລະ​ພາບ, ປອດ​ໄພໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ
ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫວ້ ຢ້ຽມ​ຢາມ​ສະ​ຖານ​ທູດ ແລະ ພົບ​ປະ​ກັບ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ ຢູ່ ແຟງ​ລັງ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫວ້ ຢ້ຽມ​ຢາມ​ສະ​ຖານ​ທູດ ແລະ ພົບ​ປະ​ກັບ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ ຢູ່ ແຟງ​ລັງ
ສົ່ງ​ເສີມ​ວິ​ສາ​ຫະ​ກິດ ອາ​ຊຽນ ແລະ ຈີນ ມາ​ລົງ​ທຶນ​ຢູ່ ຫວຽດ​ນາມ
ພິ​ທີ​ໄຂ​ງານ​ວາງ​ສະ​ແດງ​ຕະຫຼາດ​ນັດ ອາ​ຊຽນ - ຈີນ (CAEXPO) ແລະ ກອ​ງ​ປະ​ຊຸມ​ສຸດຍອດ ການຄ້າ - ການ​ລົງ​ທຶນ ອາ​ຊຽນ - ຈີນ (CABIS) ຄັ້ງ​ທີ 18 (ພາບ: VOV)

ຕອນ​ເຊົ້າ​ວັນ​ທີ 10 ກັນ​ຍາ, ຢູ່​ສູນ​ງານ​ວາງ​ສະ​ແດງ ແລະ ກອງ​ປະ​ຊຸມ​ສາ​ກົນ ໜານ​ນິງ (ຈີນ) ໄດ້​ດຳ​ເນີນ​ພິ​ທີ​ໄຂ​ງານ​ວາງ​ສະ​ແດງ​ຕະຫຼາດ​ນັດ ອາ​ຊຽນ - ຈີນ (CAEXPO) ແລະ ກອ​ງ​ປະ​ຊຸມ​ສຸດຍອດ ການຄ້າ - ການ​ລົງ​ທຶນ ອາ​ຊຽນ - ຈີນ (CABIS) ຄັ້ງ​ທີ 18.

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ວັນ​ແທັງ ໄດ້​ມີ​ບົດ​ກ່າວ​ປາ​ໄສ​ທີ່​ພິ​ທີ​ໄຂງານ​ວາງ​ສະ​ແດງ​ຕະຫຼາດ​ນັດ ອາ​ຊຽນ - ຈີນ ແລະ ກອ​ງ​ປະ​ຊຸມ​ສຸດຍອດ ການຄ້າ - ການ​ລົງ​ທຶນ, ອາ​ຊຽນ - ຈີນ. ທ່ານ​ຮອງນ​າ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ເນັ້ນ​ໜັກ​ວ່າ ໃນສະ​ພາບ​ການ ອາ​ຊຽນ ແລະ ຈີນ ພວມ​ຖືກ​ຜົນ​ກະ​ທົບ​ຢູ່​ລະ​ດັບ, ຂອບ​ຂ​ະ​ໜາ​ດ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ຈາກ​ໂລກ​ລ​ະ​ບາດ​ໂຄວິດ - 19, ອາ​ຊຽນ ແລະ ຈີນ ຕ້ອງ​ສາ​ມັກ​ຄີ​ກັນ​ກ່​ວາ​ອີກ, ຊຸກ​ຍູ້​ການ​ຮ່ວ​ມ​ມື​ໃນ​ພາກ​ພື້ນ, ໃນ​ນັ້ນ ​ຢຶດ​ໝັ້ນ​​ບົດ​ບາດ​ເປັນ​ໃຈ​ກາງ​ຂອງ ອາ​ຊຽນ, ສຸມ​ໃສ່​ຍູ້​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ຖອຍ​ໄປ ແລະ ຟື້ນ​ຟູ​ເສດ​ຖະ​ກິດ​ພາຍຫຼັງ​ໂລກ​ລະ​ບາດ​ໂຄວິດ - 19.

ຫວຽດ​ນາມ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ບັນ​ດາ​ປະ​ເທດ, ໃນ​ນັ້ນ​ມີ​ຈີນ ມາ​ລົງ​ທຶນ​ຢູ່ ຫວຽດ​ນາມ ໃນ​ບັນ​ດາ​ຂົງ​ເຂດ. ພ້ອມ​ທັງ​ສະ​ເໜີ​ໃຫ້ ຈີນ ເປີດ​ກ້​ວາງ​ການ​ຕະຫຼາດ, ສ້າງ​ຄວາມ​ສະ​ດວກ​ກວ່າໃຫ້​ແກ່​ຜະ​ລິດ​ຕະ​ພັນ​ປະ​ເພດ​ຕ່າງໆ ຂອງ ຫວ​ຽດ​ນາມ​ ​ຜ່ານ​ດ່ານເຂົ້າ​ມາ​ຕະຫຼາດ ຈີນ, ພິ​ເສດ​ແມ່ນ​ບັນ​ດາ​ຜະ​ລິດ​ຕະ​ພັນ​ກະ​ເສດຕາມລະດູ, ສິນ​ໃນ​ນ້ຳ.

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ສະ​ເໜີ​ໃຫ້​ບັນ​ດາ​ຝ່າຍ​ສຸມ​ໃສ່​ຍູ້​ແຮງວິ​ວັດ​ການ​ເຊື່ອມ​ຕໍ່​ເສດ​ຖະ​ກິດ ອາ​ຊຽນ - ຈີນ, ຍາດ​ແຍ່ງ​ບັນ​ດາ​ສັນ​ຍາ​ເສດ​ຖະ​ກິດ​ການ​ຄ້າ​ໃນ​ພາກ​ພື້ນ​ໃຫ້​ເປັນ​ຢ່າງ​ດີ, ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ເສດ​ຖະ​ກິດ​ດີ​ຈີ​ຕອນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ມຸ່ງ​ໄປ​ເຖິງ​ເສດ​ຖະ​ກິດ​ດີ​ຈີ​ຕອນ, ພື້ນ​ຖານ​ເສດ​ຖະ​ກິດ​ດີ​ຈີ​ຕອ​ນ ແລະ ສັງ​ຄົມ​ດີ​ຈີ​ຕ​ອນ, ເພີ່ມ​ທະ​ວີ​ກາ​ນ່​ຮວ​ມ​ມື​ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄ​ວິດ - 19, ລວມ​ມີ​ການ​ຮ່ວມ​ມື​ກ່ຽວ​ກັບ​ວັກ​ຊິນ, ຍົ​ກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ໃນ​ການ​ຮັ​ບ​ມື​ດ້ານ​ສາ​ທາ​ລະ​ນະ​ສຸກ​ໃຫ້​ແກ່​ບັນ​ດາ​ປະ​ເທດ​ອາ​ຊຽນ…

CAEXPO ແລະ CABIS ຄັ້ງ​ທີ 18 ໄດ້​ຈັດ​ຕັ້ງ​ກົງ​ກັບ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 30 ປີ​ແຫ່ງການ​ສ້າງ​ຕັ້ງ​ການ​ພົວ​ພັນ​ ໂອ້​ລົມ​ສົນ​ທະ​ນາ​ລະ​ຫວ່າງ ອາ​ຊຽນ - ຈີນ, ກໍ່​ແມ່ນ​ປີ​ທຳ​ອິດ​ທີ່ສອງ​ຝ່າຍ​ປະ​ຕິ​ບັດ​ແຜນ​ການ​ກະ​ທຳ​ໄລ​ຍະ 2021 – 2025 ດ້ວຍ​ຈຸດ​ສຸມ​ໄລ​ຍະ​ກາງ ແລະ ໄລ​ຍະ​ຍາວ ແມ່ນ​ພັດ​ທະ​ນາ​ແບບ​ຍືນ​ຍົງ. CAEXPO ແລະ CABIS ປີນີ້​ຈະ​ສືບ​ຕໍ່​ເພີ່ມ​ກຳ​ລັງ​ໜູນ​ຊຸກ​ຍູ້​ການ​ຮ່ວມ​ມື​ເສດ​ຖະ​ກິດ ການ​ຄ້າ ແລະ ການ​ເຕີບ​ໂຕ​ຂອງ ອາ​ຊຽນ - ຈີນ.

CAEXPO ແລະ CABIS ແມ່ນ​ໜຶ່ງ​ໃນ 10 ຕະຫຼາດ​ນັດ​ແຖວ​ໜ້າ​ຂອງ ຈີນ, ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຈຳ​ປີ ນັບ​ແຕ່​ປີ 2004. ປີ​ນີ້, ຫວຽດ​ນາມ ສືບ​ຕໍ່​ເຂົ້າ​ຮ່ວມ​ດ້ວຍ​ຂອບ​ຂະ​ໜາດ​ໃຫຍ່​ທີ່​ສຸດ ອາ​ຊຽນ, ດ້ວຍ​ວິ​ສາ​ຫະ​ກິດ 80 ແຫ່ງ​ເຂົ້າ​ຮ່ວມ​ງານ​ວາ​ງ​ສະ​ແດງ​ໃນ​ເນື້ອ​ທີ 2000 ຕາ​ແມັດ ແລະ ມີ​ການ​ເຂົ້າ​ຮ່ວມ​ແບບ​ທາງ​ໄກ​ຂອງ ວິ​ສາ​ຫະ​ກິດ 200 ແຫ່ງ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.