ມອບຫຼຽນກາ “ເພື່ອສັນຕິພາບ ແລະ ມິດຕະພາບລະຫວ່າງບັນດາປະເທດ” ໃຫ້ສະຖານກົງສູນໃຫຍ່ໄທ ປະຈຳນະຄອນໂຮ່ຈີມິນ

11:45 | 18/09/2021

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ ແລະ ໄທ (1976-2021), ຕອນເຊົ້າວັນທີ 15 ກັນຍາ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນໂຮ່ຈີມິນ ໄດ້ມອບຫຼຽນກາ “ເພື່ອສັນຕິພາບ ແລະ ມິດຕະພາບລະຫວ່າງບັນດາປະເທດ” ໃຫ້ທ່ານສະຖານກົງສູນໃຫຍ່ໄທ ປະຈຳນະຄອນໂຮ່ຈີມິນ Apirat Sugondhabhirom, ໃນຮູບແບບອອນໄລ.

ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ໄທ ແຂວງ​ເລິມ​ດົ່ງ ມອບ​ຜ້າ​ອັດ​ປາກ​ດັ່ງ 15.000 ອັນ​ໃຫ້​ແກ່​ຊາວ​ໄທ ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ໄທ ແຂວງ​ເລິມ​ດົ່ງ ມອບ​ຜ້າ​ອັດ​ປາກ​ດັ່ງ 15.000 ອັນ​ໃຫ້​ແກ່​ຊາວ​ໄທ
ບໍ​ລິ​ເວນ​ເຕັມ​ໄປ​ດ້ວຍວັດ​ທະ​ນະ​ທຳ ໄທ “ໝູ່​ບ້ານ​ມິດ​ຕະ​ພາບ ຫວຽດ​ນາມ - ໄທ​ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ” ບໍ​ລິ​ເວນ​ເຕັມ​ໄປ​ດ້ວຍວັດ​ທະ​ນະ​ທຳ ໄທ “ໝູ່​ບ້ານ​ມິດ​ຕະ​ພາບ ຫວຽດ​ນາມ - ໄທ​ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ”

ນີ້ແມ່ນການຮັບຮູ້ການປະກອບສ່ວນອັນລ້ຳຄ່າ, ຕັ້ງໜ້າ ແລະ ມີປະສິດທິຜົນຂອງທ່ານ Apirat Sugondhabhirom ໃນກິດຈະກຳຕ່າງໆ ເພື່ອແນໃສ່ປົກປັກຮັກສາ, ຮັດແໜ້ນ ແລະ ສືບຕໍ່ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງປະຊາຊົນໄທ - ຫວຽດນາມ.

ໂດຍເຂົ້າຮ່ວມ ແລະ ກ່າວປາໄສໃນພິທີ, ທ່ານ ດີງຄັກຍູຍ- ປະທານສະມາຄົມມິດຕະພາບຫວຽດນາມ - ໄທ ຢູ່ນະຄອນໂຮ່ຈີມິນ ເນັ້ນໜັກວ່າ: ຫຼຽນກາ “ເພື່ອສັນຕິພາບ ແລະ ມິດຕະພາບລະຫວ່າງບັນດາປະເທດ” ແມ່ນລາງວັນອັນສູງສົ່ງເຊິ່ງສະຫະພັນມິດຕະພາບຫວຽດນາມ ມອບໃຫ້ບັນດາອົງການຈັດຕັ້ງ ແລະ ບຸກຄົນ ທີ່ໄດ້ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍຄວາມມິດຕະພາບ ລະຫວ່າງປະຊາຊົນຂອງປະເທດອື່ນ ແລະ ປະຊາຊົນຫວຽດນາມ; ເພື່ອຄວາມສັນຕິພາບ, ຄວາມມິດຕະພາບ, ການຮ່ວມມື ແລະ ພັດທະນາ.

ມອບຫຼຽນກາ “ເພື່ອສັນຕິພາບ ແລະ ມິດຕະພາບລະຫວ່າງບັນດາປະເທດ” ໃຫ້ສະຖານກົງສູນໃຫຍ່ໄທ ປະຈຳນະຄອນໂຮ່ຈີມິນ
ມອບຫຼຽນກາ “ເພື່ອສັນຕິພາບ ແລະ ມິດຕະພາບລະຫວ່າງບັນດາປະເທດ” ໃຫ້ສະຖານກົງສູນໃຫຍ່ໄທ ປະຈຳນະຄອນໂຮ່ຈີມິນ. ພາບ: thanhuytphcm.vn

ໃນຖານະເປັນກົງສູນໃຫຍ່ແຫ່ງລາຊະອານາຈັກໄທ ປະຈຳ ນະຄອນໂຮ່ຈີມິນ (ແຕ່ເດືອນພຶດສະພາ 2019), ທ່ານ Apirat Sugondhabhirom ໄດ້ປະກອບສ່ວນຢ່າງຕັ້ງໜ້າຫຼາຍຢ່າງ ເຂົ້າໃນການປົກປັກຮັກສາ, ຮັດແໜ້ນ ແລະ ພັດທະນາສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດໄທ ແລະ ຫວຽດນາມ, ລວມທັງມີປະສິດທິພາບການເຄື່ອນໄຫວຮ່ວມມືກັບ HUFO ແລະ ສະມາຄົມມິດຕະພາບຫວຽດນາມ - ໄທ ຢູ່ນະຄອນໂຮ່ຈີມິນ.

ໃນແຕ່ລະປີ, ສະຖານກົງສູນໃຫຍ່ໄທ ປະຈຳ ນະຄອນໂຮ່ຈີມິນ ໄດ້ອຸປະຖຳ ສະມາຄົມຂ່ວຍເຫຼືອຄົນເຈັບທີ່ທຸກຍາກ ນະຄອນໂຮ່ຈີມິນ ເພື່ອຈັດຕັ້ງໂຄງການຜ່າຕັດຫົວໃຈໃຫ້ເດັກນ້ອຍທີ່ເປັນພະຍາດຫົວໃຈແຕ່ກຳເນີດ, ຜ່າຕັດຕາໃຫ້ຄົນເຈັບທຸກຍາກ ທີ່ເປັນແກ້ວຕາຂຸ້ນ ໃນນະຄອນໂຮ່ຈີມິນ ແລະ ແຂວງໄຕນິງ; ມອບທຶນການສຶກສາໃຫ້ເດັກກ່ຳພ້າ, ນັກຮຽນ ແລະ ນັກສຶກສາທີ່ມີສະພາບການຫຍຸ້ງຍາກ; ໜູນຊ່ວຍປະຊາຊົນຫວຽດນາມ ທີ່ຮັບຜົນກະທົບຈາກໄພພິບັດທາງທໍາມະຊາດ, ພາຍຸ, ນໍ້າຖ້ວມ ແລະ ອື່ນໆ...

ກ່າວຄຳເຫັນພາຍຫຼັງທີ່ໄດ້ຮັບຫຼຽນກາ, ທ່ານສະຖານກົງສຸນໃຫຍ່ Apirat Sugondhadbirom ໄດ້ສະແດງຄວາມເປັນກຽດຕິຍົດ ແລະ ຮູ້ບຸນຄຸນຕໍ່ສະຫະພັນອົງການຈັດຕັ້ງມິດຕະພາບຫວຽດນາມ ແລະ ນະຄອນໂຮ່ຈີມິນ. ທ່ານ Apirat Sugondhadbirom ຫວັງວ່າ ສາຍພົວພັນມິດຕະພາບອັນສະໜິດແໜ້ນ ລະຫວ່າງຫວຽດນາມ-ໄທ ຈະສືບຕໍ່ພັດທະນາຢ່າງຍືນຍົງໃນໄລຍະຈະມາເຖິງ.

ເນື່ອງໃນໂອກາດນີ້, ໂດຍຜ່ານສະມາຄົມມິດຕະພາບຫວຽດນາມ-ໄທ ຢູ່ນະຄອນໂຮ່ຈີມິນ, ທ່ານ Apirat Sugondhabhirom ໄດ້ມອບທຶນການສຶກສາ 45 ນ້ອງ (ແຕ່ລະນ້ອງ 1 ລ້ານດົ່ງ) ໃຫ້ນັກຮຽນ, ນັກສຶກສາຫວຽດນາມທີ່ມີຜົນງານການຮໍ່າຮຽນດີ.

ທ່ານ Apirat Sugondhabhirom ແບ່ງປັນວ່າ: ຄົນລຸ້ນໜຸ່ມມີບົດບາດສໍາຄັນ ໃນການສົ່ງເສີມການພັດທະນາປະເທດ. ສະນັ້ນ, ເປົ້າໝາຍນີ້ຄວນຈະມີໂອກາດໄດ້ຮັບການຝຶກອົບຮົມ ແລະ ການສຶກສາທີ່ເໝາະສົມ ເພື່ອກາຍເປັນຊັບພະຍາກອນທີ່ມີຄຸນນະພາບ ສໍາລັບປະເທດບ້ານເກີດໃນອະນາຄົດ, ໂດຍສະເພາະ ໃນດ້ານການສົ່ງເສີມຄວາມສໍາພັນກັບບັນດາປະເທດເພື່ອນບ້ານ, ລວມທັງປະເທດໄທ. ທ່ານ Apirat Sugondhabhirom ຫວັງວ່າ ທຶນການສຶກສາຈະເປັນແຫຼ່ງໃຫ້ກໍາລັງໃຈ ໃຫ້ແກ່ນັກຮຽນ, ນັກສຶກສາມີຄວາມມານະພະຍາຍາມຫຼາຍຂຶ້ນໃນການສຶກສາຮ່ຳຮຽນ, ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງມິດຕະພາບອັນດີລະຫວ່າງໄທ ແລະ ຫວຽດນາມ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.