ຍສໝ - ທ່ານນາງ ຫງວຽນທິຢ້ຽວລິງ, ປະທານສະຫະສະມາຄົມຊາວໜຸ່ມ, ນັກສຶກສາ ຫວຽດນາມ ປະຈຳ ເອີລົບ ໃຫ້ຮູ້ຄືແນວນັ້ນເມື່ອຕີລາຄາກ່ຽວກັບບົດບາດຂອງຊາວໜຸ່ມຫວຽດນາມ ອາໄສຢູ່ຕ່າງປະເທດໃນວຽກງານຂອງຄະນະຊາວໜຸ່ມຢູ່ຕ່າງປະເທດ.
ຍສໝ - ຫ້ອງຮຽນພາສາ ຫວຽດ ທີ່ຮັກແພງສຳລັບເດັກນ້ອຍຫວຽດນາມ ລຸ້ນທີ 2 ແລະ 3 ຢູ່ເຂດ Kansai, Osaka (ຍີ່ປຸ່ນ) ໄດ້ດຶງດູດນັກຮຽນ 100 ກວ່າຄົນ, ໃນນັ້ນ ມີນັກຮຽນແບບເຊິ່ງໜ້າ 30 ຄົນ ແລະ ນັກຮຽນອອນໄລ 70 ຄົນ ມີອາຍຸແຕ່ 5-14 ປີ.
ຍສໝ - ວັນທີ 19 ສິງຫາ, ຢູ່ນະຄອນຫຼວງ Cairo, ສະຖານທູດ ຫວຽດນາມ ປະຈຳ ອີຢິບ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 79 ປີແຫ່ງວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ (2 ກັນຍາ 1945 – 2 ກັນຍາ 2024).
ຍສໝ - ວັນທີ 11 ສິງຫາ ຢູ່ທີ່ສະໜາມກິລາໂກຊີໂດ (Koshido) ເມືອງນາໂກຢາ, ປະເທດຍີ່ປຸ່ນ ໄດ້ຈັດງານແຂ່ງຂັນກິລາບານເຕະຂອງປະຊາຄົມຊາວຫວຽດນາມ ທີ່ກໍາລັງສຶກສາ, ອອກແຮງງານ ແລະ ດຳລົງຊີວິດຢູ່ເຂດໂຕກາຍ, ຍີ່ປຸ່ນ “FAVIJA TOKAI CUP 2024”.
ຍສໝ - ໃນວັນທີ 7 ສິງຫານີ້, ຄະນະຜູ້ແທນແຂວງເບັ້ນແຈ່ ໂດຍທ່ານ ເຈື່ອງມິ່ງຍຶດ, ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງເບັ້ນແຈ່ ເປັນຫົວໜ້າຄະນະ ໄດ້ມີການເຮັດວຽກ ແລະ ແລກປ່ຽນບົດຮຽນປະສົບການໃນການເຄື່ອນໄຫວກັບສະມາຄົມຕິດຕໍ່ຊາວຫວຽດນາມຢູ່ຕ່າງປະເທດ ນະຄອນ ໂຮ່ຈີມິນ.
ຍສໝ - ນີ້ແມ່ນການແບ່ງປັນຂອງທ່ານ ຟ້າມດິ່ງເທືອງ, ປະທານສະມາຄົມ ຊາວຫວຽດນາມ ຢູ່ແຂວງ Saitama (ຍີ່ປຸ່ນ) ກ່ຽວກັບບົດບາດ ແລະ ການປະກອບສ່ວນຂອງປະຊາຄົມ ຊາວຫວຽດນາມ ຢູ່ແຂວງ Saitama.
ຫວ່າງແລ້ວນີ້, ທ່ານ ຟ້າມຮຸ່ງເຕິມ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອົດສະຕາລີ ໄດ້ໃຫ້ການຕ້ອນຮັບ ທ່ານ Kim Sampson ປະທານສະມາຄົມມິດຕະພາບ ອົດສະຕາລີ - ຫວຽດນາມ ຢູ່ສຳນັກງານສະຖານທູດປະຈຳນະຄອນ Canberra.
ຍສໝ - ວັນທີ 4 ສິງຫາ, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ແຂວງ ກວາງນາມ ໄດ້ຈັດຕັ້ງພິທີມອບລົດເຂັນ 20 ຄັນໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຢູ່ບັນດາເມືອງ ທັງບິ່ງ, ຕາມກີ, ຝູນິງ, ນູຍແທ່ງ. ລົດເຂັນຈຳນວນນີ້ແມ່ນໂດຍທ່ານນາງ ເຈີ່ນໂຕ໋ງ່າ, ຊາວຫວຽດນາມ ອາໄສຢູ່ ຝລັ່ງ ເຊື່ອມຕໍ່ເພື່ອຮຽກຮ້ອງການໜູນຊ່ວຍຈາກປະຊາຄົມຊາວ ຫວຽດນາມ ຢູ່ ສະວິດ.
ຍສໝ - ນັ້ນແມ່ນຄຳປາໄສຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໋ງ ໃນການພົບປະກັບພະນັກງານ, ລັດຖະກອນສະຖານທູດ ແລະ ຜູ້ຕາງໜ້າປະຊາຄົມ ຊາວຫວຽດນາມ ອາໄສຢູ່ ອິນເດຍ ເຊິ່ງໄດ້ດຳເນີນໃນວັນທີ 31 ກໍລະກົດ ຢູ່ New Delhi (ອິນເດຍ).
Mới đây, Lễ Tôn vinh tiếng Việt trong cộng đồng người Việt Nam tại Séc đã được tổ chức. ຍສໝ - ຫວ່າງມໍ່ໆມານີ້, ພິທີເຊີດຊູພາສາ ຫວຽດນາມ ໃນປະຊາຄົມ ຊາວຫວຽດນາມ ຢູ່ ສ.ເຊັກໂກ ໄດ້ຮັບການຈັດຂຶ້ນ.
ຍສໝ - ຜູ້ຕາງໜ້າສະມາຄົມຕິດຕໍ່ພົວພັນກັບຊາວຫວຽດນາມ ຢູ່ຕ່າງປະເທດແຂວງ ດັກລັກ ກ່າວທີ່ກອງປະຊຸມຄະນະບໍລິຫານງານເປີດກວ້າງ ຄັ້ງທີ7, ໄລຍະປີ 2021 – 2026 ສະຫຼຸບວຽກງານ 6 ເດືອນຕົ້ນປີ, ຜັນຂະຫຍາຍໜ້າທີ່ 6 ເດືອນທ້າຍປີ 2024. ໃນວັນທີ 10 ກໍລະກົດ.
ຍສໝ - ຕັ້ງຄ້າຍລະດູຮ້ອນ ໂດຍຄະນະກຳມະການຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ນະຄອນ ສົມທົບກັບຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ແລະ ພະແນກການຕ່າງປະເທດນະຄອນດ່າໜັງ ຈັດຂື້ນ. ນີ້ແມ່ນໂອກາດເພື່ອໃຫ້ນັກທ່ອງທ່ຽວຕັ້ງແຄ້ມແຕ່ລະຄົນໄດ້ສຳຜັດກັບລະດັບຄວາມແຕກຕ່າງກັນກ່ຽວກັບບັນດາສະຖານທີ່ທີ່ຕົນໄປ, ວັດທະນະທຳ, ຮີດຄອງ, ປະເພນີຂອງຊາດຫວຽດນາມ ແລະ ບັນດາການເຄື່ອນໄຫວທີ່ຕົນເຂົ້າຮ່ວມ.
ຍສໝ - ຕາມທ່ານເອກອັກຄະລັດຖະທູດ ດິງຕວ່ານຖັງ ແລ້ວ, ການໂຄສະນາວັດທະນະທຳແມ່ນໜ້າທີ່ສຳຄັນ. ບັນດາອົງການຕາງໜ້າ ປະຈຳ ຝລັ່ງ ໄດ້ມານະພະຍາຍາມປະຕິບັດຫຼາຍກິດຈະກຳ ເພື່ອແນໃສ່ເຊີດຊູບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອອັນດີງາມຂອງ ຫວຽດນາມ ເຖິງເພື່ອນມິດສາກົນ.
ຍສໝ - ວັນທີ 25 ກໍລະກົດ, ຊາວໜຸ່ມ, ນັກສຶກສາຫວຽດທີ່ຢູ່ຕ່າງປະເທດໄດ້ມີໂອກາດໄປຮຽນຮູ້ກ່ຽວກັບວັດທະນະທໍາຈໍ່າ, ມໍລະດົກຫໍ, ທາດ ແລະ ວັດທະນະທໍາຊົນເຜົ່າຈໍ່າຢູ່ເຂດພື້ນທີ່ມີລົມຫາດຊາຍ ນິ່ງທ້ວນ ແລະ ບິ່ງທ້ວນ.
ຍສໝ - ວັນທີ 25 ກໍລະກົດ, ຢູ່ແຂວງ ນິງທ້ວນ, ແຂວງ ບິ່ງທ້ວນ, ຊາວໜຸ່ມ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ 120 ຄົນໄດ້ໄປຢ້ຽມຢາມ ແລະ ຊອກຮູ້ວັດທະນະທຳ ຊາວເຜົ່າຈຳ.
ຍສໝ - “ສະຖານທີ່ນັດພົບກັນຂອງພີ່ນ້ອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເລກທີ 1” ໃນປີ 2024 ດ້ວຍການປະກອບຄໍາເຫັນຫຼາຍຢ່າງຂອງບັນດາພີ່ນ້ອງຊາວຫວຽດນາມທີ່ຢູ່ຕ່າງປະເທດປິ່ນອ້ອມບັນຫາການຕິດຕາມກວດກາແຫຼ່ງທີ່ມາຂອງຜະລິດຕະພັນ, ຮັບປະກັນຄວາມສະອາດປອດໄພຂອງອາຫານເພື່ອສົ່ງອອກ.
ຍສໝ - ໃນຊຸມມື້ນີ້, ທົ່ວພັກ, ກອງທັບ ແລະ ປະຊາຊົນທົ່ວປວງຊົນລ້ວນແຕ່ສະແດງຄວາມໄຫວ້ອາໄລເຖິງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢ່າງສຸດຊຶ້ງ. ໃນຂະນະທີ່ປະຕິບັດໜ້າທີ່ຢູ່ຫ່າງໄກເປັນສິບພັນກິໂລແມັດຈາກປະເທດຊາດ, ຄະນະປະຕິບັດງານຮັກສາສັນຕິພາບຂອງ ສະຫະປະຊາຊາດຢູ່ ຊູດັງໃຕ້ ທີ່ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງ ສະຫະປະຊາຊາດ ໄດ້ເອົາທຸງລົງເຄິ່ງເສົາ ແລະ ຕັ້ງແທ່ນບູຊາຕໍ່ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເພື່ອໃຫ້ເພື່ອນມິດສາກົນໄດ້ມາໄຫວ້ອາໄລ ແລະ ແບ່ງເບົາຄວາມເສົ້າສະຫຼົດໃຈ.
ຍສໝ - ວັນທີ 24 ກໍລະກົດ, ສະຖານທູດ ຫວຽດນາມ ປະຈໍາ ຕ່າງປະເທດຄື: ກູບາ, Algeria, ອາຟະລິກາໃຕ້ ໄດ້ເອົາທຸງລົງເຄິ່ງເສົາ, ປະກາດເປີດປຶ້ມໄຫວ້ອາໄລ ແລະ ຈັດພິທີໄຫວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ.
ຍສໝ - ໄປໃສກໍຕ້ອງຄິດວ່າຕົນເອງເປັນ “ລູກຫຼານ ລາກຮົ່ງ”, ບໍ່ວ່າຈະເຮັດຫຍັງກໍຕ້ອງຄິດວ່າຕົນເອງເປັນຊາວ ຫວຽດນາມ; ຮັກສາສີສັນຂອງຊາດ, ຮັກສາພາສາ ຫວຽດນາມ, ໂຄສະນາພາບພົດຂອງ ຫວຽດນາມ ໄປສູ່ເພື່ອນມິດໃນທົ່ວໂລກ... ນັ້ນແມ່ນຄຳຕັກເຕືອນຂອງ ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເຖິງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ.
ຍສໝ - ນີ້ແມ່ນການແບ່ງປັນຂອງທ່ານ Peter ຮົ່ງ, ກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ປະທານສະມາຄົມນັກທຸລະກິດຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ກ່ຽວກັບທີ່ຕັ້ງຂອງປະເທດຊາດພາຍໃຕ້ການນຳພາຂອງ ສະຫາຍເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ.
ຍສໝ - ວັນທີ 14 ກໍລະກົດ, ຢູ່ນະຄອນຫຼວງ Moscow (ສະຫະພັນ ລັດເຊຍ), ພິທີເປີດຕົວຫນ້າເວບໄຊຂໍ້ມູນຂ່າວສານເອເລັກໂຕນິກ “ໄວຫນຸ່ມຢູ່ ລັດເຊຍ” ໄດ້ດໍາເນີນໂດຍຄະນະສະມາຊິກຊາວໜຸ່ມຢູ່ສະຫະພັນ ລັດເຊຍ ແລະ ສະມາຄົມນັກສຶກສາ ຫວຽດນາມ ປະຈໍາ ລັດເຊຍ ສົມທົບກັນຈັດຕັ້ງເນື່ອງໃນໂອກາດວັນມູນເຊື້ອຊາວໜຸ່ມອາສາສະໝັກ (15 ກໍລະກົດ).
ຍສໝ - ລາຍການຄ້າຍພັກແລ້ງ ຫວຽດນາມແມ່ນເພື່ອແນໃສ່ສ້າງໂອກາດໃຫ້ໄວໜຸ່ມສະໜິດຕະພັນກັບບ້ານເກີດເມືອງນອນ, ປະເທດຊາດ, ໄດ້ລົງຕົວຈິງ ແລະ ເຮັດໃຫ້ຄວາມຮູ້ທາງດ້ານວັດທະນະທຳອຸດົມສົມບູນກ່ວາເກົ່າ.
ຍສໝ - 2 ຝ່າຍໄດ້ປຶກສາຫາລືກ່ຽວກັບວຽກງານການທູດປະຊາຊົນ ແລະ ບົດບາດຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃນການເຊື່ອມຕໍ່ນະຄອນ ໂຮ່ຈີມິນ ກັບບັນດາທ້ອງຖິ່ນຂອງ ສ.ເກົາຫຼີ.
ຍສໝ - ທ່ານປະທານປະເທດ ໄດ້ຢ້ຽມຢາມຖາມຂ່າວປະຊາຊົນດ້ວຍຄວາມອົບອຸ່ນ ແລະຢືນຢັນວ່າ ພັກ, ລັດຍາມໃດກໍ່ເອົາໃຈໃສ່ເຖິງຍາດຕິພີ່ນ້ອງຮ່ວມຊາດຢູ່ຕ່າງປະເທດ...
ຍສໝ - ແຕ່ວັນທີ 21 – 24 ສິງຫາ 2024, ກອງປະຊຸມໃຫຍ່ຊາວຫວຽດນາມຢູ່ຕ່າງປະເທດໃນທົ່ວໂລກ ຄັ້ງທີ 4 ແລະ ເວທີນັກປັນຍາຊົນ ແລະ ນັກຊ່ຽວຊານຫວຽດນາມຢູ່ຕ່າງປະເທດ ປີ 2024 ຈະດຳເນີນຢູ່ຮ່າໂນ້ຍ.
ຍສໝ - ວັນທີ 7 ກໍລະກົດ, ສະຫະພັນບັນດາອົງການມິດຕະພາບນະຄອນ ເກີນເທີ ໄດ້ສົມທົບກັບອົງການ Campus France ແລະ ມະຫາວິທະຍາໄລ ເກີນເທີ ຈັດຕັ້ງເວທີປາໄສການສຶກສາຢູ່ ຝລັ່ງ ປີ 2024.
ຍສໝ - ນັ້ນແມ່ນເນື້ອໃນສະເໜີໂດຍທ່ານ ໂດ໊ວັນຈ້ຽນ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຢູ່ທີ່ການພົບປະກັບຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ແລະ ພະນັກງານ, ລັດຖະກອນສະຖານທູດ ຫວຽດນາມ ປະຈຳ ຝລັ່ງ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວຂອງຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໃນໄລຍະການຢ້ຽມຢາມ ແລະ ເຮັດວຽກຢູ່ ຝລັ່ງ ແຕ່ວັນທີ 30 ມີຖຸນາ – ວັນທີ 2 ກໍລະກົດ.
ຍສໝ - ແຕ່ ວັນທີ 30 ມິຖຸນາ ຫາວັນທີ 1 ກໍລະກົດ, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ຫົວໜ້າຄະນະກຳມະການແຫ່ງລັດກ່ຽວກັບຊ່າວຫວຽດນາມ ອາໄສຢຸ່ຕ່າງປະເທດ, ພ້ອມກັນກັບການນຳຂອງໜ່ວຍງານທີ່ກ່ຽວຂ້ອງ ຂຶ້ນກັບກະຊວງການຕ່າງປະເທດຈຳນວນໜຶ່ງ ໄດ້ໄປຢ້ຽມຢາມແຂວງ ບິ່ງເຟືອກ, ເຮັດວຽກກ່ຽວກັບວຽກງານການຕ່າງປະເທດຂອງທ້ອງຖິ່ນ, ວຽກງານຂອງຊາວຫວຽດນາມ ຢູ່ຕ່າງປະເທດ ແລະ ໜູນຊ່ວຍປະຊາຄົມຊາວ ຫວຽດນາມ ຢູ່ ກຳປູເຈຍ.
ຍສໝ - ນັ້ນແມ່ນສິ່ງທີ່ທ່ານນາງ Nhu-Tarnawska ຮວ່າກິມເງິນ ໄດ້ແບ່ງປັນກັບນັກຂ່າວຈາກວາລະສານ ເທີຍດ້າຍ. ທ່ານຫາກໍ່ໄດ້ຮັບນາມມະຍົດສາດສະດາຈານຈາກ ທ່ານປະທານາທິບໍດີປະເທດ ໂປແລນ Andrzej Duda ແລະ ແມ່ນນັກວິທະຍາສາດຍິງທີ່ມີເຊື້ອຊາດ ຫວຽດນາມ ຜູ້ທຳອິດ ແລະ ນັກວິທະຍາສາດຄົນທີ 5 ທີ່ມີເຊື້ອຊາດ ຫວຽດນາມ ຢູ່ ໂປແລນ ບັນລຸໄດ້ຜົນງານດັ່ງກ່າວ.
ຍສໝ - ຕອນບ່າຍວັນທີ 25 ມິຖຸນາ ຢູ່ນະຄອນ ຝູກວັກ (ແຂວງ ກຽນຢາງ) ໄດ້ມີການຢ້ຽມຢາມ ແລະ ເຮັດວຽກກັບກອງບັນຊາການທະຫານເຮືອເຂດ 5. ທ່ານນາງ ຫວູທິຮວິ່ງມາຍ, ຫົວໜ້າຄະນະກຳມະການຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ: “ຄະນະກຳມະການຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ນະຄອນ ໂຮ່ຈີມິນ ຈະເປັນເສນາທິການ ແລະ ສະເໜີໃຫ້ບັນດາການນຳທຸກຂັ້ນ ແລະ ຊາວ ຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ ຊຸກຍູ້ບັນດາການເຄື່ອນໄຫວມຸ່ງໄປເຖິງເຂດທະເລ ແລະ ໝູ່ເກາະຂອງບ້ານເກີດເມືອງນອນ ດ້ວຍການກະທຳທີ່ລະອຽດ, ແທດຈິງ”.