ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໃນດວງໃຈຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ

14:49 | 24/07/2024

ຍສໝ - ໄປ​ໃສ​ກໍ​ຕ້ອງ​ຄິດ​ວ່າ​ຕົນ​ເອງ​ເປັນ “ລູກ​ຫຼານ ​​ລາກ​ຮົ່ງ”, ບໍ່​ວ່າ​ຈະ​ເຮັດ​ຫຍັງ​ກໍ​ຕ້ອງ​ຄິດ​ວ່າ​ຕົນ​ເອງ​ເປັນ​ຊາວ ​ຫວຽດນາມ; ຮັກສາ​ສີສັນຂອງ​ຊາດ, ຮັກສາ​ພາສາ ​ຫວຽດນາມ, ​ໂຄສະນາ​ພາບ​ພົດ​ຂອງ​ ຫວຽດນາມ ໄປສູ່​ເພື່ອນ​ມິດ​ໃນ​ທົ່ວ​ໂລກ... ນັ້ນ​ແມ່ນ​ຄຳຕັກເຕືອນ​ຂອງ​ ທ່ານເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ເຖິງ​ຊາວ​ ຫວຽດນາມ​ ອາໄສຢູ່​ຕ່າງປະ​ເທດ.

ປຸກລະດົມງານປະກວດຂຽນບົດບົດແຕ່ງວັນນະຄະດີ, ກະວີນິພົນກ່ຽວກັບ “ແມ່ຍິງຫວຽດນາມ ອາໄສຢູ່ຕ່າງປະເທດ”
ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ຍັງມີສິດທີ່ກ່ຽວຂ້ອງກັບດິນແດນຢ່າງຄົບຖ້ວນ

ທ່ານ​ ປອ ນາງ ຟານ​ບິກ​ທ້ຽນ, ປະ​ທານ​ເວ​ທີ​ປາ​ໄສ​ແມ່​ຍິງ ​ຫວຽດ​ນາມ ຢູ່ ເອີ​ລົບ:

ລຸງ​ໄດ້​ຕັກເຕືອນ​ວ່າ ຕ້ອງ​ປົກ​ປັກ​ຮັກສາ ​ແລະ ​ໂຄສະນາ​ວັດທະນະທຳ​ຂອງ​ຊາດ

ເດືອນ ກັນຍາ ປີ 2018, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ມາຢ້ຽມຢາມນະຄອນຫຼວງ Budapest - ຮຸງກາຣີ ຢ່າງເປັນທາງການ. ​ເຖິງ​ວ່າ​ມີ​ຕາຕະລາງດຳເນີນງານ​ທີ່ເຕັມຢຽດກໍ່ຕາມ, ​ແຕ່​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຍັງ​ໄດ້ຍາດເວລາມາ​ພົບ​ປະ​ກັບ​ປະຊາ​ຄົມ​ຊາວ​ ຫວຽດນາມ.

​ເມື່ອ​ໄດ້​ພົບ​ປະ, ຂ້າພະ​ເຈົ້າ​ຮູ້ສຶກ​ວ່າ ທ່ານ​ເລຂາທິການ​ໃຫຍ່​ມີຄວາມສະໜິດສະໜົມ​ຄື​ກັບ​ລຸງ, ຄືກັບອາວ​ທີ່​ບໍ່​​ຫ່າງ​ເຫີນກັນ.

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໃນດວງໃຈຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ

ທ່ານ​ ປອ ນາງ ຟານ​ບິກ​ທ້ຽນ, ປະທານ​ເວທີ​ປາ​ໄສ​ແມ່​ຍິງ ຫວຽດນາມ ປະຈຳ ​ເອີ​ລົບ (ຊຸດເສື້ອຍາວສີ​ແດງ​​ເບື້ອງຂວາ) ​ໄດ້​ຖ່າຍຮູບ​ກັບ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ.

ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ແບ່ງປັນ​ວ່າ ຜູ້​ໃດກໍ່ຕາມທີ່​ມີຄຳ​ຄິດຄຳ​ເຫັນກໍ່ຕ້ອງ​ຍົກ​ມື​ຂຶ້ນ​ ​ເພື່ອ​ກ່າວ, ທ່ານຈະຮັບຟັງ. ພາຍຫຼັງທີ່ໄດ້​ຮັບ​ຟັງ​ຄຳ​ເຫັນ​ແລ້ວ, ທີ່​ກອງ​ປະຊຸມ, ທ່ານ​ເລຂາທິການ​ໃຫຍ່ ​ໄດ້​ຊີ້​ນຳ​ບັນດາ​ອົງການ, ຫົວໜ່ວຍ​ແກ້​ໄຂ​ບັນດາບັນຫາ​ໃຫ້ຊາວ ​ຫວຽດນາມ ​ຢູ່​ຕ່າງປະ​ເທດ.

ໃນ​ການ​ໂອ້​ລົມ​ກັບ​ປະ​ຊາ​ຊົນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ​ໄດ້​ເນັ້ນ​ຫນັກ​ໃສ່​ຄວາມ​ສໍາ​ຄັນ​ຂອງ​ວັດ​ທະ​ນະ​ທໍາ. ອະນຸລັກຮັກສາ​ວັດທະນະທຳ​ແມ່ນການອະນຸລັກ​ຮັ​ກສາ​ຊາດ. ນີ້​ແມ່ນ​ຈຸດ​ສຸມ​ເພື່ອ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ ແລະ ປະ​ຊາຊົນ. ທ່ານປາດ​ຖະໜາ​ ແລະ ເຊື່ອໝັ້ນວ່າ, ປະຊາ​ຄົມ​ຊາວ ​ຫວຽດນາມ ​ຢູ່​ຕ່າງປະ​ເທດ​ຈະ​ເສີມຂະຫຍາຍ​ມູນເຊື້ອ ​ແລະ ປະສົບ​ການທີ່ບັນລຸໄດ້, ສືບ​ຕໍ່​ມີ​ຫຼາຍ​ຂໍ້​ລິ​ເລີ່​ມ​ເພື່ອ​ຮັກສາ​ສີສັນຂອງ​ຊາດ, ຮັກສາ​ພາສາ​ ຫວຽດນາມ, ​ໂຄສະນາ​ພາບ​ພົດ​ຂອງ​ ຫວຽດນາມ ກັບ​ເພື່ອນ​ມິດ​ໃນ​ໂລກ.

ການພົບປະ​ໄດ້​ວາງ​ແຜນ​ໄວ້​ພຽງ 30 ນາທີ ​ໂດຍ​ມີ 3 ​ຄວາມ​ເຫັນ ​ແຕ່​ໄດ້​ດຳ​ເນີນ​ໄປ​ກວ່າ 1 ຊົ່ວ​ໂມງ ​ໂດຍ​ 6 ຄົນກ່າວຄຳເຫັນ.

ສາມາດ​ເວົ້າ​ໄດ້​ວ່າ ຊາວ​ ຫວຽດນາມ ຢູ່ ​ຮຸງກາຣີ ຮູ້ສຶກ​ພາກພູມ​ໃຈ ​ແລະ ​ເປັນ​ກຽດ​ທີ່​ໄດ້​ພົບ​ປະ​ກັບ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ. ສື່​ມວນ​ຊົນ​ ຮຸງກາຣີ ​ແລະ​ ຜູ້ນຳ​ ຮຸງກາຣີ ​ກໍ່​ມີ​ບົດ​ຄວາມ​ຍ້ອງຍໍ​ຫຼາຍ​ສະບັບ. ໂດຍເປັນປະມຸກລັດທີ່ໃກ້ຊິດ ແລະ ເປີດອົກເປີດໃຈ. ​ເມື່ອໄດ້ສຳຜັດ​ກັບ​ແຂກ​ສາກົນ, ລຸງບໍ່​ໄດ້ສົນໃຈເຖິງເລື່ອງພິທີການ​ຫຼາຍ, ​ແຕ່​ມັກ​ແລກປ່ຽນ​ບັນຫາ​ທີ່​ຕ້ອງ​ປຶກສາ​ຫາລື​ໂດຍ​ກົງ.

ທ່ານ ຫງວຽນ​ກວັ໋ກ​ຮຸ່ງ, ກອງ​ທຶນ​ໜູນ​ຊ່ວຍ​ການ​ພັດ​ທະ​ນາ​ການ​ຮ່ວມ​ມື ລັດ​ເຊຍ - ​ຫວຽດ​ນາມ:

“ມູນເຊື້ອ ​ແລະ ມິດຕະພາບ”: ບໍ່​ວ່າ​ຈະ​ເຮັດ​​ຫຍັງ​ກໍຕ້ອງຄິດ​ວ່າ​ຕົນ​ເອງ​ເປັນ​ຄົນ​ ຫວຽດນາມ

​ໃນ​ຖານະ​ເປັນ​ຊາວ​ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ທີ່​ຫ່າງ​ຈາກ​ບ້ານ​ເກີດ​ເມືອງ​ນອນ​ມາ​ເປັນ​ເວລາ 36 ປີ, ຂ້າພະ​ເຈົ້າຮູ້ສຶກ​ເປັນ​ກຽດ​ທີ່​ສຸດ​ທີ່​ໄດ້ເຂົ້າ​ພົບ​ປະ​ກັບ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ 2 ຄັ້ງ ​ເມື່ອ​ສະຫາຍມາ​ຢ້ຽມຢາມ​ສະຫະພັນ ​ລັດ​ເຊຍ ຢ່າງ​ເປັນ​ທາງ​ການ ​ແລະ ພົບ​ປະ​ກັບ​ຊາວ ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ຢ່າງ​ສະໜິດສະໜົມ. ບັນດາການພົບປະເຫຼົ່າ​ນັ້ນ​ລ້ວນແຕ່ກາຍ​ເປັນ​ຄວາມ​ຊົງ​ຈໍາ​ທີ່​​ບໍ່​ຈາງຫາຍ​ສໍາ​ລັບ​ຂ້າ​ພະ​ເຈົ້າ.

ຄັ້ງ​ທຳ​ອິດ​ແມ່ນ​ໃນ​ປີ 2014 ທີ່​ ທ່ານ​ເລຂາທິການ​ໃຫຍ່ ​ໄດ້​ພົບ​ປະ​ຢ່າງ​ສະໜິດສະໜົມ​ກັບ​ບັນດາພີ່ນ້ອງ​ສະມາຊິກ​ໃນ​ຊຸມ​ຊົນ​ຢູ່ ​ລັດ​ເຊຍ. ​ໃນ​ບັນຍາກາດ​ທີ່​ຈິງ​ໃຈ ​ແລະ ​ອົບ​ອຸ່ນ, ທ່ານ​ເລຂາທິການ​ໃຫຍ່ ​ໄດ້​ຕັກເຕືອນ​ໃຫ້​ປະຊາຊົນ​ວ່າ: “​ໄປ​ໃສກໍ່​ຕ້ອງ​ຄິດ​ວ່າຕົນ​ເອງ​ຄື “​ລູກ​ຫຼານ ລູກ​ຮົ່ງ”, ​ເຮັດ​​ຫຍັງ​ກໍ​ຕ້ອງ​ຄິດ​ວ່າ​ຕົນ​ເອງ​ເປັນ​ຊາວ ​ຫວຽດນາມ...

ປະຊາຊົນ​ຢູ່​ຮ່ວມ​ກັນ​ດ້ວຍ​ຄວາມ​ຮັກ​ແພງ, ມີຄວາມ​ໝາຍ, ຄວາມ​ເມດ​ຕາ, ນ້ຳ​ໃຈ​ສາມັກຄີ, ປະກອບສ່ວນ​ໂຄສະນາ​ເຜີຍ​ແຜ່ ຫວຽດນາມ, ປະຊາຊົນ ​ແລະ ວັດທະນະທຳຫວຽດນາມ ​ຢູ່​ຕ່າງປະ​ເທດ ​ແລະ ປະເທດ ລັດ​ເຊຍ. ພ້ອມ​ກັນ​ນັ້ນ, ກໍ່ໄດ້​ຮັບເອົາ​ບັນດາ​ສິ່ງຍອດຢ້ຽມ, ວັດທະນະທຳ, ສິ່ງ​ດີ​ຈາກ​ຕ່າງປະ​ເທດ ​ແລະ ປະເທດລັດ​ເຊຍ ​ເພື່ອກັບມາ​ຊ່ວຍ​ປະ​ເທດ​ຊາດ ​ແລະ ສ້າງສາ​ບ້ານ​ເກີດ​ເມືອງ​ນອນ”.

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໃນດວງໃຈຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ

ທ່ານ ຫງວຽນ​ກວັ໋ກ​ຮຸ່ງ, ກອງ​ທຶນ​ໜູນ​ຊ່ວຍ​ການ​ພັດ​ທະ​ນາ​ການ​ຮ່ວມ​ມື ລັດ​ເຊຍ - ຫວຽດ​ນາມ “ມູນເຊື້ອ ແລະ ມິດ​ຕະ​ພາບ” ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ.

ຄຳຕັກເຕືອນຂອງ ທ່ານເລຂາທິການໃຫຍ່ - ນັ້ນແມ່ນບົດຮຽນອັນສຳຄັນຂອງການພົວພັນທາງການທູດປະຊາຊົນ ເພາະຊາວ ຫວຽດນາມ ຢູ່ຕ່າງປະເທດແຕ່ລະຄົນລ້ວນແຕ່ແມ່ນຮູບພາບຂະໜາດນ້ອຍຂອງປະເທດ, ແຕ່ລະຄົນ, ຜ່ານການກະທຳປະຈຳວັນ, ດຳລົງຊີວິດໃຫ້ດີກວ່າ, ມີມະນຸດສະທຳຫຼາຍກວ່າ, ມີຜົນປະໂຫຍດຫຼາຍກວ່າ​ເກົ່າ, ຈະ​ກາຍ​ເປັນ​ຂົວ​ເຊື່ອມ​ຕໍ່​ມິດ​ຕະ​ພາບ, ເປັນ​ທູດທີ່ມີຈິດໃຈສັງສັນ ​ຫວຽດ​ນາມ ໃນດວງ​ໃຈ​ເພື່ອນ​ມິດ​ໂລກ.

​ຄັ້ງ​ທີ 2 ແມ່ນ​ໃນ​ປີ 2018, ທີ່​ພິທີ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສະມາຄົມ​ມິດຕະພາບ ​ລັດ​ເຊຍ - ຫວຽດນາມ ຢູ່ Moscow, ຂ້າພະ​ເຈົ້າ​ຮູ້ສຶກ​ເປັນ​ກຽດ​ຢ່າງ​ຍິ່ງ​ທີ່​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຈັບ​ມື ​ແລະ ຊົມ​ເຊີຍ​ຂ້າພະ​ເຈົ້າ​ເມື່ອ​ໄດ້​ຮັບ​ຫຼຽນ​ໄຊ​ຂອງ​ສະມາຄົມ​ມິດຕະພາບ ລັດ​ເຊຍ - ​ຫວຽດ​ນາມ.

​ໃນ​ພິທີ, ທ່ານ​ເລຂາທິການ​ໃຫຍ່​ ໄດ້​ກ່າວ​ສຸພາສິດຂອງຊາວ ​ລັດ​ເຊຍ ​ວ່າ: “ທຸກຄວາມ​ຮັ່ງມີ​​ບໍ່​ສາມາດ​ປຽບທຽບ​ກັບນ້ຳໃຈ​ເພື່ອນມິດ​ໄດ້”. ສະຫາຍຢືນຢັນ​ວ່າ: “ປະຊາຊົນ ຫວຽດນາມ ຍາມ​ໃດ​ກໍ່​ສະ​ແດງ​ຄວາມ​ຮູ້ບຸນຄຸນອັນເລິກເຊິ່ງ ​ແລະ ​ຈົດຈຳເຖິງ​ນ້ຳໃຈອັນ​ສະໜິດແໜ້ນ, ຄວາມ​ສັດຊື່ບໍລິສຸດ​ຂອງ​ເພື່ອນມິດ ​ລັດ​ເຊຍ”.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ ປາດ​ຖະ​ໜາ​ວ່າ ໃນ​ສະ​ພາບ​ການ​​ທີ່​ສັບ​ສົນ ແລະ ບໍ່​ຄາດເດົາໄດ້ຍາກ​ຢູ່​ໃນ​ໂລກ ແລະ ພາກ​ພື້ນ, ລັດ​ເຊຍ ແລະ ຫວຽດນາມ ຕ້ອງ​ເສີມ​ຂະ​ຫຍາຍ​ມູນເຊື້ອຄວາມ​ສາ​ມັກ​ຄີ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ ແລະ ກັນ, ສືບ​ຕໍ່​ຄຽງບ່າຄຽງໄຫຼ່ ແລະ ຊ່ວຍ​ເຫຼືອ​ເຊິ່ງ​ກັນ ແລະ ກັນຜ່ານຜ່າສິ່ງທ້າທາຍ, ຄວາມຫຍຸ້ງຍາກ.

ຄວາມອົບອຸ່ນຈາກມືຂອງທ່ານເລຂາທິການໃຫຍ່ ຟູ໋ຈ້ອງ ແລະ ສາຍຕາທີ່ໄວ້ເນື້ອເຊື່ອໃຈ ແລະ ມີຈິດໃຈກວ້າງຂວາງຂອງທ່ານໃນການພົບປະຄັ້ງນັ້ນ ຍາມໃດກໍ່ເຕືອນຂ້າພະເຈົ້າເຖິງບົດຮຽນທີ່ລຽບງ່າຍກ່ຽວກັບວິທີດຳລົງຊີວິດ, ຄວາມເປັນຄົນຂອງທ່ານ ຕະຫຼອດເຖິງຄວາມມຸ່ງມາດປາດຖະໜາ ຫວຽດນາມ - ໂດຍທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ຝຶກຝົນຫຼໍ່ຫຼອມ. ນັ້ນ​ແມ່ນ: ກໍ່ສ້າງສັງຄົມ​ນິຍົມ​​ໃຫ້ສຳເລັດຜົນ ດ້ວຍບັນດາຄຸນຄ່າທີ່​ໝັ້ນຄົງ​ເຂັ້ມ​ແຂງ ​ແລະ ດີງາມ​ເຊິ່ງມວນ​ມະນຸດ​ມຸ່ງໄປເຖິງ: “ສັງຄົມ​ທີ່​ມີ​ການ​ພັດທະນາ​ຢ່າງ​ແທ້​ຈິງ​ເພື່ອມະນຸດ...; ສັງຄົມທີ່ “ຄົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸດຕິທຳ ແລະ ສີວິໄລ”.

ນັກ​ສິລະ​ປິນ ນິງດຶກຮວ່າງລອງ (ຊາວ ​ຫວຽດນາມ ຢູ່ ຮຸງ​ກາ​ຣີ):

ສືບ​ຕໍ່​ສູ້​ຊົນຝຶກຝົນເພື່ອ​ສ້າງ​ສາຮູບ​ພາບ​ອັນ​ດີ​ງາມຂອງ​ຊາວ ​ຫວຽດ​ນາມ ​ອອກ​ສູ່​ໂລກ

​ໃນ​ຂອບ​ເຂດ​ການ​ພົບ​ປະ​ການ​ທູດທາງລັດຖະກິດ​ລະຫວ່າງ​ຫວຽດນາມ - ຮຸງ​ກາຣີ ​ໃນ​ເດືອນ ຕຸລາ ປີ 2018, ຂ້າພະ​ເຈົ້າ​ໄດ້​ເປັນ​ກຽດ​ສະແດງໃນການຕ້ອນຮັບ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສອງ​ປະ​ເທດ​ເປັນ​ຄັ້ງ​ທຳ​ອິດ​ຢູ່​ຫໍສະພາ​ແຫ່ງຊາດ ຮຸງ​ກາຣີ.

ຫຼັງ​ຈາກ​ການ​ສະແດງ, ຂ້າ​ພະ​ເຈົ້າ​ມີ​ໂອ​ກາດ​ໄດ້​ພົບ​ປະ​ໂດຍກົງກັບ​ ທ່ານ​ເລ​ຂາ​ທິ​ການ​ໃຫຍ່​. ລຸງໄດ້ກ່າວ​ວ່າ, ລຸງ​ຮູ້ສຶກ​ດີ​ໃຈ ​ແລະ ພາກ​ພູມ​ໃຈ​ ​ເພາະ​ພອນ​ສະຫວັນ​ຂອງ​ຊາວ​ ຫວຽດນາມ ​ໄດ້ປະກາຍແຈ້ງ​ຢູ່​ ເອີ​ລົບ. ລຸງ​ໄດ້​ບອກ​ໃຫ້​ຂ້າພະ​ເຈົ້າ​ສືບ​ຕໍ່​ມານະ​ພະຍາຍາມຝຶກຝົນ ​ເພື່ອ​ແນ​ໃສ່​ສ້າງສາບັນດາ​ພາບ​ພົດ​ອັນ​ດີງາມ​ຂອງ​ຊາວ ຫວຽດນາມ ​ແລະ ສືບ​ຕໍ່​ເປັນ​ຂົວ​ເຊື່ອມ​ຕໍ່​ວັດທະນະທຳ​ລະຫວ່າງ 2 ປະ​ເທດ. ບັນດາ​ຄຳ​ເຫຼົ່າ​ນັ້ນ​ບໍ່​ພຽງ​ແຕ່​ເປັນ​ການ​ໃຫ້​ກຳລັງ​ໃຈ​ເທົ່າ​ນັ້ນ ຫາກ​ຍັງ​ເປັນ​ຂໍ້ຄວາມ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ແພງ ​ແລະ ຄວາມ​ຮັບຜິດຊອບ. ສິ່ງນັ້ນ​ໄດ້​ກາຍ​ເປັນ​ທິດ​ທາງ​ທີ່​ຈະ​ຊ່ວຍ​ຂ້າ​ພະ​ເຈົ້າ​ເອົາ​ຊະ​ນະ​ຄວາມ​ຫຍຸ້ງ​ຍາກ​ຫຼາຍ​ຢ່າງ​ ແລະ ​ສືບ​ຕໍ່​ດໍາ​ເນີນ​ການ​ຕາມ​ຄວາມ​ຝັນ​ຂອງ​ຂ້າ​ພະ​ເຈົ້າ.

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໃນດວງໃຈຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ

ນິງດຶກ​ຮວ່າງ​ລອງ​ ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Orban Viktor, ເດືອນ ​ກັນ​ຍາ ປີ 2018

​ເມື່ອ​ຂ້າພະ​ເຈົ້າ ​ແລະ ຄະນະ​ຜູ້​ແທນ​ຊາວ ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ໄດ້​ກັບ​ຄືນ​ໄປ​ຮ່ວມ​ບຸນປີ​ໃໝ່​ປະຈຳ​ຊາດ ປີ 2019, ຂ້າພະ​ເຈົ້າອີກເທື່ອໜຶ່ງ​ໄດ້​ພົບ​ປະ​ກັບ​ ທ່ານ​ເລຂາທິການ​ໃຫຍ່ ໂດຍກົງໃນ​ພິທີ​ຖະຫວາຍທູບ​ທຽນ​ຢູ່​ວິຫານ ຫງອກເຊີນ. ຂ້າພະ​ເຈົ້າ​ຈື່​ໄດ້​ຢ່າງ​ຈະ​ແຈ້ງ​ວ່າ ​ໃນ​ອາລົມ​ຈິດ​ທີ່ຕື້ນຕັນໃຈເມື່ອ​ຢູ່ລະຫວ່າງ​ບັນດາ​ຄົນ ​ຫວຽດນາມ ຢູ່​ຕ່າງປະ​ເທດ​ນັບ​ຮ້ອຍ​ຄົນ, ລຸງຍັງ​ຈື່​ຂ້າພະ​ເຈົ້າ ​ແລະ ຍ້ອງຍໍ​ຂ້າພະ​ເຈົ້າ​ທີ່​ຮ້ອງ​ເພງ​ໄດ້​ດີ. ການ​ຮັບ​ຮູ້ ​ແລະ​ ການ​ຍ້ອງ​ຍໍ​ຂອງ​ລຸງເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ຮູ້​ສຶກນັບຖືຢ່າງສູງ ​ແລະ ມີ​ກໍາ​ລັງ​ໃຈ​ຫຼາຍ. ຕອນ​ຄ່ຳ​ມື້​ນັ້ນ, ຂ້າ​ພະ​ເຈົ້າ​ໄດ້​ສະ​ແດງ​ຄືນ​ໃໝ່​ໃຫ້​ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ແລະ ຜູ້​ຊົມ​ຫວຽດ​ນາມ ຮັບຊົມ. ໄດ້ພົບລຸງສອງຄັ້ງ, ແຕ່ລະຄັ້ງລ້ວນແຕ່ເຮັດໃຫ້ຂ້າ​ພະ​ເຈົ້າມີຄວາມປະທັບໃຈຢ່າງເລິກເຊິ່ງ ແລະ ຄວາມຮູ້ບຸນຄຸນທີ່ບໍ່ມີຂອບເຂດ.

ພາບ​ພົດ​ທີ່​ລຽບ​ງ່າຍ, ສັດຊື່ຈິງໃຈ ​ແລະ ນ້ຳໃຈ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ຝາກ​ຄວາມ​ປະທັບ​ໃຈ​ໄວ້​ໃນດວງ​ໃຈ​ຂ້າພະ​ເຈົ້າ. ຂ້າພະ​ເຈົ້າ​ຮູ້ສຶກ​ເຖິງ​ຄວາມ​ຮັກ​ແພງ ​ແລະ ຄວາມ​ເອົາໃຈໃສ່​ຢ່າງ​ຈິງ​ໃຈ​ຂອງ​ທ່ານ​ທີ່​ມີ​ຕໍ່​ປະຊາ​ຄົມ​ຊາວ ​ຫວຽດນາມ ທີ່ຢູ່​ຫ່າງ​ໄກຈາກ​ປະ​ເທດ ​ເຊັ່ນ​ດຽວ​ກັບ​ບັນດາ​ຊົນ​ຊັ້ນວັນນະ ​ແລະ ສິລະ​ປິນຂອງ​ປະ​ເທດ. ​ການ​ດູ​ແລ ​ແລະ ການ​ໃຫ້​ກຳລັງ​ໃຈ​ ​ໄດ້​ຊ່ວຍ​ໃຫ້​ຂ້າພະ​ເຈົ້າ ​ແລະ ຄົນ​ອື່ນໆ​ອີກ​ຫຼາຍ​ຄົນ​ໃນ​ຊຸມ​ຊົນ​ຊາວ ຫວຽດນາມ ຢູ່ຕ່າງປະເທດ ​ສະໜິດຕິດພັນກັບກົກເຄົ້າເຫງົ້າກໍຫຼາຍ​ຂຶ້ນ ​ແລະ ​ເອກອ້າງທະນົງໃຈກ່ຽວກັບປະ​ເທດ​ຊາດກວ່າອີກ.

ລຸງບໍ່ພຽງແຕ່ເປັນຜູ້ນຳທີ່ໝັ້ນທ່ຽງ ແລະ ສຸດອົກສຸດໃຈເທົ່ານັ້ນ, ຫາກຍັງເປັນບຸກຄົນທີ່ດຳລົງຊີວິດແບບລຽບງ່າຍ, ໃກ້ຊິດຕິດແທດກັບປະຊາຊົນ. ຂ້າພະ​ເຈົ້າ​ຮູ້ສຶກ​ໄດ້ເຖິງ​ຄວາມ​ຈິງ​ໃຈ ​ແລະ ຄວາມ​ຖ່ອມຕົວ​ສະເໝີ​ໃນ​ວິທີ​ທີ່​ລຸງ​ພົບປະ ​ແລະ ພົວພັນ​ກັບ​ທຸກ​ຄົນ, ນັບແຕ່ຊາວ​ນາທີ່​ລຽບ​ງ່າຍ​ຈົນ​ເຖິງ​ພະນັກງານ ​ແລະ ລັດຖະກອນ.

ພິ​ເສດ, ຂ້າພະ​ເຈົ້າ​ມີ​ຄວາມ​ຮູ້ບຸນຄຸນທີ່​ສຸດ​ຕໍ່​ຄວາມ​ເອົາໃຈໃສ່​ຂອງ​ ທ່ານ​ເລຂາທິການ​ໃຫຍ່ ຕໍ່​ຊຸມຊົນຊາວ ​ຫວຽດນາມ ທີ່​ຫ່າງ​​ຈາກ​ປະເທດຊາດ. ລຸງຍາມ​ໃດ​ກໍ​ຊຸກຍູ້ ​ແລະ ສ້າງ​ເງື່ອນ​ໄຂ​ໃຫ້​ຊາວ ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ຮັກສາ ​ແລະ ​ເສີມຂະຫຍາຍສີສັນ​ວັດທະນະທຳ​ຂອງ​ຊາດ, ​ກໍ່ຄືການ​ປະກອບສ່ວນ​ສະຕິ​ປັນຍາ ​ແລະ ພອນ​ສະຫວັນ​ໃຫ້​ແກ່​ການ​ພັດທະນາ​ປະ​ເທດ​ຊາດ. ​ການ​ດູ​ແລ ​ແລະ ການ​ໃຫ້​ກຳລັງ​ໃຈ​ນີ້​ທີ່​ໄດ້​ເພີ່ມກຳລັງໜູນ​ໃຫ້​ຂ້າ​ພະ​ເຈົ້າ ​ແລະ​ ຄົນ​ອື່ນໆ​ອີກ​ຫຼາຍ​ຄົນ​ໃນ​ຊຸມ​ຊົນ​ຊາວ ຫວຽດນາມ ຢູ່ຕ່າງປະເທດ, ຊ່ວຍ​ໃຫ້​ພວກ​ຂ້າພະເຈົ້າ​ຮູ້ສຶກມີ​ຄວາມ​ສະ​ໜິດຕິດພັນ ແລະ ມີຄວາມເອກອ້າງທະນົງໃຈຕໍ່ກົກເຄົ້າເຫງົ້າກໍ.

ພາລະໜ້າທີ່, ໂຄງຮ່າງການຈັດຕັ້ງຂອງຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ພາລະໜ້າທີ່, ໂຄງຮ່າງການຈັດຕັ້ງຂອງຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ

ຍສໝ - ​ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈີ່ນ​ລິວ​ກວາງ ໄດ້​ເຊັນຂໍ້ຕົກລົງເລກ​ທີ 30/2023/QD-TTg ວ່າດ້ວຍການກຳນົດບົດບາດ, ສິດ, ໜ້າ​ທີ່ ແລະ ໂຄງຮ່າງການຈັດຕັ້ງຂອງ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດ​ນາມ ​ຢູ່​ຕ່າງ​ປະ​ເທດ ສັງກັດ​ກະ​ຊວງ​ການ​ຕ່າງ​ປະ​ເທດ.

ນະຄອນ ໂຮ່ຈີມິນ ເຊີນຊວນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເຂົ້າຮ່ວມບັນດາຂົງເຂດລົງທຶນທີ່ສຳຄັນ ນະຄອນ ໂຮ່ຈີມິນ ເຊີນຊວນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເຂົ້າຮ່ວມບັນດາຂົງເຂດລົງທຶນທີ່ສຳຄັນ

ຍສໝ - ນັ້ນ​ແມ່ນ​ເນື້ອໃນ​ທີ່​ທ່ານ​ນາງ ຫວູທິ​ຮວິ່ງມາຍ, ປະທານ​ຄະນະ​ກຳມະການ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ ນະຄອນ ​ໂຮ່ຈີ​ມິນ ​ແຈ້ງກັບບັນດາຜູ້ແທນທີ່ການພົບປະ​ຢູ່​ນອກ​ “​ເວທີ​ປາ​ໄສ​ວິ​ສາ​ຫະກິດຊາວຫວຽດນາມ ຢູ່ຕ່າງປະເທດ ​ໄທ - ຫວຽດນາມ - ລາວ - ກຳປູ​ເຈຍ - ມຽນມາ” ໃນປີ 2023.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເຫດການ
302 Found

Found

The document has moved here.