ຄວາມໃຝ່ຝັນ "ບໍ່ຄາດຄິດ" ເພື່ອລະນຶກເຖິງ ທ່ານເລຂາທິການໃຫຍ່ ຫວຽວນຟູ໋ຈ້ອງ ຢູ່ ຊູດັງໃຕ້

09:53 | 28/07/2024

ຍສໝ - ໃນ​ຊຸມ​ມື້​ນີ້, ທົ່ວ​ພັກ, ກອງທັບ ​ແລະ ປະຊາຊົນ​ທົ່ວ​ປວງ​ຊົນ​ລ້ວນ​ແຕ່​ສະ​ແດງ​ຄວາມ​ໄຫວ້ອາ​ໄລ​ເຖິງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຢ່າງ​ສຸດຊຶ້ງ. ໃນ​ຂະ​ນະ​ທີ່​ປະ​ຕິ​ບັດ​ໜ້າທີ່​ຢູ່​ຫ່າງ​ໄກເປັນ​ສິບ​ພັນ​ກິ​ໂລ​ແມັດ​ຈາກ​ປະ​ເທດ​ຊາດ, ຄະນະປະຕິບັດງານ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ ສະ​ຫະ​ປະ​ຊາ​ຊາດ​ຢູ່​ ຊູ​ດັງ​ໃຕ້ ທີ່​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ​ຂອງ ​ສະ​ຫະ​ປະ​ຊາ​ຊາດ​ ໄດ້ເອົາ​ທຸງ​​ລົງເຄິ່ງ​ເສົາ ແລະ ຕັ້ງ​ແທ່ນ​ບູ​ຊາ​ຕໍ່​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ເພື່ອໃຫ້ເພື່ອນ​ມິດ​ສາ​ກົນ​ໄດ້​ມາໄຫວ້ອາໄລ ແລະ​ ແບ່ງເບົາ​ຄວາມ​ເສົ້າ​ສະຫຼົດ​ໃຈ.

ສະຖານທູດ ຫວຽດນາມ ປະຈໍາ ຕ່າງປະເທດຫຼາຍແຫ່ງ ໄດ້ເປີດປຶ້ມໄຫວ້ອາໄລ ແລະ ຈັດພິທີໄຫວ້ອາໄລເຖິງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ
ພິທີກ່າວໄວ້ອາໄລ ແລະສົ່ງ​ສະ​ການທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ

ໂຮງໝໍກາງສະໜາມຂັ້ນ 2 ເລກ 5 ຍັງຕ້ອງດຳເນີນໄປຕາມກຳນົດເວລາ, ຮັບປະກັນການຮັກສາດ້ານການປິ່ນປົວຕາມຄວາມຮຽກຮ້ອງຂອງ ສະຫະປະຊາຊາດ. ໃນສະພາບຂາດເຂີນສິ່ງອໍານວຍຄວາມສະດວກ, ຍ້ອນວ່າບໍລິເວນທີ່ໂຮງໝໍເຄື່ອນທີ່ຂັ້ນ 2 ເລກທີ 5 ປະຈຳການແມ່ນພວມຖືກຕັດຂາດຈາກເສັ້ນທາງເຊື່ອມຕໍ່ທັງໝົດຍ້ອນຝົນຕົກ ແລະ ນໍ້າຖ້ວມ, ເສັ້ນທາງທັງໝົດຖືກຕັດຂາດ, ບໍ່ສາມາດຈໍລະຈອນໄດ້, 100% ບັນດາເສັ້ນທາງຢູ່ Bentiu ແມ່ນທາງດິນ ແລະ ພາຫະນະຄົມມະນາຄົມຈະຕົກບວກ ແລະ ປີ້ນຍ້ອນສະພາບດິນມື່ນຫຼັງຈາກຝົນຕົກ.

ຄວາມໃຝ່ຝັນ

ພະນັກງານ, ລັດຖະກອນຂອງໂຮງໝໍກາງສະໜາມຂັ້ນ 2 ເລກ 5 ຫວຽດນາມ ກະກຽມແທ່ນບູຊາທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ.

ທ່ານ​ໝໍ ຫງວຽນ​ຮ່​າ​ຫງອກ, ຜູ້ອຳນວຍການໂຮງໝໍກາງສະໜາມຂັ້ນ 2 ເລກ 5 ໃຫ້ຮູ້ວ່າ ຄຽງ​ຄູ່​ກັນ​ນັ້ນ, ​ບໍລິເວນ Bentiu ​ແມ່ນ​ສະຖານ​ທີ່​ຂັດແຍ້ງ, ຂາດ​ເຂີນ ​ແລະ ຫຍຸ້ງຍາກ​ຫຼາຍ, ໃນ​ຊຸມ​ມື້​ມໍ່ໆ​ມາ​ນີ້, ກຳລັງ​ຮັກສາ​ສັນຕິພາບ​ບໍ່​ສາມາດ​ເຂົ້າ​ເຖິງ​ທີ່​ຢູ່​ອາ​ໄສ​ຂອງ​ປະຊາຊົນໃນບໍລິເວນ ​ຍ້ອນ​ສະພາບນ້ຳ​ຖ້ວມ.

ຈາກຄວາມສຸດຈິດສຸດໃຈເຫຼົ່ານັ້ນ, ໝູ່ຄະນະຂອງໂຮງໝໍກາງສະໜາມຂັ້ນ 2 ເລກ 5 ໄດ້ພ້ອມຈິດພ້ອມໃຈກັນ ແລະ ແຕ່ລະຄົນໄດ້ປະກອບສ່ວນຄວາມພະຍາຍາມຂອງຕົນເອງກັບສິ່ງທີ່ພວກເຂົາມີຢູ່ໃນມື ແລະ ໄດ້ສ້າງເປັນບັນດາເລື່ອງລາວ "ບໍ່ຄາດຄິດ".

ກ່ອນ​ອື່ນ​ໝົດ​ແມ່ນ​ເລື່ອງ​ເລົ່າ​ກ່ຽວ​ກັບ​ຜ້າ​ດຳ, ທ່ານ​ໝໍ ຟ້າ​ມຮວ່າງ​ຢ່າ ​ແບ່ງປັນ​ວ່າ ​ໃນ​ສະພາບ​ຕົວ​ຈິງ, ຢູ່​ໂຮງໝໍ​ເຄື່ອນທີ່​ແມ່ນ​ບໍ່​ມີ​ຜ້າ​ດຳ, ​ໃນ​ບໍລິເວນທີ່​ຕັ້ງທັບບໍ່ສາມາດເຂົ້າເຖິງ​ເຂດ​ທີ່ຢູ່​ອາ​ໄສ​ຂອງ​ພົນລະເມືອງ​ຍ້ອນຝົນຕົກ ແລະ ນໍ້າຖ້ວມ. “​ເຖິງ​ວ່າ​ໄປ​ຮອດ​ເຂດ​ທີ່ຢູ່​ອາ​ໄສ​ຂອງ​ພົນລະເມືອງ​ໄດ້ແລ້ວ, ກໍ່​ບໍ່​ມີ​ບ່ອນ​ທີ່​ຈະ​ຊື້, ​ເພາະວ່າ​ນີ້​ແມ່ນ​ເຂດ​ທີ່ຢູ່​ອາ​ໄສ​ທຸກ​ຍາກ, ​ໂດຍ​ຕົ້ນຕໍ​ແມ່ນ​ບັນດາຄົນລີ້ໄພ, ຂ້າພະ​ເຈົ້າ​ໄດ້​ລິ​ເລີ່​ມເອົາ​ຜ້າ​ຂາວ​ມ້ວນ​ທີ່​ມີ​ຢູ່​ແລ້ວ, ແລ້ວ​ໃຊ້​ນ້ຳມຶກ​ຈີນ, ຕຸກ​ນ້ຳ​ມຶກ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ນຳ​ມາ​ຈາກ ​ຫວຽດ​ນາມ ເພື່ອ​ຝຶກ​ແຕ້ມໂຕ​​ໜັງ​ສືຈີນ”, ທ່ານ​ໝໍ ຟ້າມ​ຮ​ວ່າງ​ຢ່າ ເວົ້າ​ຕໍ່​. ຈາກຕຸກນ້ຳມຶກ, ທ່ານໝໍ ຢ່າ ໄດ້ຍ້ອມແຜ່ນຜ້າເປັນສີດຳ, ເພື່ອໃຊ້ເປັນພື້ນແທ່ນບູຊາ. ໂດຍຕ້ອງໄດ້ຍ້ອມສີເປັນຫຼາຍຄັ້ງ, ໃນທີ່ສຸດກໍ່ໄດ້ສີດມຶກຈີນໃສ່ບ່ອນສີດຳທີ່ຍ້ອມບໍ່ສະໝ່ຳສະເໝີ, ເພື່ອໃຫ້ແຜ່ນຜ້າໄດ້ຄວາມຮຽກຮ້ອງທີ່ໜ້າພໍໃຈທີ່ສຸດ.

ຄວາມໃຝ່ຝັນ

ທ່ານໝໍ ຟ້າມ​ຮ​ວ່າງ​ຢ່າ ພວມປະຕິບັດບັນດາຂັ້ນຕອນສຸດທ້າຍເພື່ອຍ້ອມສີດຳໃຫ້ແຜ່ນຜ້າ.

​ແຕ່ວ່າ, ຄວາມ​ຫຍຸ້ງຍາກຍັງ​ມີອີກ, ພາຍຫຼັງ​ການ​ຍ້ອມ​ສີ​ແລ້ວ, ​ເປັນ​ມື້​ຝົນຕົກ, ການເຮັດໃຫ້ຜ້າ​ແຫ້ງ ​ຈຶ່ງ​ກາຍ​ເປັນ​ສິ່ງ​ທ້າ​ທາຍ​ໃໝ່. ​ເມື່ອ​ເຫັນ​ດັ່ງ​ນັ້ນ, ທ່ານ​ໝໍ ນາງ ຟ້າ​ມທິ​ແທ່ງ​ຢາງ, ນາງພະຍາບານ​ ​ເຈີ່ນ​ຍື​ຫງອກ ​ແລະ ນາງ​ພະຍາບານ ຟ້າມທິບິກເວີນ ​ໄດ້​ປ່ຽນກັນເປົ່າແຜ່ນຜ້າ​​ດ້ວຍ​ເຄື່ອງ​ເປົ່າ​ຜົມ​ສ່ວນ​ຕົວຂອງຕົນ.

ຄວາມໃຝ່ຝັນ

ທ່ານໝໍ ນາງ ຮວິ່ງທິແທ່ງຢາງ ກຳລັງເປົ່າແຜ່ນຜ້າພື້ນດຳໃຫ້ແຫ້ງ.

ໂດຍຄິດວ່າຈະສໍາເລັດແລ້ວ, ແຕ່ວ່າ ຂະຫນາດຂອງແຜ່ນຜ້າ ແລະ ຝາທີ່ຕັ້ງແທ່ນບູຊາແມ່ນບໍ່ສົມກັນ. ນາງພະຍາບານ ຫງວຽນທິຍຸງ ແລະ ຫງວຽນທິແທ່ງຮັງ ໄດ້ແທກ, ຕັດ, ຫຍິບແຜ່ນຜ້າໃໝ່ ເພື່ອໃຫ້ພໍດີທີ່ສຸດ.

​ໃນ​ຂະນະ​ນັ້ນ, ທ່ານ​ຫົວໜ້າບໍລິຫານ ​ນາງ ເຈີ່ນທ້ວນຈ່າງ, ພ້ອມ​ກັບບັນດານາງ​ພະຍາບານ ບຸ່ຍ​ທິ​ເຫ໋ວ, ​ເຢືອງ​ກຽວ​ລວານ, ຫງວຽນ​ທິ​ຍື​ຫງອກ ​ກໍ່ໄດ້​ພິມ, ​ແທກ ​ແລະ ​ຕັດ​ຕົວໜັງສືຈາກ​ເຈ້ຍ A4 ​ເພື່ອຕິດ​ໃສ່​ຜ້າພື້ນຫຼັງສີດຳ.

ຄວາມໃຝ່ຝັນ

ກຸ່ມແມ່ຍິງກຳລັງຕັດເຈ້ຍ ແລະ ຕິດໃສ່ຜ້າພື້ນຫຼັງສີດຳ.

ຂັ້ນ​ຕອນ​ສຸດ​ທ້າຍ​ແມ່ນ​ນາງ​ພະຍາບານ ຫງວຽນ​ແທ່ງ​ເລ້ເຍີນ ​ໄດ້​ລີດແຜ່ນຜ້າພື້ນດຳ ​ແລະ ທຸງ​ຊາດໃຫ້ລຽບດີ​ ເຮັດແນວໃດໃຫ້ສົມກຽດ​ທີ່​ສຸດ.

ພວງມາລາ, ແນ່ນອນວ່າ ບໍ່ມີຢູ່ບໍລິເວນ, ກຸ່ມແມ່ຍິງ ໂຮງໝໍເຄື່ອນທີ່ຂັ້ນ 2 ເລກທີ 5 ປະກອບມີ 10 ສະຫາຍ, ເອົາເຈ້ຍເຫຼືອງ, ເຈ້ຍ A4 ສີຂາວ, ແລ້ວໃຫ້ຄົນຮູ້ເຮັດແນະນຳໃຫ້ຄົນບໍ່ຮູ້, ແບ່ງວຽກແຕ່ລະຂັ້ນຕອນ, ຕັດ, ເຮັດເປັນຮູບ ແລະ ຕິດເພື່ອໃຫ້ຄ້າຍຄືກັບດອກເບັນຈະມາດສີເຫຼືອງ ແລະ ດອກເບັນຈະມາດສີຂາວ, ແຕ່ຕ້ອງເຮັດໃຫ້ແລ້ວໃນເວລາໄວທີ່ສຸດ.

ຄວາມໃຝ່ຝັນ

ໂຖດອກເບັນຈະມາດຂາວ ແລະ ເຫຼືອງ ໂດຍກຸ່ມແມ່ຍິງໂຮງໝໍກາງສະໜາມຂັ້ນ 2 ເລກ 5 ເຮັດດ້ວຍຕົນເອງ.

ໂດຍບໍ່ສາມາດຊອກຫາບ່ອນໃດເພື່ອຊື້ຂອບຮູບໃນຕອນນີ້ໄດ້. ​ໃນ​ຂະນະ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ການ​ຊອກ​ຫາ​ວິທີ​ແກ້​ໄຂ​ນັ້ນ, ສະຫາຍ ຮວ່າງ​ຈູງ​ຮ໋ຽວ, ສະມາຊິກ​ກຸ່ມສຸກເສີນ​ທາງ​ອາກາດ (AMET), ​ໄດ້​ສະໝັກ​ໃຈ​ວັດ​ແທກ, ຕອກ ​ແລະ ທາ​ສີ​ໃຫ້ເປັນຂອບຮູບ​ງາມ​ທີ່​ສຸດ ​ແລະ ​ເໝາະ​ທີ່ສຸດ​ກັບ​ຮູບ​ພາບທີ່ ສະຫາຍ ຫງວຽນ​ເຟືອກເຕື່ອງ, ຫົວໜ້າຂະແໜງແຜນການ (Operation) ໄດ້ກະກຽມໄວ້.

ສະ​ນັ້ນ ແທ່ນ​ບູຊາ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ກໍ່ໄດ້​ຮັບ​ການ​ເຮັດ​ສຳ​ເລັດ​ໂດຍ​ພະ​ນັກ​ງານ ແລະ​ ລັດຖະກອນການ​ແພດ​ຢູ່ໂຮງໝໍກາງສະໜາມຂັ້ນ 2 ເລກ 5 ຈາກ​ວັດ​ສະ​ດຸ​ທີ່​ມີ​ຢູ່​ສະ​ຖານ​ທີ່ອາໄສ ​ຢູ່ ຊູດັງ​ໃຕ້.

“ພາຍຫຼັງທີ່ເຮັດແທ່ນບູຊາຂອງລຸງ ຈ້ອງ ສຳເລັດ​​ແລ້ວ, ພວກ​ຂ້າພະ​ເຈົ້າ​ໄດ້​ຫຼຽວ​ເບິ່ງກັນ​ ແລະ​ ກັນ, ບໍ່​ມີ​ໃຜ​ວ່າ​ຫຍັງ, ​ແຕ່​ໃນ​ສາຍຕາ​ແມ່ນ​ການໃຫ້ກຳລັງ​ໃຈກັນ, ຄວາມຊົມເຊີຍ ​ແລະ ທັງຄວາມສະເທືອນໃຈ. ພວກຂ້າພະເຈົ້າຂອບ​ໃຈ​ເຊິ່ງກັນ ​ແລະ ກັນ ​ແລະ ນັບຖື​ນ້ຳ​ໃຈ​ຄວາມ​ມານະ​ພະຍາຍາມ​ຂອງ​ແຕ່ລະຄົນ, ​ເພື່ອເຮັດ​ໃນ​ສິ່ງ​ທີ່ເບິ່ງ​ຄື​ວ່າ​ງ່າຍ​ດາຍ, ແຕ່​ທີ່​ຈິງ​ແລ້ວ​ແມ່ນ​ຫຍຸ້ງຍາກ​ຫຼາຍ​ໃນ​ສະພາບ​ການ​ຂອງ​ພວກ​ຂ້າພະເຈົ້າ​ໃນ​ປັດ​ຈຸ​ບັນ. ​ເຖິງ​ແມ່ນ​ວ່າ​​ຢູ່​ຫ່າງ​ຈາກປະເທດຊາດ​, ແຕ່ພວກ​ຂ້າພະເຈົ້າກໍ່​ເຂົ້າ​ໃຈ​ວ່າ ​ໃນຫົວໃຈອັນ​ຮ້ອນນີ້, ປະເທດຊາດ​ແມ່ນ​ໃສແຈ້ງຕະຫຼອດໄປ​, ເຖິງແມ່ນວ່າ​ຈະ​ຢູ່​ຫ່າງ​ໄກ​ຫຼາຍເທົ່າໃດກໍ່ຕາມ, ແຕ່ຍາມໃດຫົວ​ໃຈ​ຂອງ​ພວກ​ຂ້າພະເຈົ້າກໍ່​ຈະເຕັ້ນ​ໄປ​ກັບ​ຈັງຫວະ​ຂອງປະຊາຊົນ​​ຮ່ວມ​ຊາດ​ພວກ​ເຮົາ”, ນາງ​ພະຍາບານ ຫງວຽນ​ທິ​ແທັງ​ຮັ່ງ, ຫົວໜ້າ​ກຸ່ມແມ່ຍິງ, ໂຮງໝໍ​ເຄື່ອນທີ່ຂັ້ນ 2 ​ເລກທີ 5 ​ໄດ້​ແບ່ງປັນ​ຄວາມຮູ້ສຶກ.

ການນຳພັກ ແລະ ລັດເຂົ້າຮ່ວມພິທີໄຫວ້ອາໄລຫາທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ການນຳພັກ ແລະ ລັດເຂົ້າຮ່ວມພິທີໄຫວ້ອາໄລຫາທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ

ຍສໝ - ງານ​ສົບ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ດຳ​ເນີນ​ໄປ​ຢ່າງ​ເຄັ່ງຂຶມ​ຢູ່​ທີ່​ຫໍງານ​ສົບ​ແຫ່ງ​ຊາດ. ບັນດາຄະນະ​ບໍລິຫານງານ​​ສູນ​ກາງ​ພັກ; ປະທານປະເທດ; ລັດຖະບານ; ສະພາ​ແຫ່ງ​ຊາດ ​ແລະ ​ສູນກາງແນວ​ໂຮມ​ປະ​ເທດ​ຊາດ ​ຫວຽດນາມ ​ໄດ້​ເຂົ້າ​ວາງພວງມາລາໄຫວ້ອາໄລ.

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ: ເປັນຄົນນຳໜ້າ ແລະ ສຸດອົກສຸດໃຈກັບພະນັກງານການທູດ ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ: ເປັນຄົນນຳໜ້າ ແລະ ສຸດອົກສຸດໃຈກັບພະນັກງານການທູດ

ຍສໝ - ສຳລັບພະນັກງານ​ການ​ທູດ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ເປັນ​ຄື​ອາຈານ​ທີ່​ເຄົາລົບ. ບັນດາບົດຂຽນ ແລະ ຄຳຕັກເຕືອນຂອງ ທ່ານເລຂາທິການໃຫຍ່ ແມ່ນປື້ມຄູ່ມື ເພື່ອໃຫ້ພະນັກງານການທູດ ໄດ້ຮ່ຳຮຽນ ແລະ ປະຕິບັດຕາມ.

ມິງດຶກ

ເຫດການ
302 Found

Found

The document has moved here.