ຮັບຮູ້ການປະກອບສ່ວນຂອງທ່ານເອກອັກຄະລັດຖະທູດ ດິງຕວ່ານຖັງ ໃນການເຜີຍແຜ່ວັດທະນະທຳ ຫວຽດນາມ ສູ່ສາກົນ

18:33 | 30/07/2024

ຍສໝ - ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ ດິງຕວ່ານຖັງ ​ແລ້ວ, ການ​ໂຄສະນາ​ວັດທະນະທຳ​ແມ່ນ​ໜ້າ​ທີ່​ສຳຄັນ. ບັນດາ​ອົງການ​ຕາງໜ້າ ປະຈຳ ​ຝລັ່ງ ​ໄດ້​ມານະ​ພະຍາຍາມ​ປະຕິບັດ​ຫຼາຍ​ກິດຈະກຳ ​ເພື່ອ​ແນ​ໃສ່​ເຊີດ​ຊູ​ບັນດາ​ຄຸນຄ່າ​ວັດທະນະທຳ​ທີ່ເປັນມູນເຊື້ອອັນ​ດີງາມ​ຂອງ​ ຫວຽດນາມ ​ເຖິງ​ເພື່ອນ​ມິດສາ​ກົນ.

ເປີດສະຫຼອງວັນວັດທະນະທຳ ຫວຽດນາມ ຢູ່ສະຫະພັນ ລັດເຊຍ
ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດເຜີຍແຜ່ຄຸນຄ່າວັດທະນະທຳ ຫວຽດນາມ ຢູ່ ຝລັ່ງ

​ເນື່ອງ​ໃນ​ໂອກາດ​ເດີນທາງ​ມາ​ເຖິງ ​ຝລັ່ງ ​ເພື່ອ​ເຂົ້າ​ຮ່ວມ​ພິທີ​ເປີດ​ງານ​ກິລາ​ໂອ​ແລມປິກ ປາຣີ 2024, ກຳມະການ​ສູນ​ກາງ​ພັກ, ລັດ​ຖະ​ມົນ​ຕີ​ກະຊວງ​ວັດທະນະທຳ, ກິລາ ​ແລະ ການທ່ອງ​ທ່ຽວ ຫວຽດນາມ ທ່ານ ຫງວຽນ​ວັນ​ຮຸ່ງ ​ໄດ້​ປະດັບຫຼຽນ​ກາລະນຶກ “​ເພື່ອ​ພາລະກິດວັດທະນະທຳ, ກິລາ ​ແລະ ການທ່ອງ​ທ່ຽວ” ໃຫ້ແກ່ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ​ຫວຽດ​ນາມ ປະ​ຈຳ ຝລັ່ງ ດິງຕວ່ານຖັງ.

ຮັບຮູ້ການປະກອບສ່ວນຂອງທ່ານເອກອັກຄະລັດຖະທູດ ດິງຕວ່ານຖັງ ໃນການເຜີຍແຜ່ວັດທະນະທຳ ຫວຽດນາມ ສູ່ສາກົນ

ທ່ານ​ລັດຖະມົນຕີ ຫວຽດນາມ ຫງວຽນ​ວັນ​ຮຸ່ງ (ທີ່​ສອງ​ຈາກ​ຂວາ) ຊົມເຊີຍ​ທ່ານ​ເອກ​ອັກຄະ​ລັດຖະທູດ ດິງຕວ່ານຖັງ ພ້ອມ​ດ້ວຍ​ຄອບຄົວ.

ກ່າວ​ຄຳ​ປາໄສ​ທີ່​ພິທີ​ມອບ​ລາງວັນ​ທີ່​ຈັດ​ຂຶ້ນ​ຢູ່​ສູນ​ວັດທະນະທຳ ຫວຽດນາມ ປະຈຳ ຝລັ່ງ, ທ່ານ​ລັດຖະມົນຕີ ຫງວຽນ​ວັນ​ຮຸ່ງ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ ດິງຕວ່ານຖັງ, ຜູ້ທີ່​ສຸດອົກສຸດໃຈ​ພ້ອມ​ກັບ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ມານະ​ພະຍາຍາມ​ນຳ​ເອົາ​ວັດທະນະທຳ ຫວຽດນາມ ​ມາສູ່​ເພື່ອນ​ມິດ ​ຝລັ່ງ ​ແລະ ສາ​ກົນ, ​ເຮັດ​ໃຫ້​ເພື່ອນມິດ ​ຝລັ່ງ ​ນັບມື້ນັບເຂົ້າ​ໃຈ​ກ່ຽວ​ກັບ​ ຫວຽດນາມ ຫຼາຍກ່ວາ​ອີກ.

ທ່ານ​ລັດຖະມົນຕີ ຫງວຽນ​ວັນ​ຮຸ່ງ ​ເນັ້ນ​ໜັກ​ວ່າ: ວັດທະນະທຳ​ແມ່ນ​ກຳລັງດຶງດູດທາງດ້ານວັດທະນະທຳ​ຂອງ​ປະ​ເທດ​ຊາດ ​ແລະ ​ເປັນ​ກຳລັງ​ແຮງ​ຊຸກຍູ້​ການ​ພັດທະນາ​ແບບ​ຍືນ​ຍົງ. ການ​ໂຄສະນາ​ວັດທະນະທຳ ​ຫວຽດນາມ ​ຢູ່​ຕ່າງປະ​ເທດ ​ແມ່ນ​ຂົວ​ເຊື່ອມ​ຕໍ່​ລະຫວ່າງ​ ຫວຽດນາມ ​ແລະ ​ເພື່ອນ​ມິດ​ໃນ​ໂລກ​ຢ່າງ​ແທ້​ຈິງ, ໂດຍຜ່ານ​​ວັດທະນະທຳ​ເພື່ອ​ແນ​ໃສ່​ປຸກກຳລັງໃຈແຫ່ງ​ຄວາມ​ສາມັກຄີ, ການຮ່ວມ​ມື, ສ້າງ​ກຳລັງແຮງ​ໃນ​ບັນດາ​ບັນຫາ​ການ​ຮ່ວມ​ມື​ທີ່​ສອດຄ່ອງ​ກັບແນວທາງການ​ຕ່າງປະ​ເທດ​ຂອງ​ພັກເຮົາ.

ບັນດາ​ອົງການ​ຕາງໜ້າ​ ຫວຽດນາມ ຢູ່ ຝລັ່ງ ຍາມ​ໃດ​ກໍ່​ຕັ້ງໜ້າ​ເພີ່ມ​ທະວີ​ການ​ຮ່ວມ​ມື, ປະກອບສ່ວນ​ກໍ່ສ້າງພື້ນຖານ​ວັດທະນະທຳ​ ຫວຽດນາມ ​ທີ່​ກ້າວໜ້າ​ ແລະ ອຸດົມສົມບູນ​ດ້ວຍສີສັນ​ຂອງ​ຊາດ. ບັນດາໝາກຜົນພົ້ນເດັ່ນໃນຊຸມປີຜ່ານມາຢູ່ ຝລັ່ງ ໄດ້ມີການປະກອບສ່ວນສຳຄັນຂອງອົງການການທູດ ຫວຽດນາມ, ໂດຍທ່ານເອກອັກຄະລັດຖະທູດ ນຳໜ້າ.

ພິ​ເສດ​, ​ປີ 2023 ​ແມ່ນຂີດໝາຍຂອງ​ບັນດາ​ເຫດການ​ທີ່ຟົດຟື້ນຢູ່​ ຝລັ່ງ, ນັບ​ແຕ່​ງານ​ວາງສະ​ແດງ​ສິລະ​ປະ, ດົນຕີ​ພື້ນ​ເມືອງ, ​ຕະຫຼອດຮອດ​ສັບປະດາ​ອາຫານ​ຂອງ​ ຫວຽດນາມ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ​ແລະ 10 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ຝລັ່ງ. ບັນດາ​ການ​ເຄື່ອນ​ໄຫວ​ດັ່ງກ່າວ​ໄດ້​ຮັບ​ການ​ຕອບ​ສະໜອງ​ຢ່າງ​ຕັ້ງໜ້າ​ຈາກ​ປະຊາຊົນ​ ຝລັ່ງ, ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ລະຫວ່າງ​ ສອງ​ປະ​ເທດຊາດ​ໃຫ້​ເລິກ​ເຊິ່ງກ່ວາ​ອີກ.

ຮັບຮູ້ການປະກອບສ່ວນຂອງທ່ານເອກອັກຄະລັດຖະທູດ ດິງຕວ່ານຖັງ ໃນການເຜີຍແຜ່ວັດທະນະທຳ ຫວຽດນາມ ສູ່ສາກົນ

ການ​ສະ​ແດງ​ສິ​ລະ​ປະ​ໃນ​ຄ່ຳ​ຄືນ​ວັດ​ທະ​ນະ​ທຳ​ ຫວຽດ​ນາມ ໄດ້​ຈັດ​ຂຶ້ນ​ຢູ່​ໂຮງ​ລະ​ຄອນ Le Trianon (ປາ​ຣີ, ​ຝ​ລັ່ງ) ໃນ​ເດືອນ ພະຈິກ ປີ 2023.

ໂດຍຂອບ​ໃຈການຮັບຮູ້ຂອງ​ທ່ານ​​ລັດ​ຖະ​ມົນ​ຕີ ຫງວຽນ​ວັນ​ຮຸ່ງ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດິງຕວ່ານຖັງ ຢືນ​ຢັນ​ວ່າ: ການ​ໂຄ​ສະ​ນາ​ວັດ​ທະ​ນະ​ທຳ​ແມ່ນ​ວຽກ​ງານ​ລວມ​ທີ່​ສຳ​ຄັນ​ທີ່​ສຸດ. ບັນດາ​ອົງການຜູ້​ຕາງໜ້າຢູ່ ​ຝລັ່ງ ​ໄດ້​ມານະ​ພະຍາຍາມ​ປະຕິບັດ​ຫຼາຍ​ກິດຈະກຳ​ ເພື່ອ​ແນ​ໃສ່​ເຊີດ​ຊູ​ບັນດາ​ຄຸນຄ່າ​ວັດທະນະທຳ​ທີ່ເປັນມູນເຊື້ອ​ອັນ​ດີງາມ​ຂອງ​ ຫວຽດນາມ ​ມາສູ່​ເພື່ອນ​ມິດສາ​ກົນ, ໂດຍຜ່ານ​ນັ້ນ ກໍ່​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ ໃຫ້ເປັນຢ່າງດີ.

ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ ດິງຕວ່ານຖັງ ​ແລ້ວ, ນີ້​ບໍ່​ພຽງ​ແຕ່​ແມ່ນ​ລາງວັນ​ສ່ວນ​ຕົວ​ຂອງ​ທ່ານ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ການ​ຮັບ​ຮູ້​ບັນດາ​ຄວາມ​ມານະ​ພະຍາຍາມ​ຢ່າງ​ບໍ່​ຢຸດ​ຢັ້ງ​ຂອງ​ພະນັກງານ, ລັດຖະ​ກອນ​ຂອງ​ສະຖານທູດ ​ແລະ ບັນດາ​ອົງການ​ຜູ້ຕາງໜ້າ ຫວຽດນາມ ປະຈຳ ຝລັ່ງ ​ໃນ​ການ​ໂຄສະນາ​ວັດທະນະທຳ, ກິລາ ​ແລະ ການທ່ອງ​ທ່ຽວ ຫວຽດນາມ ​ມາສູ່ເພື່ອນມິດ ຝລັ່ງ ​ແລະ ສາກົນ.

ນັກສຶກສາລາວ ຢູ່ ກວາງຫງາຍ ຊອກຮູ້ມູນເຊື້ອປະຫວັດສາດ ແລະ ວັດທະນະທຳ ຫວຽດນາມ

ນັກສຶກສາລາວ ຢູ່ ກວາງຫງາຍ ຊອກຮູ້ມູນເຊື້ອປະຫວັດສາດ ແລະ ວັດທະນະທຳ ຫວຽດນາມ

ຍສໝ - ວັນທີ 25 ພຶດສະພາ, ພະແນກການຕ່າງປະເທດແຂວງ ກວາງ​ຫງາຍ ໄດ້ຈັດຕັ້ງໂຄງການ Homestay ປີ 2024 ໃຫ້ແກ່ນັກສຶກສາລາວ ທີ່ກຳລັງຮໍ່າຮຽນສຶກສາຢູ່ ກວາງຫງາຍ.

ເປີດກວ້າງບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ຍີ່ປຸ່ນ ໄປຍັງຫຼາຍທ້ອງຖິ່ນ

ເປີດກວ້າງບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ຍີ່ປຸ່ນ ໄປຍັງຫຼາຍທ້ອງຖິ່ນ

ຍສໝ - ນີ້​ແມ່ນ​ເນື້ອ​ໃນ​ ທີ່​ໄດ້​ຮັບ​ການເຫັນດີເປັນເອກະພາບທີ່​ການ​ພົບ​ປະເຮັດວຽກລະຫວ່າງ​ທ່ານ ນາງ ຫງວຽນ​ເຟືອງ​ຮວ່າ ຫົວໜ້າ​ກົມ​ຮ່ວມ​ມື​ສາກົນ (ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ) ແລະ ທ່ານ Yoshioka Norihiko ຜູ້ອຳນວຍການໃໝ່ສູນພົບປະແລກປ່ຽນ​ວັດທະນະທຳ ​ຍີ່ປຸ່ນ ປະຈຳ ຫວຽດນາມ​ ໃນ​ວັນ​ທີ 23 ພຶດສະພາ ຢູ່ ຮ່າ​ໂນ້ຍ.

ມິງດຶກ

ເຫດການ
302 Found

Found

The document has moved here.