ຊາວ​ໜຸ່ມ​ຫວຽດນາມ​ ອາໄສຢູ່​ຕ່າງປະ​ເທດ ໄດ້ປະກອບສ່ວນ​ຢ່າງ​ແທດຈິງເພື່ອຍົກສູງການ​ເຄື່ອນ​ໄຫວຄະນະຊາວໝຸ່ມ​ຢູ່ ​ເອີ​ລົບ

08:00 | 22/08/2024

ຍສໝ - ທ່ານ​ນາງ ຫງວຽນ​ທິຢ້ຽວລິງ, ປະ​ທານສະຫະ​ສະ​ມາ​ຄົມ​ຊາວ​ໜຸ່ມ, ນັກສຶກສາ ຫວຽດ​ນາມ ປະ​ຈຳ ເອີ​ລົບ ​ໃຫ້​ຮູ້​ຄືແນວນັ້ນເມື່ອ​ຕີ​ລາ​ຄາ​ກ່ຽວກັບບົດ​ບາດ​ຂອງຊາວ​ໜຸ່ມ​ຫວຽດນາມ​ ອາໄສຢູ່​ຕ່າງປະ​ເທດໃນ​ວຽກງານຂອງຄະນະຊາວໜຸ່ມ​ຢູ່​ຕ່າງ​ປະ​ເທດ.

ແຂວງເບັ້ນແຈ່: ຢາກເສີມຂະຫາຍແຫຼ່ງ​ທຶນ​ຈາກ​ຊາວ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ ໃຫ້ຫຼາຍທີ່ສຸດ
ນະຄອນ​ໂຮ່ຈິ​ມິນ ​ແລະກາ​ເມົາ ສົມທົບ​ກັນ​ເຄື່ອນ​ໄຫວ​ວຽກ​ງານ​ການ​ທູດປະຊາຊົນ​ ​​ໄລຍະ 2024 – 2028

- ຮຽນທ່ານນາງ, ທ່ານ​ນາງຕີ​ລາຄາ​ບົດບາດ​ຂອງຊາວ​ໜຸ່ມ​ຫວຽດນາມ​ ອາໄສຢູ່​ຕ່າງປະ​ເທດໃນ​ວຽກ​ງານຄະນະຊາວໜຸ່ມ​ຄື​ແນວ​ໃດ?

ລຸ້ນໜຸ່ມ​ຊາວ​ຫວຽດນາມ ອາໄສ​ຢູ່​ຕ່າງປະ​ເທດ​ ໄດ້ມີ​ບົດບາດ​ສຳຄັນ​ໃນ​ວຽກງານຄະນະຊາວໜຸ່ມຢູ່​ຕ່າງປະ​ເທດ, ປະກອບສ່ວນ​ຮັກສາ ​ແລະ ພັດທະນາ​ປະຊາ​ຄົມ​ຊາວ​ຫວຽດນາມ.

ໜຶ່ງ​ໃນ​ບັນດາ​ບົດບາດ​ຕົ້ນຕໍ​ຂອງ​ລຸ້ນໜຸ່ມ​ແມ່ນ​ເປັນ​ຂົວ​ຕໍ່​ວັດທະນະທຳ. ດ້ວຍ​ກຳລັງຄວາມ​ສາມາດ​ຮັບເອົາ ​ແລະ ສົມທົບ​ກັນ​ລະຫວ່າງວັດທະນະທຳ ​ຫວຽດນາມ ​ແລະ ປະ​ເທດປະຈຳຖີ່ນ, ເຂົາເຈົ້າມີ​ບົດບາດ​ສຳຄັນ​ໃນ​ການຊຸກຍູ້​ການ​ປົກ​ປັກ​ຮັກສາ ​ແລະ ເສີມຂະຫຍາຍຄຸນຄ່າ​ວັດທະນະທຳ​ຂອງ​ຊາດ​ໃນ​ຊຸມ​ຊົນ, ພ້ອມກັນນັ້ນ ກໍ່​ສ້າງ​ຮູບພາບທີ່ຕັ້ງໜ້າ, ເປັນມິດ​ຂອງ​ຊາວ ຫວຽດນາມ ຢູ່​ຕ່າງປະ​ເທດ . ສິ່ງ​ດັ່ງກ່າວ​ ​ບໍ່​ພຽງ​ແຕ່​ຊ່ວຍ​ຮັກສາ​ເອກະລັກ​ວັດທະນະທຳ​ພື້ນ​ເມືອງ, ບັນດາຄຸນຄ່າ​ຂອງ ​ຫວຽດນາມ​ ເທົ່າ​ນັ້ນ ຫາກ​ຍັງ​ຊຸກຍູ້​ການ​ເຊື່ອມ​ໂຍງ ​ແລະ ​ເຄົາລົບ​ນັບຖື​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ບັນດາ​ເຜົ່ານຳອີກ.

ຊາວ​ໜຸ່ມ​ຫວຽດນາມ​ ອາໄສຢູ່​ຕ່າງປະ​ເທດ ໄດ້ປະກອບສ່ວນ​ຢ່າງ​ແທດຈິງເພື່ອຍົກສູງການ​ເຄື່ອນ​ໄຫວຄະນະຊາວໝຸ່ມ​ຢູ່ ​ເອີ​ລົບ

Festival ຊາວ​ໜຸ່ມ, ນັກ​ສຶກສາ ຫວຽດນາມ ຢູ່ ​ເອີ​ລົບ ດຳ​ເນີນ​ໃນ​ປີ 2022.

ພິ​ເສດ, ລຸ້ນໜຸ່ມ​ຊາວ​ຫວຽດນາມ​ ອາໄສຢູ່​ຕ່າງປະ​ເທດ​ ກໍ່​ມີ​ບົດບາດ​ສຳຄັນ​ໃນ​ການ​ອະນຸລັກ​ຮັກສາ ​ແລະ ພັດທະນາ​ພາສາ, ວັດທະນະທຳ ຫວຽດນາມ ​ໃຫ້​ຄົນ​ລຸ້ນຫຼັງ, ຮັບປະກັນ​ບັນດາ​ຄຸນຄ່າ​ນີ້ ບໍ່ຖືກສູນ​ເສຍ​ໃນສະພາບແວດລ້ອມຊີວິດ​ໃໝ່. ຫຼາຍ​ລຸ້ນຄົນ​ທີ 2 ແລະ 3 ໄດ້​ເຂົ້າ​ຮ່ວມ​ໃນວຽກງານສອນພາສາ​ ຫວຽດ​ນາມ ຢ່າງ​ຕັ້ງ​ໜ້າ, ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ເພື່ອ​ປົກ​ປັກ​ຮັກ​ສາ, ເສີມຂະຫຍາຍວັດ​ທະ​ນະ​ທຳ​ພື້ນ​ເມືອງ​ໃຫ້​ລຸ້ນ​ຕໍ່​ໄປ.

- ຕ້ອງມີນະໂຍບາຍອັນໃດແດ່ເພື່ອສົ່ງເສີມລຸ້ນໜຸ່ມເຂົ້າຮ່ວມວຽກງານຄະນະຊາວໜຸ່ມຢູ່ຕ່າງປະເທດ, ຂໍຮຽນທ່ານນາງ?

ເພື່ອສົ່ງເສີມລຸ້ນໜຸ່ມເຂົ້າຮ່ວມການເຄື່ອນໄຫວຊ່ວຍເຫຼືອຊຸມຊົນຢູ່ຕ່າງປະເທດ ແລະ ຕິດພັນກັບບ້ານເກີດເມືອງນອນຫຼາຍຂຶ້ນ ແມ່ນຕ້ອງ:

ທີໜຶ່ງ, ສ້າງເງື່ອນໄຂພັດທະນາທັກສະ. ບັນດາກະຊວງ, ຄະນະ, ຂະແໜງການ ຕ້ອງຈັດຕັ້ງບັນດາໂຄງການຝຶກອົບຮົມ, ສຳມະນາ ເພື່ອຊ່ວຍໃຫ້ໄວໜຸ່ມພັດທະນາທັກສະເປັນຜູ້ນໍາ, ເຮັດວຽກເປັນກຸ່ມ ແລະ ຄຸ້ມຄອງໂຄງການທີ່ເໝາະສົມກັບສະພາບແວດລ້ອມຊຸມຊົນຢູ່ຕ່າງປະເທດ.

ທີສອງ, ສ້າງ​ນະ​ໂຍບາຍ​ໜູນ​ຊ່ວຍ. ລັດ​ຖະບານ​ຄວນ​ສ້າງ​ຕັ້ງ​ບັນດາ​ນະ​ໂຍບາຍສົ່ງເສີມຢ່າງລະອຽດ, ເຊັ່ນ ​ການ​ໜູນ​ຊ່ວຍ​ດ້ານ​ການ​ເງິນ, ການ​ຮັບ​ຮູ້​ບັນດາ​ຜົນສຳ​ເລັດ ຫຼື ບຸລິມະສິດ​ໃນ​ການ​ຮັບ​ສະໝັກ​ຊາວ​ໜຸ່ມ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ຊຸມ​ຊົນ​ເມື່ອ​ກັບ​ຄືນ​ມາ​ເຮັດ​ວຽກ​ຢູ່ ຫວຽດນາມ.

ທີ​ສາມ, ​ເພີ່ມ​ທະວີ​ການ​ໂຄສະນາ​ເຜີຍ​ແຜ່ ​ແລະ ​ການ​ເຊື່ອມ​ໂຍງ. ພັດທະນາບັນດາຍຸດທະນາການ​ສື່​ສານ ​ເພື່ອ​ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ຄວາມ​ສໍາ​ຄັນ​ຂອງການເຄື່ອນໄຫວ​ຂອງ​ຊຸມ​ຊົນ​ ແລະ ສ້າງ​ກາ​ລະ​ໂອ​ກາດ​ການ​ເຊື່ອມ​ຕໍ່​ລະ​ຫວ່າງ​ຊາວ​ຫນຸ່ມ​ຕ່າງ​ປະ​ເທດ​ກັບ​ອົງ​ການ​ຈັດ​ຕັ້ງ​, ໂຮງ​ຮຽນ​ ແລະ ອົງການທີ່ມີໜ້າທີ່ທີ່​ກ່ຽວ​ຂ້ອງພາຍໃນປະເທດ.

​ທີ​ສີ່, ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່​ສົ່ງເສີມ​ໃຫ້​ມີ​ຄວາມ​ຄິດ​ສ້າງ​ສັນ. ປະສານງານກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງກັບ start-up, ນະວັດຕະກຳ ເພື່ອຍົກອອກບັນດາໂຄງການຊຸກຍູ້ ແລະ ສະໜັບສະໜູນການລິເລີ່ມຂອງຊຸມຊົນຈາກໄວໜຸ່ມ, ສ້າງເງື່ອນໄຂໃຫ້ເຂົາເຈົ້າທົດລອງ ແລະ ປະຕິບັດໂຄງການຂອງຕົນ.

ຊາວ​ໜຸ່ມ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ​ທີ່​ມາ​ຈາກ 17 ປະ​ເທດ​ເຂົ້າ​ຮ່ວມ​ຕັ້ງຄ້າຍລະດູ​ຮ້ອນ “ຄວາມ​ເອກອ້າງທະນົງ​ໃຈ​ຊົນເຜົ່າຫວຽດ​ນາມ”

ຊາວ​ໜຸ່ມ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ​ທີ່​ມາ​ຈາກ 17 ປະ​ເທດ​ເຂົ້າ​ຮ່ວມ​ຕັ້ງຄ້າຍລະດູ​ຮ້ອນ “ຄວາມ​ເອກອ້າງທະນົງ​ໃຈ​ຊົນເຜົ່າຫວຽດ​ນາມ”

ຍສໝ - ຕັ້ງຄ້າຍລະດູ​ຮ້ອນ ​ໂດຍ​ຄະນະ​ກຳມະການ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ ນະຄອນ ສົມທົບ​ກັບ​ຄະນະ​ຊາວ​ໜຸ່ມ​ນະຄອນ ໂຮ່ຈີ​ມິນ ​ແລະ ພະແນກການ​ຕ່າງປະ​ເທດ​ນະຄອນດ່າ​ໜັງ ຈັດ​ຂື້ນ. ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວຕັ້ງ​ແຄ້ມແຕ່ລະຄົນ​ໄດ້​ສຳ​ຜັດ​ກັບ​ລະດັບຄວາມແຕກ​ຕ່າງ​ກັນ​ກ່ຽວ​ກັບ​ບັນດາ​ສະຖານ​ທີ່​ທີ່​ຕົນ​ໄປ, ວັດທະນະທຳ, ຮີດຄອງ​, ປະ​ເພນີ​ຂອງ​ຊາດ​ຫວຽດນາມ ​ແລະ ບັນດາ​ການ​ເຄື່ອນ​ໄຫວ​ທີ່​ຕົນ​ເຂົ້າ​ຮ່ວມ.

ສີ່ໜ້າທີ່​ສຳຄັນ​ຂອງ​ສະມາຄົມ​ມິດຕະພາບ ຫວຽດນາມ - ກຳປູ​ເຈຍ ຢູ່​ນະຄອນ ຮ່າ​ໂນ້ຍ ​ໃນ 6 ​ເດືອນ​ທ້າຍ​ປີ

ສີ່ໜ້າທີ່​ສຳຄັນ​ຂອງ​ສະມາຄົມ​ມິດຕະພາບ ຫວຽດນາມ - ກຳປູ​ເຈຍ ຢູ່​ນະຄອນ ຮ່າ​ໂນ້ຍ ​ໃນ 6 ​ເດືອນ​ທ້າຍ​ປີ

ຍສໝ - ສີ່ໜ້າທີ່ສຳຄັນ​ໃນ 6 ​ເດືອນ​ທ້າຍ​ປີ​ທີ່​ສະມາຄົມ​ກຳນົດ​ໄວ້​ ລວມມີ: ຊຸກຍູ້ການເຄື່ອນໄຫວ​ໂຄສະນາ​ເຜີຍ​ແຜ່,​ ສຶກສາອົບຮົມ ​ແບບ​ດັ້ງ​ເດີມ, ແຈ້ງຂໍ້ມູນຂ່າວສານ ​ແລະ ​ໂຄສະນາ​ເຜີຍ​ແຜ່​ການ​ທູດ​ຂອງ​ປະຊາຊົນ; ສືບ​ຕໍ່​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ສັນຕິພາບ, ມິດຕະພາບ ​ແລະ ການ​ຮ່ວມ​ມື​ກັບ​ກຳປູ​ເຈຍ; ສຸມ​ໃສ່​ເຕົ້າ​ໂຮມ ​ແລະ ສ້າງ​ອົງການ​ສະມາຄົມ​ໃຫ້ໝັ້ນຄົງ​ເຂັ້ມ​ແຂງ; ປະ​ຕິ​ບັດ​ບັນ​ດາ​ກິດ​ຈະ​ກຳ​ທີ່​ສຳ​ຄັນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ​ ຈັດ​ຕັ້ງ​ການ​ໂຄ​ສະ​ນາ​ໃນວັນສໍາຄັນຕ່າງໆ.

ມີງດຶກ

ເຫດການ
302 Found

Found

The document has moved here.