ສະຖານທູດ ຫວຽດນາມ ປະຈໍາ ຕ່າງປະເທດຫຼາຍແຫ່ງ ໄດ້ເປີດປຶ້ມໄຫວ້ອາໄລ ແລະ ຈັດພິທີໄຫວ້ອາໄລເຖິງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ

07:59 | 27/07/2024

ຍສໝ - ວັນທີ 24 ກໍລະກົດ, ສະຖານທູດ ຫວຽດນາມ ປະຈໍາ ຕ່າງປະເທດຄື: ກູບາ, Algeria, ອາຟະລິກາໃຕ້ ໄດ້ເອົາທຸງລົງເຄິ່ງເສົາ, ປະກາດເປີດປຶ້ມ​ໄຫວ້​ອາ​ໄລ ແລະ ຈັດພິທີໄຫວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ.

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ: ເປັນຄົນນຳໜ້າ ແລະ ສຸດອົກສຸດໃຈກັບພະນັກງານການທູດ
ພັນລະຍາຂອງສະຫາຍເລຂາທິການໃຫຍ່, ປະທານປະເທດ ລາວ ໄດ້ສົ່ງຈົດໝາຍສະແດງຄວາມເສົ້າສະຫຼົດໃຈເຖິງພັນລະຍາຂອງສະຫາຍເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ

ຕອນ​ເຊົ້າ​ວັນ​ທີ 24 ກໍລະກົດ, ທ່ານ​ເລຂາຜູ້ທີໜຶ່ງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​, ​ປະທານ​ປະ​ເທດ ກູ​ບາ Miguel Díaz-Canel Bermúdez ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ກູ​ບາ ​ມາໄຫວ້ອາໄລ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ທີ່ສະຖານທູດ ຫວຽດນາມ ຢູ່ La Habana.

ທ່ານ Miguel Díaz-Canel ຢືນຢັນ​ວ່າ ການ​ເສຍ​ຊີວິດ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ແມ່ນ​ຄວາມ​ສູນເສຍ​ທີ່​ບໍ່​ສາມາດທົດແທນ​ໄດ້​ສຳລັບ​ປະຊາຊົນ ກູ​ບາ. ​ໃນບັນດາ​ຖານະຕຳແໜ່ງ​ທີ່​ແຕກ​ຕ່າງ​ກັນ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຍາມ​ໃດ​ກໍ່ສຸດຈິດສຸດໃຈ​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ ກູ​ບາ ​ແລະ ຫວຽດນາມ.

ສະຖານທູດ ຫວຽດນາມ ປະຈໍາ ຕ່າງປະເທດຫຼາຍແຫ່ງ ໄດ້ເປີດປຶ້ມໄຫວ້ອາໄລ ແລະ ຈັດພິທີໄຫວ້ອາໄລເຖິງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ

ທ່ານ​ປະທານ​ປະ​ເທດ ກູ​ບາ Miguel Díaz-Canel Bermúdez (ທີ​ສອງ​ຈາກ​ຊ້າຍ) ໄຫວ້ອາໄລ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ.

​ໃນ​ປຶ້ມ​ໄຫວ້​ອາ​ໄລ, ທ່ານ​ປະທານ​ປະ​ເທດ ກູ​ບາ ​ໄດ້​ຂຽນ​ວ່າ: “​ໃນຊ່ວງເວລາທີ່ເສົ້າໂສກ​ນີ້, ພວກ​ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ການ​ປະກອບສ່ວນ​ຂອງ​ສະຫາຍ ຫງວຽນ​ຟູ໋ຈ້ອງ ຍັງຈະເປັນຂີດໝາຍໃນພາລະກິດຂອງ​ພັກ ​ແລະ ປະຊາຊົນ ຫວຽດນາມ ຕະຫຼອດໄປ. ​ຈະລະນຶກ​ເຖິງ​ເພື່ອນ​ມິດ​ທີ່​​ຈິງໃຈ ຕະຫຼອດ​ໄປ!”.

ຕາມ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກູ​ບາ Manuel Marrero ແລ້ວ, ໃນ​ຊຸມ​ມື້​ນີ້, ທົ່ວ​ປະ​ເທດ ກູ​ບາ ໄດ້​ສະ​ແດງ​ຄວາມຮັກແພງ​ສາ​ມັກ​ຄີ​ກັບ ​ຫວຽດ​ນາມ. ສະພາ​ແຫ່ງ​ຊາດ​ໄດ້​ຕາງໜ້າໃຫ້ປະຊາຊົນ ເພື່ອກົ້ມຫົວໄຫວ້ອາໄລຕໍ່​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ, ແລະ ທົ່ວ​ປະ​ເທດ ກູ​ບາ ໄດ້​ໄວ້​ອາ​ໄລ​ທ່ານ. ທັງໝົດຄວາມຮັກແພງນັ້ນລ້ວນ​ແຕ່​ແມ່ນ​ຫຼັກ​ຖານ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮູ້ບຸນຄຸນຕໍ່​ນ້ຳ​ໃຈ​ສາມັກຄີ ​ແລະ ມິດຕະພາບ​ທີ່​ຈິງ​ໃຈ​ທີ່​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຍາມ​ໃດ​ກໍ່​ເພິ່ມພູນຄູນສ້າງ​ໃຫ້​ແກ່ ​ຊາວ​ຫວຽດນາມ​ ທຸກ​ຄົນ.

ກູ​ບາ​ ແມ່ນ​ປະ​ເທດ​ທຳ​ອິດທີ່​ປະກາດ​ຈະໄວ້ອາໄລ​ 3 ວັນເພື່ອລະນຶກ​ເຖິງທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ. ​ໃນ​ຊຸມ​ມື້​ນີ້, ສື່​ມວນ​ຊົນ ກູ​ບາ ຈະສືບ​ຕໍ່​ລົງພິມບົດຂຽນຫຼາຍສະບັບກ່ຽວກັບ​ການ​ປະກອບສ່ວນ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໃນ​ພາລະກິດ​ແຫ່ງການສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ, ​ກໍ່ຄື​ນ້ຳ​ໃຈ​ມິດຕະພາບ​ ຫວຽດນາມ - ກູ​ບາ.

ຕອນ​ເຊົ້າ​ວັນ​ທີ 24 ກໍລະກົດ, ​ໃນ​ບັນຍາກາດ​ອັນ​ເຄັ່ງຂຶມ ແລະ ໂສກເສົ້າເສຍໃຈ, ​ພະນັກງານ, ລັດຖະກອນ​ຂອງ​ສະຖານທູດ ​ແລະ ບັນດາ​ອົງການ​ຜູ້ຕາງໜ້າ ​ຫວຽດນາມ ປະຈຳ Algeria ທັງໝົດ ​ໄດ້​ໃຊ້​ເວລາ​ໜຶ່ງນາທີ ເພື່ອ​ກົ້ມຫົວໄຫວ້ອາໄລ, ລະນຶກ ​ແລະ ສັ່ງລາ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ.

ສະຖານທູດ ຫວຽດນາມ ປະຈໍາ ຕ່າງປະເທດຫຼາຍແຫ່ງ ໄດ້ເປີດປຶ້ມໄຫວ້ອາໄລ ແລະ ຈັດພິທີໄຫວ້ອາໄລເຖິງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ

ຕອນເຊົ້າວັນທີ 24 ກໍລະກົດ, ຢູ່ສໍານັກງານສະຖານທູດ ຫວຽດນາມ ປະຈໍາ Algeria ໄດ້ຈັດພິທີໄຫວ້ອາໄລທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ.

ທ່ານປະທານສະພາສູງ Algeria Salah Goudjil ໄດ້ມາໄຫວ້ອາໄລ ແລະ ສະແດງຄວາມເສຍໃຈຢ່າງສຸດຊຶ້ງຕໍ່ການສູນເສຍອັນໃຫຍ່ຫຼວງຂອງພັກ, ລັດ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ. ​ໃນປຶ້ມ​ໄຫວ້ອາໄລ, ທ່ານ​ປະທານ​ສະພາ​ສູງ Salah Goudjil ​ເນັ້ນ​ໜັກ​ວ່າ: ການ​ເສຍ​ຊີວິດ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ເຮັດ​ໃຫ້​ ຫວຽດນາມ ເສຍນັກຮົບຄົນໜຶ່ງທີ່ຈົງຮັກພັກດີ ແລະ ສະຫຼາດສ່ອງໃສ, ​ເປັນ​ຜູ້​ນຳ​ທີ່​ດີ​ເລີດ ​ເຊິ່ງປະຫວັດສາດ​ໄດ້​ພິສູດ​ໃຫ້​ເຫັນ​ເຖິງ​ການ​ປະກອບສ່ວນ​ອັນ​ໃຫຍ່​ຫຼວງຂອງທ່ານ​ໃນ​ການ​ພັດທະນາ​ຂອງ​ປະ​ເທດ​ໃນ​ທຸກ​ຂົງ​ເຂດ ການເມືອງ, ການທູດ, ເສດຖະກິດ ຕະຫຼອດເຖິງວັດທະນະທໍາ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ຝາກ​ບັນດາ​ຂີດໝາຍ​ອັນສຳຄັນ​ໃນ​ວິວັດ​ການ​ສ້າງສາ​ປະ​ເທດ​ ຫວຽດນາມ ​ໃຫ້​ທັນ​ສະ​ໄໝ ​ແລະ ວັດທະນາ​ຖາວອນ​ໄວ້.

ບົດ​ຂຽນ​ໃນ​ປຶ້ມໄຫວ້ອາໄລ​ຂອງ​ທ່ານ Salah Goudjil ມີ​ຕອນຂຽນ​ວ່າ: “​ໃນ​ເວລາທີ່ເສົ້າໂສກ​ຂອງ​ປະຊາຊົນ ​ຫວຽດນາມ, ​ໃນ​ນາມທ່ານປະທານາທິບໍດີ Abdelmadjid Tebboune, ລັດຖະບານ ​ແລະ ປະຊາຊົນ Algeria, ຂ້າພະ​ເຈົ້າຂໍ​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ຢ່າງ​ສຸດ​ຊຶ້ງ ແລະ ຄວາມ​ຮັກແພງທີ່ຈິງ​ໃຈ​ຕໍ່​ພັກ, ລັດ ​ແລະ ປະຊາຊົນ ​ຫວຽດນາມ. ​ອີກ​ເທື່ອ​ໜຶ່ງ, ຂ້າພະ​ເຈົ້າ​ຂໍຢືນຢັນ​ວ່າ Algeria ຍາມ​ໃດ​ກໍ່​ສາມັກຄີ​ກັບ ຫວຽດນາມ ​ແລະ ​ເຊື່ອ​ໝັ້ນ​ວ່າ ປະຊາຊົນ ຫວຽດນາມ ຈະ​ຜ່ານ​ຜ່າ​ໄລຍະ​ຫຍຸ້ງຍາກ​ນີ້ໄປໄດ້”.

ສະຖານທູດ ຫວຽດນາມ ປະຈໍາ ຕ່າງປະເທດຫຼາຍແຫ່ງ ໄດ້ເປີດປຶ້ມໄຫວ້ອາໄລ ແລະ ຈັດພິທີໄຫວ້ອາໄລເຖິງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ

ປະທານສະພາສູງ Algerian Salah Goudjil ໄດ້ຂຽນໃນປື້ມໄຫວ້ອາໄລ.

ໃນ​ວັນ​ດຽວ​ກັນ, ທ່ານ​ເລຂາທິການ​ໃຫຍ່ພັກແນວ​ໂຮມ​ປົດ​ປ່ອຍ​ຊາດ Algeria (FLN) Abdelkrim Benmbarek, ສະມາຊິກ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ຮັບຜິດຊອບ​ການ​ພົວພັນ​ຕ່າງປະ​ເທດ​ຂອງ​ພັກ FLN ທ່ານ Mourad Lamoudi, ລັດຖະມົນຕີ​​ກະຊວງ​ນັກຮົບ​ເກົ່າ ​ແລະ ຜູ້ມີຄຸນງາມຄວາມດີAlgeria ທ່ານ Laïd Rebiga... ພ້ອມ​ກັບ​ ຊາວ​ຫວຽດນາມ ອາ​ໄສ​ຢູ່ Algeria, ຊາວ Algeria ທີ່​ຮັກ​ແພງ ​ຫວຽດນາມ ຫຼາຍ​ຄົນ ​ໄດ້ມາໄຫວ້ອາໄລ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ.

ຕອນບ່າຍວັນທີ 24 ກໍລະກົດ, ຢູ່ນະຄອນ Pretoria (ອາຟະລິກາໃຕ້), ທ່ານ Solly Mapaila, ເລຂາທິການໃຫຍ່ພັກກອມມູນິດ ອາຟະລິກາໃຕ້ ໄດ້ໄປສະຖານທູດ ຫວຽດນາມ ປະຈຳ Pretoria ເພື່ອໄຫວ້ອາໄລ ແລະ ຂຽນໃນປຶ້ມໄຫວ້ອາໄລເຖິງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ.

ສະຖານທູດ ຫວຽດນາມ ປະຈໍາ ຕ່າງປະເທດຫຼາຍແຫ່ງ ໄດ້ເປີດປຶ້ມໄຫວ້ອາໄລ ແລະ ຈັດພິທີໄຫວ້ອາໄລເຖິງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ

ເລຂາທິການໃຫຍ່ພັກກອມມູນິດ ອາຟຣິກາໃຕ້ ທ່ານ Solly Mapaila ຂຽນໃນປຶ້ມໄຫວ້ອາໄລ.

​ຂຽນໃນປຶ້ມໄຫວ້ອາໄລ, ທ່ານ​ເລຂາທິການ​ໃຫຍ່ Mapaila ​ເນັ້ນ​ໜັກ​ວ່າ, ພັກ​ກອມ​ມູນິດ ​ອາ​ຟຼິກາ​ໃຕ້ ຍາມ​ໃດ​ກໍ່​ຈົດຈຳ​ບັນດາ​ການ​ປະກອບສ່ວນ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໃນ​ພາລະກິດແຫ່ງການ​ສ້າງ​ສັງຄົມ​ນິຍົມຢູ່ ຫວຽດນາມ, ສືບ​ທອດ ​ແລະ ສືບ​ຕໍ່​ມູນເຊື້ອປະຫວັດສາດ​ແຫ່ງ​ການ​ຕໍ່ສູ້​ຂອງ​ປະຊາຊົນ​ ຫວຽດນາມ ຕ້ານລັດທິຈັກກະພັດ ພາຍໃຕ້ການນຳພາຂອງປະທານ ໂຮ່ຈີມິນ, ທ່ານພົນເອກ ຫວໍຫງວຽນຢາບ.

ພັກກອມມູນິດ ອາຟະລິກາໃຕ້ ມີຄວາມພາກພູມໃຈທີ່ຮັບຮູ້ການປະກອບສ່ວນຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໃນການຕໍ່ສູ້ສາກົນຂອງຊົນຊັ້ນກຳມະກອນເພື່ອສັງຄົມນິຍົມ ແລະ ການນຳພາ ປະຊາຊົນ ຫວຽດນາມ ທີ່ວິລະຊົນໃນການກໍ່ສ້າງຄວາມເຂັ້ມແຂງຂອງສັງຄົມນິຍົມດ້ວຍຕົນເອງ ແລະ ຍືນຍົງ.

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໃນດວງໃຈຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໃນດວງໃຈຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ

ຍສໝ - ໄປ​ໃສ​ກໍ​ຕ້ອງ​ຄິດ​ວ່າ​ຕົນ​ເອງ​ເປັນ “ລູກ​ຫຼານ ​​ລາກ​ຮົ່ງ”, ບໍ່​ວ່າ​ຈະ​ເຮັດ​ຫຍັງ​ກໍ​ຕ້ອງ​ຄິດ​ວ່າ​ຕົນ​ເອງ​ເປັນ​ຊາວ ​ຫວຽດນາມ; ຮັກສາ​ສີສັນຂອງ​ຊາດ, ຮັກສາ​ພາສາ ​ຫວຽດນາມ, ​ໂຄສະນາ​ພາບ​ພົດ​ຂອງ​ ຫວຽດນາມ ໄປສູ່​ເພື່ອນ​ມິດ​ໃນ​ທົ່ວ​ໂລກ... ນັ້ນ​ແມ່ນ​ຄຳຕັກເຕືອນ​ຂອງ​ ທ່ານເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ເຖິງ​ຊາວ​ ຫວຽດນາມ​ ອາໄສຢູ່​ຕ່າງປະ​ເທດ.

ສະຫາຍເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແມ່ນນັກການເມືອງດີເດັ່ນ ແລະ ເປັນຜູ້ນຳທີ່ເປັນແບບຢ່າງ ສະຫາຍເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແມ່ນນັກການເມືອງດີເດັ່ນ ແລະ ເປັນຜູ້ນຳທີ່ເປັນແບບຢ່າງ

ຍສໝ - ທ່ານປະທານສູນກາງສະມາຄົມມິດຕະພາບ ລາວ - ຫວຽດນາມ, ທ່ານ ບັນດິດ ບໍ່ວຽງຄໍາ ວົງດາລາ ໃຫ້ຂໍ້ສັງເກດ​ວ່າ: ສະຫາຍເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເປັນນັກການເມືອງ, ນັກວິທະຍາສາດ, ສາດສະດາຈານ, ເປັນຜູ້ນໍາທີ່ເປັນແບບຢ່າງດີເດັ່ນ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.