​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຊາວ​ຫວຽດນາມ ​ອາ​ໄສຢູ່​ຕ່າງປະ​ເທດ​ໃນ​ການ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ລະຫວ່າງ​ນະຄອນ​ໂຮ່ຈິ​ມິນ ​ແລະ ສ.​ເກົາຫຼີ

23:00 | 15/07/2024

ຍສໝ - 2 ຝ່າຍ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບວຽກງານການ​ທູດ​ປະຊາຊົນ ​ແລະ ບົດບາດ​ຂອງ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ໃນ​ການ​ເຊື່ອມ​ຕໍ່​ນະຄອນ ​ໂຮ່ຈີ​ມິນ ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ ສ.​ເກົາຫຼີ.

ການ​ທູດ​ປະຊາຊົນ​ແມ່ນ​ຈຸດ​ພົ້ນ​ເດັ່ນ​ໃນ​ການ​ພົວພັນ​ຄູ່​ຮ່ວມ​ມື ຫວຽດນາມ - ອາ​ເມ​ລິ​ກາ
ຮັດ​ແໜ້ນ​ການ​ພົວພັນ​ມິດຕະພາບ​ ແລະ ການ​ຮ່ວມ​ມື​ຮອບດ້ານ ​ຫວຽດນາມ - ລາວ

ວັນ​ທີ 12 ກໍລະກົດ, ຢູ່​ນະຄອນ ​ໂຮ່ຈີ​ມິນ, ທ່ານນາງ ຫວູທິຮວິ່ງມາຍ ຫົວໜ້າ​ຄະນະ​ກຳມະການກ່ຽວກັບຊາວຫວຽດນາມ ອາໄສ​ຢູ່​ຕ່າງປະ​ເທດ​ ນະຄອນ ​ໂຮ່ຈີ​ມິນ ​ໄດ້​​ຕ້ອນຮັບ​ຄະນະ​ຜູ້​ແທນ​ສະມາຄົມນັກທຸລະກິດ ແລະ ການ​ລົງທຶນ ຫວຽດນາມ - ສ.​ເກົາຫຼີ (VKBIA) ໂດຍທ່ານປະທານ ເຈີ່ນຫາຍລີ່ງ ເປັນຜູ້ນຳໜ້າຄະນະ.

​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຊາວ​ຫວຽດນາມ ​ອາ​ໄສຢູ່​ຕ່າງປະ​ເທດ​ໃນ​ການ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ລະຫວ່າງ​ນະຄອນ​ໂຮ່ຈິ​ມິນ ​ແລະ ສ.​ເກົາຫຼີ
ບັນຍາກາດທີ່​ກອງ​ປະ​ຊຸມ. (ພາບ: vov)

ທີ່​ການ​ພົບ​ປະ, 2 ຝ່າຍ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບວຽກງານການ​ທູດ​ປະຊາຊົນ ​ແລະ ບົດບາດ​ຂອງ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ໃນ​ການ​ເຊື່ອມ​ຕໍ່​ນະຄອນ ​ໂຮ່ຈີ​ມິນ ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ ສ.​ເກົາຫຼີ. ທ່ານນາງ ຫວູທິຮວິ່ງມາຍ ໄດ້ສະແດງຄວາມຂອບ​ໃຈ​ຕໍ່ສະ​ມາ​ຄົມ VKBIA ທີ່​ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ນະ​ຄອນ, ພິ​ເສດ​ແມ່ນ​ໃນການໄປປະຕິບັດງານຂອງ​ການ​ນຳ​ນະ​ຄອນ ໂຮ່​ຈີ​ມິນ ຢູ່ ສ.ເກົາຫຼີ ແລະ ຍີ່​ປຸ່ນ ໃນມໍ່ໆມານີ້.

ທີ່​ການ​ພົບ​ປະ, ທ່ານ ເຈີ່ນ​ຫາຍ​ລີ່ງ ໄດ້​ລາຍ​ງານ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ເຊື່ອມ​ຕໍ່​ຂອງ VKBIA, ລວມມີ ​ການ​ໜູນ​ຊ່ວຍ​ການໄປຢ້ຽມຢາມ ສ.ເກົາຫຼີ ຂອງທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າ​ມມິ​ງຈິງ ຢ່າງ​ເປັນ​ທາງ​ການ. ທ່ານສະ​ເໜີ​ສືບ​ຕໍ່​ຮ່ວມ​ມື​ ເພື່ອ​ດຶງ​ດູດ​ການ​ລົງທຶນ​ຂອງ ສ.​ເກົາຫຼີ ​ເຂົ້າ​ນະຄອນ ​ໂຮ່ຈີ​ມິນ, ພິ​ເສດ​ແມ່ນ​ຜັນຂະຫຍາຍມະຕິຕົກລົງສະບັບເລກທີ 98 ກ່ຽວ​ກັບ​ກົນ​ໄກ​ສະ​ເພາະໃຫ້​ນະຄອນ.

​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຊາວ​ຫວຽດນາມ ​ອາ​ໄສຢູ່​ຕ່າງປະ​ເທດ​ໃນ​ການ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ລະຫວ່າງ​ນະຄອນ​ໂຮ່ຈິ​ມິນ ​ແລະ ສ.​ເກົາຫຼີ

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານນາງ ຫວູທິຮວິ່ງມາຍ ໄດ້​ເຊີນ​ທ່ານ ​ເຈີ່ນ​ຫາຍລີ່ງ ໄປ​ຢ້ຽມຢາມ “ພື້ນທີ່​ວັດທະນະທຳ​ໂຮ່ຈິ​ມິນ - ຈຸດນັດ​ພົບຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ” ທີ່ຫາກໍ່​ເປີດສະຫຼອງໄລຍະ 1 ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 43 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ຄະນະ​ກຳມະການ​ກ່ຽວກັບຊາວຫວຽດນາມ ອາໄສ​ຢູ່​ຕ່າງປະ​ເທດ ​ນະຄອນ ​ໂຮ່ຈີ​ມິນ.

ນະຄອນ ​ໂຮ່ຈິ​ມິນ ສ້າງ “ໂອກາດ​ທອງ” ​ໃຫ້​ບັນດາ​ວິ​ສາ​ຫະກິດ ອິດສະຣາ​ແອນ ລົງທຶນ, ຮ່ວມ​ມື​ດຳ​ເນີນ​ທຸລະ​ກິດ ນະຄອນ ​ໂຮ່ຈິ​ມິນ ສ້າງ “ໂອກາດ​ທອງ” ​ໃຫ້​ບັນດາ​ວິ​ສາ​ຫະກິດ ອິດສະຣາ​ແອນ ລົງທຶນ, ຮ່ວມ​ມື​ດຳ​ເນີນ​ທຸລະ​ກິດ

ຍສໝ - ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ ໂຮ່ຈິ​ມິນ ຫງວຽນ​ວັນ​ຢຸງ ທີ່​ພິທີ​ສະ​ເຫຼີ​ມສະຫຼອງ 76 ປີ​ແຫ່ງ​ວັນ​ເອກະລາດ​ແຫ່ງ​ຊາດ ອິດສະຣາ​ແອນ (14 ພຶດສະພາ 1948 – 14 ພຶດສະພາ 2024) ໂດຍສະຖານທຸດ ອິດສະຣາ​ແອນ ປະຈຳ ຫວຽດນາມ ຈັດຕັ້ງຢູ່​ນະຄອນ ​ໂຮ່ຈິ​ມິນ ໃນ​ຕອນ​ຄ່ຳ​ວັນ​ທີ 18 ມິຖຸນາ​.

ເປີດຕົວປຶ້ມ “ຄະນະກຳ​ມະ​ການ ຫວຽດນາມ ສາມັກຄີ ແລະ ການ​ຮ່ວມ​ມື ​ອາ​ຊີ - ອາ​ຟ​ຣິ​ກາ - ອາເມລີກາລາ​ຕິນ: ບັນດາເສັ້ນທາງ, ບັນດາເພື່ອນມິດ” ເປີດຕົວປຶ້ມ “ຄະນະກຳ​ມະ​ການ ຫວຽດນາມ ສາມັກຄີ ແລະ ການ​ຮ່ວມ​ມື ​ອາ​ຊີ - ອາ​ຟ​ຣິ​ກາ - ອາເມລີກາລາ​ຕິນ: ບັນດາເສັ້ນທາງ, ບັນດາເພື່ອນມິດ”

ຍສໝ - ປຶ້ມ​ດັ່ງກ່າວ ໄດ້ພິມ​ອອກ​ເປັນ​ສອງ​ພາສາ​ ຫວຽດນາມ - ​ອັງກິດ, ມີ​ຄວາມ​ໜາ​ກວ່າ 300 ໜ້າ. ຜ່ານ​ປຶ້ມ​ດັ່ງກ່າວ, ບັນດາເພື່ອນມິດ, ບັນດາການ​ເດີນ​ທາງ ​ແລະ ການ​ປະກອບສ່ວນ​ຂອງ​ຄະນະ​ກຳມະການ​ ຫວຽດນາມ ສາມັກຄີ ​ແລະ ການ​ຮ່ວມ​ມື ອາຊີ - ອາ​ຟຣິກາ - ອາ​ເມ​ລິ​ກາ​ລາ​ຕິນ ສຳລັບເປົ້າໝາຍ​ສັນຕິພາບ, ...

ມິງດຶກ (ແປຕາມ vovworld.vn)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.