ເຊື່ອມຕໍ່ສະມາຄົມມິດຕະພາບ ອົດສະຕາລີ - ຫວຽດນາມ ກັບບັນດາສະມາຄົມຊາວຫວຽດນາມ ຢູ່ ອົດສະຕາລີ

13:53 | 07/08/2024

ຫວ່າງແລ້ວນີ້, ທ່ານ​ ຟ້າມຮຸ່ງເຕິມ ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ອົດ​ສະ​ຕາ​ລີ ໄດ້​ໃຫ້ການ​ຕ້ອນຮັບ​ ທ່ານ Kim Sampson ປະທານ​ສະມາຄົມ​ມິດຕະພາບ ​ອົດ​ສະ​ຕາ​ລີ - ຫວຽດນາມ ຢູ່​ສຳນັກງານ​ສະຖານທູດ​ປະຈຳ​ນະຄອນ Canberra.

ອົດສະຕາລີ​ສ້າງ​ສູນ​ການ​ສຶກ​ສາ​ທຳ​ອິດ​ຢູ່ ຫວຽດ​ນາມ ອົດສະຕາລີ​ສ້າງ​ສູນ​ການ​ສຶກ​ສາ​ທຳ​ອິດ​ຢູ່ ຫວຽດ​ນາມ
ປິດຊຸດຝຶກອົບຮົມຄູສອນພາສາຫວຽດນາມ ຢູ່ ອາຊີ - ອົດສະຕາລີ ປິດຊຸດຝຶກອົບຮົມຄູສອນພາສາຫວຽດນາມ ຢູ່ ອາຊີ - ອົດສະຕາລີ
ເຊື່ອມຕໍ່ສະມາຄົມມິດຕະພາບ ອົດສະຕາລີ - ຫວຽດນາມ ກັບສະມາຄົມຊາວຫວຽດນາມ ຢູ່ ອົດສະຕາລີ

ທ່ານ ຟ້າມຮຸ່ງເຕິມ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອົດສະຕາລີ (ເບື້ອງຂວາ) ແລະ ທ່ານ Kim Sampson, ປະທານສະມາຄົມມິດຕະພາບ ອົດສະຕາລີ - ຫວຽດນາມ. (ພາບ: ສະຖານທູດຫວຽດນາມ ປະຈໍາ ອົດສະຕາລີ)

ທີ່​ການ​ພົບ​ປະ, ທ່ານ Kim Sampson ສະແດງຄວາມປາດ​ຖະໜາ​ຢາກ​ສົມທົບ​ກັບ​ສະຖານທູດ ຫວຽດນາມ ປະຈຳ ອົດ​ສະ​ຕາ​ລີ ເພື່ອຊຸກຍູ້​ບັນດາການ​ເຄື່ອນ​ໄຫວ​ຮ່ວມມື, ເຊື່ອມຕໍ່ລະຫວ່າງ 2 ຝ່າຍ​ກໍ່​ຄື​ລະຫວ່າງ​ສະມາຄົມ​ມິດຕະພາບ ອົດ​ສະ​ຕາ​ລີ - ຫວຽດນາມ ກັບ​ບັນດາ​ສະມາຄົມ​ຊາວ​ຫວຽດນາມ ຢູ່ ອົດ​ສະ​ຕາ​ລີ.

ທ່ານ Kim Sampson ກ່າວວ່າ: ປະຈຸບັນ ພວມມີຮ່ວມມືເປັນຢ່າງດີກັບສະມາຄົມວິສາຫະກິດຫວຽດນາມ ຢູ່ ອົດສະຕາລີ ແລະ ໃຫ້ຄວາມສົນໃຈກັບບັນດາສະມາຄົມຂອງຊາວຫວຽດນາມ ເພື່ອເປີດກວ້າງເຄືອຂ່າຍ, ປະກອບສ່ວນປັບປຸງຄວາມເຂົ້າໃຈ ແລະແລກປ່ຽນລະຫວ່າງອົດສະຕາລີ ແລະ ຫວຽດນາມ.

ນອກຈາກນີ້ ທ່ານກໍ່ຍັງໄດ້​ແບ່ງປັນ​ຄວາມ​ຕັ້ງໃຈທີ່​ຢາກ​ຊຸກຍູ້​ການ​ກັບ​ຄືນ​ມາ​ຂອງ​ໂຄງການ​ແລກປ່ຽນ​ທ່ານ​ໝໍຫຼາຍຂະແໜງຄອບຄົວ​ລະຫວ່າງ ຫວຽດນາມ ​ແລະ ອົດ​ສະ​ຕາ​ລີ ແນໃສ່​ເພື່ອ​ເພີ່ມ​ທະວີ​ການເຊື່ອມຕໍ່ ​ແລະ ​ແລກປ່ຽນ​ບົດຮຽນ​ດ້ານ​ວິຊາ​ຊີບ​ໃນ​ຂົງ​ເຂດ​ການເບິ່ງແຍງສຸຂະພາບເບຶ້ອງ​ຕົ້ນ ຢູ່​ບັນດາສະຖານພະຍາບານທ້ອງຖິ່ນ ແລະ ຊົນນະບົດ. ຄາດ​ວ່າ​ໃນ​ເດືອນ​ຕຸລາ 2024, ສະມາຄົມຂອງເພີ່ນ​ຈະ​ຕ້ອນຮັບ​ທ່ານ​ໝໍ​ຫວຽດນາມ 2 ທ່ານ​ມາ​ຍັງ Adelaide ​ໃນ​ຂອບ​ເຂດ​ໂຄງການ​ແລກປ່ຽນ​ທ່ານ​ໝໍ​ລະຫວ່າງ 2 ຝ່າຍ.

ທ່ານເອກ​ອັກຄະ​ລັດຖະທູດ ຟ້າມຮຸ່ງເຕິມ ​ໄດ້ຕີ​ລາຄາ​ສູງ​ບັນດາ​ການ​ເຄື່ອນ​ໄຫວ​ເຊື່ອມ​ຕໍ່​ຂອງ​ສະມາຄົມ​ມິດຕະພາບ​ອົດ​ສະ​ຕາ​ລີ - ຫວຽດນາມ ​ແລະ ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າໂດນສ່ວນຕົວຂອງ ​ທ່ານ Kim Sampson ໃນຖານະເປັນ​ປະທານ​ສະມາຄົມ​ມາ​ ເປັນ​ເວລາ 10 ກວ່າ​ປີ, ພ້ອມ​ກັນ​ນັ້ນ​ກໍ​ເຊື່ອ​ໝັ້ນ​ວ່າ ສະມາຄົມ​ຈະ​ມີຫົວຄິດປະດິດສ້າງຢ່າງຕັ້ງໜ້າເພີ່ມຂຶ້ນກວ່າເກົ່າ ແລະ ປະກອບສ່ວນຍົກສູງ​ຄວາມ​ເຂົ້າ​ໃຈ​ລະຫວ່າງ​ 2 ປະ​ເທດ.

ທ່ານ ເອກ​ອັກຄະ​ລັດຖະທູດ​ກໍ່​ເນັ້ນ​ໜັກ​ເຖິງ​ພື້ນຖານ​ການ​ຮ່ວມ​ມື​ອັນ​ດີງາມ ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະຫວ່າງ​ 2 ​ປະ​ເທດ, ສະເໜີໃຫ້​ສະມາຄົມ​​ຕັ້ງໜ້າ​ປະຕິບັດ MOU ທີ່​ໄດ້​ລົງ​ນາມ​ກັບ​ສະມາຄົມ​ມິດຕະພາບ​ ຫວຽດນາມ - ອົດ​ສະ​ຕາ​ລີ, ​ເປີດກວ້າງເຄືອ​ຂ່າຍ​ສະມາຊິກ​ທີ່ສະໜັບສະໜູນ​ການ​ພົວພັນ ຫວຽດນາມ - ອົດ​ສະ​ຕາ​ລີ ຫຼາຍຂຶ້ນກວ່າເກົ່າ, ​ເພີ່ມ​ທະວີ​ຄວາມເຂົ້າໃຈ, ການແລກປ່ຽນ ​ແລະ​ ການແບ່ງປັນປະສົບການ​ລະຫວ່າງ 2 ຝ່າຍ.

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ ຟ້າມຮຸ່ງເຕິມ ເອກ​ອັກຄະ​ລັດຖະທູດ ​ແລະ ທ່ານ Kim Sampson ກໍ່​ໄດ້​ແລກປ່ຽນປຶກສາ​ຫາລື​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ວົງຄະນະຍາດ​ຊາວ ຫວຽດນາມ ຢູ່ ອົດ​ສະ​ຕາ​ລີ, ພິ​ເສດ​ແມ່ນ​ລັດ Victoria.

ທອງມີ ສີຫາວົງ

ເຫດການ
302 Found

Found

The document has moved here.