ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໋ງ: ສະຖານທູດຕ້ອງເອົາໃຈໃສ່ເຖິງ ຊາວຫວຽດນາມ ຢູ່ຕ່າງປະເທດ ດ້ວຍບັນດາການເຄື່ອນໄຫວທີ່ລະອຽດ ແລະແທດຈິງ

14:38 | 05/08/2024

ຍສໝ - ນັ້ນ​ແມ່ນ​ຄຳ​ປາໄສຂອງ​ທ່ານ​ນາຍົກລັດຖະມົນຕີ ຟ້າມ​ມິນຈິ໋ງ ​ໃນ​ການ​ພົບ​ປະ​ກັບ​ພະນັກງານ, ລັດຖະກອນ​ສະຖານທູດ ​ແລະ ຜູ້ຕາງໜ້າ​ປະຊາ​ຄົມ ​ຊາວ​ຫວຽດນາມ ອາ​ໄສ​ຢູ່ ອິນ​ເດຍ ເຊິ່ງ​ໄດ້​ດຳ​ເນີນ​ໃນ​​ວັນ​ທີ 31 ກໍລະກົດ ຢູ່ New Delhi (ອິນ​ເດຍ).

ສາມແບບຢ່າງຂອງກໍ່ສ້າງ ແລະ ບຳລຸງນັກສຶກສາ ລາວ ທີ່ມີປະສິດທິຜົນ ແລະ ແທດຈິງ
ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດມຸ່ງໄປສູ່ເຂດທະເລ, ໝູ່ເກາະບ້ານເກີດເມືອງນອນ ດ້ວຍບັນດາການກະທຳທີ່ລະອຽດ ແລະ ແທດຈິງ

ກ່າວ​ຄຳ​ປາໄສ​ທີ່​ການ​ພົບ​ປະ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ອິນ​ເດຍ ຫງວຽນ​ແທ່ງ​ຫາຍ ​ໃຫ້​ຮູ້​ວ່າ: ປະຈຸ​ບັນ, ປະຊາ​ຄົມ​ ຊາວຫວຽດນາມ ຢູ່ ອິນ​ເດຍ ມີ​ປະມານ 500 ຄົນ, ​ໃນ​ນັ້ນ​ມີ​ພະ​ສົງສາມະເນນ​ຫຼາຍ​ອົງ​ພວມ​ຮ່ຳຮຽນ​ຢູ່​ທີ່​ນີ້. ສະຖານທູດ​ໄດ້​ຈັດ​ຕັ້ງ​ບັນດາການ​ເຄື່ອນ​ໄຫວພ້ອມ​ກັບ​ປະຊາຊົນ​ເປັນ​ປະຈຳ ​ເພື່ອ​ເພີ່ມ​ທະວີ​ຄວາມ​ສາມັກຄີ, ​ຮັກສາ​ວັດທະນະທຳ ​ແລະ ພາສາ​ ຫວຽດນາມ, ມຸ່ງ​ໄປ​ເຖິງ​ປະ​ເທດ​ຊາດ. ຫວ່າງ​ມໍ່ໆ​ມາ​ນີ້, ກອງ​ປະຊຸມ​ໃຫຍ່​ສະມາຄົມ​ ຊາວ​ຫວຽດນາມ ​ຢູ່ ​ອິນ​ເດຍ​ ອາຍຸການ 2024-2027 ​ໄດ້​ຈັດຕັ້ງ​ຢ່າງ​ສຳ​ເລັດ​ຜົນ.

​ໂດຍ​ໄດ້​ຮັບ​ຮູ້ ​ແລະ ຍ້ອງຍໍ​ຊົມ​ເຊີຍບັນດາ​ໝາກຜົນ​ການ​ເຄື່ອນ​ໄຫວ​ຂອງ​ສະຖານທູດ, ທ່ານ​ນາຍົກລັດຖະມົນຕີ ຟ້າ​ມມິນຈິ໋ງ ຮຽກຮ້ອງ​ໃຫ້​ສະຖານທູດ​ສືບ​ຕໍ່​ເບິ່ງ​ແຍງ​ດູ​ແລ​ປະຊາຊົນ​ດ້ວຍ​ການ​ປະພຶດ ແລະ ການກະທຳທີ່ລະອຽດ, ແທດຈິງ, ບໍ່​ເປັນ​ຮູບການ ​ແລະ ​ສີສັນ. ຈົ່ງ​ຖື​ວຽກ​ງານ​ຂອງ​ປະຊາຊົນຄື​ເປັນ​ຂອງ​ຕົນ, ຖືປະຊາຊົນຄື​ຍາດ​ພີ່ນ້ອງເລືອດເນື້ອເຊື້ອດຽວ​ຂອງ​ຕົນ; ເຮັດ​ວຽກ​ງານ​ ຊາວ​ຫວຽດນາມ ​ຢູ່​ຕ່າງປະ​ເທດ​, ວຽກ​ງານ​ປົກ​ປ້ອງ​ພົນລະ​ເມືອງ, ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ຂົວເຊື່ອມ​ຕໍ່​ລະຫວ່າງ​ສອງ​ປະ​ເທດໃຫ້​ດີກ​ວ່າ​ເກົ່າ, ປະຕິບັດ​ວຽກ​ງານ​ຄາດ​ຄະ​ເນ, ​ເສນາທິການໃຫ້​ເປັນຢ່າງດີ, ​ແກ້​ໄຂ​ບັນຫາ​ທີ່​ເກີດ​ຂຶ້ນ​ຢ່າງ​ທັນ​ການ.

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໋ງ: ສະຖານທູດຕ້ອງເອົາໃຈໃສ່ເຖິງ ຊາວຫວຽດນາມ ຢູ່ຕ່າງປະເທດ ດ້ວຍບັນດາການເຄື່ອນໄຫວທີ່ລະອຽດ ແລະແທດຈິງ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິນຈິ໋ງ ໄດ້​ໄປ​ຢ້ຽມ​ຢາມ ແລະ ໂອ້ລົມກັບ​ບັນ​ດາ​ພະ​ນັກ​ງານ, ລັດຖະກອນ​ສະ​ຖານ​ທູດ ແລະ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ປະ​ເທດ ອິນ​ເດຍ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ໃຫ້ຮູ້​ວ່າ ປະ​ຊາ​ຄົມ ​ຊາວ​ຫວຽດ​ນາມ ​ຢູ່ ​ອິນ​ເດຍ ​ນັບ​ມື້​ນັບ​ພັດທະນາ, ​ຊ່ວຍເຫຼືອເຊິ່ງກັນ ແລະ ກັນຢ່າງສະເໝີ, ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ຝ່າຍ ​ອິນ​ເດຍ ​ກ່ຽວ​ກັບ​ການ​ປະ​ກອບ​ສ່ວນ​ທີ່​ຕັ້ງໜ້າໃຫ້ສັງຄົມ​ຂອງ​ປະ​ເທດ​ເຈົ້າພາບ. ໂດຍຕາງໜ້າການນຳພັກ, ລັດ, ທ່ານນາຍົກລັດຖະມົນຕີ ນັບຖືຢ່າງສູງບັນດາຄວາມມານະພະຍາຍາມ, ການປະກອບສ່ວນສຳຄັນຂອງປະຊາຄົມ ຊາວ ຫວຽດນາມ ຢູ່ ອິນເດຍ ຕໍ່ກັບບັນດາຜົນງານຂອງປະເທດຊາດໃນໄລຍະທີ່ຜ່ານມາ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຢືນ​ຢັນ​ວ່າ ພັກ ແລະ ລັດ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່ ແລະ ຖື​ປະ​ຊາ​ຄົມ ​ຊາວ​ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ ແມ່ນ​ສ່ວນ​ໜຶ່ງ​ທີ່​ບໍ່​ອາດ​ແບ່ງ​ແຍກ​ອອກ​ຈາກ​ປະ​ຊາ​ຄົມ​ບັນດາເຜົ່າ ຫວຽດ​ນາມ. ບັນດາ​ກົນ​ໄກ, ນະ​ໂຍບາຍ​ທີ່​ໄດ້​ປະກາດ​ໃຊ້​ລ້ວນ​ແຕ່​ສ້າງ​ເງື່ອນ​ໄຂ​ສະດວກ​ທີ່​ສຸດ​ໃຫ້​ປະຊາຊົນ​ໄປ​ເຮັດ​ວຽກ, ດຳລົງ​ຊີວິດ, ຮ່ຳຮຽນສຶກສາ ​ແລະ ປະກອບສ່ວນ​ໃຫ້ແກ່​ປະ​ເທດຊາດ​ຄື: ນະ​ໂຍບາຍ​ທີ່​ດິນ, ທີ່​ຢູ່​ອາ​ໄສ, ວີ​ຊາ...

​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້, ທ່ານ ​ແລະ ບັນດາການ​ນຳ ​ອິນ​ເດຍ ຈະ​ປຶກສາ​ຫາລື ​ແລະ ສະ​ເໜີ​ທິດ​ທາງ​ໃຫ້​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ອິນ​ເດຍ ໄດ້ນັບມື້ນັບພັດທະນາ​ຢ່າງ​ແຂງ​ແຮງ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ກວ່າ​ໃນ​ທຸກ​ຂົງ​ເຂດ, ​ໃນ​ນັ້ນ ​ມີ​ການ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດດຳລົງຊີວິດ, ຮ່ຳຮຽນສຶກສາ ແລະ ເຮັດວຽກ.

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໋ງ: ສະຖານທູດຕ້ອງເອົາໃຈໃສ່ເຖິງ ຊາວຫວຽດນາມ ຢູ່ຕ່າງປະເທດ ດ້ວຍບັນດາການເຄື່ອນໄຫວທີ່ລະອຽດ ແລະແທດຈິງ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິນຈິ໋ງ ກ່າວ​ຄຳ​ປາໄສ​ທີ່​ການ​ພົບ​ປະ​ກັບ​ບັນ​ດາ​ພະ​ນັກ​ງານ, ລັດຖະກອນ​ສະ​ຖານ​ທູດ ແລະ ປະ​ຊາ​ຄົມ​ ຊາວ​ຫວຽດ​ນາມ ປະ​ຈຳ ອິນ​ເດຍ.

ທ່ານ​ນາຍົກລັດຖະມົນຕີ ​ໄດ້​ຮັບ​ຮູ້ບັນດາຂໍ້ສະເໜີ​ຂອງ​ປະຊາຊົນ ​ແລະ ໃຫ້ຮູ້ວ່າ ຈະ​ມອບ​ໃຫ້​ບັນດາ​ອົງການ​ທີ່ກ່ຽວຂ້ອງ​ ເພື່ອແກ້ໄຂຕາມບົດບາດ, ​ໜ້າ​ທີ່, ຂອບເຂດສິດອຳນາດ, ພ້ອມ​ກັນ​ນັ້ນ ​ກໍ່​ປຶກສາ​ຫາລື​ກັບ​ຝ່າຍ ​ອິນ​ເດຍ ​ເພື່ອ​ຄົ້ນຄວ້າ​ບັນດາ​ມາດ​ຕະການ​ແກ້​ໄຂ​ຢ່າງ​ເໝາະ​ສົມ.

ທ່ານ​ຮຽກຮ້ອງ​ໃຫ້​ພະນັກງານ, ລັດຖະກອນ​​ສະຖານທູດ ​ແລະ ປະຊາ​ຄົມ​ ຊາວ​ຫວຽດນາມ ອາ​ໄສ​ຢູ່ ອິນ​ເດຍ ສືບ​ຕໍ່​ເສີມ​ຂະຫຍາຍ​ນ້ຳ​ໃຈ​ຮັກ​ຊາດ, ສາມັກຄີ, ມູນເຊື້ອ “ລູກ​ຫຼານ ຫຼາກ​ຮົ່ງ” ຍາມ​ໃດ​ກໍ່​ມຸ່ງ​ໄປ​ເຖິງ​ບ້ານ​ເກີດ​ເມືອງ​ນອນ, ສືບ​ຕໍ່​ປະກອບສ່ວນ​ສ້າງສາ​ປະ​ເທດ​ຊາດ ​ແລະ ການ​ພົວ​ພັນ ຫວຽດນາມ - ​ອິນ​ເດຍ​.

ໂດຍມີຄວາມປະຕິຊົມຊື່ນ ແລະ ພາກພູມໃຈໃນບັນດາຜົນສຳເລັດອັນໃຫຍ່ຫຼວງຂອງປະເທດຊາດ ແລະ ການພັດທະນາອັນພົ້ນເດັ່ນຂອງການພົວພັນ ຫວຽດນາມ - ອິນເດຍ ໃນໄລຍະທີ່ຜ່ານມາ, ຜູ້ຕາງໜ້າປະຊາຄົມ ຊາວ ຫວຽດນາມ ຢູ່ ອິນເດຍ ໄດ້ຢັ້ງຢືນຄວາມພາກພູມໃຈໃນຄວາມເປັນ ຫວຽດນາມ, ເຊື່ອໝັ້ນຕໍ່ພັກ, ລັດ ແລະ ອະນາຄົດອັນດີງາມຂອງຊາດ. ປະຊາຊົນຮູ້ສຶກ​ຕື້ນຕັນໃຈຕໍ່​ຄວາມ​ເອົາ​ໃຈ​ໃສ່ ​ແລະ ເບິ່ງແຍງດູແລ​ຂອງ​ພັກ ​ແລະ ລັດ ດ້ວຍ​ບັນດາ​ນະ​ໂຍບາຍ​ສ້າງ​ເງື່ອນ​ໄຂ​ໃຫ້​ ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ສະໜິດສະໜົມ ​ແລະ ປະກອບສ່ວນ​ໃຫ້ແກ່​ບ້ານ​ເກີດ​ເມືອງ​ນອນຫຼາຍກວ່າອີກ.

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໋ງ: ສະຖານທູດຕ້ອງເອົາໃຈໃສ່ເຖິງ ຊາວຫວຽດນາມ ຢູ່ຕ່າງປະເທດ ດ້ວຍບັນດາການເຄື່ອນໄຫວທີ່ລະອຽດ ແລະແທດຈິງ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິນຈິ໋ງ ພ້ອມ​ດ້ວຍ​ບັນ​ດາ​ຜູ້​ແທນ​ໄດ້​ຕັດ​ແຖບ​ຜ້າ​ເປີດສະຫຼອງ​ສຳ​ນັກ​ງານ​​ສະ​ຖານ​ທູດ ​ຫວຽດ​ນາມ ຢູ່ນະຄອນຫຼວງ New Delhi, ອິນ​ເດຍ.

ກ່ອນ​ໜ້າ​ນັ້ນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິນຈິ໋ງ ພ້ອມ​ດ້ວຍ​ຄະ​ນະ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ເປີດ​ສະຫຼອງສຳນັກງານ​ສະ​ຖານ​ທູດ ​ຫວຽດ​ນາມ ປະ​ຈຳ ອິນ​ເດຍ ຢູ່ Chanakyapuri, ນະຄອນຫຼວງ New Delhi. ໂຄງການດັ່ງກ່າວໄດ້ເລີ່ມລົງມືກໍ່ສ້າງໃນປີ 2018, ສຳເລັດໃນປີ 2022 ແລະ ໄດ້ຜ່ານການຮັບປະກັນ 2 ປີ. ໂຄງການຕັ້ງຢູ່ເຂດດິນທີ່ມີທີ່ຕັ້ງສວຍງາມ, ເນື້ອທີ່ເກືອບ 3,500 m2, ລວມມີ 2 ພາກສ່ວນຄື: ສຳນັກງານເຮັດວຽກ ແລະ ເຮືອນພັກໃຫ້ແກ່ພະນັກງານສະຖານທູດ.

ດ້ວຍ​ສຳນັກງານ​ໃຫຍ່​ທີ່​ກ້ວາງ​ຂວາງ, ທ່ານ​ນາຍົກລັດຖະມົນຕີ ​ເຊື່ອ​ໝັ້ນ​ວ່າ ບັນດາ​ພະນັກງານ, ລັດຖະກອນ​ສະຖານທູດ​ຈະ​ມີກຳລັງໜູນ ແລະ ມີແຮງບັນດານໃຈເຮັດ​ວຽກ​ຢ່າງ​ມີ​ປະສິດທິ​ຜົນ, ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ອິນ​ເດຍ, ກໍ່ຄືປະກອບສ່ວນ​​ເຂົ້າ​ໃນ​ການ​ພັດທະນາ​ຢ່າງ​ວ່ອງ​ໄວ ​ແລະ ຍືນ​ຍົງ​ຂອງ​ ຫວຽດນາມ.

ໃນເດືອນມິຖຸນາ, ຄະນະຜູ້ແທນທີ່ດີເດັ່ນຊາວ ຫວຽດນາມ ຢູ່ຕ່າງປະເທດ 40 ຄົນຈະໄປຢ້ຽມຢາມພະນັກງານ, ນັກຮົບກອງທັບເຮືອເຂດ 5

ໃນເດືອນມິຖຸນາ, ຄະນະຜູ້ແທນທີ່ດີເດັ່ນຊາວ ຫວຽດນາມ ຢູ່ຕ່າງປະເທດ 40 ຄົນຈະໄປຢ້ຽມຢາມພະນັກງານ, ນັກຮົບກອງທັບເຮືອເຂດ 5

ຍສໝ - ແຕ່​ວັນ​ທີ 25 – 29 ມິຖຸນາ​, ຄະນະ​ກຳມະການ​ຊາວ ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ຈັດ​ຕັ້ງ​ຄະນະ​ຜູ້​ແທນ​ຊາວ​ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ໄປ​ຢ້ຽມຢາມ​ພະນັກງານ ​ແລະ ນັກຮົບ​ກອງທັບ​ເຮືອ​ເຂດ 5.

ຈຸດນັດ​ພົບ​ຂອງຊາວ​ຫວຽດນາມ ອາ​ໄສ​ຢູ່ຕ່າງປະເທດ ຢູ່​ນະຄອນ ​ໂຮ່ຈີ​ມິນ.

ຈຸດນັດ​ພົບ​ຂອງຊາວ​ຫວຽດນາມ ອາ​ໄສ​ຢູ່ຕ່າງປະເທດ ຢູ່​ນະຄອນ ​ໂຮ່ຈີ​ມິນ.

ຍສໝ - ວັນທີ 8 ມິຖຸນາ, ຄະນະກຳມະການກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງ​ເປີດສະຫຼອງກິດຈະກຳ ໄລຍະທີ 1 “ພື້ນທີ່ວັດທະນະທຳ ໂຮ່ຈີມິນ - ຈຸດນັດ​ພົບ​ຂອງຊາວ​ຫວຽດນາມ ອາ​ໄສ​ຢູ່ຕ່າງປະເທດ” ຢູ່ເຮືອນເລກທີ 147 ຫງວຽນດີງຈ໋ຽວ (ເມືອງ 3, ນະຄອນ ໂຮ່ຈີມິນ). ສະຖານທີ່ແຫ່ງນີ້ ໄດ້ຄາດວ່າຈະສ້າງກາລະໂອກາດໃຫ້ຊາວຫວຽດນາມ ...

ມິງດຶກ

ເຫດການ
302 Found

Found

The document has moved here.