ໄຂຊຸດຮຽນ​ຫ້ອງ​ຮຽນ​ພາສາ ​ຫວຽດ​ນາມ​ ສຳລັບ​ເດັກ​ນ້ອຍ​ຫວຽດ​ນາມ ຢູ່ ຍີ່​ປຸ່ນ

22:52 | 21/08/2024

ຍສໝ - ​ຫ້ອງ​ຮຽນ​ພາສາ ​ຫວຽດ​​ ທີ່​ຮັກ​ແພງ​​ສຳລັບ​ເດັກນ້ອຍ​ຫວຽດນາມ​ ລຸ້ນທີ 2 ​ແລະ 3 ຢູ່​ເຂດ Kansai, Osaka (ຍີ່ປຸ່ນ) ​ໄດ້​ດຶງ​ດູດ​ນັກຮຽນ 100 ກວ່າ​ຄົນ, ​ໃນ​ນັ້ນ​ ມີນັກຮຽນແບບເຊິ່ງໜ້າ 30 ຄົນ ແລະ ນັກຮຽນອອນໄລ 70 ຄົນ​ ມີ​ອາຍຸແຕ່ 5-14 ປີ.

ຫວຽດ​ນາມ - ຍີ່​ປຸ່ນ ເປີດກວ້າງ​ການ​ຮ່ວມ​ມື​ດ້ານ​ວີ​ຊາ, ODA ແລະ ການ​ສົ່ງ​ອອກ​ແຮງ​ງານ
CTFK (ອາ​ເມ​ລິ​ກາ) ​ຊ່ວຍ​ເຫຼືອການ​ປ້ອງ​ກັນ​ການ​ຈົມ​ນ້ຳ​ໃຫ້​ເດັກ​ນ້ອຍ 1.800 ຄົນ​ຢູ່ 2 ເມືອງ​ຂອງ​ແຂວງ ກວາງ​ຫງ້າຍ

ຊຸດ​ຮຽນ​ໂດຍ​ໂຮງຮຽນ​ພາສາ ຫວຽດ ໄມ້ໄຜ່ (ໄກແຈ) - ​ໂຮງຮຽນ​ຊຸມ​ຊົນ​ແຫ່ງ​ທຳ​ອິດ​ ຢູ່ຍີ່​ປຸ່ນ - ສົມທົບ​ກັບ​ສະມາຄົມ​ແມ່​ຍິງ ຫວຽດນາມ ​ເຂດ Kansai, ສະມາຄົມຕິດຕໍ່ກັບຊາວຫວຽດນາມ ອາໄສຢູ່​ຕ່າງປະ​ເທດ, ມະຫາວິທະຍາ​ໄລ​ພາສາ​ຕ່າງປະ​ເທດ - ມະຫາວິທະຍາ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ ຈັດຕັ້ງ, ກໍເພື່ອຕອບ​ສະໜອງ​ໂຄງການ “ວັນ​ເຊີດ​ຊູ​ພາສາ​ຫວຽດນາມ ​ໃນ​ປະຊາ​ຄົມ​ຊາວຫວຽດນາມ ອາໄສຢູ່​ຕ່າງປະ​ເທດ”.

ໄຂຊຸດຮຽນ​ຫ້ອງ​ຮຽນ​ພາສາ ​ຫວຽດ​ນາມ​ ສຳລັບ​ເດັກ​ນ້ອຍ​ຫວຽດ​ນາມ ຢູ່ ຍີ່​ປຸ່ນ

ພິທີ​ໄຂ​ຊຸດຮຽນຢູ່​ເຂດ Kansai, Osaka, ຍີ່ປຸ່ນ ​ໄດ້​ດຶງ​ດູດ​ນັກຮຽນ 100 ກວ່າ​ຄົນເຂົ້າຮຽນ.

ກ່າວ​ຄຳ​ປາໄສ​ທີ່​ພິທີ​ເປີດ​ຊຸດ​ຮຽນ, ທ່ານ​ນາງ ​ເລ​ເທືອງ - ຜູ້​ກໍ່​ຕັ້ງ​ໂຮງຮຽນ​ພາສາ ຫວຽດ ໄມ້ໄຜ່ (ໄກແຈ), ຮອງ​ປະທານ​ຜູ້ປະຈຳສະມາຄົມ​ແມ່​ຍິງ ຫວຽດນາມ ປະຈຳ​ເຂດ Kansai - ສະແດງຄວາມປາດ​ຖະໜາ​ວ່າ ຜ່ານ​ການ​ຮຽນ​ພາສາ​ຫວຽດນາມ, ເດັກ​ນ້ອຍ ​ບໍ່​ພຽງ​ແຕ່​ຈະ​ຮູ້​ພາ​ສາ​ແມ່​ຂອງ​ຕົນ​ເທົ່າ​ນັ້ນ, ຫາກ​ຍັງ​ເຂົ້າ​ໃຈ​ວັດ​ທະ​ນະ​ທຳ, ປະ​ຫວັດ​ສາດ ແລະ ຮິດຄອງປະ​ເພນີ​ຂອງ​ຫວຽດນາມ ນຳອີກ. “ການຮຽນພາສາຫວຽດນາມ ບໍ່ພຽງແຕ່ຊ່ວຍໃຫ້ເດັກນ້ອຍພັດທະນາຕົນເອງເທົ່ານັ້ນ, ຫາກຍັງປະກອບສ່ວນຮັດແໜ້ນຄວາມສະໜິດຕິດພັນລະຫວ່າງສະມາຊິກໃນຄອບຄົວ, ຍົກສູງບົດບາດ, ທີ່ຕັ້ງຂອງພາສາ ຫວຽດນາມ ຢູ່ດິນແດນຕາເວັນຂຶ້ນ”.

​ເຂົ້າ​ຮ່ວມ ​ແລະ ກ່າວ​ຄຳປາໄສທີ່​ພິ​ທີ​ໄຂ, ທ່ານ ໂງຈິ້ງຮ່າ - ຫົວໜ້າສະຖານກົງ​ສູນ​ໃຫຍ່​ຫວຽດ​ນາມ ປະ​ຈຳ Osaka ໄດ້ຕີ​ລາ​ຄາ​ສູງ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ຄະ​ນະ​ຈັດ​ຕັ້ງ, ຄູ​ອາ​ຈານ ແລະ ຜູ້ປົກຄອງເພື່ອສາມາດຈັດຫ້ອງ​ຮຽນ​ນີ້​ໃຫ້​ເດັກ​ນ້ອຍໄດ້.

ກ່າວ​ຄຳຊົມເຊີຍທີ່​ພິທີ​ໄຂ, ທ່ານ ຫງວຽນ​ແມ້ງ​ດົງ - ຮອງຫົວໜ້າຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່​ຕ່າງປະ​ເທດ, ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ - ສະແດງຄວາມ​ເຊື່ອ​ໝັ້ນ​ວ່າ “ຫ້ອງ​ຮຽນ​ພາສາ ​ຫວຽດ​ນາມ​ ທີ່​ຮັກ​ແພງ ຈະ​ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ຮຽນ​ຮູ້​ທີ່ມີຊີວິດຊີວາ, ມີ​ປະສິດທິ​ຜົນ ​ແລະ ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ແພງ, ປະກອບສ່ວນ​ບຳລຸງ​ສ້າງ​ວັດທະນະທຳ​ບັນພະບຸລຸດ​ໃຫ້​ແກ່​ເດັກນ້ອຍ, ນັ້ນ​ຈະ​ຮັກສາ “ຈິດໃຈຫວຽດນາມ” ຢູ່​ບ່ອນ​ໃດ​ກໍ​ມີຊາວ​ຫວຽດນາມ ດຳລົງຊີວິດ​ຢູ່”.

ໂຄງການສອນ ແລະ ການຮຽນຟຣີ - ໄດ້ສ້າງມາຈາກຄວາມກະຕືລືລົ້ນຂອງບັນດາຄູສອນ ກໍ່ຄືຜູ້ກໍ່ຕັ້ງໂຄງການ - ຫວັງວ່າ ຈະເປັນຂົວຕໍ່ມິດຕະພາບລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ.

ທ່ານ Sekoguchi - ຫົວໜ້າ​ຫ້ອງວ່າການສິດທິ​ມະນຸດ, ວັດທະນະທຳ​ນະຄອນ Higashiosaka - ໄດ້​ອ່ານ​ຈົດໝາຍ​ຊົມເຊີຍ​ຂອງ​ທ່ານ​ນາຍົກເທດສະມົນຕີນະຄອນ, ​ໂດຍ​ເນັ້ນ​ໜັກ​ວ່າ ຈະ​ຮ່ວມເດີນທາງ​ກັບ​ໂຮງຮຽນພາສາຫວຽດ ໄມ້ໄຜ່ (ໄກແຈ) ຕະຫຼອດ​ໄປ.

ຄ້າຍ​ພັກ​ແລ້ງ ຫວຽດ​ນາມ 2024: ເຊື່ອມ​ຕໍ່​ໄວ​ໜຸ່ມ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ກັບ​ບ້ານ​ເກີດ​ເມືອງນອນ

ຄ້າຍ​ພັກ​ແລ້ງ ຫວຽດ​ນາມ 2024: ເຊື່ອມ​ຕໍ່​ໄວ​ໜຸ່ມ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ກັບ​ບ້ານ​ເກີດ​ເມືອງນອນ

ຍສໝ - ລາຍການຄ້າຍພັກແລ້ງ ຫວຽດນາມແມ່ນເພື່ອແນໃສ່ສ້າງໂອກາດໃຫ້ໄວໜຸ່ມສະໜິດຕະພັນກັບບ້ານເກີດເມືອງນອນ, ປະເທດຊາດ, ໄດ້ລົງຕົວຈິງ ແລະ ເຮັດໃຫ້ຄວາມຮູ້ທາງດ້ານວັດທະນະທຳອຸດົມສົມບູນກ່ວາເກົ່າ.

ບໍາລຸງ​ວິ​ທີ​ການສິດ​ສອນພາສາ​ຫວຽດ​ນາມ ​ໃຫ້​ແກ່​ຄູ​ອາ​ຈານ​ຫວຽດ​ນາມ​ ຢູ່​ໄຕ້​ຫວັນ (ຈີນ)

ບໍາລຸງ​ວິ​ທີ​ການສິດ​ສອນພາສາ​ຫວຽດ​ນາມ ​ໃຫ້​ແກ່​ຄູ​ອາ​ຈານ​ຫວຽດ​ນາມ​ ຢູ່​ໄຕ້​ຫວັນ (ຈີນ)

ຍສໝ - ຕອນ​ບ່າຍ​ວັນ​ທີ 4 ກໍລະກົດ, ຢູ່ທີ່ຕ​້າວຢວນ - ​ໄຕ້​ຫວັນ (ຈີນ), ຫ້ອງການ​ເສດຖະກິດ ​ແລະ ວັດທະນະທຳ ຫວຽດນາມ ປະຈຳ ​ໄທ​ເປ ​ໄດ້​ສົມທົບ​ກັບ​ບັນດາ​ຫົວໜ່ວຍ​ທີ່​ກ່ຽວຂ້ອງ​ຈັດ​ຕັ້ງ​ພິທີ​ເປີດ​ຊຸດ​ອົບຮົມ​ການ​ສອນ​ພາສາ​ຫວຽດນາມ ​ໃຫ້​ແກ່​ບັນດາ​ຄູ​ອາຈານ​ຫວຽດນາມ ຢູ່​ໄຕ້​ຫວັນ ແລະ ເປີດຕົວຕູ້ປຶ້ມເພື່ອຮັບໃຊ້ຊຸມຊົນ.

ມີງດຶກ

ເຫດການ
302 Found

Found

The document has moved here.