ຄ້າຍລະດູຮ້ອນຫວຽດນາມ ປີ 2024: ຊາວ​ໜຸ່ມຫວຽດນາມຢູ່​ຕ່າງ​ປະ​ເທດ ຄົ້ນຫາ​ວັດ​ທະ​ນະ​ທຳ​ຂອງ​ຊາວ​ເຜົ່າ​ຈໍ່າ​ ມີຄວາມງົດງາມ ແລະ ມີຄວາມໝາຍສູງສົ່ງ

08:49 | 29/07/2024

ຍສໝ - ວັນທີ 25 ກໍລະກົດ, ຊາວໜຸ່ມ, ນັກສຶກສາຫວຽດທີ່ຢູ່ຕ່າງປະເທດໄດ້ມີໂອກາດໄປຮຽນຮູ້ກ່ຽວກັບວັດທະນະທໍາຈໍ່າ, ມໍລະດົກຫໍ, ທາດ ແລະ ວັດທະນະທໍາຊົນເຜົ່າຈໍ່າຢູ່ເຂດພື້ນທີ່ມີລົມຫາດຊາຍ ນິ່ງທ້ວນ ແລະ ບິ່ງທ້ວນ.

Thanh niên, sinh viên kiều bào tham quan di tích quốc gia đặc biệt tháp Po Klong Garai ở thành phố Phan Rang-Tháp Chàm, tỉnh Ninh Thuận. (Ảnh: Tuấn Việt)  ຊາວ​ໜຸ່ມ​ ແລະ ​ນັກ​ສຶກສາ​ຢູ່​ຕ່າງປະ​ເທດ​ໄປ​ຢ້ຽມຢາມຮອງແຫ່ງຊາດ ພິເສດແມ່ນ​ຫໍ​ ໂປຣກຣອງ ກາລ່າຍ ຢູ່​ນະຄອນ ຟານລ່າງ -ທາດຈາມ ແຂວງນິ່ງທ້ວນ (ພາບ: ຕູ່ນຫວຽດ)

ຊາວ​ໜຸ່ມ​ ແລະ ​ນັກ​ສຶກສາ​ຢູ່​ຕ່າງປະ​ເທດ​ ໄປ​ຢ້ຽມຢາມຮ່ອງຮອຍແຫ່ງຊາດພິເສດ ທາດ​ ໂປ ກຣອງ ຢາ ລາຍ ຢູ່​ນະຄອນ ຟານລ່າງ -ທາບຈາມ ແຂວງນິ່ງທ້ວນ (ພາບ: ຕູ່ນຫວຽດ)

ດ້ວຍ​ຈຸດ​ປະ​ສົງຊອກ​ຮູ້​ວັດ​ທະ​ນະ​ທຳ​ທີ່​ຫຼາກ​ຫຼາຍ​ຂອງ​ຫວຽດ​ນາມ, ຊາວ​ໜຸ່ມ ແລະ ນັກ​ສຶກ​ສາ​ຢູ່​ຕ່າງ​ປະ​ເທດ​ໄດ້​ໄປ​ຢ້ຽມ​ຢາມ​ເຂດຮ່ອງຮອຍ​ພິ​ເສດ​ລະດັບ​ຊາດ ທາດ​ ໂປ ກຣອງ ຢາ ລາຍ ຢູ່​ນະຄອນ ຟານລ່າງ -ທາບຈາມ ແຂວງນິ່ງທ້ວນ.

ທາດ​ ໂປ ກຣອງ ຢາ ລາຍ ຕັ້ງຢູ່ເທິງພູເຈົ່າ.​ ໂປ ກຣອງ ຢາ ລາຍ ແມ່ນຊື່ທົ່ວໄປຂອງກຸ່ມຫໍທາດ ເຊິ່ງລວມມີຫໍຫຼັກ, ທາດປະຕູໂຂງ ແລະ ຫໍໄຟ, ສ້າງຂຶ້ນໃນທ້າຍສະຕະວັດທີ 13 - ຕົ້ນສະຕະວັດທີ 14.

ຕາມການບອກເລົ່າສູ່ກັນຟັງວ່າ: ທາດ​ ໂປ ກຣອງ ຢາ ລາຍ ສ້າງຂຶ້ນເພື່ອສະແດງຄວາມຮູ້ບຸນຄຸນ ແລະ ຄວາມເຄົາລົບຕໍ່ພະມະຫາກະສັດ​ ໂປ ກຣອງ ຢາ ລາຍ ແລະ ໄດ້ສ້າງຂຶ້ນໂດຍກະສັດ ສີຫາວາມານ. ຜ່ານ​ເຫດການ​ປະຫວັດສາດ ​ແລະ​ ການເປ່ເພ​ຕາມການ​ເວລາ, ທາດ​ຍັງ​ຄົງ​ຮັກສາ​ບັນດາ​ວັດ​ຖຸບູຮານ ​ແລະ ຄຸນຄ່າ​ພື້ນ​ເມືອງ​ຢ່າງຄົບຖ້ວນ.

Tháp Pô Klong Garai, niềm tự hào của người Chăm ở Ninh Thuận. (Ảnh: Tuấn Việt)ຫໍທາດໂປຣກຣອງ ກາລ່າຍ, ຄວາມພາກພູມໃຈຂອງຊາວຈໍ່າ ຢູ່ນີ່ງທ້ວນ. (ພາບ: ຕູ່ນຫວຽດ)
ທາດ​ ໂປ ກຣອງ ຢາ ລາຍ, ຄວາມເອກອ້າງທະນົງໃຈຂອງຊາວຈໍ່າ ຢູ່ນີ່ງທ້ວນ. (ພາບ: ຕູ່ນຫວຽດ)

ສະຖານທີ່ແຫ່ງນີ້ ໄດ້ຮັບຖືວ່າເປັນສະຖານທີ່ງົດງາມມະຫັດສະຈັນ ແລະ ເປັນເອກະລັກສະເພາະໃນບັນດາທາດບູຊາຂອງຊາວເຜົ່າຈໍ່າ ທີ່ຍັງເຫຼືອຢູ່ ຫວຽດນາມ, ແມ່ນໜຶ່ງໃນບັນດາຮ່ອງຮອຍປະຫວັດສາດຂອງແຂວງ ນິ່ງທ້ວນ ທີ່ດຶງດູດແຂກທ່ອງທ່ຽວມາທ່ຽວຊົມ ແລະ ຊອກຮູ້ກ່ຽວກັບວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາວຈຳປາ .

ຢູ່​ທີ່​ນີ້, ຊາວ​ໜຸ່ມ ​ແລະ ນັກ​ສຶກສາ​ຢູ່​ຕ່າງປະ​ເທດ​ໄດ້​ຊອກ​ຮູ້​ກ່ຽວ​ກັບ​ໜຶ່ງ​ໃນ​ບັນດາ​ຜົນງານ​ສະຖາປັດຕະຍະກຳ​ທີ່​ເປັນ​ເອກະລັກ​ສະ​ເພາະ, ມີ​ຄຸນຄ່າ​ວັດທະນະທຳ ​ແລະ ປະຫວັດສາດ​ທີ່ເອກອ້າງທະນົງ​ໃຈ​ຂອງ​ຊາວ​ເຜົ່າ​ຈ່ຳ.

Bạn Trần Đức Minh, kiều bào từ Malaysia tìm hiểu về văn hoá Chăm Pa. (Ảnh: Tuấn Việt)  ທ່ານ ເຈິນດຶກມີ່ງ, ຊາວ​ຫວຽດນາມ ອາ​ໄສ​ຢູ່ ມາ​ເລ​ເຊຍ ຢູ່​ຕ່າງປະ​ເທດ ​ໄດ້​ຮຽນ​ຮູ້​ວັດທະນະທຳ​ຈຳປາ. (ພາບ: ຕູ່ນຫວຽດ)
ເພື່ອນ ເຈິນດຶກມີ່ງ, ຊາວ​ຫວຽດນາມ ອາ​ໄສ​ຢູ່ ມາ​ເລ​ເຊຍ ຢູ່​ຕ່າງປະ​ເທດ ​ຊອກ​ຮູ້​ວັດທະນະທຳ​ຈຳປາ. (ພາບ: ຕູ່ນຫວຽດ)

ໂດຍແບ່ງປັນກັບໜັງສືພິມໂລກ ແລະ ຫວຽດນາມ, ເພື່ອນ ເຈີ່ນດຶກມິງ, ຊາວຫວຽດນາມ ອາໄສຢູ່ປະເທດມາເລເຊຍ ມີຄວາມມັກຫຼາຍເມື່ອໄດ້ຊອກຮູ້ວັດທະນະທໍາທີ່ເປັນເອກະລັກສະເພາະຂອງຊາວເຜົ່າຈໍ່າ. “ນ້ອງ​ມັກ​ຊອກ​ຮູ້​ວັດ​ທະ​ນະ​ທຳ ​ທີ່​ແຕກ​ຕ່າງ​ກັນ​, ແຕ່​ວັດ​ທະ​ນະ​ທຳ​ຫວຽດ​ນາມ ຍາມ​ໃດ​ກໍ່​ສ້າງ​ຄວາມ​ປະ​ທັບ​ໃຈ​​ໃຫ້​ຂ້າ​ພະ​ເຈົ້າທີ່​ສຸດ. ປະຈຸ​ບັນ ​ຂ້າພະ​ເຈົ້າ​ໄດ້ມາ​ຢູ່​ທີ່​ນີ້, ​ໄດ້​ສຳ​ຜັດ​ບັນດາ​ກ້ອນ​ຫີນ​ທີ່ສ້າງ​​ທາດດ້ວຍມືຕົນເອງ, ​ໄດ້​ຮັບ​ຟັງ​ບັນດາ​ເລື່ອງເລົ່າ ​ແນະນຳ​ວັດທະນະທຳ​ຈຳປາ, ຂ້າພະ​ເຈົ້າ​ໄດ້ມີຄວາມ​ຮູ້​ໃໝ່​ທີ່​ມີ​ປະ​ໂຫຍ​ດ ​ແລະ ໜ້າ​ສົນ​ໃຈ​ກ່ຽວ​ກັບ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ນີ້.

“ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ຂ້າພະ​ເຈົ້າ​ໄດ້​ມາຊອກ​ຮູ້​ວັດທະນະທຳ​ຈຳປາ. ເມື່ອກັບ​ຄືນເມືອ​ມາ​ເລ​ເຊຍ, ຂ້າ​ພະ​ເຈົ້າ​ຈະ​ແນະ​ນຳ​ໃຫ້​ໝູ່ເພື່ອນ​ຮູ້​ກ່ຽວ​ກັບທາດ​ໃຫຍ່​ທີ່​ສວຍ​ງາມ​ຂອງ​ຫວຽດ​ນາມ ແລະ ວັດ​ທະ​ນະ​ທຳ​ພິ​ເສດ​ຂອງ​ຊາວ​ເຜົ່າ​ຈ່ຳ”.

Thanh niên, sinh viên kiều bào đến thăm làng Bàu Trúc, thị trấn Phước Dân và tặng 12 chiếc xe đạp, trị giá 20 triệu đồng cho các em nhỏ thuộc các hộ cận nghèo. (Ảnh: Tuấn Việt)  ຊາວໜຸ່ມ, ນັກສຶກສາຕ່າງປະເທດໄດ້ໄປຢ້ຽມຢາມບ້ານ ບ່າວຈຸກ, ເມືອງ ເຟືອກເຊິ່ນ ແລະ ມອບລົດຖີບ 12 ຄັນ, ມູນຄ່າ 20 ລ້ານດົ່ງ, ໃຫ້ແກ່ເດັກນ້ອຍຈາກບັນດາຄອບຄົວທີ່ທຸກຍາກ. (ພາບ: ຕູ່ນຫວຽດ)
ຊາວໜຸ່ມ, ນັກສຶກສາທີ່ອາໄສຢູ່ຕ່າງປະເທດໄດ້ໄປຢ້ຽມຢາມບ້ານ ບ່າວຈຸກ, ເມືອງ ເຟືອກເຊິ່ນ ແລະ ມອບລົດຖີບ 12 ຄັນ, ມູນຄ່າ 20 ລ້ານດົ່ງ, ໃຫ້ແກ່ເດັກນ້ອຍທີ່ມາຈາກບັນດາຄອບຄົວທຸກຍາກ. (ພາບ: ຕູ່ນຫວຽດ)

ອ.ສະຫວັດ

ເຫດການ
302 Found

Found

The document has moved here.