ນັກທຸລະກິດຊາວຫວຽດນາມຢູ່​ຕ່າງປະ​ເທດ​ ເປັນຜູ້​ນຳ​ໜ້າໃນ​ການ​ນຳ​ເອົາ​ຜະລິດ​ຕະພັນ​ ຂອງ​ຫວຽດນາມ ອອກໄປຕ່າງປະ​ເທດ

14:05 | 26/01/2024

ຍສໝ - ດ້ວຍ​ທ່າ​ແຮງທີ່ກຳໄດ້​ການ​ຕະຫຼາດ ​ແລະ ມີ​ຄວາມ​ຄຸ້ນ​ເຄີຍ​ກັບ​ທ້ອງຖິ່ນ, ນັກ​ທຸລະ​ກິດ​ຊາວຫວຽດນາມຢູ່​ຕ່າງປະ​ເທດ ​ໄດ້ສົມທົບ​ກັບ​ນັກທຸລະກິດ​ພາຍ​ໃນ​ປະ​ເທດ ​​ສ້າງເປັນຕ່ອງ​ໂສ້ການ​ສະໜອງ ເຊິ່ງ​ໃນນັ້ນ ພິເສດທັງສອງສົ້ນ ລ້ວນແຕ່​ແມ່ນ​ນັກທຸລະກິດ​ຫວຽດນາມ ນຳ​ສິນຄ້າ​ຫວຽດນາມ ​ອອກໄປ​ສູ່ຕ່າງປະ​ເທດ.

ກາ​ນາ​ດາ ຖື​ຫວຽດ​ນາມ ແມ່ນ​ຈຸດ​ໝາຍ​ນຳ​ໜ້າ​ໃນ​ຂົງ​ເຂດ​ການ​ຄ້າ​ສິນ​ຄ້າ

ນັກທຸລະກິດຊາວຫວຽດນາມຢູ່​ຕ່າງປະ​ເທດ​ ເປັນຜູ້​ນຳ​ໜ້າໃນ​ການ​ນຳ​ເອົາ​ຜະລິດ​ຕະພັນ​ ຂອງ​ຫວຽດນາມ ອອກໄປຕ່າງປະ​ເທດ

ດ້ວຍ​ທ່າ​ແຮງທີ່ກຳໄດ້​ການ​ຕະຫຼາດ ​ແລະ ມີ​ຄວາມ​ຄຸ້ນ​ເຄີຍ​ກັບ​ທ້ອງຖິ່ນ, ນັກ​ທຸລະ​ກິດ​ຊາວຫວຽດນາມຢູ່​ຕ່າງປະ​ເທດ ​ໄດ້ສົມທົບ​ກັບ​ນັກທຸລະກິດ​ພາຍ​ໃນ​ປະ​ເທດ ​​ສ້າງເປັນຕ່ອງ​ໂສ້ການ​ສະໜອງ ເຊິ່ງ​ໃນນັ້ນ ພິເສດທັງສອງສົ້ນ ລ້ວນແຕ່​ແມ່ນ​ນັກທຸລະກິດ​ຫວຽດນາມ ນຳ​ສິນຄ້າ​ຫວຽດນາມ ​ອອກໄປ​ສູ່ຕ່າງປະ​ເທດ.

ກ່າວ​ຄຳ​ເຫັນ​​ກັບ​ນັກ​ຂ່າວ, ທ່ານ ​ນາງ ວູ​ທິ​ຮວິ່ງມາ​ຍ, ຫົວ​ໜ້າ​ ຄະ​ນະ​ກຳ​ມະ​ການຊາວ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ ນະຄອນ ​ໂຮ່ຈີ​ມິນ ​ໃຫ້​ຮູ້​ວ່າ ດ້ວຍ​ຄວາມ​ຮຽກຮ້ອງ​ຕ້ອງການໃນການສືບ​ຕໍ່​ປະຕິບັດ​ຂໍ້ຕົກລົງ ​ເລກທີ 1797/QD-TTg ກ່ຽວ​ກັບ​ການ​ອະນຸມັດ​ໂຄງການ “ລະດົມ​ຊາວ​ຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດ​ ເຂົ້າ​ຮ່ວມ​ການ​ແນະນຳ, ຊົມ​ໃຊ້​ຜະລິດ​ຕະພັນ ​ແລະ ພັດທະນາ​ຊ່ອງ​ທາງຈຳໜ່າຍ​ສິນ​ຄ້າ​ຫວຽດນາມ ຢູ່​ຕ່າງປະ​ເທດ” ​ໄລຍະ 2020 – 2024, ຄະນະຊີ້​ນຳຂະບວນການຂົນຂວາຍ “ຊາວຫວຽດ​ນາມ ໃຫ້ບູລິມະສິດຊົມໃຊ້​ສິນ​ຄ້າ​ຫວຽດ​ນາມ”. ​ນະຄອນໂຮ່ຈີ​ມິນ ​ໄດ້​ປະກາດໃຊ້​ແຜນການ ​ເລກທີ 449/KH-BCD ມອບ​ໜ້າ​ທີ່​ໃຫ້​ຄະນະ​ກຳມະການ​ຊາວ​ຫວຽດນາມຢູ່​ຕ່າງປະ​ເທດ ນະຄອນ​ໂຮ່ຈິ​ມິນ ສົມທົບ​ກັບບັນດາ​ຫົວໜ່ວຍ​ທີ່​ກ່ຽວຂ້ອງ ​ຊ່ວຍເຫຼືອ​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ກຳໄດ້​ຂໍ້​ມູນ​ຂ່າວສານ ​ແລະ ກາລະ​ໂອກາດ​ສົ່ງ​ອອກ​ໄປ​ຍັງ​ຕ່າງປະ​ເທດ, ພິ​ເສດ​ແມ່ນ​ບັນດາ​ເຂດ​ທີ່​ຊາວຫວຽດນາມ ເຕົ້າໂຮມກັນຢູ່​ຕ່າງປະ​ເທດ​ເປັນ​ຈຳນວນ​ຫລວງຫລາຍ.

ນັກຸລະກິດ​ຕ່າງປະ​ເທດ​ ເປັນຜູ້​ນຳ​ໜ້າ ​ໃນ​ການ​ນຳ​ເອົາ​ຜະລິດ​ຕະພັນ​ ຂອງ​ຫວຽດນາມ ອອກຕ່າງປະ​ເທດ
​ ທ່ານນາງ ວູທິຮວິ່ງມາຍ, ປະທານ ຄະນະກຳມະການຊາວຫວຽດນາມຢູ່ຕ່າງປະເທດ ນະຄອນໂຮຈິມິນ.

ຄະນະກໍາມະການຊາວຫວຽດນາມຢູ່ຕ່າງປະເທດ ນະຄອນ​ໂຮ່ຈິ​ມິນ ​ໄດ້​ສົມທົບກັບພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ​ນະຄອນ, ສູນ​ສົ່ງ​ເສີມ​ການ​ຄ້າ​ນະຄອນ ​ແລະ ກົມ​ທ່ອງ​ທ່ຽວ​ນະຄອນ ​ເພື່ອ​ເຊື່ອມ​ຕໍ່​ບັນດາ​ວິສາຫະກິດ​ນະຄອນໂຮ່ຈີມິນ ກັບບັນດາສະມາຄົມ, ກຸ່ມນັກທຸລະກິດຊາວຫວຽດນາມຢູ່ບັນດາປະເທດໃນໂລກ ຈັດຕັ້ງການໂຄສະນາ, ແນະນຳສິນຄ້າຫວຽດນາມ ຢູ່ຕະຫຼາດປະເທດເຈົ້າພາບ; ແຈ້ງຂໍ້​ມູນ​ສອງ​ສົ້ນກ່ຽວ​ກັບ​ຄວາມອາດ​ສາມາດດ້ານ​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ ​ແລະ ຕອບ​ສະໜອງ​ຄວາມ​ຕ້ອງການ​ສົ່ງ​ອອກຂອງ​ບັນດາ​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ, ​ເໝາະ​ສົມ​ກັບ​ແຕ່ລະ​ເຂດ​ໃຫ້​ແກ່​ປະຊາ​ຄົມຊາວຫວຽດນາມຢູ່ຕ່າງປະເທດ; ກໍ່ສ້າງໂປຼແກຼມການຄ້າເອເລັກໂຕນຶກ ເພື່ອເຊື່ອມຕໍ່ຜູ້ສະໜອງໂດຍກົງຈາກຫວຽດນາມ ໄປຫາຕົວແທນຈຳໜ່າຍຄ້າຂາຍ ແລະ ຜູ້ຊື້ສິນຄ້າໃນປະເທດເຈົ້າພາບ ໂດຍຜ່ານລະບົບສາງສິນຄ້າຢູ່ປະເທດເຈົ້າພາບ...

ນັກຸລະກິດ​ຕ່າງປະ​ເທດ​ ເປັນຜູ້​ນຳ​ໜ້າ ​ໃນ​ການ​ນຳ​ເອົາ​ຜະລິດ​ຕະພັນ​ ຂອງ​ຫວຽດນາມ ອອກຕ່າງປະ​ເທດ

ການເຂົ້າຮ່ວມບັນດາຕະຫຼາດນັດຢູ່ຕ່າງປະເທດ ໄດ້ຊ່ວຍໃຫ້ສິນຄ້າຫວຽດນາມ ອອກໄປສູ່ທົ່ວໂລກ.

ທ່ານ​ນາງ ມາຍ ຍັງ​ກ່າວ​ຕື່ມ​ວ່າ ​ໃນການກຳນົດ​ທິດ​ການ​ປະຕິບັດ​ວຽກ​ງານພັດທະນາ​ຕ່ອງ​ໂສ້ການ​ສະໜອງ​ການ​ຄ້າ, ການ​ສົ່ງ​ອອກ ​ແລະ ບໍລິ​ໂພ​ກສິນຄ້າຈາກນະຄອນ ໄດ້​ເພີ່ມ​ມູນ​ຄ່າ​ການ​ສົ່ງ​ອອກ, ​ເຮັດ​ໃຫ້​ຕະຫຼາດ​ມີ​ຄວາມ​ຫຼາກ​ຫຼາຍ ​ແລະ ປະສົບ​ຜົນສຳ​ເລັດ, ນະຄອນ​ຈະ​ສຸມ​ໃສ່​ປັບປຸງ​ຄຸນ​ນະພາ​ບຂໍ້​ມູນ​ຂ່າວສານ ​ແລະ ບັນດາ​ການ​ໂຄສະນາບັນດາ​ຜະລິດ​ຕະພັນ ​ແລະ ສິນຄ້າ​ຫວຽດນາມ ຕິດ​ພັນ​ກັບ​ຂະ​ບວນການ “ຊາວ​ຫວຽດນາມ ​ບູລິມະສິດນຳ​ໃຊ້​ສິນຄ້າ​ຫວຽດນາມ” ມຸ່ງໄປສູ່​​ຊາວ​ຫວຽດນາມຢູ່​ຕ່າງປະ​ເທດ ​ເພື່ອ​​ໃຫ້ເຂົາເຈົ້າມີຄວາມ​ເຂົ້າ​ໃຈຕື່ມອີກ​ເຖິງ​ຄຸນ​ນະພາ​ບຂອງ​ສິນຄ້າ ຫວຽດນາມ, ກ່ຽວ​ກັບ​ບັນດາ​ຜະລິດ​ຕະພັນ​ຂອງ​ຫວຽດນາມ ທີ່ມີ​ຄຸນ​ນະພາ​ບດີ, ບັນດາຜະລິດຕະພັນຂອງ​ວິ​ສາ​ຫະ​ກິດ​ນະ​ຄອນ​ ທີ່​ມີ​ກຳລັງບົ່ມຊ້ອນໃນການສົ່ງ​ອອກ ​ແລະ ​ມີເຄື່ອງ​ຫມາຍການຄ້າ​ທີ່​ເປັນໜ້າເຊື່ອຖື ​ເພື່ອ​ແນະ​ນໍາ ​ແລະ ໂຄສະນາໃຫ້​ຜູ້​ຊົມ​ໃຊ້​ໃນ​ປະ​ເທດ​ເຈົ້າພາບ.

ພ້ອມ​ນັ້ນ ກໍ່ໄດ້ຍູ້​ແຮງ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ຄ້າ, ​ເຊື່ອມ​ຕໍ່​ບັນດາ​ວິ​ສາ​ຫະກິດ​ນະຄອນ​ ກັບ​ບັນດາ​ວິ​ສາ​ຫະກິດຫວຽດນາມ ຢູ່​ຕ່າງປະ​ເທດ ​ໂດຍ​ຜ່ານ​ບັນດາ​ລສາຍການ​ສົ່ງ​ເສີມ​ການ​ຄ້າ​ ຄື: ​ລາຍການ​ສັບປະດາສິນຄ້າ ບໍລິໂພກຢູ່ ຫວຽດນາມ ຢູ່ລະບົບ​​ຮ້ານ​ສັບພະ​ສິນຄ້າ​ໃຫຍ່ ​ຂອງບັນດາ​ກຸ່ມບໍລິສັດນາໆຊາດທີ່ພວມ​ດຳ​ເນີນ​ທຸລະ​ກິດ​ປະສົບ​ຜົນສຳ​ເລັດ​ຢູ່​ຫວຽດນາມ ຫລື ຂອງບັນດາ​ນັກທຸລະກິດ ​ແລະ ວິ​ສາ​ຫະກິດ​ຊາວຫວຽດນາມຢູ່​ຕ່າງປະ​ເທດ ​ຢູ່​ໃນບັນດາ​ຕະຫຼາດ​ທີ່​ມີ​ປະຊາກອນ​ຊາວຫວຽດນາມ ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ ຄື: ອາ​ເມ​ລິ​ກາ, ອົດ​ສະ​ຕາ​ລີ, ​ເອີ​ລົບ, ອາຊີ​ຕາ​ເວັນ​ອອກ​ສ່ຽງ​ເໜືອ ​ແລະ ອາ​ຊຽນ; ຈັດ​ຕັ້ງ​ຄະ​ນະ​ວິສາຫະກິດນະຄອນ ​ເຂົ້າ​ຮ່ວມຊາຍຄາລວມ ນະຄອນ ໂຮ່ຈີມິນ ວາງສະແດງສິນຄ້າສົ່ງອອກຢູ່ງານຕະຫລາດນັດ ແລະ ງານວາງສະແດງສິນຄ້າສາກົນ ສາຂາອາຊີບ ທີ່ມີຂອບຂະໜາດໃຫຍ່; ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ເຊື່ອມ​ຕໍ່​ການ​ຄ້າ (B2B) ລະ​ຫວ່າງ ​ວິ​ສາ​ຫະ​ກິດ​ນະ​ຄອນ ກັບ​ບັນ​ດາ​ນັກ​ທຸ​ລະ​ກິດ ແລະ ວິ​ສາ​ຫະ​ກິດ​ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ, ສຸມ​ໃສ່​ກຸ່ມ​ຜະ​ລິດ​ຕະ​ພັນ​ສົ່ງ​ອອກຫຼັກແຫຼ່ງ​ຂອງ​ນະ​ຄອນ ​ຕິດ​ພັນ​ກັບ​ໂຄງ​ການ​ຈຸດສຸມພັດ​ທະ​ນາ​ວິ​ສາ​ຫະ​ກິດ, ​start up​ ແລະ ພັດ​ທະ​ນາ​ຜະ​ລິດ​ຕະ​ພັນ​ຫຼັກ​​ຂອງ​ນະ​ຄອນ​ໂຮ່ຈິ​ມິນ ຕາມ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ​ ນະຄອນ​ໂຮ່ຈິ​ມິນ ອາຍຸການ 2020-2025.

ນັກຸລະກິດ​ຕ່າງປະ​ເທດ​ ເປັນຜູ້​ນຳ​ໜ້າ ​ໃນ​ການ​ນຳ​ເອົາ​ຜະລິດ​ຕະພັນ​ ຂອງ​ຫວຽດນາມ ອອກຕ່າງປະ​ເທດ

ຍົກສູງ​ປະສິດທິ​ຜົນການ​ສົມທົບ​ກັບ​ບັນດາ​ຄະນະສະມາຄົມ, ສະມາຄົມສິສາຫະກິດ, ນັກ​ຊ່ຽວຊານ, ປັນຍາ​ຊົນ​ຊາວ​ຫວຽດນາມຢູ່​ຕ່າງປະ​ເທດ ​ເພື່ອ​ລະດົມ​ບັນດາ​ນັກ​ທຸລະ​ກິດ ​ແລະ ວິ​ສາ​ຫະກິດຊາວຫວຽດນາມຢູ່​ຕ່າງປະ​ເທດ ​ເປັນ​ຈຸດ​ເຊື່ອມຕໍ່​ເພື່ອ​ນຳ​ເຂົ້າ​ສິນ​ຄ້າ​ຫວຽດນາມ ​ໂດຍ​ກົງ ຫຼື ​ເຂົ້າ​ຮ່ວມ​ເປັນ​ຕົວ​ແທນ ຫຼື ຜູ້ຕາງໜ້າ​ໃຫ້​ແກ່​ສິນ​ຄ້າ​ຫວຽດນາມຢູ່​ຕ່າງປະ​ເທດ ຢູ່ປະ​ເທດ​ເຈົ້າ​ພາບ; ລະດົມ​ບັນດາ​ນັກທຸລະກິດ ​ແລະ ວິ​ສາ​ຫະກິດຊາວຫວຽດນາມຢູ່​ຕ່າງປະ​ເທດ ໜູນ​ຊ່ວຍ​ບັນດາພື້ນທີ່​ວາງສະ​ແດງ ​ແລະ ແນະນຳ​ບັນດາ​ຜະລິດ​ຕະພັນ ຫວຽດນາມ ຢູ່​ບັນດາ​ວິ​ສາ​ຫະກິດ​ຂອງ​ປະຊາ​ຄົມ​ຊາວຫວຽດນາມຢູ່​ຕ່າງປະ​ເທດ; ລະດົມ​ບັນດາ​ນັກ​ຊ່ຽວຊານ, ປັນຍາ​ຊົນ ​ແລະ ນັກ​ທຸລະ​ກິດ​ຫວຽດນາມຢູ່​ຕ່າງປະ​ເທດ ​ໜູນຊ່ວຍໃນ​ການຖ່າຍທອດ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ​ທີ່ກ້າວໜ້າ ​ແລະ ບັນດາ​ມາດຕະ​ການ​ຫັນ​ເປັນ​ດີ​ຈີ​ຕອນ ​ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ຂະ​ບວນການ​ຜະລິດ, ດຳ​ເນີນ​ທຸລະ​ກິດ ​ແລະ ວຽກງານການບໍລິຫານ​ວິ​ສາ​ຫະກິດ, ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ນະຄອນ ​ຍົກ​ສູງ​ກຳລັງ​ການ​ຜະລິດ, ຄຸນ​ນະພາ​ບຜະລິດ​ຕະພັນ, ຄວາມ​ສາມາດ​ແກ່ງ​ແຍ້​ງ ​ແລະ ສ້າງ​ຊື່​ສຽງ​ໃຫ້​ບັນດາ​ຜະລິດ​ຕະພັນ​ຂອງ​ຫວຽດນາມ. ເຄື່ອງໝາຍການຄ້າຫວຽດນາມ ທີ່ມີຄວາມເຊື່ອຖືໃນຕະຫຼາດຕ່າງປະເທດ.

ຊ ສະຫວັດ

ເຫດການ
302 Found

Found

The document has moved here.