ຄ້າຍ​ພັກ​ແລ້ງ ຫວຽດ​ນາມ 2024: ເຊື່ອມ​ຕໍ່​ໄວ​ໜຸ່ມ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ກັບ​ບ້ານ​ເກີດ​ເມືອງນອນ

22:57 | 17/07/2024

ຍສໝ - ລາຍການຄ້າຍພັກແລ້ງ ຫວຽດນາມແມ່ນເພື່ອແນໃສ່ສ້າງໂອກາດໃຫ້ໄວໜຸ່ມສະໜິດຕະພັນກັບບ້ານເກີດເມືອງນອນ, ປະເທດຊາດ, ໄດ້ລົງຕົວຈິງ ແລະ ເຮັດໃຫ້ຄວາມຮູ້ທາງດ້ານວັດທະນະທຳອຸດົມສົມບູນກ່ວາເກົ່າ.

ງານບຸນພົບປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ເຊື່ອມ​ຕໍ່​ຊາວ​ໜຸ່ມ ​ຫວຽດ​ນາມ - ໄທ ງານບຸນພົບປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ເຊື່ອມ​ຕໍ່​ຊາວ​ໜຸ່ມ ​ຫວຽດ​ນາມ - ໄທ
ທ່ານ​ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ຢ້ຽມ​ຢາມ​ບັນ​ດາ​ຄອບ​ຄົວ​ຊາວ​ຫວຽດ​ນາມ ຢູ່ ອາ​ເມ​ລິ​ກາ ທ່ານ​ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ຢ້ຽມ​ຢາມ​ບັນ​ດາ​ຄອບ​ຄົວ​ຊາວ​ຫວຽດ​ນາມ ຢູ່ ອາ​ເມ​ລິ​ກາ

ຕອນຄ່ຳວັນທີ 16 ກໍລະກົດ, ຢູ່ນະຄອນຫຼວງ ຮ່າໂນຍ, ຄ້າຍພັກແລ້ງ ຫວຽດນາມ 2024 ໄດ້ໄຂຂຶ້ນຢ່າງເປັນທາງການດ້ວຍຫົວຂໍ້ “ປະເທດຊາດເຕັມໄປດ້ວຍຄວາມເບີກບານມ່ວນຊືນ”. ລາຍການດຶງດູດການເຂົ້າຮ່ວມຂອງຊາວໜຸ່ມອະນຸຊົນເຍົາວະຊົນ 120 ຄົນ ເຊິ່ງແມ່ນຊາວຫວຽດນາມອາໄສຢູ່ 28 ປະເທດ ແລະ ເຂດແຄ້ວນໃນທົ່ວໂລກ.

ຄ້າຍ​ພັກ​ແລ້ງ ຫວຽດ​ນາມ 2024: ເຊື່ອມ​ຕໍ່​ໄວ​ໜຸ່ມ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ກັບ​ບ້ານ​ເກີດ​ເມືອງນອນ
ໄຂ​ຄ້າຍ​ພັກ​ແລ້ງ ຫວຽດ​ນາມ 2024. ພາບ: vovworld.vn

ຄ້າຍພັກແລ້ງຫວຽດນາມແມ່ນເຫດການປະຈຳປີໂດຍຄະນະກຳມະການແຫ່ງລັດ ກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ ຈັດຂຶ້ນເພື່ອແນໃສ່ສ້າງກາລະໂອກາດໃຫ້ແກ່ໄວໜຸ່ມອາໄສຢູ່ຕ່າງປະເທດ ໄດ້ຊອກຮູ້ກ່ຽວກັບກົກເຄົ້າເຫງົ້າກໍ ແລະ ມີຄວາມສະໜິດຕິດພັນກັບບ້ານເກີດເມືອງນອນ. ກ່າວຄຳເຫັນທີ່ພິທີໄຂ, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ປະທານຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ ເນັ້ນໜັກວ່າ:

ລາຍການຄ້າຍພັກແລ້ງ ຫວຽດນາມແມ່ນເພື່ອແນໃສ່ສ້າງໂອກາດໃຫ້ໄວໜຸ່ມສະໜິດຕະພັນກັບບ້ານເກີດເມືອງນອນ, ປະເທດຊາດ, ໄດ້ລົງຕົວຈິງ ແລະ ເຮັດໃຫ້ຄວາມຮູ້ທາງດ້ານວັດທະນະທຳອຸດົມສົມບູນກ່ວາເກົ່າ. ນີ້ກໍ່ແມ່ໂອກາດເພື່ອໃຫ້ຊາວໜຸ່ມຫວຽດນາມໃນທົ່ວໂລກມີເງື່ອນໄຂພົບປະ, ເຊື່ອມຕໍ່ເຊິ່ງກັນແລະກັນ, ຈາກນັ້ນ ກໍ່ສ້າງເງື່ອນໄຂຊອກຮູ້ກ່ຽວກັບອ້າຍນ້ອງຮ່ວມຊາດຂອງຕົນ ໃນທົ່ວໂລກຕື່ມອີກ. ໃນ 2 ອາທິດ, ບັນດາຊາວໜຸ່ມ, ນັກສຶກສາຫວຽດນາມ ອາໄສຢູ່ຕ່າງປະເທດ ຈະເດີນທາງໄປແຕ່ເໜືອຮອດໃຕ້ ຢູ່ຫວຽດນາມ, ຜ່ານຫຼາຍແຂວງ, ນະຄອນໃນທົ່ວປະເທດ. ລາຍການມີຫຼາຍການເຄື່ອນໄຫວທີ່ອູດົມສົມບູນຄື: ຢ້ຽມຊົມບັນດາເຂດຮ່ອງຮອຍປະຫວັດສາດ, ທິວທັດທຳມະຊາດ, ພົບປະແລກປ່ຽນວັດທະນະທຳ ແລະ ຊອກຮູ້ກ່ຽວກັບການດຳລົງຊີວິດຂອງປະຊາຊົນແຕ່ເໜືອ ຮອດ ໃຕ້.

ບູນມີ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເຫດການ
302 Found

Found

The document has moved here.