FC ST Mobile ຊະນະ​ເລີດການ​ແຂ່ງຂັນ​ບານ​ເຕະ​ຊາວ​ຫວຽດນາມ ຢູ່ໂຕກາຍ, ຢີ່ປຸ່ນ

16:33 | 14/08/2024

ຍສໝ - ວັນທີ 11 ສິງຫາ ຢູ່ທີ່ສະໜາມກິລາໂກຊີໂດ (Koshido) ເມືອງນາໂກຢາ, ປະເທດຍີ່ປຸ່ນ ໄດ້ຈັດງານແຂ່ງຂັນກິລາບານເຕະຂອງປະຊາຄົມຊາວຫວຽດນາມ ທີ່ກໍາລັງສຶກສາ, ອອກແຮງງານ ແລະ ດຳລົງຊີວິດຢູ່ເຂດໂຕກາຍ, ຍີ່ປຸ່ນ “FAVIJA TOKAI CUP 2024”.

76 ທີມບານເຕະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່​ບານ​ເຕະ​ຊາວ ຫວຽດ​ນາມ ​ຢູ່​ເຂດ Kanto (ຍີ່​ປຸ່ນ) 76 ທີມບານເຕະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່​ບານ​ເຕະ​ຊາວ ຫວຽດ​ນາມ ​ຢູ່​ເຂດ Kanto (ຍີ່​ປຸ່ນ)
ນະຄອນ​ໂຮ່ຈີ​ມິນ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ການ​ແຂ່ງຂັນ​ອະສັງຫາລິມະ​ຊັບ​ອຸດສາຫະກຳ ນະຄອນ​ໂຮ່ຈີ​ມິນ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ການ​ແຂ່ງຂັນ​ອະສັງຫາລິມະ​ຊັບ​ອຸດສາຫະກຳ

ນີ້​ແມ່ນ​ງານ​ແຂ່ງ​ຂັນ​ໃນຂອບເຂດ​ປະ​ຈຳປີ ໂດຍ​ອົງ​ການ​ແລກ​ປ່ຽນ​ສາ​ກົນ​ຫວຽດ​ນາມ ຍີ່​ປຸ່ນ (FAVIJA)ຈັດຂຶ້ນ ພາຍ​ໃຕ້​ການອຸປະຖຳ​ຂອງ​ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳຍີ່​ປຸ່ນ.

Các cầu thủ thi đấu trên sân bóng  ບັນດານັກກີລາແຂ່ງຂັນຢູ່ໃນສະຫນາມກິລາບານເຕະ

ບັນດານັກກິລາແຂ່ງຂັນຢູ່ໃນສະຫນາມກິລາບານເຕະ

ການແຂ່ງຂັນ​ໄດ້​ດຶງ​ດູດ​ຊາວ​ຫວຽດນາມ ​ຢູ່​ຕ່າງປະ​ເທດ ​ແລະ ຄົນໃນທ້ອງ​ຖິ່ນ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ມາເຊຍ​ຢູ່​ສະໜາມ​ກິລາຢ່າງເບີກບານ, ເປັນປະ​ໂຫຍ​ດ, ທັງ​ຊ່ວຍ​ໃຫ້​ຊາວ​ໜຸ່ມຫວຽດນາມ ທີ່ຢູ່​ຫ່າງ​ໄກ​ຈາກ​ບ້ານ ​ໄດ້​ອອກກຳລັງກາຍເພື່ອ​​ສຸຂະ​ພາບ, ສະໜອງຄວາມຕ້ອງການໃຫ້ແກ່ຄວາມມັກຮັກກິລາບານເຕະ, ທັງເປັນ​ໂອກາດເຮັດ​ໃຫ້ຊາວ​ຫວຽດ​ນາມ ​ຢູ່​ຕ່າງ​ປະ​ເທດ​ໄດ້​ພົບ​ປະ​ແລກ​ປ່ຽນເຊິ່ງກັນ ແລະກັນ, ​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ​ບັນດາຊົນເຜົ່າ. ພ້ອມດຽວ​ກັນ​ນັ້ນ, ຜ່ານ​ການແຂ່ງຂັນກິລາດັ່ງກ່າວ ກໍ່​ຍັງ​ໄດ້​ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ແລະ ປະຊາຊົນ​ຍີ່ປຸ່ນ.

ຫຼັງຈາກການແຂ່ງຂັນມື້ໜື່ງທີ່ຟົດຟື້ນ ແລະ ຕື່ນເຕັ້ນ, ຂັນຊະນະເລີດໄດ້ເປັນຂອງ FC ST Mobile. ອັນດັບສອງ ເປັນຂອງ FC Hoang Hai, ອັນດັບ 3 ໄດ້ແກ່ FC Nippon Travel ແລະ FC Star Nagoya.

Trao giải cho các cầu thủ đạt giải.  ມອບລາງວັນໃຫ້ນັກກີລາຜູ້ໄດ້ລາງວັນຊະນະ.

ມອບລາງວັນໃຫ້ນັກກິລາຜູ້ໄດ້ຮັບລາງວັນຊະນະ.

ຄະນະ​ຈັດ​ຕັ້ງ​ຍັງ​ໄດ້​ມອບ​ລາງວັນບຸກຄົນຄື ​​ນັກ​ເຕະທະລຸເຂົ້າໂກນ ​ໃຫ້​ນັກເຕະ ວໍ້ເທ້ຕວ້ນ ​ພ້ອມກັບລາງວັນນັດເຕະດີເດັ່ນ, ສ່ວນລາງວັນ​ຜູ້​ຮັກສາ​ປະຕູ​ດີ​ເດັ່ນ​ໄດ້​ແກ່ ຫງວຽນ​ຮ່ວາງ​ເຊີນ ເຊິ່ງກໍ່ລ້ວນແຕ່ແມ່ນ​ທິມຂອງ FC ST Mobile.

ທ່ານ ໂດ້ກວາງບາ ປະທານ FAVIJA ໃຫ້ຮູ້ວ່າ: 4 ທີມທີ່ມີຜົນງານສູງສຸດໃນການແຂ່ງຂັນຄັ້ງນີ້ ຍັງຍາດໄດ້ປີ້ເຂົ້າຊົມງານມະຫາກຳກິລາບານເຕະທົ່ວປະເທດ ຄົນຫວຽດນາມ ຢູ່ ຍີ່ປຸ່ນ ເຊິ່ງຈະຈັດຂື້ນໃນທ້າຍເດືອນ ພະຈິກ ປີນີ້ ຢູ່ທີ່ນະຄອນໂຕກຽວ.

ອ.ສະຫວັດ

ເຫດການ
302 Found

Found

The document has moved here.