ຕອບບຸນຄຸນຕໍ່ຜູ້ປົກປັກຮັກສາພາສາ ຫວຽດນາມ ຢູ່ ສ.ເຊັກໂກ

00:00 | 04/08/2024

Mới đây, Lễ Tôn vinh tiếng Việt trong cộng đồng người Việt Nam tại Séc đã được tổ chức. ຍສໝ - ຫວ່າງ​ມໍ່ໆ​ມາ​ນີ້, ພິທີ​ເຊີດ​ຊູ​ພາສາ​ ຫວຽດນາມ​ ໃນ​ປະຊາ​ຄົມ​ ຊາວ​ຫວຽດນາມ​ ຢູ່ ​ສ.ເຊັກໂກ ໄດ້ຮັບການ​ຈັດ​ຂຶ້ນ.

ສະເໜີໃຫ້ພັດທະນາ “ໝູ່ບ້ານ ຫວຽດນາມ” ຢູ່ Bonghwa (ແຂວງ Kyungsang ເໜືອ, ສ.ເກົາຫຼີ) ກາຍເປັນໂຄງການຮ່ວມມືແລກປ່ຽນວັດທະນະທຳລະດັບຊາດ
ຄວບຄຸມໄຟໄໝ້ທີ່ສູນການຄ້າຊາວ ຫວຽດນາມ ຢູ່ສາທາລະນະລັດ ເຊັກໂກ ຢ່າງທັນການ

ກ່າວ​ຄຳ​ປາໄສ​ທີ່​ພິທີ, ທ່ານນາງ ​ເລທິທູຮັ່ງ ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ການ​ຕອບ​ສະໜອງ​ຢ່າງຕັ້ງໜ້າ​ຕໍ່​ພິທີ​ເຊີດ​ຊູ​ພາສາ​ ຫວຽດນາມ ຂອງຊາວຫວຽດນາມ ຫຼາຍ​ລຸ້ນຄົນຢູ່ ສ.​ເຊັກ​ໂກ.

​ໂດຍມີ​ຄວາມ​ຮັບ​ຮູ້ລວມວ່າ “ພາສາ ຫວຽດນາມ ​ຍັງ​ຄົງ​ຢູ່ - ປະ​ເທດ​ຊາດ​ຍັງ​ຄົງ​ຢູ່”, ທ່ານນາງ​ຮອງ​ລັດຖະມົນຕີ​ ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ທີ່​ລູກ​ຫຼານ​ ຊາວ​ຫວຽດນາມ ລຸ້ນທີ 2 – 3 – 4 ຢູ່ ສ.ເຊັກ​ໂກ ຍັງ​ຮັກ ​ແລະ ຢາກ​ຮຽນ​ພາສາ​ ຫວຽດນາມ. ​ເຖິງ​ວ່າ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ດ້ານ​ກ່ຽວ​ກັບ​ການ​ສະໜອງ​ທຶນ​ເພື່ອ​ຈັດ​ຕັ້ງ​ຫ້ອງ​ຮຽນ, ​ເອກະສານ​ການ​ສອນ, ແຕ່ທ່ານ​ຮອງ​ລັດຖະມົນຕີ​ກໍ່​ຮູ້ສຶກ​ພາກພູມ​ໃຈ ​ແລະ ນັບຖືຢ່າງສູງ​ຕໍ່ບັນດາ​ການ​ປະກອບສ່ວນ​ອັນ​ງຽບໆ​ຂອງ “ຄູ​ສອນ​ປະຊາຊົນ” ​ແລະ ບັນດາ​ຜູ້​ອຸປະຖຳ​ໃນ​ການ​ຮັກສາ​ບັນດາ​ຫ້ອງ​ຮຽນ - ການ​ສອນ​ພາສາ​ ຫວຽດນາມ ​ເປັນ​ເວລາ​ຫຼາຍ​ປີຜ່ານມາ.

ຕອບບຸນຄຸນຕໍ່ຜູ້ປົກປັກຮັກສາພາສາ ຫວຽດນາມ ຢູ່ ສ.ເຊັກໂກ

ມອບ​ຫຼຽນ​ກາລະນຶກ​ສະ​ແດງ​ຄວາມ​ຮູ້ບຸນຄຸນ ​ແລະ ຂອງຂວັນ​ໃຫ້​ບັນດາ​ກຸ່ມ ​ແລະ ບຸກຄົນ, ຄູ​ອາຈານ ​ແລະ ນັກຮຽນ​ທີ່​ມີ​ຜົນງານ​ດີ​ເດັ່ນ​ໃນ​ການ​ສອນ ​ແລະ ຮຽນ​ພາສາ ​ຫວຽດນາມ ຢູ່ ສ.​ເຊັກ​ໂກ.

ທ່ານນາງ​ຮອງ​ລັດຖະມົນຕີ ​ເນັ້ນ​ໜັກ​ວ່າ: ພິທີ​ບໍ່​ພຽງ​ແຕ່​ເພື່ອ​ແນ​ໃສ່​ເຊີດຊູພາສາ ​ຫວຽດນາມ ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ໂອກາດ​ເພື່ອ​ສະ​ແດງ​ຄວາມ​​ຮູ້ບຸນຄຸນ​ຕໍ່​ບັນດາ​ອົງການ ແລະ ບຸກຄົນ, ບັນດາ​ຄູ​ອາຈານ, ຜູ້ປົກຄອງນັກຮຽນ ແລະ ນ້ອງໆນັກຮຽນ​ທີ່​ມານະ​ພະຍາຍາມ​ຮັກສາ​ພາສາ ​ຫວຽດນາມ - ​ເປັນ​ຊັບ​ສົມບັດ​ອັນ​ລ້ຳ​ຄ່າຂອງປະ​ເທດ​ຊາດ​ດ້ວຍ​ຄວາມສຸດ​ໃຈ​ມຸ່ງໄປເຖິງ​ບ້ານ​ເກີດ​ເມືອງ​ນອນ ​ແລະ ​ປະ​ເທດຊາດ​. ຢືນຢັນ​ວ່າ​ ຈະຮ່ວມເດີນທາງ​ກັບ​ປະຊາ​ຄົມ ​ຊາວ​ຫວຽດນາມ ​ໃນ​ທົ່ວ​ໂລກ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ເຊີດຊູພາສາ ​ຫວຽດນາມ, ທ່ານ​ຮອງ​ລັດຖະມົນຕີ ຫວັງ​ວ່າ ປະຊາຊົນ​ດ້ວຍ​ຄວາມ​ຮັກ​ແພງ ​ແລະ ຄວາມ​ຮັບຜິດຊອບ, ຈະສືບ​ຕໍ່​ມານະ​ພະຍາຍາມອະນຸລັກ ​ແລະ ຮັກສາ​ພາສາ​ ຫວຽດນາມ - ຈິດ​ວິນ​ຍານຂອງປະ​ເທດ​ຊາດ​ໃນຫຼາຍ​ລຸ້ນ​ຕໍ່​ໄປ.

ກ່າວ​ຄຳ​ປາໄສທີ່​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ ເຢືອງຮວ່າຍ​ນາມ ​ເຊື່ອ​ໝັ້ນ​ວ່າ ບັນດາ​ການ​ເຄື່ອນ​ໄຫວ​ທີ່​ຫຼາກ​ຫຼາຍ​ຂອງ​ໂຄງການ​ວັນເຊີດຊູພາສາ ​ຫວຽດນາມ ໃນສະມາຄົມ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຈະ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ຊຸກຍູ້​ການ​ສອນ ​ແລະ ຮຽນ​ພາສາ​ ຫວຽດນາມ ຢູ່​ຕ່າງປະ​ເທດ. ພ້ອມ​ກັນ​ນັ້ນ, ທ່ານກໍ່​ຢືນຢັນ​ວ່າ ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ສຳຄັນ​ທີ່​ມີ​ຄວາມໝາຍໃຫ້ກຳລັງ​ໃຈ​ອັນ​ໃຫຍ່​ຫຼວງ​ສຳລັບ​ປະຊາ​ຄົມ​ ຊາວຫວຽດນາມ ຢູ່ ສ.​ເຊັກ​ໂກ ເພື່ອແນໃສ່ຮັກສາ ​ແລະ ພັດທະນາ​ຂະບວນການສິດສອນ ແລະ ຮ່ຳຮຽນ​ພາສາ ​ຫວຽດນາມ ຢູ່​ປະຊາ​ຄົມ​ ຊາວຫວຽດນາມ ຢູ່ ສ.​ເຊັກ​ໂກ.

ໂດຍຕອບຄືນຄຳຂອບໃຈ ແລະ ຄຳສະເໜີຂອງທ່ານນາງຮອງລັດຖະມົນຕີ ນາງ ​ເລ​ທິທູ​ຮັ່ງ ໃນການ​ສືບ​ຕໍ່​ສົມທົບ​ກັບ​ຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ​ ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ເຊີດຊູພາສາ​ ຫວຽດນາມ, ທ່ານ ຟ້າມຫວິງໄທ, ຫົວໜ້າ​ບັນນາທິການ​ໃຫຍ່​ສຳນັກ​ພິມ​ຈຳໜ່າຍການສຶກສາ ຫວຽດນາມ ​ໃຫ້​ຮູ້​ວ່າ ຈະສືບ​ຕໍ່​ສົມທົບ​ກັບ​ຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ​ ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ໃນ​ບັນດາ​ໂຄງການ​ສ້າງ​ຕູ້​ປຶ້ມພາສາ ຫວຽດນາມ ​ເພື່ອ​ຮັບ​ໃຊ້​ປະຊາ​ຄົມ​ ຊາວ​ຫວຽດນາມ ຢູ່​ຕ່າງປະ​ເທດ, ຈັດ​ຕັ້ງ​ບັນດາ​ຊຸດ​ອົບຮົມ​ທັກສະສອນ​ພາສາ​ ຫວຽດນາມ ​ໃຫ້​ແກ່​ຄູ​ສອນພາສາ ​ຫວຽດນາມ ຢູ່​ຕ່າງປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຕາງໜ້າໃຫ້ລູກຫຼານຊາວຫວຽດນາມ ລຸ້ນທີ 2, 3, 4 ຢູ່ ສ.ເຊັກໂກ, ນາງ ຮວ່າງເຟືອງລິງ - ນັກສຶກສາດີເດັ່ນ ປີທີ 2 ຢູ່ມະຫາວິທະຍາໄລ Charles Prague, ສະມາຊິກຄະນະບໍລິຫານງານສະມາຄົມນັກສຶກສາ ຫວຽດນາມ ປະຈຳ ສ.ເຊັກໂກ ໄດ້ແບ່ງປັນປະສົບການສ່ວນຕົວເມື່ອເຂົ້າຮ່ວມລາຍການ “ຄ້າຍພັກແລ້ງ ຫວຽດນາມ” ໂດຍຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ​ ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດຈັດ​ຕັ້ງ ໄດ້ຊ່ວຍ​ເຊື່ອມ​ຕໍ່ໄວ​ໜຸ່ມ ​ຫວຽດນາມ ​ແລະ ຊາວ​ຫວຽດນາມ ​ໃນ​ທົ່ວ​ໂລກ, ​ເຂົ້າ​ໃຈ​ແຫຼ່ງກຳ​ເນີ​ດ, ວັດທະນະທຳ, ປະຫວັດສາດ​ຂອງ ຫວຽດນາມ ​ໃຫ້​ຫຼາຍ​ຂຶ້ນ.

ຕອບບຸນຄຸນຕໍ່ຜູ້ປົກປັກຮັກສາພາສາ ຫວຽດນາມ ຢູ່ ສ.ເຊັກໂກ

ຖ່າຍຮູບກັບບັນດາລຸ້ນໜຸ່ມ ຊາວຫວຽດນາມ ອາໄສຢູ່ ສ.ເຊັກໂກ.

ຜູ້ຕາງໜ້າ​ບັນດາ​ຄູ​ສອນ​ພາສາ ​ຫວຽດນາມ, ອາຈານ ຫງວຽນ​ວັນ​ເຊີນ, ອາຈານ ຫງວຽນ​ຮົ່ງ​ຍຸງ - ສູນ​ພາສາ ​ຫວຽດນາມ Praha, ອາຈານ ຫງວຽນ​ທິເມິ້ນ - ສູນພາສາ ​ຫວຽດນາມ Karlo ລ້ວນ​ແຕ່​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ຮັກສາ​ພາສາ​ ຫວຽດນາມ ຢູ່​ໃນ​ຊຸມ​ຊົນ, ​ນັ້ນແມ່ນ​ຂົວ​ເຊື່ອມຕໍ່ກັບຊຸມຊົນພາຍໃນ; ໄດ້ແບ່ງ​ປັນ​ຄວາມ​ຫຍຸ້ງ​ຍາກ​ຂອງຄ່າໃຊ້ຈ່າຍ​ສໍາ​ລັບ​ການຮັກ​ສາ​ຫ້ອງ​ຮຽນ​ ແລະ ​ຕຳລາ​ການ​ສອນ​ບໍ່​ພຽງ​ພໍ ​ແລະ ​ບໍ່​ເໝາະ​ສົມ. ບັນດາ​ຄູ​ອາຈານ​ກໍ່​ປາດ​ຖະໜາ​ຢາກ​ໄດ້​ຮັບ​ຄວາມເອົາໃຈໃສ່ ​ແລະ ໜູນ​ຊ່ວຍ​ດ້ານ​ລາຍ​ຮັບ ​ເພື່ອ​ໃຫ້​ເຂົາ​ເຈົ້າ​ສືບ​ຕໍ່ພາລະກິດຮັກ​ສາ​ພາສາ​ ຫວຽດນາມ ​ແລະ ​ສີສັນວັດທະນະທຳ​ຂອງ​ຊາດ. ນອກ​ຈາກນັ້ນ, ຍັງ​ສະ​ເໜີ​ໃຫ້​ລັດ​ໜູນ​ຊ່ວຍ​ການ​ຫັນ​ເປັນ​ດິ​ຈິ​ຕອນ​ໃນ​ວິທີ​ສອນ​ພາສາ​ ຫວຽດນາມ, ໜູນ​ຊ່ວຍຝຶກອົບຮົມ​ການ​ສອນ, ສ້າງ​ຕູ້​ປຶ້ມ​ຢູ່​ທ້ອງ​ຖິ່ນ.

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ນາງຮອງ​ລັດຖະມົນຕີ ເລ​ທິທູ​ຮັ່ງ ​ໄດ້​ປະດັບ 5 ຫຼຽນ​ກາລະນຶກແຫ່ງ​ຄວາມຮູ້ບຸນຄຸນ ​ແລະ ຂອງຂວັນ​ໃຫ້​ບັນດາ​ກຸ່ມ ​ແລະ ບຸກຄົນ, ຄູ​ອາຈານ ແລະ ນັກຮຽນ​ທີ່​ຍາດ​ໄດ້​ຜົນງານ​ດີ​ເດັ່ນ​ໃນ​ການ​ສອນ ​ແລະ ການຮຽນ​ພາສາ​ ຫວຽດນາມ ຢູ່ ສ.​ເຊັກ​ໂກ.

​ທີ່​ພິທີ, ທ່ານນາງ​ຮອງ​ລັດຖະມົນຕີ ພ້ອມ​ກັບ​ທ່ານ​ເອກ​ອັກຄະ​ລັດຖະທູດ ເຢືອງ​ຮວ່າຍ​ນາມ, ທ່ານ ຟ້າ​ມຫວິງ​ໄທ, ຜູ້ຕາງໜ້າ​ບັນດາ​ສະມາ​ຄົມ​, ຄະນະຂັ້ນສູນ​ກາງ, ທ້ອງ​ຖິ່ນຂອງ ສ.ເຊັກໂກ ​ແລະ ບັນດາ​ຜູ້​ແທນ​ໄດ້​ເປີດສະຫຼອງຕູ້​ປຶ້ມພາສາ ​ຫວຽດນາມ ​ເພື່ອ​ຮັບ​ໃຊ້​ປະຊາ​ຄົມ. ການຈັດ​ຕັ້ງ​ພິທີ​ເຊີດ​ຊູ​ພາສາ​ ຫວຽດນາມ (ໃນນັ້ນ ມີ​ການ​ເຄື່ອນ​ໄຫວ​ສະແດງຄວາມຮູ້ບຸນຄຸນ ​ແລະ ສ້າງ​ຕູ້​ປື້ມພາສາ ​ຫວຽດນາມ ​ເພື່ອ​ຮັບ​ໃຊ້​ປະຊາ​ຄົມ) ​ແມ່ນ​ກິດຈະກຳ​ໃນ​ຂອບ​ເຂດ​ໂຄງການເຊີດຊູ​ພາສາ​ ຫວຽດນາມ ​ໃນ​ປະຊາຄົມ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ​ໄລຍະ 2023-2030, ໂດຍ ນາຍົກລັດຖະມົນຕີປະກາດໃຊ້ໃນປີ 2022.

ສະເໜີການສ້າງຕັ້ງສູນວັດທະນະທຳ ຫວຽດນາມ ຢູ່ ສ.ເກົາຫຼີ

ສະເໜີການສ້າງຕັ້ງສູນວັດທະນະທຳ ຫວຽດນາມ ຢູ່ ສ.ເກົາຫຼີ

ຍສໝ - ນີ້​ແມ່ນ​ຄຳສະເໜີ​ຂອງ​ທ່ານ ຫຼີເຊື່ອງກັ່ນ, ​ເອກ​ອັກຄະ​ລັດຖະທູດການທ່ອງ​ທ່ຽວ ຫວຽດນາມ ປະຈຳ ສ.​ເກົາຫຼີ ທີ່​ການ​ພົບ​ປະ​ກັບ​ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ໂຮ່ອ່ານຟ່ອງ ໃນ​ວັນ​ທີ 24 ເມສາ ຢູ່ ຮ່າ​ໂນ້ຍ.

ທ່ານປະທານປະເທດ ໄດ້ໃຫ້ສັດຕະຍາບັນສັນຍາວ່າດ້ວຍການຊ່ວຍເຫຼືອດ້ານກົດໝາຍອາຍາ ລະຫວ່າງຫວຽດນາມ ແລະ ເຊັກໂກ

ທ່ານປະທານປະເທດ ໄດ້ໃຫ້ສັດຕະຍາບັນສັນຍາວ່າດ້ວຍການຊ່ວຍເຫຼືອດ້ານກົດໝາຍອາຍາ ລະຫວ່າງຫວຽດນາມ ແລະ ເຊັກໂກ

ຍສໝ - ທ່ານປະທານປະເທດ ເຈີ່ນດ້າຍກວາງ ຫາກໍ່ລົງນາມໃນຂໍ້ຕົກລົງເລກທີ 1109 2023 QD-CTN ຮັບຮອງເອົາຂໍ້ຕົກລົງວ່າດ້ວຍການຊ່ວຍເຫຼືອດ້ານກົດໝາຍໃນບັນຫາອາຊະຍາກຳລະຫວ່າງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ສາທາລະນະລັດ ເຊັກໂກ ຕາມຄຳຮຽກຮ້ອງຂອງລັດຖະບານໃນບົດລາຍງານວາລະສານສະບັບເລກທີ 394 TTr- CP ລົງວັນທີ 22 ສິງຫາ 2023.

ມິງດຶກ

ເຫດການ
302 Found

Found

The document has moved here.