![]() | ຍີ່ປຸ່ນ ເຊີດຊູ ທ່ານ ຮວ່າງບິ່ງກວນ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ |
![]() | ສື່ມວນຊົນຍີ່ປຸ່ນໄດ້ຕີລາຄາສູງການຢ້ຽມຢາມຍີ່ປຸ່ນຂອງທ່ານປະທານປະເທດ ຫວໍວັນເຖືອງ |
ຂໍຮຽນທ່ານ, ສະມາຄົມ ຊາວຫວຽດນາມ ຢູ່ແຂວງ Saitama, ຍີ່ປຸ່ນ ໄດ້ມີການເຄື່ອນໄຫວພົ້ນເດັ່ນອັນໃດໃນໄລຍະຜ່ານມາ?
ສະມາຄົມຊາວ ຫວຽດນາມ ຢູ່ Saitama (ສະມາຄົມ) ແມ່ນອົງການບໍ່ຫວັງຜົນກຳໄລ, ໄດ້ສ້າງຕັ້ງຂຶ້ນໃນປີ 2021 ເພື່ອເຊື່ອມຕໍ່ພົນລະເມືອງຫວຽດນາມ ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ແຂວງ Saitama (ຍີ່ປຸ່ນ). ສະມາຄົມມີເປົ້າໝາຍເຕົ້າໂຮມ ແລະ ໜູນຊ່ວຍປະຊາຄົມຊາວຫວຽດນາມ ຢູ່ແຂວງ Saitama. ພ້ອມກັນນັ້ນ, ພວກຂ້າພະເຈົ້າຍັງຢາກເຜີຍແຜ່ຄວາມງາມຂອງວັດທະນະທຳຂອງຊາດ ຫວຽດນາມ ໃຫ້ແກ່ເພື່ອນມິດສາກົນ.
ເຖິງວ່າໄດ້ຮັບການສ້າງຕັ້ງຂຶ້ນໃໝ່, ແຕ່ສະມາຄົມໄດ້ມີຫຼາຍກິດຈະກຳທີ່ແທດຈິງ ແລະ ພົ້ນເດັ່ນຄື: ງານບຸນ Festival “ສະບາຍດີ Saitama” ປີ 2023, “ລະດູບານໃໝ່ບ້ານເກີດເມືອງນອນ” ຢູ່ Tokyo ປີ 2023.
![]() |
ຮູບພາບຂອງງານບຸນ ສະບາຍດີ Saitama 2023. |
ໃນນັ້ນ, ງານບຸນ “ສະບາຍດີ Saitama” ໄດ້ດຶງດູດຜູ້ເຂົ້າຮ່ວມ 100.000 ເທື່ອຄົນ ແລະ ໄດ້ຮັບການຕີລາຄາສູງຈາກອຳນາດການປົກຄອງທ້ອງຖິ່ນ. ງານບຸນໄດ້ສະທ້ອນໃຫ້ເຫັນປະເທດ ຫວຽດນາມ ໃນໃຈກາງນະຄອນ Saitama, ປະກອບສ່ວນໂຄສະນາວັດທະນະທຳ ຫວຽດນາມ ມາສູ່ປະຊາຊົນ ຊາວຍີ່ປຸ່ນ, ຊຸກຍູ້ການພົບປະແລກປ່ຽນປະຊາຊົນ ແລະ ການຮ່ວມມືດ້ານທຸລະກິດລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ເວົ້າລວມ ແລະ ລະຫວ່າງແຂວງ Saitama ແລະ ຫວຽດນາມ ເວົ້າສະເພາະ.
ທີ່ງານບຸນ, ປະຊາຊົນຊາວຍີ່ປຸ່ນ ໄດ້ສຳຜັດກັບວັດທະນະທຳທີ່ເປັນເອກະລັກພິເສດຂອງ ຫວຽດນາມ ຄື: ເຮັດໂຄມໄຟຮູບດວງດາວ, ແຫ່ໂຄມໄຟໃຕ້ແສງເດືອນ, ເຮັດຮູບແຕ້ມ ດົ່ງໂຮ່, ຊົມບັນດາລາຍການສະແດງສິລະປະຄື: ການສະແດງຕີມວຍ ກາຣາເຕ, ໂວວີນາມ, ຟ້ອນສິງໂຕ, ຮັບຟັງຂັບກວານຮໍ່... ຄະນະຈັດຕັ້ງຍັງຈັດຕັ້ງພື້ນທີ່ວາງສະແດງຮູບພາບກ່ຽວກັບທະເລ ແລະ ໝູ່ເກາະບ້ານເກີດເມືອງນອນ, ໂດຍຜ່ານນັ້ນ ກໍ່ໄດ້ຊ່ວຍໃຫ້ປະຊາຄົມ ຊາວຫວຽດນາມ ອາໄສຢູ່ ຍີ່ປຸ່ນ ຍົກສູງຄວາມຮັບຮູ້ກ່ຽວກັບການປົກປັກຮັກສາອະທິປະໄຕຜືນແຜ່ນດິນ ກໍ່ຄືນ້ຳໃຈເຊີດຊູ, ຄວາມພາກພູມໃຈຂອງຊາດຕົນເອງ.
![]() |
ຮູບພາບຂອງເຮືອນຢູ່ ໂຮ້ຍອານ ໄດ້ສ້າງຈຳລອງໃນງານບຸນ ສະບາຍດີ Saitama ປີ 2023. |
ນອກຈາກນັ້ນ, ເພື່ອແນໃສ່ໜູນຊ່ວຍຄົນລຸ້ນ F2 ທີ່ເກີດຢູ່ ຍີ່ປຸ່ນ, ພວກຂ້າພະເຈົ້າຍັງຈັດຕັ້ງບັນດາຫ້ອງຮຽນພາສາ ຫວຽດນາມ ແລະ ວັດທະນະທຳຫວຽດນາມ ໂດຍບໍ່ເສຍຄ່າໃຫ້ລູກຫຼານຊາວຫວຽດນາມ ອາຍຸແຕ່ 4 – 11 ປີ.
ສະມາຄົມມີຄວາມເອກອ້າງທະນົງໃຈຕໍ່ບັນດາການເຄື່ອນໄຫວ, ຄຸນຄ່າທາງດ້ານວັດທະນະທໍາ - ຈິດໃຈທີ່ຕົນໄດ້ປະຕິບັດໃນໄລຍະຜ່ານມາ ເພື່ອເຜີຍແຜ່ບັນດາຄຸນຄ່າວັດທະນະທໍາອັນດີງາມຂອງຊາວຫວຽດນາມ ເຖິງເພື່ອນມິດໃນດິນແດນແຫ່ງດອກສະກຸຣະ ເວົ້າສະເພາະ ແລະ ເພື່ອນມິດສາກົນ ເວົ້າລວມ .
ປະຈຸບັນ, ປະຊາຄົມ ຊາວຫວຽດນາມ ຢູ່ Saitama ມີປະມານ 45.000 ຄົນ. ປີ 2022, ທີ່ການພົບປະກັບເອກອັກຄະລັດຖະທູດ ຫວຽດນາມ ປະຈໍາ ຍີ່ປຸ່ນ ທ່ານ ຟ້າມກວ່າງຮ້ຽວ ແລະ ສະມາຄົມ ຊາວຫວຽດນາມ ຢູ່ Saitama, ທ່ານ OHNO Motohiro, ເຈົ້າແຂວງ Saitama ໄດ້ຕີລາຄາສູງບົດບາດຂອງຊາວຫວຽດນາມ ໃນການພັດທະນາແບບຍືນຍົງຂອງແຂວງ. ທ່ານໃຫ້ຮູ້ວ່າ: “ປະຊາຄົມ ຊາວຫວຽດນາມ ມີຄວາມດຸໝັ່ນ, ຂະຫຍັນໝັ່ນພຽນຫຼາຍ ແລະ ໄດ້ກາຍເປັນແຫຼ່ງກຳລັງແຮງງານຕົ້ນຕໍຂອງແຂວງ, ທັງແມ່ນຂົວວັດທະນະທຳເຊື່ອມຕໍ່ ຫວຽດນາມ ແລະ ຍີ່ປຸ່ນ ນຳອີກ”.
ທີ່ການພົບປະຄັ້ງນີ້, ພວກຂ້າພະເຈົ້າໄດ້ມີການປຶກສາຫາລືຢ່າງກົງໄປກົງມາ ແລະ ແທດຈິງກັບເຈົ້າແຂວງກ່ຽວກັບການຮັດແຄບຊ່ອງຫວ່າງວັດທະນະທຳລະຫວ່າງ ຊາວຍີ່ປຸ່ນ ແລະ ຊາວຕ່າງປະເທດ, ໃນນັ້ນມີປະຊາຄົມຊາວຫວຽດນາມ. ໃນໄລຍະຈະມາເຖິງ, ອຳນາດການປົກຄອງແຂວງ Saitama ຈະໜູນຊ່ວຍຕື່ມອີກໃນການປ້ອງກັນໄພແຜ່ນດິນໄຫວ ແລະ ອັກຄີໄພ ໂດຍການສະໜອງຂໍ້ມູນຂ່າວສານເປັນພາສາຫວຽດນາມ.
![]() |
ສະມາຄົມນຳເອົາບັນດາລາຍການດົນຕີມາຍັງ ຍີ່ປຸ່ນ ເພື່ອຮັບໃຊ້ຊາວຫວຽດນາມ ຢູ່ ຍີ່ປຸ່ນ. |
![]() |
ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ຫວຽດນາມ ປະຈຳ ຍີ່ປຸ່ນ ຟ້າມກວ່າງຮ້ຽວ ແລະ ທ່ານ ຟ້າມດິງເທືອງ ປະທານສະມາຄົມຊາວຫວຽດນາມ ຢູ່ແຂວງ Saitama (ຊ້າຍສຸດ) ເຮັດວຽກກັບເຈົ້າແຂວງ Saitama. |
![]() | ປະຊາຄົມຊາວຫວຽດນາມ ຢູ່ ລັດເຊຍ ລະຫຼິ້ນມ່ວນຊື່ນວັນເດັກນ້ອຍ 1 ມິຖຸນາ ຍສໝ - ເຫດການດັ່ງກ່າວໄດ້ຮັບການສະໜັບສະໜູນຂອງບັນດາຄອບຄົວທີ່ດຳເນີນທຸລະກິດ ແລະ ດຳລົງຊີວິດຢູ່ Incentra ດ້ວຍຜູ້ເຂົ້າຮ່ວມປະມານ 400 ຄົນ, ໃນນັ້ນມີເດັກນ້ອຍໃນບັນດາຄອບຄົວຊາວ ຫວຽດນາມ ປະມານ 230 ຄົນ. |
![]() | ສື່ມວນຊົນ ຍີ່ປຸ່ນ ໄດ້ໃຫ້ຂ່າວ ແລະ ບົດກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ຍສໝ - ໃນລະຫວ່າງວັນທີ 19 – 20 ຕຸລາ, ສື່ມວນຊົນ ຍີ່ປຸ່ນ ໄດ້ໃຫ້ຂ່າວ ແລະ ບົດກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide. |
ມິງດຶກ