ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ປະກອບຄໍາເຫັນກ່ຽວກັບການກວດກາແຫຼ່ງທີ່ມາຂອງຜະລິດຕະພັນໃນການສົ່ງອອກ

08:38 | 29/07/2024

ຍສໝ - “ສະຖານທີ່ນັດພົບກັນຂອງພີ່ນ້ອງ​ຊາວ​ຫວຽດ​ນາມ ອາໄສ​ຢູ່​ຕ່າງ​ປະ​ເທດ ເລກທີ 1​” ໃນ​ປີ 2024 ດ້ວຍ​ການປະກອບຄໍາເຫັນຫຼາຍຢ່າງຂອງ​ບັນດາພີ່ນ້ອງຊາວ​ຫວຽດ​ນາມ​ທີ່ຢູ່​ຕ່າງ​ປະ​ເທດປິ່ນອ້ອມບັນຫາການ​ຕິດຕາມ​ກວດກາແຫຼ່ງທີ່ມາຂອງຜະລິດຕະພັນ, ​ຮັບ​ປະ​ກັນ​ຄວາມສະອາດ​ປອດ​ໄພຂອງອາຫານ​ເພື່ອ​ສົ່ງ​ອອກ.

ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ມີຄວາມເອກອ້າງທະນົງໃຈຕໍ່ທີ່ຕັ້ງຂອງປະເທດຊາດພາຍໃຕ້ການນຳພາຂອງ ສະຫາຍເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ມີຄວາມເອກອ້າງທະນົງໃຈຕໍ່ທີ່ຕັ້ງຂອງປະເທດຊາດພາຍໃຕ້ການນຳພາຂອງ ສະຫາຍເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ
ລະດູບານໃໝ່ບ້ານເກີດເມືອງນອນ 2025: ບັນດາເຫດການທີ່ອຸດົມສົມບູນຂອງປະຊາຄົມຊາວ  ຫວຽດນາມ ຢູ່ ຍີ່ປຸ່ນ ລະດູບານໃໝ່ບ້ານເກີດເມືອງນອນ 2025: ບັນດາເຫດການທີ່ອຸດົມສົມບູນຂອງປະຊາຄົມຊາວ ຫວຽດນາມ ຢູ່ ຍີ່ປຸ່ນ

ຫວ່າງແລ້ວນີ້, ຄະນະກໍາມະການກ່ຽວກັບຄົນຫວຽດນາມຢູ່ຕ່າງປະເທດ (NVNONN) ນະຄອນ ໂຮ່ຈີມິນ (TP.HCM) ໄດ້ຈັດກອງປະຊຸມສໍາມະນາ “ສະຖານທີ່ນັດພົບກັນຂອງພີ່ນ້ອງ​ຊາວ​ຫວຽດ​ນາມທີ່​ຢູ່​ຕ່າງ​ປະ​ເທດ ເລກທີ 1” ປີ 2024 ດ້ວຍຫົວຂໍ້ “ບົດບາດຂອງປະຊາຄົມນັກທຸລະກິດຫວຽດນາມຢູ່ຕ່າງປະເທດ ໃນການຊຸກຍູສົ່ງເສີມການຄ້າ, ເຊື່ອມ​ຕໍ່​ການ​ບໍລິ​ໂພ​ກ, ​ແນະນຳ ​ແລະ ເຜີຍແຜ່​ຜະລິດ​ຕະພັນ, ສິນຄ້າຢູ່ເຂດ​ນະຄອນ​ໂຮ່ຈີ​ມິນ ​ເຂົ້າ​ຮ່ວມ​ການ​ຕິດຕາມ​ກວດກາແຫຼ່ງທີ່ມາ ຕາມ​ຂໍ້​ຕົກລົງ 1039/QD - UBND”.

Quang cảnh hội thảo. ພາບຂອງກອງປະຊຸມສໍາມະນາ.

ພາບທີ່ກອງປະຊຸມສໍາມະນາ.

ທ່ານ ເຈີ່ນດຶກຫຽນ ຮອງຫົວໜ້າຄະນະກໍາມະການຄົນຫວຽດນາມ ອາໄສຢູ່ຕ່າງປະເທດ ນະຄອນ ໂຮ່ຈີມິນ ມີຄໍາເຫັນທີ່ກອງປະຊຸມສໍາມະນາວ່າ: ປະຈຸບັນ, ຜູ້ບໍລິໂພກເອົາໃຈໃສ່ໃນຜະລິດຕະພັນບໍ່ພຽງແຕ່ດ້ານຄຸນນະພາບ ແລະ ການອອກແບບເທົ່ານັ້ນ, ແຕ່ຫາກຍັງເອົາໃຈໃສ່ເຖິງຂໍ້ມູນທີ່ກ່ຽວຂ້ອງເຖິງຂະບວນການຜະລິດອີກດ້ວຍ ໂດຍ​ສະ​ເພາະ​ແມ່ນ​ສິນ​ຄ້າ​ທີ່​ສົ່ງ​ຜົນ​ກະ​ທົບ​ໂດຍ​ກົງຕໍ່​ສຸ​ຂະ​ພາບ​ເຊັ່ນ​: ອາ​ຫານ​, ເຄື່ອງ​ດື່ມ​, ຢາ​ປົວ​ພະ​ຍາດ... ສະ​ນັ້ນ​, ການ​ເຂົ້າເຖິງແຫຼ່ງທີ່ມາຂອງ​ສິນ​ຄ້າ​ຈິ່ງໄດ້ ແລະ ກໍາລັງກາຍ​ເປັນ​ມາດ​ຕະ​ຖານ​ບັງ​ຄັບ​ໃນ​ທົ່ວ​ໂລກ​.

ສະ​ນັ້ນ, ຄະນະ​ກຳມະການ​ກ່ຽວກັບຄົນ​ຫວຽດນາມ ທີ່ອາ​ໄສ​ຢູ່​ນະຄອນ ​ໂຮ່ຈີ​ມິນ ເປັນເຈົ້າການປະສານ​ສົມທົບຜັນຂະຫຍາຍດໍາເນີນການ, ແຈ້ງຂ່າວ ​ແລະ ​ເຜີຍ​ແຜ່​ກ່ຽວກັບແຜນການຜັນຂະຫຍາຍການ​ຄຸ້ມ​ຄອງ ​ແລະ ການ​ຕິດຕາມ​ກວດກາແຫຼ່ງທີ່ມາຂອງຜະລິດຕະພັນສິນຄ້າ​ຢູ່ເຂດຕົວເມືອງ​ຕິດພັນກັບການ​ເຄື່ອນ​ໄຫວ​ຢູ່ “​ພື້ນທີ່​ວັນນະຄະດີ ​ໂຮ່ຈີ​ມິນ - ສະຖານທີ່​ນັດພົບ ພີ່ນ້ອງຊາວຫວຽດ​ນາມ​ທີ່ຢູ່​ຕ່າງ​ປະ​ເທດ”.

Quang cảnh hội thảo. ພາບຂອງກອງປະຊຸມສໍາມະນາ.

ບັນຍາກາດທີ່ກອງປະຊຸມສໍາມະນາ.

ທີ່​ກອງ​ປະຊຸມສໍາມະນາ, ບັນດາພີ່ນ້ອງຊາວ​ຫວຽດນາມທີ່​ຢູ່​ຕ່າງປະ​ເທດ​ໄດ້​ປຶກສາ​ຫາລືເຮັດແຈ້ງ: ຂໍ້​ມູນ​ກ່ຽວ​ກັບ​ຂໍ້​ກຳນົດ​​ການກວດກາແຫຼ່ງທີ່ມາຂອງສິນຄ້າ​ຂອງຫວຽດນາມ ຕໍ່ກັບຂໍ້ກໍານົດຂອງສາກົນ; ຄວາມສະດວກຂອງບັນດາວິສາຫະກິດທີ່ໄດ້ລົງທະບຽນເພື່ອຕິດຕາມກວດກາສິນຄ້າເມື່ອເຂົ້າຮ່ວມຕະຫຼາດສາກົນ; ບົດບາດ​ຂອງ​ວົງ​ການ​ວິ​ສາ​ຫະກິດ​ຫວຽດນາມ ຢູ່​ຕ່າງປະ​ເທດ​ໃນວຽກ​ຊຸກຍູ້​ການ​ນໍາ​ສິນຄ້າ​ທີ່​ໄດ້​ຮັບ​ການກວດກາໃນການສົ່ງອອກ ​ແລະ ຄວາມ​ຫຍຸ້ງຍາກອື່ນໆ, ຂໍ້ຄົງຄ້າງ, ປະສົບ​ການ​ໃນ​ການ​ກວດກາແຫຼ່ງທີ່ມາຂອງຜະລິດຕະພັນ ເວົ້າລວມ ແລະ ຜະລິດ​ຕະພັນ​ກະ​ເສດ ​ເວົ້າ​ສະ​ເພາະ.

ຜົນສະຫຼຸບຂອງ​ກອງ​ປະ​ຊຸມສໍາມະນາ, ທ່ານ​ນາງ ຫວູ​ທິ​ຮວິ່ງ​ມາ​ຍ ຫົວໜ້າ​ຄະ​ນະ​ກຳ​ມະ​ການກ່ຽວກັບຄົນຫວຽດນາມຢູ່ຕ່າງປະເທດ ນະ​ຄອນ ໂຮ່​ຈີ​ມິນ ໄດ້​ຂອບ​ໃຈ​ທຸກການປະກອບຄວາມຄິດຄວາມເຫັນ​ທີ່ແທດເໝາະກັບສະພາບ​ຕົວ​ຈິງຂອງຜູ້ແທນ. ທ່ານ​ນາງ ມາຍ ກ່າວ​ວ່າ ຈະຈັດ​ສົ່ງທຸກ​ຄວາມ​ຄິດຄວາມເຫັນນີ້ ​ໄປ​ເຖິງການນຳ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ເພື່ອ​ໃຫ້​ມີ​ບັນດາລັດຖະນະໂຍບາຍ​ທີ່​ເໝາະ​ສົມ, ມີປະໂຫຍດ​ຕໍ່​ວຽກການ​ສົ່ງ​ອອກ​ສິນຄ້າ​ຂອງ​ນະຄອນ​ໄປ​ຍັງ​ຕະຫຼາດ​ຕ່າງປະ​ເທດ, ​ໂດຍ​ສະ​ເພາະ​ແມ່ນ​ຕະຫຼາດ​ທີ່​ເອົາໃຈຍາກຄື ​ອາ​ເມ​ລິ​ກາ, ​ເອີ​ລົບ ແລະ ຍີ່ປຸ່ນ…

ນະຄອນ​ໂຮ່ຈິ​ມິນ ​ໄດ້​ຕິດຕາມກວດກາ​ແຫຼ່ງທີ່ມາຂອງ​ວິ​ສາ​ຫະກິດຫຼາຍກວ່າ 500 ​ແຫ່ງ

ຢູ່​ນະຄອນ​ໂຮ່ຈິ​ມິນ, ພາຍຫຼັງ​ກວ່າ 2 ປີ​ແຫ່ງ​ການ​ນຳ​ໃຊ້ ​ແລະ ຄຸ້ມ​ຄອງ​ລະບົບ​ຕິດຕາມ​ກວດກາ​ແຫຼ່ງທີ່ມາຕາມແຜນຮ່າງ 100, ນະຄອນ​ໄດ້​ປະຕິບັດ​ການ​ຕິດ​ຕາມ​ກວດ​ກາ​ແຫຼ່ງທີ່ມາຂອງ​ວິ​ສາ​ຫະກິດ​ທຳການຜະລິດ, ​ທຸລະ​ກິດ ​ແລະ ການບໍລິການທີ່ມີຄວາມຕ້ອງການ​ກໍ່ສ້າງ ​ແລະ ນຳ​ໃຊ້​ລະບົບຕິດຕາມ​ກວດກາແຫຼ່ງທີ່ມາຢູ່ເຂດຕົວເມືອງ 500 ກວ່າເທື່ອຄັ້ງ ໂດຍພະແນກການ, ຄະນະ, ຂະແໜງການສະ​ຫນອງ​ໃຫ້​​.

ມາ​ຮອດ​ປະຈຸ​ບັນ, ມີ 61 ຫົວໜ່ວຍ​ເຂົ້າ​ຮ່ວມ​ແຜນຮ່າງການ​ຄຸ້ມ​ຄອງ, ຮັບຮູ້ ​ແລະ ຕິດຕາມກວດກາແຫຼ່ງທີ່ມາ. ສໍາລັບຜະລິດຕະພັນຊີ້ນຫມູ, ເນື້ອສັດປີກ ແລະ ໄຂ່ສັດປີກ, ມີ 47 ສະຖານທີ່ທີ່ຂຶ້ນກັບກຸ່ມສະໜອງໃນຕົວເມືອງເຂົ້າຮ່ວມ; ສຳລັບຜະລິດຕະພັນໝາກໄມ້ສົດ, ພືດຜັກ ແລະ ອາຫານທະເລ, ມີ 14 ສະຖານທີ່ນຳໃຊ້ລະຫັດຕິດຕາມກວດກາແຫຼ່ງທີ່ມາຕາມບັນດາມາດຖານ ຫວຽດນາມ.

ທອງມີ ສີຫາວົງ

ເຫດການ
302 Found

Found

The document has moved here.