ສະຖານທູດ ຫວຽດນາມ ປະຈຳ ອີ​ຢິບ ​ໄດ້​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ​ວັນ​ຊາດ 2 ກັນຍາ

22:44 | 21/08/2024

ຍສໝ - ວັນທີ 19 ສິງຫາ, ຢູ່ນະຄອນຫຼວງ Cairo, ສະຖານທູດ ຫວຽດນາມ ປະຈຳ ອີຢິບ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 79 ປີແຫ່ງວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ (2 ກັນຍາ 1945 – 2 ກັນຍາ 2024).

ມູກາງຈາຍ ໄດ້​ຈັດ​ອັນ​ດັບໜື່ງໃນຈໍານວນ 25 ຈຸດ​ຫມາຍ​ປາຍ​ທາງ​ທີ່​ມີ​ຄວາມ​ງາມ​ທີ່ໜ້າ​ມະຫັດ​ສະ​ຈັນ​
ໂຮ້ຍ​ອານ​ ໄດ້​ຈັດ​ອັນ​ດັບ​ທີ 4 ໃນ​ບັນ​ຊີ​ລາຍ​ຊື່ 25 ນະຄອນ​ທີ່​ນິ​ຍົມ​ທີ່​ສຸດ​ໃນ​ໂລກ

ໂດຍ​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ​ມີບັນດາພະນັກງານ, ພາລະ​ກອນ​ຂອງ​ສະຖານທູດ ​ແລະ ບັນດາ​ອົງການ​ຜູ້ຕາງໜ້າ ຫວຽດນາມ ປະຈຳ ອີ​ຢິບ; ເອກ​ອັກ​ຄະ​ລັດ​ຖະ​ທູດ​ຂອງ​ຫຼາຍ​ປະ​ເທດ​ຢູ່​ Cairo; ບັນດາຜູ້ຕາງໜ້າ​ອົງການ​ການ​ທູດ; ຜູ້ຕາງຫນ້າຂອງກະຊວງ, ຂະແໜງການຈໍານວນຫນຶ່ງຂອງ ອີຢິບ; ​ເພື່ອນ​ມິດສາກົນ ​ແລະ ຊາວ​ຫວຽດນາມ​ ອາໄສຢູ່ຕ່າງປະເທດ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ທີ່​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່ ​ອີ​ຢິບ.

ສະຖານທູດ ຫວຽດນາມ ປະຈຳ ອີ​ຢິບ ​ໄດ້​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ​ວັນ​ຊາດ 2 ກັນຍາ

ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ອີ​ຢິບ ຫງວຽນ​ຮຸຍ​ຢຸ້ງ. (ພາບ: TTXVN)

ກ່າວ​ຄຳປາໄສທີ່​ພິທີ​ສະ​ເຫຼີ​ມສະຫຼອງ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ອີ​ຢິບ ຫງວຽນ​ຮຸຍ​ຢຸ້ງ ໄດ້​ຍົກໃຫ້ເຫັນຄວາມ​ໝາຍ​ອັນ​ໃຫຍ່​ຫຼວງ​ຂອງ​ວັນ​ບຸນເອກະລາດ, ຫວນຄືນບັນດາຂີດໝາຍທີ່ສະຫງ່າອົງອາດ​ໃນ​ພາລະກິດ 79 ປີແຫ່ງ​ຕໍ່ສູ້​ຍາດ​ເອົາ​ເອກະລາດ​ແຫ່ງ​ຊາດ, ການສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ກໍ່ຄືບັນດາ​ຜົນງານທີ່​ດີ​ເດັ່ນ​ພາຍຫຼັງ​ເກືອບ 40 ປີແຫ່ງການປ່ຽນແປງໃໝ່ ແລະ ການ​ເຊື່ອມ​ໂຍງ​ສາ​ກົນ​ຂອງ​ ຫວຽດ​ນາມ.

ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ​ແລ້ວ, ພາຍ​ໃຕ້​ການ​ຊີ້​ນຳ​​ຂອງ​ພັກ​ກອມ​ມູນິດ​ ຫວຽດນາມ, ປະຈຸ​ບັນ, ປະ​ເທດ​ຫວຽດນາມ ໄດ້ສືບ​ຕໍ່​ພັດທະນາ ​ແລະ ບັນລຸ​ໄດ້​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ​ຄື: GDP ​ເພີ່ມ​ຂຶ້ນ 6,42% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ; ເສດຖະກິດມະຫາພາກສືບຕໍ່ມີຄວາມເປັນປົກກະຕິ; ອັດຕາເງິນເຟີ້ຖືກຄວບຄຸມ; ວົງ​ເງິນ​ສົ່ງ​ອອກ, ຍອດ​ຈຳນວນ​ທຶນ FDI, ຈຳນວນ​ນັກ​ທ່ອງ​ທ່ຽວ​ສາກົນ​ມາ​ຫວຽດນາມ... ລ້ວນ​ແຕ່​ສືບ​ຕໍ່​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ.

ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ, ທ່ານ​ເອກ​ອັກຄະ​ລັດຖະທູດ​ ໄດ້​ຢືນຢັນ​ວ່າ ການ​ພົວພັນ​ລະຫວ່າງ ຫວຽດນາມ - ອີ​ຢິບ ນັບມື້ນັບໄດ້ຮັບການພັດທະນານັບ​ແຕ່​ສ້າງ​ຕັ້ງ​ການ​ທູດ​ເມື່ອ​ປີ 1963. ອີ​ຢິບ ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ທຳ​ອິດ​ຢູ່​ຕາ​ເວັນ​ອອກ​ກາງ ​ແລະ ອາ​ຟຼິກາ​ເໜືອ ທີ່ມີ​ການ​ພົວພັນ​ທາງ​ການ​ທູດກັບ ຫວຽດນາມ. ບັນດາການ​ຢ້ຽມ​ຢາມ​ຂັ້ນ​ສູງ​ໃນ​ປີ 2017 ແລະ 2018 ໄດ້​ຍົກ​ສູງ​ລະ​ດັບ​ການ​ພົວ​ພັນ​ສອງ​ຝ່າຍ, ພິ​ເສດ​ແມ່ນ​ການ​ລົງ​ນາມ​ໃນ​ເອ​ກະ​ສານ​ຮ່ວມ​ມື​ຫລາຍ​ຢ່າງ. ​ໃນ​ປີ 2023, 2 ປະ​ເທດສືບ​ຕໍ່​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ, ​ໃນ​ນັ້ນ​ ​ມີ​ການ​ຢ້ຽມຢາມ​ຂອງ​ອະດີດ​ລັດຖະມົນຕີ​ວ່າການ​ກະຊວງ​ຕຳຫຼວດ, ປະຈຸ​ບັນ ແມ່ນທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໂຕເລີມ ແລະ ທ່ານ​ຮອງ​ນາຍົກລັດຖະມົນຕີ ເຈີ່ນລິວກວາງ.

ກ່ຽວ​ກັບ​ດ້ານ​ເສດຖະກິດ, ການ​ພົວພັນ​ດ້ານ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ ​ໄດ້​ມີ​ບາດກ້າວ​ພັດທະນາ​ຢ່າງ​ຕັ້ງໜ້າ. ໃນ 6 ເດືອນຕົ້ນປີ 2024, ວົງເງິນສົ່ງອອກຂອງ ຫວຽດນາມ ໄປ ອີຢິບ ບັນລຸ 246 ລ້ານ USD, ເພີ່ມຂຶ້ນ 4,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ດ້ວຍບັນດາຜະລິດຕະພັນຕົ້ນຕໍຄື ກາເຟ, ໝາກພິກໄທ, ໝາກມ່ວງຫິມະພານ, ເຄື່ອງຈັກ, ອຸປະກອນ ແລະ ເຄື່ອງອາ​ໄຫຼ່, ຄອມ​ພິວ​ເຕີ, ຜະ​ລິດ​ຕະ​ພັນ​ເອ​ເລັກ​ໂຕຣ​ນິກ ແລະ ​ເຄື່ອງອາ​ໄຫຼ່, ເຄື່ອງຕ່ຳ​ແຜ່ນ​ຕັດ​ຫຍິບ… ມີ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ຫຼາຍແຫ່ງນັບມື້ນັບ​ມີ​ຄວາມ​ສົນ​ໃຈເຖິງທ້ອງຕະ​ຫຼາດ ອີ​ຢິບ.

ທ່ານ​ເອກ​ອັກຄະ​ລັດຖະທູດ​ຢືນຢັນ​ວ່າ ຫວຽດນາມ ​ໄດ້​ຕີ​ລາຄາ​ສູງ​ບົດບາດ​ສຳຄັນ​ຂອງ​ ອີ​ຢິບ ໃນ​ການ​ຊຸກຍູ້​ຄວາມ​ໝັ້ນຄົງ ​ແລະ ຄວາມປອດໄພ​ໃນ​ພາກ​ພື້ນ. ຫວຽດນາມ ຈະ​ຢືນ​ຄຽງ​ຂ້າງ​ກັບ​ ອີ​ຢິບ ແລະ ບັນດາ​ປະ​ເທດ​ອື່ນໆ, ສະໜັບສະໜູນ ​ແລະ ພ້ອມ​ແລ້ວ​ທີ່​ຈະ​ເຂົ້າ​ຮ່ວມ​ບັນດາ​ຄວາມ​ມານະ​ພະຍາຍາມລວມຂອງ​ປະຊາ​ຄົມ​ສາກົນ ເພື່ອຊຸກຍູ້​ການ​ເຈລະຈາ ​ແລະ ສະໜອງການໜູນ​ຊ່ວຍ​ມະນຸດສະທຳ​ໃຫ້​ແກ່​ປະຊາຊົນ​ຢູ່​ບັນດາ​ພາກ​ພື້ນ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ການ​ປະ​ທະ​ກັນ, ປະກອບສ່ວນ​ເຂົ້າ​ໃນ​ສັນຕິພາບ, ຄວາມ​ໝັ້ນຄົງ ​ແລະ ສະຖຽນ​ລະ​ພາບໃນພາກພື້ນ ແລະ ໃນໂລກ.

​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ​ວັນ​ບຸນ​ເອກະລາດ​ຂອງ ​ຫວຽດນາມ, ທ່ານ Ahmed Shaheen, ຜູ້ຊ່ວຍລັດຖະມົນຕີການຕ່າງປະເທດ ອີ​ຢິບ ຮັບຜິດຊອບບັນດາບັນຫາ ​ອາຊີ ​ແລະ ປາຊີ​ຟິກ ​ໄດ້ທວນຄືນບັນດາຂີດໝາຍທີ່​ສຳຄັນ​ຂອງ​ການ​ພົວພັນ ຫວຽດນາມ - ອີ​ຢິບ ນັບ​ຕັ້ງ​ແຕ່​ການ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ມາຮອດປະຈຸປັນ. ທ່ານ​ກ່າວ​ວ່າ ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ນັບ​ມື້​ນັບ​ພັດທະນາ​ໃນ​ຫຼາຍ​ຂົງ​ເຂດ. ໃນໄລຍະຈະມາເຖິງ, ນອກຈາກຈະສືບຕໍ່ແລກປ່ຽນຄະນະຜູ້ແທນຂັ້ນສູງ, 2 ປະເທດຕ້ອງຍູ້ແຮງການຮ່ວມມືໃນທຸກຂົງເຂດກ່ວາອີກ, ພິເສດແມ່ນດ້ານເສດຖະກິດ, ການຄ້າ, ວິທະຍາສາດເຕັກໂນໂລຢີ, ການສຶກສາ, ວັດທະນະທຳ ແລະ ທ່ອງທ່ຽວ.

ສະຖານທູດ ຫວຽດນາມ ປະຈຳ ອີ​ຢິບ ​ໄດ້​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ​ວັນ​ຊາດ 2 ກັນຍາ

ແຂກຮັບເຊີນ ໄດ້ຊິມອາຫານຫວຽດນາມ. (ພາບ: VOV)

“ກຳລັງຄວາມ​ສາ​ມາດ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ຂຸດ​ຄົ້ນ​ຢ່າງ​ເຕັມ​ທີ່. 2 ຝ່າຍ​ຕ້ອງ​ສືບ​ຕໍ່​ສົມທົບ​ກັນເພື່ອປັບປຸງບັນດາກອບການຮ່ວມ​ມື​ສອງຝ່າຍ, ໂດຍຜ່ານ​ການອັບເດດ ​ແລະ ເຮັດໃໝ່ບັນດາຂໍ້​ຕົກລົງ​ທີ່​ມີ​ຢູ່​ແລ້ວ, ພ້ອມກັນນັ້ນ ກກ້າວ​ໄປ​ສູ່​ການ​ລົງ​ນາມ​ໃນ​ສັນຍາ​ສະບັບ​ໃໝ່ໃນໄລຍະຈະມາເຖິງ. ຂ້າພະ​ເຈົ້າ​ປາດ​ຖະໜາ​ວ່າ ບັນດາ​ວິ​ສາ​ຫະກິດ ຫວຽດນາມ ນັບ​ມື້​ນັບ​ຈະມີຫຼາຍແຫ່ງມາ​ລົງທຶນ ​ແລະ ສ້າງ​ຕັ້ງຮາກຖານທຸລະກິດຢູ່ທ້ອງ​ຕະຫຼາດ ອີ​ຢິບ”, ທ່ານ​ເອກ​ອັກຄະ​ລັດຖະທູດ Ahmed Shaheen ກ່າວ.

ທີ່​ພິທີ, ແຂກຮັບເຊີນ ແລະ ຊາວ​ຫວຽດນາມ​ ອາໄສ​ຢູ່​ຕ່າງປະ​ເທດ ໄດ້​ພ້ອມ​ກັນຊິມອາຫານ​ພື້ນ​ເມືອງ​​ລົດ​ຊາດ​ຫວຽດນາມ ​​ຄື: ​ເຝີ​ງົວ, ຢໍ່ຈືນ...

ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ ​ແລະ ສະມາຄົມ​ມິດຕະພາບ​ຂອງ​ບັນດາ​ປະ​ເທດ​ໄດ້​ສົ່ງ​ໂທລະ​ເລກ ​ແລະ ຈົດໝາຍ​ສະແດງຄວາມgເສົ້າສະຫຼົດໃຈ​ເຖິງ​ປະຊາຊົນ​ຫວຽດນາມ

ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ ​ແລະ ສະມາຄົມ​ມິດຕະພາບ​ຂອງ​ບັນດາ​ປະ​ເທດ​ໄດ້​ສົ່ງ​ໂທລະ​ເລກ ​ແລະ ຈົດໝາຍ​ສະແດງຄວາມgເສົ້າສະຫຼົດໃຈ​ເຖິງ​ປະຊາຊົນ​ຫວຽດນາມ

ຍສໝ - ພາຍຫຼັງ​ໄດ້​ຮັບ​ຂ່າວ​​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ເຖິງແກ່ມໍລະນະກຳ, ສະພາ​ສັນຕິພາບ​ໂລກ, ສະຖາບັນກູບາ​ມິດຕະພາບ​ກັບ​ບັນດາເຜົ່າ, ບັນດາ​ອົງການ​ມິດຕະພາບ​ຂອງ​ຫຼາຍ​ປະ​ເທດ, ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ ກໍ່​ໄດ້​ສົ່ງ​ໂທລະ​ເລກ, ຈົດໝາຍ, ສະແດງຄວາມເສຍໃຈ​ເຖິງສະຫະພັນ​ອົງການ​ມິດຕະພາບ, ບັນດາ​ອົງການ​ສະມາຊິກ, ປະຊາຊົນ ຫວຽດນາມ ​ແລະ ຄອບຄົວ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ.

ສະຖານທູດ ຫວຽດນາມ ປະຈໍາ ຕ່າງປະເທດຫຼາຍແຫ່ງ ໄດ້ເປີດປຶ້ມໄຫວ້ອາໄລ ແລະ ຈັດພິທີໄຫວ້ອາໄລເຖິງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ

ສະຖານທູດ ຫວຽດນາມ ປະຈໍາ ຕ່າງປະເທດຫຼາຍແຫ່ງ ໄດ້ເປີດປຶ້ມໄຫວ້ອາໄລ ແລະ ຈັດພິທີໄຫວ້ອາໄລເຖິງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ

ຍສໝ - ວັນທີ 24 ກໍລະກົດ, ສະຖານທູດ ຫວຽດນາມ ປະຈໍາ ຕ່າງປະເທດຄື: ກູບາ, Algeria, ອາຟະລິກາໃຕ້ ໄດ້ເອົາທຸງລົງເຄິ່ງເສົາ, ປະກາດເປີດປຶ້ມ​ໄຫວ້​ອາ​ໄລ ແລະ ຈັດພິທີໄຫວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ.

ມີງດຶກ

ເຫດການ
302 Found

Found

The document has moved here.