ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຢູ່ ກວາງນາມ ໄດ້ຮັບລົດເຂັນ

14:13 | 06/08/2024

ຍສໝ - ວັນທີ 4 ສິງຫາ, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ແຂວງ ກວາງນາມ ໄດ້ຈັດຕັ້ງພິທີມອບລົດເຂັນ 20 ຄັນໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຢູ່ບັນດາເມືອງ ທັງບິ່ງ, ຕາມກີ, ຝູນິງ, ນູຍແທ່ງ. ​ລົດເຂັນ​ຈຳນວນ​ນີ້​ແມ່ນໂດຍ​ທ່ານ​ນາງ ​ເຈີ່ນ​ໂຕ໋​ງ່າ, ຊາວ​ຫວຽດນາມ ອາ​ໄສ​ຢູ່​ ຝລັ່ງ ເຊື່ອມຕໍ່​ເພື່ອ​ຮຽກຮ້ອງການໜູນຊ່ວຍ​ຈາກປະຊາ​ຄົມ​ຊາວ ຫວຽດນາມ ຢູ່​ ສະ​ວິດ.

VFC ໜູນຊ່ວຍກວ່າ 1,1 ຕື້ດົ່ງໃຫ້ແກ່ແມ່ຍິງຊົນເຜົ່າສ່ວນໜ້ອຍຢູ່ໂຮງຮຽນຫຼາຍແຫ່ງຂອງແຂວງ ກວາງນາມ
Children’s Hope In Action (CHIA) ໜູນຊ່ວຍເດັກນ້ອຍທຸກຍາກແຂວງ ກວາງນາມ

ກ່າວ​ຄຳ​ປາໄສ​ທີ່​ພິທີ, ທ່ານ ​ເລ​ວັນ​ຢຸ໊ງ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ກວາງ​ນາມ ​ໄດ້​ສະແດງຄວາມ​ຂອບ​ໃຈ​ຕໍ່ທ່ານ​ນາງ ​ເຈີ່ນໂຕ໋ງ່າ ​ແລະ ຊາວ​ຫວຽດນາມ ອາ​ໄສ​ຢູ່​ ສະ​ວິດ ​ທີ່​ມີ​ນ້ຳ​ໃຈ​ເມດຕາ, ​ເຖິງ​ວ່າ​ຈະ​ຢູ່​ຫ່າງ​ໄກ​ກໍ່ຕາມ, ​ແຕ່​ຍາມ​ໃດ​ກໍ​ຮ່ວມເດີນທາງ, ມຸ່ງໄປເຖິງບ້ານ​ເກີດ​ເມືອງ​ນອນ, ປະກອບສ່ວນ​ກໍ່ສ້າງ ​ແລະ ໜູນ​ຊ່ວຍ​ບັນດາສະພາບ​ການ​ຫຍຸ້ງຍາກ​ຂອງ​ແຂວງ ກວາງ​ນາມ ​ເວົ້າ​ສະ​ເພາະ ​ແລະ ຫວຽດນາມ ​ເວົ້າ​ລວມ. ນີ້​ແມ່ນ​ຂອງຂວັນ​ທີ່​ມີ​ຄວາມ​ໝາຍ​ສຳລັບຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ຊີວິດ​ປະຈຳ​ວັນ, ປະກອບສ່ວນ​ຊ່ວຍ​ເຫຼືອ​ໃຫ້ເຂົາເຈົ້າ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ດຳລົງ​ຊີວິດ​ທີ່​ເປັນ​ປະ​ໂຫຍດ​ໃຫ້​ແກ່​ສັງຄົມ.

ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຢູ່ ກວາງນາມ ໄດ້ຮັບລົດເຂັນ

ຜູ້​ປະສົບ​ເຄາະ​ຮ້າຍ ​ແລະ ສະມາຊິກ​ຄອບຄົວຂອງ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ​ຢູ່​ ກວາງ​ນາມ ​ໄດ້​ຮັບ​ລົດ​ເຂັນ.

ທ່ານ ເລ​ວັນ​ຢຸ໊ງ ​ໃຫ້​ຮູ້​ວ່າ: ​ໃນ​ຊຸມ​ປີ​ຜ່ານ​ມາ​, ​ແຂວງ ກວາງ​ນາມ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ເຖິງ​ຊີວິດການເປັນຢູ່​ຂອງບັນດາເປົ້າໝາຍ​ນະ​ໂຍບາຍ, ພິ​ເສດ​ແມ່ນ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ. ​ແຕ່ວ່າ, ຍ້ອນ​ເງື່ອນໄຂ​ເສດຖະກິດ​ຂອງ​ແຂວງ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກຫຼາຍຢ່າງ, ສະນັ້ນ ບັນດາ​ນະ​ໂຍບາຍ, ທິດ​ທາງກ່ຽວກັບການ​ໜູນ​ຊ່ວຍ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ຍັງ​ບໍ່​ທັນ​ບັນລຸ​ໄດ້​ຕາມ​ຄວາມ​ຄາດຫວັງ​ຂອງ​ປະຊາຊົນ.

ທ່ານ ​ເລ​ວັນ​ຢຸ໊ງ ຫວັງ​ວ່າ​ ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານ​ນາງ ​ເຈີ່ນ​ໂຕ໋ງ່າ ຈະສືບ​ຕໍ່​ຮ່ວມເດີນທາງ ​ແລະ ​ເປັນ​ຂົວເຊື່ອມ​ຕໍ່​ຮຽກຮ້ອງ​ການ​ໜູນ​ຊ່ວຍ​ຂອງ​ບັນດາ​ອົງການ, ບຸກຄົນ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ເພື່ອ​ໜູນ​ຊ່ວຍ​ແຂວງ ກວາງ​ນາມ ​ໃນ​ວຽກ​ງານເບິ່ງແຍງດູແລ ​ແລະ ອຸປະຖຳຜູ້​ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ.

ທ່ານ​ນາງ ເຈີ່ນ​ໂຕ໋ງ່າ ເກີດ​​ປີ 1942, ​ເຄີຍ​ເປັນ​ນັກ​ຂ່າວ​ຂອງ​ສຳນັກ​ຂ່າວສານ​ປົດ​ປ່ອຍ (ປະຈຸ​ບັນ​ແມ່ນ​ສຳນັກ​ຂ່າວສານ ​ຫວຽດນາມ), ​ເຮັດ​ວຽກ​ຢູ່​ບັນດາ​ແນວ​ໂຮມ​ທີ່ຮ້ອນເຮັ່ງ​ຄື: ​ໄຕ​ນິງ, ບິງ​ເຢືອງ, ​ໄຊ​ງ່ອນ - ຢ່າ​ດີິງ. ທ່ານຖືກ​ຕິດແປດ​​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ຂອງ​ກອງທັບ ​ອາເມລິກາ ໃນຊ່ວງ​ເວລາ​ນີ້.

ຫຼັງ​ຈາກ​ໄປ​ຕັ້ງ​ຖິ່ນ​ຖານ​ຢູ່ ​ຝລັ່ງ ​​ປີ 1993, ​ໃນ​ເດືອນ ພຶດສະພາ ປີ 2014, ທ່ານ​ໄດ້​ຍື່ນ​ຟ້ອງບັນດາ​ບໍລິສັດ​ເຄມີ​ຂອງ ​ອາ​ເມ​ລິ​ກາ ​ຢ່າງ​ເປັນ​ທາງ​ການ​ກ່ຽວ​ກັບ​ການ​ສະໜອງ​ທາດ​ພິດ​ໃຫ້​ແກ່​ກອງທັບ, ​ເຮັດ​ໃຫ້ທ່ານ, ລູກ​ຫຼານ ​ແລະ ຊາວຫວຽດນາມ ນັບ​ລ້ານ​ຄົນຖືກ​ຕິດແປດທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ.

ທາດ​ພິດ​ສີ​ສົ້ມ​ເຮັດ​ໃຫ້​ທ່ານນາງ ​ງ່າ ​ເປັນ​ພະ​ຍາດ​ຮ້າຍ​ແຮງ​ຫຼາຍ​ຢ່າງ; ລູກ​ຂອງ​ທ່ານມີຄົນ​ເສຍ​ໄປແຕ່ຍັງນ້ອຍ, ມີຄົນ​ພິການທີ່ເກີດຈາກພະຍາດ​ຫຼາຍ​ຢ່າງ. ທ່ານນາງ ງ່າ ເປັນໜຶ່ງໃນບັນດາກໍລະນີທີ່ຫາຍາກ ທີ່ສາມາດຕັ້ງໝັ້ນສືບຕໍ່ດຳເນີນຄະດີກ່ຽວກັບທາດພິດສີສົ້ມຢ່າງບໍ່ຢຸດຢັ້ງ ເມື່ອເຕົ້າໂຮມໄດ້ 3 ເງື່ອນໄຂຄື: ເປັນຄົນສັນຊາດ ຝລັ່ງ ເຊື້ອສາຍ ຫວຽດນາມ, ກຳລັງອາໄສຢູ່ປະເທດໜຶ່ງດຽວທີ່ມີກົດໝາຍອະນຸຍາດໃຫ້ນັກກົດໝາຍ ຝລັ່ງ ເປີດການຍື່ນຟ້ອງສາກົນ ເພື່ອປົກປ້ອງພົນລະເມືອງ ຝລັ່ງ ຕ້ານປະເທດອື່ນທີ່ມາທຳຮ້າຍຕົນ ແລະ ເປັນຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ. ຈາກຕົວຄົນດຽວ, ປະຈຸບັນ ນາງໄດ້ມີຫຼາຍພັນຄົນໃນທົ່ວໂລກເປັນເພື່ອນຮ່ວມເດີນທາງ ແລະ ສະຫນັບສະຫນູນໃນການຕໍ່ສູ້ເພື່ອຮຽກຮ້ອງເອົາຄວາມຍຸດຕິທໍາ.

ກວາງນາມ ມອບໂຄງການບ້ານເຮັດວຽກ ໃຫ້ຕຳຫຼວດລາວ

ກວາງນາມ ມອບໂຄງການບ້ານເຮັດວຽກ ໃຫ້ຕຳຫຼວດລາວ

ຍສໝ - ໃນວັນ​ທີ 5 ພະຈິກ​ນີ້, ຕຳຫຼວດ​ແຂວງ​ກວາງ​ນາມ ​ໄດ້​ສົມທົບ​ກັບ​ຕຳຫຼວດ​ແຂວງ​ເຊ​ກອງ (ລາວ) ຈັດ​ຕັ້ງ​ພິທີ​ເປີດ ​ແລະ ມອບ​ໂຄງການ​ກໍ່ສ້າງ​ກອງ​ບັນຊາ​ການ​ຕຳຫຼວດ​ແຂວງ​ເຊ​ກອງ ​ເພື່ອ​ຮັດ​ແໜ້ນ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ.

ນັກສຶກສາຊາວຊົນເຜົ່າສ່ວນໜ້ອຍ ເເລະ ເຂດທະເລໝູ່ເກາະ ກວາງນາມ ໄດ້ຮັບທຶນການສຶກສາ ວື່ອາຢີ່ງ

ນັກສຶກສາຊາວຊົນເຜົ່າສ່ວນໜ້ອຍ ເເລະ ເຂດທະເລໝູ່ເກາະ ກວາງນາມ ໄດ້ຮັບທຶນການສຶກສາ ວື່ອາຢີ່ງ

ຍສໝ - ວັນທີ 27 ຕຸລາ, ຄະນະຊາວໜຸ່ມແຂວງ ກວາງນາມ ໄດ້ສົມທົບກັບພະແນກສຶກສາ ແລະ ບຳລຸງສ້າງ, ກອງທຶນທຶນການສຶກສາ ວື່ອາຢີ່ງ, ສະໂມສອນ “ເພື່ອຮ່ວາງຊາ - ເຈື່ອງຊາ ທີ່ຮັກແພງ” ຈັດຕັ້ງພິທີມອບທຶນການສຶກສາໃຫ້ແກ່ນັກຮຽນຊົນເຜົ່າສ່ວນໜ້ອຍ, ເຂດທະເລ, ເຂດທະເລໝູ່ເກາະ ແຂວງກວາງນາມ.

ມິງດຶກ

ເຫດການ
302 Found

Found

The document has moved here.