ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ມີຄວາມເອກອ້າງທະນົງໃຈຕໍ່ທີ່ຕັ້ງຂອງປະເທດຊາດພາຍໃຕ້ການນຳພາຂອງ ສະຫາຍເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ

14:40 | 24/07/2024

ຍສໝ - ນີ້​ແມ່ນ​ການ​ແບ່ງ​ປັນ​ຂອງ​ທ່ານ Peter ຮົ່ງ, ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ, ປະທານ​ສະມາຄົມ​ນັກທຸລະກິດ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ ກ່ຽວ​ກັບ​ທີ່​ຕັ້ງ​ຂອງ​ປະ​ເທດຊາດ​ພາຍ​ໃຕ້​ການ​ນຳພາ​ຂອງ ສະຫາຍເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ.

ປຸກລະດົມງານປະກວດຂຽນບົດບົດແຕ່ງວັນນະຄະດີ, ກະວີນິພົນກ່ຽວກັບ “ແມ່ຍິງຫວຽດນາມ ອາໄສຢູ່ຕ່າງປະເທດ”
ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ຍັງມີສິດທີ່ກ່ຽວຂ້ອງກັບດິນແດນຢ່າງຄົບຖ້ວນ

ທ່ານ Peter ຮົ່ງ ​ໃຫ້​ຮູ້​ວ່າ: ປີ 2010, ​ໃນ​ຂະນະ​ທີ່​ດຳລົງ​ຕຳ​ແໜ່​ງປະທານ​ສະພາ​ແຫ່ງ​ຊາດ, ລຸງ ຫງວຽນ​ຟູ໋ຈ້ອງ ​ໄດ້​ມາ​ຢ້ຽມຢາມ​ສາທາລະນະ​ລັດ ອິນ​ເດຍ ຢ່າງ​ເປັນ​ທາງ​ການ. ​ໃນຂອບເຂດ​ການ​ຢ້ຽມຢາມ, ລຸງ​ ​ແລະ ຄະນະ​ໄດ້​ໄປ​ຍັງ​ນະຄອນ Bodhgaya ​ແລະ ​ໄດ້​ໂອ້​ລົມ​ກັບ​ພະ​ອາຈານ​ຄຸ້ມຄອງວັດ ​ແລະ ຊາວ​ພຸດ​ທີ່​ວັດ ຫວຽດນາມ ເຝີດກວັ໋ກຕື້. ຂ້າພະເຈົ້າໂຊກດີທີ່ໄດ້ພົບກັບລຸງ ຫງວຽນຟູ໋ຈ້ອງ ຢູ່ທີ່ນີ້. ຂ້າພະເຈົ້າ​ໄດ້​ຍິນ​ລຸງ​​ເວົ້າ​ເຖິງ​ສະພາບ​ການ​ຂອງ​ປະ​ເທດຊາດ ​ແລະ​ ສາສະໜາ. ລຸງເປັນຄົນລຽບງ່າຍ, ເວົ້າຈາອ່ອນໂຍນ ແລະ ເຂົ້າໃຈພຸດທະສາສະໜາເປັນຢ່າງດີ.

ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ມີຄວາມເອກອ້າງທະນົງໃຈຕໍ່ທີ່ຕັ້ງຂອງປະເທດຊາດພາຍໃຕ້ການນຳພາຂອງ ສະຫາຍເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ

ທ່ານ Peter ຮົ່ງ, ປະທານ​ສະມາຄົມ​ນັກທຸລະກິດ ​ຫວຽດນາມ ​ຢູ່​ຕ່າງປະ​ເທດ.

​ໃນ​ການ​ພົບ​ປະ ​ສະຫາຍ​ເລຂາທິການ​ໃຫຍ່​ ຄັ້ງ​ສຸດ​ທ້າຍ​ແມ່ນ​ຢູ່​ລາຍການ​ລະດູບານ​ໃໝ່ບ້ານເກີດເມືອງນອນ​ ປີ 2019. ທີ່​ລາຍການ, ສະຫາຍ​ເລຂາທິການ​ໃຫຍ່​ ໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ ​ແລະ ​ໄດ້​ໂອ້​ລົມ​ກັບ​ຊາວ​ໜຸ່ມ ຫວຽດນາມ ຢູ່​ຕ່າງປະ​ເທດ.

ໂດຍມີ​ສອງ​ເລື່ອງ​ກ່ຽວ​ກັບ​ ສະຫາຍ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ຝາກ​ຄວາມ​ປະ​ທັບ​ໃຈ​ໃຫ້​ທ່ານ Peter ຮົ່ງ ນັ້ນຄື:

ອັນທີໜຶ່ງແມ່ນ, ສະຫາຍ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ອ່ານ​ປຶ້ມ ​ແລະ ຄົ້ນຄວ້າ​ພຸດທະ​ສາສະໜາ​ຢ່າງ​ເລິກ​ເຊິ່ງ. ລຸງໄດ້ກ່າວເຖິງບັນຫາຊີວິດຂອງມະນຸດ, ເຫດ ແລະ ຜົນ, ຕີລາຄາສູງບົດບາດຂອງພຸດທະສາດສະຫນາ. ການ​ພັດທະນາ​ຂອງ​ປະ​ເທດຊາດ​ໃນ​ປະຈຸບັນ​ແມ່ນ​ໄປ​ຄຽງ​ຄູ່​ກັບ​ບັນດາສາສະໜາ, ​ໂດຍ​ສະ​ເພາະ​ແມ່ນ​ສາສະໜາ​ພຸດ.

ສະຫາຍ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຢືນຢັນ​ວ່າ ພັກ ​ແລະ ລັດ​ຂອງ​ພວກ​ເຮົາ​ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ເຖິງ​ສິດ​ເສລີ​ໃນ​ການ​ເຊື່ອ​ຖື; ປາຖະໜາ​ວ່າ​ ຊາວ​ພຸດ​ຈະ​ຕິດພັນສາສະໜາກັບຊີວິດການເປັນຢູ່ ​ແລະ ມຸ່ງ​ໄປ​ເຖິງ​ປະ​ເທດ​ຊາດ​ດ້ວຍ​ນ້ຳ​ໃຈ​ຊາວ​ຫວຽດນາມ.

ອັນທີ​ສອງແມ່ນ, ສະຫາຍ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ມີ​ຄວາມ​ເອົາໃຈ​ໃສ່​ຫຼາຍ​ຕໍ່ວຽກ​ງານ​ຂອງ​ຊາວ​ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ. ທີ່​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13 ຂອງ​ ພັກ​ກອມ​ມູ​ນິດ ​ຫວຽດ​ນາມ, ເປັນ​ຄັ້ງ​ທຳ​ອິດ, ວຽກ​ງານ​ກ່ຽວ​ກັບ​ ຊາວ​ຫວຽດ​ນາມ ​ຢູ່​ຕ່າງ​ປະ​ເທດ ໄດ້​ນຳເຂົ້າ​ໃນ​ມະຕິ​ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ.

ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ໄດ້​ກຳນົດ​ທິດ​ພັດທະນາ​ຂອງ​ປະ​ເທດຊາດ, ບໍ່​ພຽງ​ແຕ່​ໃນ​ໄລຍະ 2021-2025 ​ເທົ່າ​ນັ້ນ, ຫາກ​ຍັງ​ໃນ​ຊຸມ​ປີ​ຕໍ່ໜ້າ, ກຳນົດ​ທິດ​ຍຸດ​ທະ​ສາດ​ໃຫ້ ​ຫວຽດນາມ ກາຍ​ເປັນ​ປະ​ເທດ​ພັດທະນາ, ມີ​ລາຍ​ຮັບ​ສູງ​ໃນ​ປີ 2045. ໃນນັ້ນ, ສຳລັບວຽກງານຂອງ ຊາວ​ຫວຽດ​ນາມ​ ຢູ່​ຕ່າງ​ປະ​ເທດ, ກອງ​ປະ​ຊຸມ​ໃຫຍ່​ໄດ້​ຊີ້​ອອກ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ໜ້າທີ່ຕ້ອງ “ຜັນຂະຫຍາຍຢ່າງ​ຮອບ​ດ້ານ ແລະ ​ເຂັ້ມ​ແຂງກວ່າອີກ”.

ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ມີຄວາມເອກອ້າງທະນົງໃຈຕໍ່ທີ່ຕັ້ງຂອງປະເທດຊາດພາຍໃຕ້ການນຳພາຂອງ ສະຫາຍເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ

ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫງວຽນຟູ໋ຈ້ອງ ແລະ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ທີ່ລາຍການລະດູບານໃໝ່ບ້ານເກີດເມືອງນອນ 2019.

ເພື່ອປະກອບສ່ວນປະຕິບັດຜົນສຳເລັດຕາມຄວາມມຸ່ງມາດປາດຖະໜາ ແລະ ວິໄສທັດການພັດທະນາປະເທດຊາດທີ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ບົນພື້ນຖານບັນດາບົດຮຽນປະສົບການທີ່ໄດ້ຖອດຖອນຈາກຂະບວນການຈັດຕັ້ງປະຕິບັດ, ໃນສະພາບການໃໝ່ຂອງໂລກ, ຂອງປະເທດຊາດ ແລະ ປະຊາຄົມຊາວຫວຽດນາມ ຢູ່ຕ່າງປະເທດ; ວັນ​ທີ 12 ສິງຫາ ປີ 2021, ກົມ​ການ​ເມືອງ​ໄດ້​ອອກ​ຂໍ້ສະຫຼຸບ​ເລກທີ 12-KL/TW ກ່ຽວ​ກັບ​ວຽກ​ງານ ​ຊາວ​ຫວຽດນາມ​ ຢູ່​ຕ່າງປະ​ເທດ​ໃນ​ສະພາບ​ການ​ໃໝ່.

ນອກຈາກນັ້ນ, ໃນປີ 2023, ລັດຖະບານໄດ້ຮັບຮອງເອົາໂຄງການ “ສົ່ງເສີມແຫຼ່ງຊັບພະຍາກອນຂອງຊາວຫວຽດນາມ ຢູ່ຕ່າງປະເທດເພື່ອຮັບໃຊ້ການພັດທະນາປະເທດຊາດໃນສະພາບການໃໝ່” ເຊິ່ງໄດ້ຮັບຄວາມສົນໃຈ ແລະ ຕອບສະໜອງຢ່າງໄວຈາກ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ປະຊາຊົນທົ່ວປະເທດເປັນຈຳນວນຫຼວງຫຼາຍ .

ທ່ານ​ປະທານ​ສະມາຄົມ​ນັກທຸລະກິດ ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ໃຫ້​ຮູ້​ວ່າ: ບັນດາ​ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ ພາຍ​ໃຕ້​ການ​ນຳພາ​ຂອງ ສະຫາຍ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ເຮັດ​ໃຫ້ ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ໃນ​ທົ່ວ​ໂລກ​ ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຢ່າງ​ສູງ​ຕໍ່​ການ​ນຳພາ​ຂອງ​ພັກ.

ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ມີຄວາມເອກອ້າງທະນົງໃຈຕໍ່ທີ່ຕັ້ງຂອງປະເທດຊາດພາຍໃຕ້ການນຳພາຂອງ ສະຫາຍເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ

ສະຫາຍ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ຈັບ​ມື ​ແລະ ຢ້ຽມຢາມ​ຖາມຂ່າວ ຊາວຫວຽດນາມ ຢູ່​ຕ່າງປະ​ເທດ.

ຕາມ​ທ່ານ Peter ຮົ່ງ ແລ້ວ, ປະຊາ​ຄົມ​ ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ ເວົ້າ​ລວມ, ​ໃນ​ນັ້ນ​ມີ​ສະມາຄົມ​ນັກທຸລະກິດ​ ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ຍາມ​ໃດ​ກໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ພັກ ​ແລະ ລັດ; ການ​ໜູນ​ຊ່ວຍ​ຢ່າງ​ຕັ້ງໜ້າ​ຈາກ​ຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ​ ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ, ກະຊວງ​ການ​ຕ່າງປະ​ເທດ, ບັນດາ​ກະຊວງ, ຄະນະ, ຂະແໜງການ, ທ້ອງ​ຖິ່ນ...

ບັນດານັກທຸລະກິດ ຊາວຫວຽດນາມ ຢູ່ຕ່າງປະເທດຮູ້ສຶກວ່າ ນັບມື້ນັບໄດ້ຮັບຄວາມເອົາໃຈໃສ່, ບຸລິມະສິດ, ສ້າງເງື່ອນໄຂ, ໄດ້ຮັບຖືວ່າ ຄືຊາວຫວຽດນາມ ດຳລົງຊີວິດ, ເຮັດວຽກ ແລະ ລົງທຶນຢູ່ພາຍໃນປະເທດ ແລະ ເປັນສ່ວນໜຶ່ງທີ່ຂາດບໍ່ໄດ້ຂອງປະເທດຊາດ, ໃນປະຊາຄົມບັນດາເຜົ່າ ຊາວຫວຽດນາມ.

“ຂ້າ​ພະ​ເຈົ້າ​ມັກ​ຄຳ​ເວົ້າ​ຂອງ​ ສະຫາຍ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ທີ່​ວ່າ “ປະ​ເທດ​ພວກ​ເຮົາ​ບໍ່​ເຄີຍ​ມີ​ທ່າ​ແຮງ, ທີ່​ຕັ້ງ ແລະ ກຽດ​ສັກ​ສີ​ໃນສາ​ກົນ​ຄືປະຈຸບັນ”. ສຳ​ລັບ​ຂ້າ​ພະ​ເຈົ້າ ແລະ ຊາວ​ຫວຽດ​ນາມ​ ຢູ່​ຕ່າງ​ປະ​ເທດ​ໃນ​ທົ່ວ​ໂລກ ລ້ວນແຕ່ມີຄວາມເອກອ້າງທະນົງ​ໃຈ​ທີ່​ສຸດ​ກ່ຽວ​ກັບ​ທີ່​ຕັ້ງ​ຂອງ​ປະ​ເທດຊາດ. ຫວຽດ​ນາມ ມີ​ການ​ນຳ​ທີ່​ມີ​ຄວາມ​ສາ​ມາດ, ນຳ ​ຫວຽດ​ນາມ ເຂົ້າໃນທີ່ຕັ້ງສຳຄັນ​ຂອງ​ໂລກ, ຫວຽດ​ນາມ ໄດ້​ລົງ​ນາມ​ໃນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ກັບ 7 ປະ​ເທດ​ໃນ​ໂລກ, ນັ້ນ​ແມ່ນ​ບັນ​ດາ​ຜົນ​ສຳ​ເລັດ​ອັນ​ໃຫຍ່​ຫຼວງ”, ທ່ານ Peter ຮົ່ງ ກ່າວ.

ພາລະໜ້າທີ່, ໂຄງຮ່າງການຈັດຕັ້ງຂອງຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ພາລະໜ້າທີ່, ໂຄງຮ່າງການຈັດຕັ້ງຂອງຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ

ຍສໝ - ​ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈີ່ນ​ລິວ​ກວາງ ໄດ້​ເຊັນຂໍ້ຕົກລົງເລກ​ທີ 30/2023/QD-TTg ວ່າດ້ວຍການກຳນົດບົດບາດ, ສິດ, ໜ້າ​ທີ່ ແລະ ໂຄງຮ່າງການຈັດຕັ້ງຂອງ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດ​ນາມ ​ຢູ່​ຕ່າງ​ປະ​ເທດ ສັງກັດ​ກະ​ຊວງ​ການ​ຕ່າງ​ປະ​ເທດ.

ນະຄອນ ໂຮ່ຈີມິນ ເຊີນຊວນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເຂົ້າຮ່ວມບັນດາຂົງເຂດລົງທຶນທີ່ສຳຄັນ ນະຄອນ ໂຮ່ຈີມິນ ເຊີນຊວນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເຂົ້າຮ່ວມບັນດາຂົງເຂດລົງທຶນທີ່ສຳຄັນ

ຍສໝ - ນັ້ນ​ແມ່ນ​ເນື້ອໃນ​ທີ່​ທ່ານ​ນາງ ຫວູທິ​ຮວິ່ງມາຍ, ປະທານ​ຄະນະ​ກຳມະການ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ ນະຄອນ ​ໂຮ່ຈີ​ມິນ ​ແຈ້ງກັບບັນດາຜູ້ແທນທີ່ການພົບປະ​ຢູ່​ນອກ​ “​ເວທີ​ປາ​ໄສ​ວິ​ສາ​ຫະກິດຊາວຫວຽດນາມ ຢູ່ຕ່າງປະເທດ ​ໄທ - ຫວຽດນາມ - ລາວ - ກຳປູ​ເຈຍ - ມຽນມາ” ໃນປີ 2023.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.