ຊາວໜຸ່ມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ 120 ຄົນຊອກຮູ້ວັດທະນະທຳ ຊາວເຜົ່າຈຳ

08:46 | 29/07/2024

ຍສໝ - ວັນ​ທີ 25 ກໍລະກົດ, ຢູ່​ແຂວງ ນິງທ້ວນ, ແຂວງ ບິ່ງທ້ວນ, ຊາວ​ໜຸ່ມ ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ 120 ຄົນ​ໄດ້​ໄປ​ຢ້ຽມຢາມ ​ແລະ ຊອກ​ຮູ້​ວັດທະນະທຳ​ ຊາວ​ເຜົ່າ​ຈຳ.

ຊາວໜຸ່ມ ຫວຽດນາມ - ລາວ ເຕັມໄປດ້ວຍນ້ຳໃຈສາມັກຄີ
ໃນເດືອນມິຖຸນາ, ຄະນະຜູ້ແທນທີ່ດີເດັ່ນຊາວ ຫວຽດນາມ ຢູ່ຕ່າງປະເທດ 40 ຄົນຈະໄປຢ້ຽມຢາມພະນັກງານ, ນັກຮົບກອງທັບເຮືອເຂດ 5
ຊາວໜຸ່ມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ 120 ຄົນຊອກຮູ້ວັດທະນະທຳ ຊາວເຜົ່າຈຳ

ຕອນ​ເຊົ້າ​ວັນ​ທີ 25 ກໍລະກົດ, ຫໍພິພິທະ​ພັນ​ແຂວງ ນິງທ້ວນ ​ໄດ້​ຕ້ອນຮັບ​ນັກ​ສຶກສາຫວຽດນາມ ທີ່ອາໄສ​ຢູ່​ຕ່າງປະ​ເທດ​ ດີເດັ່ນ 120 ຄົນ​ຂອງ​ຄະນະ​ຄ້າຍ​ພັກ​ແລ້ງ ຫວຽດນາມ ປີ 2024 ທີ່​ມາ​ຈາກ 28 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ ມາ​ຢ້ຽມຢາມ​ຮ່ອງຮອຍ​​ແຫ່ງ​ຊາດພິ​ເສດ ​​ທາດ Po KLong Garai.

ຊາວໜຸ່ມ ແລະ ນັກສຶກສາທີ່ອາໄສຢູ່ຕ່າງປະເທດ 120 ຄົນ ໄດ້ໄປຢ້ຽມຢາມຮ່ອງຮອຍແຫ່ງຊາດພິເສດ ທາດ Po Klong Garai ຢູ່ນະຄອນ ຟານຣາງ-ທາບຈາມ, ແຂວງ ນິງທ້ວນ.

ທາດ Po Klong Garai ຕັ້ງຢູ່ເທິງພູ ເຈົ່າ, ເມືອງ ຟານຣາງ, ແຂວງ ນິງທ້ວນ. Po Klong Garai ແມ່ນຊື່ເອີ້ນລວມຂອງກຸ່ມທາດວິຫານ ເຊິ່ງປະກອບມີ ທາດຫຼັກ, ທາດປະຕູ ແລະ ທາດໄຟ. ໄດ້ສ້າງຂຶ້ນໃນທ້າຍສະຕະວັດທີ 13 - ຕົ້ນສະຕະວັດທີ 14.

ໂດຍເລົ່າສືບທອດກັນວ່າ: ກຸ່ມທາດ Po Klong Garai ສ້າງຂຶ້ນເພື່ອສະແດງຄວາມຮູ້ບຸນຄຸນ ແລະ ຄວາມເຄົາລົບນັບຖືຕໍ່ເຈົ້າຊີວິດ Po Klong Garai ວິລະຊົນ ແລະ ໄດ້ສ້າງຂຶ້ນໂດຍເຈົ້າຊີວິດ Shihavaman. ໂດຍຜ່ານບັນດາ​ເຫດການ​ປະຫວັດສາດ ​ແລະ ​ການ​ທຳລາຍຕາມການ​ເວລາ, ທາດຍັງ​ຄົງ​ຮັກສາ​ບັນດາ​ວັດ​ຖຸບູຮານ ​ແລະ ຄຸນຄ່າ​ພື້ນ​ເມືອງ​ຢ່າງຄົບຖ້ວນ.

ຊາວໜຸ່ມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ 120 ຄົນຊອກຮູ້ວັດທະນະທຳ ຊາວເຜົ່າຈຳ

ທາດ Po Klong Garai ບໍ່​ພຽງ​ແຕ່​ແມ່ນ​ຮ່ອງຮອຍ​ປະຫວັດສາດ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ບ່ອນ​ຈັດ​ຕັ້ງ​ງານ​ບຸນ​ປະ​ເພນີ​ຂອງ ​ຊາວ​ເຜົ່າ​ຈຳ​ ອີກ​ດ້ວຍ.

ທາດແຫ່ງນີ້ໄດ້ຖືເປັນລະບົບທີ່ຍິ່ງໃຫຍ່ມະຫັດສະຈັນ ແລະ ເປັນເອກະລັກພິເສດໃນບັນດາວັດວາອາຮາມຂອງ ຊາວເຜົ່າຈຳ ທີ່ຍັງເຫຼືອຢູ່ ຫວຽດນາມ, ແມ່ນໜຶ່ງໃນບັນດາຮ່ອງຮອຍປະຫວັດສາດຢູ່ ນິງທ້ວນ ທີ່ດຶງດູດແຂກທ່ອງທ່ຽວມາທ່ຽວຊົມ ແລະ ຊອກຮູ້ກ່ຽວກັບວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາວເຜົ່າ ຈຳປາ. ທາດ Po Klong Garai ຖື​ວ່າ​ເປັນ​ເຄື່ອງ​ໝາຍ​ທາງ​ດ້ານ​ຈິດ​ໃຈ​ທີ່​ເປັນ​ເອກະລັກ​ພິເສດ, ເປັນກິດຈະກຳສີລະປະທີ່ເປັນ​ເອກະລັກ​ສະ​ເພາະ, ມີ​ຄຸນຄ່າ​ວັດທະນະທຳ, ແມ່ນຄວາມ​ເອກອ້າງທະນົງໃຈ​ຂອງ​ ຊາວ​ເຜົ່າ​ຈຳ ​ຢູ່​ທີ່​ນີ້.

ຢູ່​ທີ່​ນີ້, ຊາວ​ໜຸ່ມ ​ແລະ ນັກ​ສຶກສາ​ທີ່ອາໄສຢູ່​ຕ່າງປະ​ເທດ ​ໄດ້​ຊອກ​ຮູ້​ກ່ຽວ​ກັບ​ໜຶ່ງ​ໃນ​ບັນດາ​ຜົນງານແຫ່ງ​ສະຖາປັດຕະຍະກຳ​ທີ່​ເປັນ​ເອກະລັກ​ສະ​ເພາະ, ມີ​ຄຸນຄ່າ​ວັດທະນະທຳ ​ແລະ ປະຫວັດສາດ​ທີ່ເຕັໃໄປດ້ວຍຄວາມເອກອ້າງທະນົງໃຈ​ຂອງ​ ຊາວ​ເຜົ່າ​ຈຳ.

ກ່ອນໜ້ານັ້ນ, ວັນທີ 24 ກໍລະກົດ, ຢູ່ແຂວງ ແຄ໋ງຮວ່າ, ຊາວໜຸ່ມ ຫວຽດນາມ ອາໄສຢູ່ຕ່າງປະເທດ 120 ຄົນ ທີ່ມາຈາກ 28 ປະເທດ ແລະ ເຂດແຄ້ວນ ກໍ່ໄດ້ເຂົ້າຮ່ວມໂຄງການ​ຄ້າຍ​ພັກ​ແລ້ງ ຫວຽດນາມ ປີ 2024 ໄດ້ຖະຫວາຍທູບທຽນຢູ່ອະນຸສາວະລີ ດຶກແທ໋ງເຈີ່ນ ແລະ ໄປທັດສະນະສຶກສາຢູ່ວິທະຍາຄານກອງທັບເຮືອ. ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ຊາວ​ໜຸ່ມ ​ຫວຽດນາມ ຢູ່​ຕ່າງປະ​ເທດ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ບັນດາ​ກຳລັງ​ປະກອບ​ອາວຸດ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ທະ​ເລ ​ແລະ ໝູ່​ເກາະ​ຂອງ​ປະ​ເທດ​ຊາດ.

​ໂຄງການ “ຄ້າຍ​ພັກ​ແລ້ງ ຫວຽດນາມ 2024 ​ສຳລັບ​ລຸ້ນໜຸ່ມ ​ຫວຽດນາມ ຢູ່​ຕ່າງປະ​ເທດ” ໃນປີນີ້ ມີ​ການ​ເຂົ້າ​ຮ່ວມ​ຂອງ​ຊາວ​ໜຸ່ມ ​ແລະ ນັກ​ສຶກສາ​ອາໄສຢູ່​ຕ່າງປະ​ເທດ 120 ຄົນ​ທີ່​ມາ​ຈາກ 28 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ. ນີ້​ແມ່ນ​ຄັ້ງ​ທີ 19 ທີ່​ໄດ້​ຈັດ​ຕັ້ງ​ໂດຍ​ຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ​ ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ - ກະຊວງການຕ່າງປະເທດ ສົມທົບ​ກັບ​ບັນດາ​ຫົວໜ່ວຍ, ທ້ອງ​ຖິ່ນ. ​ໂຄງການ​ປີ​ນີ້​ອອກ​ເດີນທາງ​ຢູ່ ​ຮ່າ​ໂນ້ຍ ​ໃນ​ວັນ​ທີ 14 ກໍລະກົດ ປີ 2024 ​ແລະ ສິ້ນ​ສຸດ​ລົງ​ຢູ່​ນະຄອນ​ ໂຮ່ຈິີມິນ ​ໃນ​ວັນ​ທີ 29 ກໍລະກົດ ປີ 2024.

ນັກຮົບອາສາສະໝັກ 120 ຄົນຈາກນະຄອນ ໂຮ່ຈີມິນ ໄປເຂົ້າຮ່ວມການເຄື່ອນໄຫວລະດູແລ້ງຢູ່ ລາວ

ນັກຮົບອາສາສະໝັກ 120 ຄົນຈາກນະຄອນ ໂຮ່ຈີມິນ ໄປເຂົ້າຮ່ວມການເຄື່ອນໄຫວລະດູແລ້ງຢູ່ ລາວ

ຍສໝ - ຕອນບ່າຍວັນທີ 15 ມິຖຸນາ, ຢູ່ນະຄອນ ໂຮ່ຈີມິນ, ຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງພິທີອອກເຄື່ອນທັບອາສາສະໝັກລະດູແລ້ງ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ. ປີ 2024 ​ແມ່ນ​ປີ​ຂີດໝາຍ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ຄະນະ​ຊາວ​ໜຸ່ມ​ນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງບັນດາການເຄື່ອນໄຫວຢູ່ແນວຮົບປະເທດເພື່ອນມິດ ລາວ.

ຈຸດນັດ​ພົບ​ຂອງຊາວ​ຫວຽດນາມ ອາ​ໄສ​ຢູ່ຕ່າງປະເທດ ຢູ່​ນະຄອນ ​ໂຮ່ຈີ​ມິນ.

ຈຸດນັດ​ພົບ​ຂອງຊາວ​ຫວຽດນາມ ອາ​ໄສ​ຢູ່ຕ່າງປະເທດ ຢູ່​ນະຄອນ ​ໂຮ່ຈີ​ມິນ.

ຍສໝ - ວັນທີ 8 ມິຖຸນາ, ຄະນະກຳມະການກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງ​ເປີດສະຫຼອງກິດຈະກຳ ໄລຍະທີ 1 “ພື້ນທີ່ວັດທະນະທຳ ໂຮ່ຈີມິນ - ຈຸດນັດ​ພົບ​ຂອງຊາວ​ຫວຽດນາມ ອາ​ໄສ​ຢູ່ຕ່າງປະເທດ” ຢູ່ເຮືອນເລກທີ 147 ຫງວຽນດີງຈ໋ຽວ (ເມືອງ 3, ນະຄອນ ໂຮ່ຈີມິນ). ສະຖານທີ່ແຫ່ງນີ້ ໄດ້ຄາດວ່າຈະສ້າງກາລະໂອກາດໃຫ້ຊາວຫວຽດນາມ ...

ມິງດຶກ

ເຫດການ
302 Found

Found

The document has moved here.