ແຂວງເບັ້ນແຈ່: ຢາກເສີມຂະຫາຍແຫຼ່ງ​ທຶນ​ຈາກ​ຊາວ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ ໃຫ້ຫຼາຍທີ່ສຸດ

16:13 | 14/08/2024

ຍສໝ - ໃນວັນທີ 7 ສິງຫານີ້, ຄະນະຜູ້ແທນແຂວງເບັ້ນແຈ່ ໂດຍທ່ານ ເຈື່ອງມິ່ງຍຶດ, ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງເບັ້ນແຈ່ ເປັນຫົວໜ້າຄະນະ ໄດ້ມີການເຮັດວຽກ ແລະ ແລກປ່ຽນບົດຮຽນປະສົບການໃນການເຄື່ອນໄຫວກັບສະມາຄົມຕິດຕໍ່ຊາວຫວຽດນາມຢູ່ຕ່າງປະເທດ ນະຄອນ ໂຮ່ຈີມິນ.

ອົງການ Dove Fund (ອາເມລິກາ) ຊ່ວຍເຫຼືອການດູແລດວງຕາໃຫ້ນັກຮຽນ 10.000 ກວ່າຄົນຢູ່ແຂວງເທືອທ່ຽນເຫວ້ ອົງການ Dove Fund (ອາເມລິກາ) ຊ່ວຍເຫຼືອການດູແລດວງຕາໃຫ້ນັກຮຽນ 10.000 ກວ່າຄົນຢູ່ແຂວງເທືອທ່ຽນເຫວ້
ກອງບັນຊາການທະຫານຊາຍແດນ ລົງກວດກາວຽກງານກະກຽມໃຫ້ແກ່ການພົບປະແລກປ່ຽນມິດຕະພາບການປ້ອງກັນປະເທດຊາຍແດນ ຫວຽດນາມ - ລາວ ກອງບັນຊາການທະຫານຊາຍແດນ ລົງກວດກາວຽກງານກະກຽມໃຫ້ແກ່ການພົບປະແລກປ່ຽນມິດຕະພາບການປ້ອງກັນປະເທດຊາຍແດນ ຫວຽດນາມ - ລາວ

ທີ່​ການ​ເຮັດວຽກ ຄະນະ​ຜູ້​ແທນ​ແຂວງເບັ້ນແຈ່ (ລວມມີ ຜູ້ຕາງໜ້າ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ, ​ຄະນະ​ຕິດຕໍ່ຊາວຫວຽດນາມຢູ່ຕ່າງປະເທດ ​ແລະ ​ຊາວຫວຽດນາມທີ່ມີພີ່ນ້ອງຢູ່​ຕ່າງປະ​ເທດ ຂອງແຂວງເບັ້ນແຈ່) ​ໄດ້ຮັບ​ຊົມ​ຮູບ​ເງົາ​ເອກະສານ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ ຄະນະ​ກຳມະການ​ກ່ຽວກັບຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ ນະຄອນ​ໂຮ່ຈິ​ມິນ ​ໃນ 6 ​ເດືອນ​ຕົ້ນ​ປີ 2024.

Ông Lê Văn Thu, Phó Chủ nhiệm Ủy ban về Người Việt Nam ở nước ngoài TPHCM, Chủ tịch Hội Liên lạc với người Việt Nam ở nước ngoài TPHCM phát biểu tại buổi làm việc  ທ່ານ ເລ​ວັນ​ທູ່, ຮອງ​ປະທານ​ຄະນະ​ກຳມະການ​ຊາວ​ຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດ​ນະຄອນ ໂຮ່ຈີ​ມິນ, ປະທານ​ສະມາຄົມ​ຕິດຕໍ່ກັບຄົນຫວຽດນາມຢູ່ຕ່າງປະເທດ ​ນະຄອນ​ໂຮ່ຈີ​ມິນ ​ປະກອບຄຳເຫັນໃນການເຮັດວຽກ.

ທ່ານ ເລ​ວັນ​ທູ່, ຮອງ​ປະທານ​ຄະນະ​ກຳມະການ​ຊາວ​ຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດ ​ນະຄອນ ໂຮ່ຈີ​ມິນ, ປະທານ​ສະມາຄົມ​ຕິດຕໍ່ກັບຄົນຫວຽດນາມຢູ່ຕ່າງປະເທດ ​ນະຄອນ​ໂຮ່ຈີ​ມິນ ​ປະກອບຄຳເຫັນທີ່ການເຮັດວຽກ.

ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດວຽກ, ທ່ານ ​ເຈື່ອງ​ມິ່ງຍືດ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງເບັ້ນແຈ່ ​ໃຫ້​ຮູ້​ວ່າ: ມີ​ຊາວເບັ້ນແຈ່ ປະມານ 10.000 ຄົນ​ພວມ​ດຳລົງ​ຊີວິດ, ສຶກສາຮ່ຳຮຽນ ​ແລະ ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ ປີ 2023, ແຂວງ​ໄດ້​ດຶງ​ດູດ​ເງິນ​ສົ່ງ​ກັບຄືນມາປະເທດປະມານ 2.000 ຕື້​ດົ່ງ.

ທ່ານ ເຈືອງ​ມິ່ງຍືດ ມີຄວາມເຊື່ອໝັ້ນວ່າ ແຂວງເບັ້ນແຈ່ ຍັງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຫລາຍ​ຢ່າງ​ເພື່ອ​ຊຸກ​ຍູ້​ແຫຼ່ງ​ກຳ​ລັງ​ຂອງຄົນ​ຫວຽດ​ນາມຢູ່​ຕ່າງ​ປະ​ເທດ. ດັ່ງນັ້ນ, ແຂວງເບັ້ນແຈ່ ພວມເຄື່ອນໄຫວຢ່າງຕັ້ງໜ້າແລກປ່ຽນ ແລະ ສຳຫຼວດບົດຮຽນປະສົບການ ເພື່ອຊອກຫາມາດຕະການແກ້ໄຂຢ່າງມີປະສິດທິຜົນເພື່ອເສີມຂະຫຍາຍແຫຼ່ງຊັບພະຍາກອນດັ່ງກ່າວໃຫ້ສູງທີ່ສຸດ.

ທ່ານ ເລ່​ວັນ​ທູ່, ຮອງ​ປະທານ​ຄະນະ​ກຳມະການ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ນະຄອນ ໂຮ່ຈີ​ມິນ, ປະທານ​ສະມາຄົມ​ການ​ຕິດຕໍ່​ກັບ​ຊາວ​ຫວຽດນາມອາ​ໄສ​ຢູ່​ຕ່າງປະເທດ ນະຄອນ ໂຮ່ຈີ​ມິນ ​ໄດ້​ແລກປ່ຽນ​ກັບ​ຄະນະ​ຜູ້​ແທນແຂວງເບັ້ນແຈ່ ກ່ຽວກັບ​ເນື້ອ​ໃນຈໍານວນໜື່ງເຊັ່ນ: ວຽກ​ງານ​ການຈັດ​ຕັ້ງ, ການເງິນ ແລະ ທິດທາງການເຄື່ອນໄຫວຂອງສະມາຄົມ.

ສອງຝ່າຍ​ໄດ້​ແລກປ່ຽນ ແລະ ແບ່ງປັນ​ປະສົບ​ການ​ກ່ຽວ​ກັບ​ບັນດາ​ເນື້ອ​ໃນ​ຄື: ງົບປະມານ​ການ​ເຄື່ອນ​ໄຫວ, ມາດຖານການເປັນສະມາຊິກ, ລະບອບ​ດຳເນີນຊີວິດ​ຂອງ​ສະມາຄົມ; ບ່ອນອີງທາງດ້ານນິຕິກຳ ແລະ ຂອບເຂດການເຄື່ອນໄຫວຂອງສູນການຊ່ວຍເຫຼືອຄົນຫວຽດນາມຢູ່ຕ່າງປະເທດ ທີ່ຂື້ນກັບສະມາຄົມ.

ກ່າວ​ຄຳ​ເຫັນສະຫຼຸບໃນພິທີ, ທ່ານ ​ເລ່​ວັນ​ທູ່ ຢືນຢັນ​ວ່າ ພ້ອມ​ແລ້ວ​ທີ່​ຈະ​ແລກປ່ຽນ, ​ເຊື່ອມ​ສານ ​ແລະ ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບແຂວງເບັ້ນແຈ່ ​ເພື່ອ​ໃຫ້​ວຽກ​ງານ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ຈັດຕັ້ງປະຕິບັດ​ໃຫ້ເປັນຢ່າງດີທີ່ສຸດ.

ຄ້າຍລະດູຮ້ອນຫວຽດນາມ ປີ 2024: ຊາວ​ໜຸ່ມຫວຽດນາມຢູ່​ຕ່າງ​ປະ​ເທດ ຄົ້ນຫາ​ວັດ​ທະ​ນະ​ທຳ​ຂອງ​ຊາວ​ເຜົ່າ​ຈໍ່າ​ ມີຄວາມງົດງາມ ແລະ ມີຄວາມໝາຍສູງສົ່ງ
ຄ້າຍ​ພັກ​ແລ້ງ ຫວຽດ​ນາມ 2024: ເຊື່ອມ​ຕໍ່​ໄວ​ໜຸ່ມ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ກັບ​ບ້ານ​ເກີດ​ເມືອງນອນ

ອານຸໄຊ ສະຫວັດ

ເຫດການ
302 Found

Found

The document has moved here.