ຊາວ​ໜຸ່ມ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ​ທີ່​ມາ​ຈາກ 17 ປະ​ເທດ​ເຂົ້າ​ຮ່ວມ​ຕັ້ງຄ້າຍລະດູ​ຮ້ອນ “ຄວາມ​ເອກອ້າງທະນົງ​ໃຈ​ຊົນເຜົ່າຫວຽດ​ນາມ”

15:49 | 31/07/2024

ຍສໝ - ຕັ້ງຄ້າຍລະດູ​ຮ້ອນ ​ໂດຍ​ຄະນະ​ກຳມະການ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ ນະຄອນ ສົມທົບ​ກັບ​ຄະນະ​ຊາວ​ໜຸ່ມ​ນະຄອນ ໂຮ່ຈີ​ມິນ ​ແລະ ພະແນກການ​ຕ່າງປະ​ເທດ​ນະຄອນດ່າ​ໜັງ ຈັດ​ຂື້ນ. ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວຕັ້ງ​ແຄ້ມແຕ່ລະຄົນ​ໄດ້​ສຳ​ຜັດ​ກັບ​ລະດັບຄວາມແຕກ​ຕ່າງ​ກັນ​ກ່ຽວ​ກັບ​ບັນດາ​ສະຖານ​ທີ່​ທີ່​ຕົນ​ໄປ, ວັດທະນະທຳ, ຮີດຄອງ​, ປະ​ເພນີ​ຂອງ​ຊາດ​ຫວຽດນາມ ​ແລະ ບັນດາ​ການ​ເຄື່ອນ​ໄຫວ​ທີ່​ຕົນ​ເຂົ້າ​ຮ່ວມ.

ຄ້າຍລະດູຮ້ອນຫວຽດນາມ ປີ 2024: ຊາວ​ໜຸ່ມຫວຽດນາມຢູ່​ຕ່າງ​ປະ​ເທດ ຄົ້ນຫາ​ວັດ​ທະ​ນະ​ທຳ​ຂອງ​ຊາວ​ເຜົ່າ​ຈໍ່າ​ ມີຄວາມງົດງາມ ແລະ ມີຄວາມໝາຍສູງສົ່ງ ຄ້າຍລະດູຮ້ອນຫວຽດນາມ ປີ 2024: ຊາວ​ໜຸ່ມຫວຽດນາມຢູ່​ຕ່າງ​ປະ​ເທດ ຄົ້ນຫາ​ວັດ​ທະ​ນະ​ທຳ​ຂອງ​ຊາວ​ເຜົ່າ​ຈໍ່າ​ ມີຄວາມງົດງາມ ແລະ ມີຄວາມໝາຍສູງສົ່ງ
​ໂອກາດ​ແລກປ່ຽນ​ວັດທະນະທຳ, ສິລະ​ປະ​ລະຫວ່າງ​ ຊາວ​ໜຸ່ມ, ເຍົາວະຊົນ ຫວຽດນາມ ກັບ​ບັນດາ​ປະ​ເທດ ​ໂອກາດ​ແລກປ່ຽນ​ວັດທະນະທຳ, ສິລະ​ປະ​ລະຫວ່າງ​ ຊາວ​ໜຸ່ມ, ເຍົາວະຊົນ ຫວຽດນາມ ກັບ​ບັນດາ​ປະ​ເທດ
Trại hè Thanh, thiếu niên kiều bào và Tuổi trẻ Thành phố Hồ Chí Minh lần thứ 17 với chủ đề “Tự hào dân tộc Việt Nam” vừa khai mạc tại Thành phố Hồ Chí Minh.   ຕັ້ງຄ້າຍຊາວ​ໜຸ່ມ, ໄວໜຸ່ມຢູ່​ຕ່າງປະ​ເທດ​ ແລະອາຍູຫນຸ່ມນະຄອນ ​ໂຮ່ຈີ​ມິນ ​ຄັ້ງ​ທີ 17 ດ້ວຍ​ຫົວ​ຂໍ້ “ຄວາມ​ພາກພູມ​ໃຈ​ຂອງ​ຊົນເຜົ່າຫວຽດນາມ” ​ໄດ້​ໄຂ​ຂຶ້ນ​ຢູ່​ນະຄອນ ​ໂຮ່ຈີ​ມິນ.
ຕັ້ງຄ້າຍຊາວ​ໜຸ່ມ, ເຍົສວະຊົນຢູ່​ຕ່າງປະ​ເທດ​ ແລະ ໄວຫນຸ່ມນະຄອນ ​ໂຮ່ຈີ​ມິນ ​ຄັ້ງ​ທີ 17 ດ້ວຍ​ຫົວ​ຂໍ້ “ຄວາມ​ເອກອ້າງທະນົງ​ໃຈ​ຂອງ​ຊົນເຜົ່າຫວຽດນາມ” ​ໄດ້​ໄຂ​ຂຶ້ນ​ຢູ່​ນະຄອນ ​ໂຮ່ຈີ​ມິນ.

ບັນດາ​ຜູ້ຕັ້ງຄ້າຍໄດ້ທຳການກົ້ມຫົວໄຫວ້ອາໄລ 1 ນາທີ ​ເພື່ອ​ລະນຶກ​ເຖິງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ; ຈູດທູບທຽນ ແລະ ດອກໄມ້ເພື່ອລະນຶກເຖິງວິລະຊົນ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ກູຈີ; ຈູດ​ທູບ​ທຽນ​ຢູ່​ບ່ອນຂຸມຝັງສົບຂອງ​ນັກຮົບເສຍສະຫຼະຊີວິດເພື່ອຊາດ.

ບັນດາ​ນັກ​ຕັ້ງຄ້າຍ​ໄດ້​ໄປ​ຢ້ຽມຢາມ ​ແລະ ຊອກ​ຮູ້​ກ່ຽວ​ກັບ​ອຸ​ໂມງ ກູຈີ່, ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ຊອກ​ຮູ້​ປະຫວັດສາດ ​ແລະ ວັດທະນະທຳ​ຂອງ​ຊາດ​ຄື: ຢ້ຽມຢາມ ​ແລະ ​ຫຼິ້ນ​ເກມ​ເພື່ອ​ຊອກ​ຮູ້​ປະຫວັດສາດ​ຢູ່​ຫໍພິພິທະ​ພັນ ບຽດດົ້ງ ໄຊງ່ອນ – ຢາດິ້ງ; ຢ້ຽມຢາມ ແລະ ຊອກຮູ້ປະຫວັດສາດຢູ່ສຸສານ ທະຫານຝ່າຍຊ້າຍ ເລວັນຢວຽດ ແລະ ຮັບຊົມສິລະປະຂັບໂບ້ຍ; ຢ້ຽມຢາມ ແລະ ຮຽນຮູ້ປະຫວັດສາດຢູ່ວິຫານ ດຶກແທງ ເຈີນຮື່ງດາວ; ຊອກ​ຮູ້​ສິ​ລະ​ປະ​ການ​ຟ້ອນ​ຕຸກ​ກະ​ຕາ​ນ້ຳ​ຢູ່​ໂຮງ​ລະ​ຄອນ​ສິ​ລະ​ປະ​ເຟື່ອງນ່າມ…

ຈຸດ​ພົ້ນ​ເດັ່ນ​ຂອງ​ຕັ້ງຄ້າຍ​ລະດູ​ຮ້ອນ​ປີ​ນີ້​ແມ່ນ​ບັນດາ​ນັກ​ຕັ້ງຄ້າຍໄດ້ເຂົ້າຮ່ວມການເຄື່ອນໄຫວກິດຈະກໍາອາ​ສາ​ສະ​ໝັກ​ກັບ​ຊາວ​ໜຸ່ມ ​ແລະ ​ໄວ​ໜຸ່ມ​ນະຄອນ ​ໂຮ່ຈີ​ມິນ ​ເຊັ່ນ: ບັນດາ​ການ​ເຄື່ອນ​ໄຫວ​ສະ​ແດງ​ສິລະ​ປະ​ຮີດຄອງ​ປະ​ເພນີ “​ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ”, "ຕອບບຸນແທນຄຸນ" ເນື່ອງໃນໂອກາດສະເຫຼີມສະຫຼອງ 77 ປີແຫ່ງວັນທະຫານເສຍອົງຄະ ນັກຮົບເສຍສະຫຼະຊີວິດເພື່ອຊາດ (27 ກໍລະກົດ 1947 – 27 ກໍລະກົດ 2024).

ບັນດາ​ນັກ​ຕັ້ງຄ້າຍ​ຈະ​ໄປ​ຢ້ຽມຢາມ​​ແມ່​ວິລະ​ຊົນຫວຽດນາມ, ຄອບຄົວ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ​ແລະ ​​ຮັບ​ຟັງ​ບັນດາ​ເລື່ອງ​ລາວ​ປະຫວັດສາດ​ກ່ຽວ​ກັບ​ໄລຍະ​ທີ່ຮຸ່ງເຮືອງ ແລະ ເຕັມໄປດ້ວຍຄວາມເອກອ້າງທະນົງ​ໃຈ​; ເຂົ້າ​ຮ່ວມ​ສະ​ໜາມ​ຫຼິ້ນກ່ຽວກັບ​ພາ​ສາ​ອັງ​ກິດພ້ອມ​ກັບ​ຊາວ​ໜຸ່ມ ແລະ ເຍົາວະຊົນ​ຢູ່​ເມືອງ ກູ​ຈີ.

​ໃນ​ຂະນະ​ນັ້ນ, ຢູ່​ນະຄອນ ດ່າໜັງ (ວັນ​ທີ 28 – 31 ກໍລະກົດ), ບັນດາ​ນັກ​ຕັ້ງຄ້າຍ​​ໄດ້​ຍ່າງ​ຢູ່ແຄມ​ຝັ່ງ​ແມ່​ນ້ຳຮານ ​ແລະ ຊົມ​ຂົວ​ມັງກອນພົ່ນ​ໄຟ​ໃນ​ຕອນ​ຄ່ຳ, ຢ້ຽມຢາມ​ເຮືອນ​ຮ້ານ​ວາງສະ​ແດງ ຮວ່າງ​ຊາ ​ແລະ ຢ້ຽມຢາມບ້ານສິລະປະ​ຫີນ, ຢ້ຽມ​ຢາມ​ພິ​ພິ​ທະ​ພັນ​ດ່າໜັ​ງ.

ບັນດານັກຕັ້ງຄ້າຍຈະ​ມີ​ກິດ​ຈະ​ກໍາ​ອາ​ສາ​ສະ​ຫມັກ​, ການ​ຢ້ຽມ​ຢາມ ​ແລະ ພົບປະແລກປ່ຽນ​ກັບເດັກນ້ອຍທີ່ຕິດແປດທາດຜິດ​ສີ​ສົ້ມ, ​ເດັກ​ນ້ອຍ​ດ້ອຍ​ໂອ​ກາດ​ຢູ່​ສູນ​ຊ່ວຍ​ເຫຼືອ​ຜູ້​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ ແລະ ​ເດັກ​ທີ່​ໂຊກ​ຮ້າຍ​.

ນອກຈາກ​ນັ້ນ, ບັນດາ​ນັກ​ຕັ້ງຄ້າຍກໍ່ໄດ້​ມີ​ການ​ຢ້ຽມຢາມ ​ແລະ ພົບປະແລກປ່ຽນ​ກັບ​ກອງ​ບັນຊາ​ການ​ທະຫານ​ເຮືອ​ເຂດ 3; ຢ້ຽມຢາມ ​ແລະ ພົບປະແລກປ່ຽນ​ກັບ​ບັນດາ​ນັກ​ສຶກສາ​ວິທະຍາ​ໄລ ດ່າຍ​ວຽດ ນະຄອນດ່າ​ໜັງ, ຢ້ຽມຢາມ​ວັດ ລິ່ງອື້ງ, ​ແຫຼມເຊິ່ນຈາ ​ແລະ ພິທີ​ປິດ​ຕັ້ງຄ້າຍ​ລະດູ​ຮ້ອນ ຈະ​ມີ​ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ກັບ​ຊາວ​ໜຸ່ມ​ນະຄອນ ດ່າ​ໜັງ ດ້ວຍ​ບັນດາ​ເກມຫຼິ້ນ​ມ່ວນ​ໆ.

ອ.ສະຫວັດ

ເຫດການ
302 Found

Found

The document has moved here.