ທີ່ຢູ່ສະໜອງຂໍ້ມູນຂ່າວສານຢ່າງເປັນທາງການໃຫ້ແກ່ນັກສຶກສາ ຫວຽດນາມ ຢູ່ ລັດເຊຍ

14:20 | 18/07/2024

ຍສໝ - ວັນທີ 14 ກໍລະກົດ, ຢູ່ນະຄອນຫຼວງ Moscow (ສະຫະພັນ ລັດເຊຍ), ພິທີເປີດຕົວຫນ້າເວບໄຊຂໍ້ມູນຂ່າວສານເອເລັກໂຕນິກ “ໄວຫນຸ່ມຢູ່ ລັດເຊຍ” ໄດ້ດໍາເນີນໂດຍຄະນະສະມາຊິກຊາວໜຸ່ມຢູ່ສະຫະພັນ ລັດເຊຍ ແລະ ສະມາຄົມນັກສຶກສາ ຫວຽດນາມ ປະຈໍາ ລັດເຊຍ ສົມທົບກັນຈັດຕັ້ງເນື່ອງໃນໂອກາດວັນມູນເຊື້ອຊາວໜຸ່ມອາສາສະໝັກ (15 ກໍລະກົດ).

ນ້ຳໃຈມິດຕະພາບ ຫວຽດນາມ - ລັດເຊຍ: ‘ທຸກຄວາມຮັ່ງມີບໍ່ສາມາດປຽບທຽບກັບນ້ຳໃຈເພື່ອນມິດ’
ໂຄສະນາການທ່ອງທ່ຽວຫວຽດນາມ ຢູ່ ລັດເຊຍ

​ເຂົ້າ​ຮ່ວມ​ພິທີ​ມີ​ຜູ້ຕາງໜ້າ​ສະຖານທູດ ​ຫວຽດນາມ ປະຈຳ​ ສະຫະພັນ​ ລັດ​ເຊຍ, ຫ້ອງການ​ຄະນະ​ພັກ​ຢູ່​ສະຫະພັນ​ ລັດ​ເຊຍ, ສະມາຄົມ​ຊາວ ຫວຽດນາມ ປະຈຳ ລັດ​ເຊຍ ​ແລະ ນັກ​ສຶກສາ​ຢູ່​ສະຫະພັນ​ ລັດ​ເຊຍ​ ເປັນ​ຈຳນວນ​ຫຼວງ​ຫຼາຍ.

ໜ້າຂໍ້ມູນຂ່າວສານເອເລັກໂຕນິກ (ເວັບໄຊ) ທີ່ມີຊື່ວ່າ “ໄວຫນຸ່ມຢູ່ ລັດເຊຍ” ດ້ວຍຊື່ໂດເມນ tuoitretainga.com ໄດ້ເປີດຕົວຢ່າງເປັນທາງການ, ພາຍໃຕ້ການຄຸ້ມຄອງຂອງຄະນະສະມາຊິກຊາວໜຸ່ມ, ສະມາຄົມນັກສຶກສາ ຫວຽດນາມ ຢູ່ ລັດເຊຍ. ​ເວັບ​ໄຊ​ແນ​ໃສ່​ສະໜອງ​ຂໍ້​ມູນ​ຂ່າວສານ​ຢ່າງ​ວ່ອງ​ໄວ, ຖືກຕ້ອງ, ຄົບ​ຖ້ວນ ​ແລະ ທັນ​ການ​ໃຫ້​ປະຊາຄົມນັກ​ສຶກສາ ຫວຽດນາມ ທີ່ພວມ​ດຳລົງ​ຊີວິດ ​ແລະ ຮ່ຳຮຽນ​ຢູ່ ລັດ​ເຊຍ.

ທີ່ຢູ່ສະໜອງຂໍ້ມູນຂ່າວສານຢ່າງເປັນທາງການໃຫ້ແກ່ນັກສຶກສາ ຫວຽດນາມ ຢູ່ ລັດເຊຍ

ໜ້າຈໍເວັບໄຊ "ໄວຫນຸ່ມຢູ່ ລັດເຊຍ".

ນີ້​ກໍ່​ແມ່ນ​ທີ່​ຢູ່ເພື່ອ​ໃຫ້​ຜູ້​ອ່ານ​ຊອກ​ຮູ້​ຂໍ້​ມູນ​ຂ່າວ​ສານ​ຢ່າງ​ເປັນ​ທາງ​ການ​ກ່ຽວ​ກັບ​ບັນດາ​ເຫດການ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ນັກ​ສຶກສາ, ຊາວ​ໜຸ່ມ ຫວຽດນາມ ຢູ່ ລັດ​ເຊຍ. ໂດຍຜ່ານ​ນັ້ນ ກໍ່ປະກອບສ່ວນ​ຮັບ​ໃຊ້​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ຊາວ ຫວຽດນາມ ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ທີ່​ຢາກ​ຊອກຮູ້ກ່ຽວ​ກັບ​ບັນດາຫຼັກສູດການ​ຮ່ຳຮຽນ​ຢູ່​ຕ່າງປະ​ເທດ ກໍ່​ຄື​ຊີວິດ, ການ​ເຄື່ອນ​ໄຫວ ​ແລະ ການ​ຮ່ຳຮຽນ​ຂອງ​ບັນດາ​ນັກ​ສຶກສາ ຫວຽດນາມ ຢູ່ ລັດ​ເຊຍ.

ໂດຍຕີລາຄາສູງຂໍ້​ລິ​ເລີ່ມ​ຂອງ​ຄະນະ​ສະມາຊິກ​​ຊາວ​ໜຸ່ມ ​ແລະ ສະມາຄົມ​ນັກ​ສຶກສາ ຫວຽດນາມ ຢູ່ ລັດ​ເຊຍ, ທ່ານ ຟ້າ​ມ​ແທງ​ລອງ, ທີ່​ປຶກສາ, ຫົວໜ້າ​ຫ້ອງການ​ສະຖານທູດ ຫວຽດນາມ ປະຈຳ ສະຫະພັນ​ ລັດ​ເຊຍ ຫວັງ​ວ່າ​ ໜ້າ​ຂ່າວ​ຈະ​ແມ່ນທີ່ຢູ່​ທີ່ໄວ້​ເນື້ອ​ເຊື່ອ​ໃຈ​ໜູນ​ຊ່ວຍປະຊາຄົມນັກຮຽນ, ນັກສຶກສາຢູ່ ລັດເຊຍ ແລະ ພາຍໃນປະເທດເພື່ອຊອກຫາຂໍ້ມູນຂ່າວສານ, ຫຼີກລ້ຽງການໃຫ້ຂໍ້ມູນຂ່າວສານທີ່ບໍ່ຖືກຕ້ອງ ແລະ ຂໍ້ມູນປອມທາງເຄືອຂ່າຍອິນເຕີແນັດ.

ທີ່ຢູ່ສະໜອງຂໍ້ມູນຂ່າວສານຢ່າງເປັນທາງການໃຫ້ແກ່ນັກສຶກສາ ຫວຽດນາມ ຢູ່ ລັດເຊຍ

ບັນດາ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ພິທີ​ໄດ້​ກົດປຸ່ມ​ເປີດ​ໜ້າ​ຂໍ້​ມູນ​ຂ່າວສານ​ເອ​ເລັກ​ໂຕນິກ “ໄວ​ໜຸ່ມ​ຢູ່​ ລັດ​ເຊຍ” ຢ່າງ​ເປັນ​ທາງ​ການ.

ນາງ ເຈີນທິມິນເຫຍີດ, ຜູ້​ຕາງ​ໜ້າ​ສູນ​ສື່​ສານ​ນັກ​ສຶກ​ສາ​ໃຫ້​ຮູ້​ວ່າ ກິດ​ຈະ​ກຳການ​ສື່​ສານ​ຂອງ​ສະ​ມາ​ຄົມ​ນັກ​ສຶກ​ສາ​ໄດ້​ເລີ່ມ​ຕົ້ນ​ມາ​ແຕ່​ປີ 2020 ບົນ​ສື່​ສັງ​ຄົມ Facebook. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ເພື່ອ​ສະໜອງ​ຂໍ້​ມູນ​ຂ່າວສານ​ທີ່​ວ່ອງໄວ, ຖືກຕ້ອງ​, ຄົບ​ຖ້ວນ ​ແລະ ​ເປັນ​ປະຈຳ​ທີ່ສຸດໃຫ້​ປະຊາຄົມນັກ​ສຶກສາ​ ຫວຽດນາມ ທີ່ພວມ​ດຳລົງ​ຊີວິດ ​ແລະ ຮ່ຳຮຽນ​ຢູ່ ລັດ​ເຊຍ, ​ເຊິ່ງເລື່ອງ​ສ້າງ​ເວັບ​ໄຊນີ້​ແມ່ນ​ຈຳ​ເປັນຫຼາຍ.

ໂດຍມີການຮ່ວມເດີນທາງ ແລະ ການຊີ້ນຳຢ່າງໃກ້ຊິດຈາກທຸກຂັ້ນ ແລະ ບັນດາສະມາຄົມ; ການຊ່ວຍເຫຼືອຊ່ວຍຊູກັນທາງຄວາມຮູ້ດ້ານວິຊາຊີບຈາກນັກຂ່າວໜັງສືພິມ ແລະ ນັກຂ່າວປະຈຳ ລັດເຊຍ; ຄຽງຄູ່ກັບຄວາມພະຍາຍາມ ແລະ ຄວາມຕັດສິນໃຈຂອງທີມງານສູນສື່ມວນຊົນນັກສຶກສາທັງຫມົດ, ເວັບໄຊໄດ້ເຂົ້າສູ່ການເຄື່ອນໄຫວຢ່າງເປັນທາງການ.

ທີ່ຢູ່ສະໜອງຂໍ້ມູນຂ່າວສານຢ່າງເປັນທາງການໃຫ້ແກ່ນັກສຶກສາ ຫວຽດນາມ ຢູ່ ລັດເຊຍ

ພິທີ​ຍ້ອງຍໍ​ບຸກຄົນ, ບັນດາ​ກຸ່ມ​ທີ່​ມີ​ຜົນງານ​ດີ​ເດັ່ນ​ໃນ​ວຽກ​ງານ​ຄະນະ​ຊາວ​ໜຸ່ມ ​ແລະ ຂະບວນການ​ຊາວ​ໜຸ່ມ​ຢູ່​ ລັດ​ເຊຍ ​ໃນ​ປີ 2023.

​ເນື່ອງ​ໃນ​ໂອກາດ​ນີ້, ຄະນະ​ສະມາຊິກຊາວໜຸ່ມຢູ່​ສະຫະພັນ​ ລັດ​ເຊຍ ​ແລະ ສະມາຄົມ​ນັກ​ສຶກສາ ຫວຽດນາມ ປະຈຳ ລັດ​ເຊຍ ​ໄດ້​ມອບ​ໃບ​ຍ້ອງຍໍ​ໃຫ້​ບັນດາ​ກຸ່ມ ​ແລະ ບຸກຄົນ​ທີ່​ມີ​ຜົນງານ​ດີ​ເດັ່ນ​ໃນ​ວຽກ​ງານ​ຊາວໜຸ່ມ ​ແລະ ຂະບວນການ​​ຊາວ​ໜຸ່ມ​ຢູ່​ສະຫະພັນ​ ລັດ​ເຊຍ ສົກຮຽນ 2023-2024.

7 ໜ່ວຍຊາວໜຸ່ມ ແລະ ຄະນະສະມາຊິກຊາວໜຸ່ມປະສົມ ໄດ້ຮັບການຍ້ອງຍໍ, ລວມມີ ມະຫາວິທະຍາໄລສັງລວມແຫ່ງຊາດ Bauman, ມະຫາວິທະຍາໄລສັບພະວິຊາ Moscow, ມະຫາວິທະຍາໄລການບິນ Moskva, ມະຫາວິທະຍາໄລກໍ່ສ້າງ Moscow, ມະຫາວິທະຍາໄລພາສາຕ່າງປະເທດແຫ່ງຊາດ Moscow, ມະຫາວິທະຍາໄລການຄົ້ນຄວ້າເຕັກໂນໂລຊີແຫ່ງຊາດ MISIS ແລະ ມະຫາວິທະຍາໄລແພດສາດ ການຄົ້ນຄວ້າແຫ່ງຊາດ Pirogov.

ສ້າງພື້ນທີ່ໃຫ້ແກ່ການພົບປະແລກປ່ຽນປະຊາຊົນ ຫວຽດນາມ - ລັດເຊຍ ຕື່ມອີກ ສ້າງພື້ນທີ່ໃຫ້ແກ່ການພົບປະແລກປ່ຽນປະຊາຊົນ ຫວຽດນາມ - ລັດເຊຍ ຕື່ມອີກ

ຍສໝ - ທ່ານ ຫງວຽນ​ວັນ​ແຮງ, ຜູ້ຕາງໜ້າ​ການ​ນຳ​ສະມາຄົມ​ມິດຕະພາບ ຫວຽດນາມ - ລັດ​ເຊຍ ນະຄອນ ​ຮ່າ​ໂນ້ຍ ​ໃຫ້​ຮູ້​ຄືດັ່ງກ່າວທີ່​ກອງ​ປະຊຸມ​ສະຫຼຸບເບື້ອງຕົ້ນ​ວຽກ​ງານ​ການ​ທູດ​ປະຊາຊົນ​ໃນ 6 ​ເດືອນ​ຕົ້ນ​ປີ ​ແລະ ຜັນ​ຂະຫຍາຍ​ທິດ​ທາງ ​ແລະ ໜ້າ​ທີ່ 6 ​ເດືອນ​ທ້າຍ ​ປີ 2024 ຂອງສະຫະພັນ​ບັນດາ​ອົງການ​ມິດຕະພາບນະຄອນ ​ຮ່າ​ໂນ້ຍ (HAUFO) ​ເຊິ່ງໄດ້​ດຳ​ເນີນ​ໃນ​ວັນ​ທີ ...

ເປີດສະຫຼອງວັນວັດທະນະທຳ ຫວຽດນາມ ຢູ່ສະຫະພັນ ລັດເຊຍ ເປີດສະຫຼອງວັນວັດທະນະທຳ ຫວຽດນາມ ຢູ່ສະຫະພັນ ລັດເຊຍ

ຍສໝ - ວັນທີ 2 ກໍລະກົດ, ເຫດການ “ວັນວັດທະນະທໍາ ຫວຽດນາມ ຢູ່ສະຫະພັນ ລັດເຊຍ” ໄດ້ໄຂຂຶ້ນທີ່ໂຮງລະຄອນ Zaryadie ຢູ່ໃຈກາງນະຄອນຫຼວງ Moskva, ​ສະ​ຫະ​ພັນ ລັດເຊຍ, ດ້ວຍການເຄື່ອນໄຫວຫຼາຍຢ່າງໃນຕະຫຼອດອາທິດ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເຫດການ
302 Found

Found

The document has moved here.