​ເຊື່ອມ​ຕໍ່​ຊາວ​ຕ່າງປະ​ເທດ​ທີ່​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ດົ່ງ​ນາຍ

10:43 | 06/04/2024

ຍສໝ - ຢູ່​ແຂວງ ດົ່ງ​ນາຍ, ປະຈຸ​ບັນ ມີ​ຊາວ​ຕ່າງປະ​ເທດປະມານ 32.000 ​ຄົນ ທີ່ພວມ​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ບັນດາ​ປະ​ເທດ, ເຂດແຄວ້ນໃນ​ທົ່ວ​ໂລກ ​ແລະ ເກືອບ 18.000 ​ຄອບຄົວຍາດພີ່ນ້ອງຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ທີ່​ພວມ​ດຳລົງ​ຊີວິດ​ຢູ່​ທ້ອງ​ຖິ່ນ. ພ້ອມ​ກັນ​ນັ້ນ, ​ແຂວງ​ກໍ່​ແມ່ນ​ບ່ອນທີ່ເຕົ້າໂຮມນັກ​ສຶກສາ​ຕ່າງປະ​ເທດ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ ພ້ອມ​ກັບ​ຄົນ​ງານ​ຕ່າງປະ​ເທດ​ທີ່​ເຮັດ​ວຽກ​ໃນ​ອາຊີບ​ຕ່າງໆ.

ສ້າງ​ເງື່ອນ​ໄຂ​ ເພື່ອ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ລົງທຶນ​ຢ່າງແຮງກວ່າ​ອີກ​ໃນ​ຂົງ​ເຂດ​ເຮືອນ​ຢູ່ ​ແລະ ອະສັງຫາລິມະຊັບຢູ່ ຫວຽດນາມ ສ້າງ​ເງື່ອນ​ໄຂ​ ເພື່ອ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ລົງທຶນ​ຢ່າງແຮງກວ່າ​ອີກ​ໃນ​ຂົງ​ເຂດ​ເຮືອນ​ຢູ່ ​ແລະ ອະສັງຫາລິມະຊັບຢູ່ ຫວຽດນາມ
ຮ່າ​ໂນ້ຍ: ເຝິກອົບຮົມຄວາມ​ຮູ້ກ່ຽວ​ກັບ​ພິທີ​ການ​ທາງ​ການ​ທູດ ​ໃຫ້​ແກ່​ພະນັກງານທີ່​ເຮັດ​ວຽກ​ງານການຕ່າງປະເທດປະຊາຊົນ ຮ່າ​ໂນ້ຍ: ເຝິກອົບຮົມຄວາມ​ຮູ້ກ່ຽວ​ກັບ​ພິທີ​ການ​ທາງ​ການ​ທູດ ​ໃຫ້​ແກ່​ພະນັກງານທີ່​ເຮັດ​ວຽກ​ງານການຕ່າງປະເທດປະຊາຊົນ

ຫຼາຍການເຄື່ອນໄຫວແລກປ່ຽນປະຊາຊົນ

ຫວ່າງ​ມໍ່ໆ​ມາ​ນີ້, ຊາວ​ຕ່າງປະ​ເທດຢູ່​ແຂວງ ດົ່ງ​ນາຍ ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ເພື່ອນ​ມິດ​ ຫວຽດນາມ ໂດຍຜ່ານ​ບັນດາການ​ເຄື່ອນ​ໄຫວ​ເຊື່ອມ​ຕໍ່​ຜ່ານ​ລາຍການງຽກງານການຕ່າງປະເທດປະຊາຊົນ​ຂອງແຂວງ. ໃນ​ນັ້ນ, ມີ 10 ສະມາຄົມ​ມິດຕະພາບສະມາຊິກຂຶ້ນກັບສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ​ໄດ້​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວລະຫຼິ້ນ, ການດຳເນີນຊີວິດສຳລັບ​ຊາວ​ຕ່າງປະ​ເທດທີ່ພວມຮ່ຳຮຽນ, ອອກແຮງງານຢູ່​ແຂວງ ດົ່ງ​ນາຍ ​ແລະ ສະມາຊິກສະມາຄົມຢ່າງເປັນປະຈຳ. ພິເສດ, ສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ ແຂວງ ດົ່ງນາຍ ກໍໄດ້ຈັດຕັ້ງບັນດາລາຍການພົບປະແລກປ່ຽນວັດທະນະທຳມິດຕະພາບ ຫວຽດນາມ - ຍີ່ປຸ່ນ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ.

ຕາມ​ທ່ານ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ​ຫວຽດ​ນາມ - ຍີ່​ປຸ່ນ ແຂວງ ດົ່ງ​ນາຍ ຫງວຽນ​ວັນກຽດ ແລ້ວ, ໃນລາຍ​ການ, ສະ​ມາ​ຊິກ​ສະ​ມາ​ຄົມ​ມິດ​ຕະ​ພາບ ​ຫວຽດ​ນາມ - ຍີ່​ປຸ່ນ ແຂວງ ດົ່ງ​ນາຍ ໄດ້​ສະ​ແດງ​ສິ​ລະ​ປະ​ດົນ​ຕີ, ການຕີມວຍຂອງຫວຽດ​ນາມ ແລະ ຍີ່​ປຸ່ນ. ນອກ​ນີ້, ຄະນະ​ຈັດ​ຕັ້ງ​ຍັງ​ປະຕິບັດພື້ນທີ່​ອາຫານ ​ເພື່ອ​ແນະນຳ​ອາຫານ​ພື້ນ​ເມືອງ ​ຫວຽດນາມ ​ແລະ ຍີ່​ປຸ່ນ​ ໃຫ້​ທຸກ​ຄົນ. ພ້ອມ​ກັນ​ນັ້ນ, ສະມາຄົມກໍ​ຍັງ​ຈັດ​ຕັ້ງ​ການ​ມອບ​ລາງວັນ​ງານແຂ່ງຂັນແຕ້ມພາບດ້ວຍ​ຫົວ​ຂໍ້​ການ​ຮ່ວມ​ມື, ມິດຕະພາບ​ ຫວຽດນາມ - ຍີ່ປຸ່ນ ເຊິ່ງໄດ້ດຳເນີນແຕ່ລະປິ.

​ເຊື່ອມ​ຕໍ່​ຊາວ​ຕ່າງປະ​ເທດ​ທີ່​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ດົ່ງ​ນາຍ

ລາຍການມ່ວນຊື່ນບຸນປີໃໝ່ (ລາວ) ແລະ Chol chnam Thmay (ກຳປູເຈຍ) ໂດຍຄະນະກຳມະການປະຊາຊົນແຂວງ ຈັດຕັ້ງ.

ທ່ານກົງສຸນໃຫຍ່ ຍີ່ປຸ່ນ ປະຈຳນະຄອນ ໂຮ່ຈິມິນ Ono Masuo​ ໃຫ້​ຮູ້​ວ່າ ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ໄດ້​ຮັບ​ການຈັດ​ຕັ້ງ​ກ່ອນອື່ນໝົດ ແມ່ນເພື່ອສ້າງ​ເງື່ອນ​ໄຂ​ໃຫ້​ຊາວ​ ຍີ່ປຸ່ນ​ ທີ່ພວມຮ່ຳຮຽນ, ​ເຮັດ​ວຽກ​ຢູ່​ແຂວງ ດົ່ງ​ນາຍ ​ເວົ້າ​ສະ​ເພາະ ​ແລະ ບາງ​ທ້ອງ​ຖິ່ນ​ບ້ານ​ໃກ້​ເຮືອນ​ຄຽງ​ເວົ້າ​ລວມ ໄດ້​ມີ​ໂອກາດ​ພົບ​ປະ ແລະ ແລກປ່ຽນກັບເພື່ອນມິດຊາວ ຫວຽດນາມ. ສ່ວນຕົວຂອງທ່ານກໍພະຍາຍາມໃຊ້ເວລາໄປ ດົ່ງນາຍ ກັບໝູ່ເພື່ອນຊາວ ຍີ່ປຸ່ນ ເພື່ອເຂົ້າຮ່ວມບັນດາເຫດການດັ່ງກ່າວ ເພື່ອເພີ່ມທະວີການ​ເຊື່ອມ​ຕໍ່​, ແບ່ງປັນ, ສະໜັບສະໜູນເຊິ່ງກັນ ແລະ ກັນ.

ໃນນັ້ນ, ໃນເດືອນ ເມສາ ຂອງທຸກໆປີ, ຄະນະກຳມະການປະຊາຊົນແຂວງ ກໍໄດ້ຈັດຕັ້ງລາຍການມ່ວນຊື່ນບຸນປີໃໝ່ (ລາວ) ແລະ Chol Chnam Thmay (ກຳປູເຈຍ) ໃຫ້ແກ່ນັກສຶກສາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ, ລາຊະອານາຈັກ ກຳປູເຈຍ ທີ່ພວມຮໍ່າຮຽນຢູ່ ດົ່ງນາຍ. ປັດຈຸບັນ ມີນັກສຶກສາລາວ ແລະ ກຳປູເຈຍ 52 ຄົນ ກຳລັງຮໍ່າຮຽນຢູ່ 5 ວິທະຍາໄລ, ມະຫາວິທະຍາໄລໃນບໍລິເວນແຂວງ. ການເຄື່ອນໄຫວນີ້ ​ໄດ້​ດຶງ​ດູດ​ຊາວ ​ລາວ, ກຳປູ​ເຈຍ ທີ່​ເຮັດ​ວຽກ​ຢູ່​ແຂວງ ດົ່ງ​ນາຍ, ນະຄອນ ​ໂຮ່ຈີ​ມິນ ​ເຂົ້າມາ​ຮ່ວມງານ.

ໃນ​ຂະນະ​ນັ້ນ, ງານມະໂຫລານທຳນອງມິດຕະພາບ ທີ່ໄດ້ຈັດ​ຂຶ້ນ​ໃນ​ແຕ່ລະ​ປີ ​ແມ່ນ​ການ​ເຄື່ອນ​ໄຫວ​ຕິດພັນບັນດາຊາວ​ຕ່າງປະ​ເທດ​ອາ​ໄສ​ຢູ່​ແຂວງ ດົ່ງ​ນາຍ. ແຕ່ລະຄົນທີ່ມາຮ່ວມງານບຸນບໍ່ພຽງແຕ່ໄດ້ເຂົ້າຮ່ວມການສະແດງເທົ່ານັ້ນ, ຫາກຍັງສົ່ງກຳລັງໃຈໃຫ້ບັນດາເພື່ອນມິດ, ພີ່ນ້ອງຮ່ວມຊາດຂອງຕົນຂຶ້ນສະແດງບົນເວທີອີກດ້ວຍ.

ທ່ານ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ຫງວຽນ​ແທງ​ຈີ໋ ໃຫ້​ຮູ້​ວ່າ ​ແຕ່ລະ​ປີທີ່ຈັດງານ ບໍ່​ພຽງ​ແຕ່​ດຶງ​ດູດ​ບັນດາ​ສະມາຊິກ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ຊາວ​ຕ່າງປະ​ເທດ, ການ​ນຳ​ບັນດາ​ອົງການ​ການ​ທູດ​ຕ່າງປະ​ເທດ ປະຈຳ ຫວຽດນາມ ມາ​ຮ່ວມນຳອີກ.

ທ່ານປະທານ​ສະມາຄົມ​ມິດຕະພາບ​ ຫວຽດນາມ - ກຳປູ​ເຈຍ ​ແຂວງ ດົ່ງ​ນາຍ ເຈີ່ນແທງຮຸ່ງ ໃຫ້​ຮູ້​ວ່າ ​ແຂວງ ດົ່ງ​ນາຍ ສຸມໃສ່​ນັກ​ສຶກສາ ​ກຳປູ​ເຈຍ ຫຼາຍຄົນທີ່່ພວມ​ຮ່ຳຮຽນ​ຢູ່​ຫຼາຍ​ໂຮງຮຽນ, ຫຼາຍ​ອາຊີບ. ພ້ອມກັນນັ້ນ, ຊາວ ກຳປູ​ເຈຍ ທີ່ມີເຊື້ອຊາດ ຫວຽດນາມ ກໍ່ກັບ​ເມືອ​ບ້ານ​ເພື່ອ​ຊອກ​ຫາ​ວຽກ​ເຮັດ​ງານທຳ ຫຼື ດຳລົງຊີວິດ. ສະນັ້ນ, ນອກຈາກບັນດາການເຄື່ອນໄຫວລະຫຼິ້ນ, ບັນເທີງ, ສະມາຄົມຍັງເຫັນຄວາມສຳຄັນການສະໜັບສະໜູນໃນແຕ່ລະສະຖານະການທີ່ຕ້ອງການຄວາມຊ່ວຍເຫຼືອ.

ແບ່ງປັນຊີວິດຢູ່ໄກບ້ານກັບຄົນຕ່າງປະເທດ

ຄຽງ​ຄູ່​ກັບ​ການ​ເຄື່ອນ​ໄຫວ​ພົບປະ​ແລກປ່ຽນ​ປະຊາຊົນສຳລັບບັນດາສະມາຄົມ, ອົງການຈັດ​ຕັ້ງ, ຊາວ​ຕ່າງປະ​ເທດທີ່​ດຳລົງ​ຊີວິດ​ຢູ່ ດົ່ງ​ນາຍ ກໍ່ຍັງໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ປະຊາ​ຄົມ.

ອ້າຍ ເດ​ດ​ລືໄຊ ວໍລະ​ໄຊ (ຊາວ​ລາວ, ມີຊື່​ ຫວຽດນາມ ແມ່ນ ລອງ) ພວມ​ເຮັດ​ວຽກ​ຢູ່​ຮ້ານ​ຂາຍ​ຢາ​ຢູ່​ນະຄອນ ບຽນ​ຮ່ວາ ​ໃຫ້​ຮູ້​ວ່າ ນອກ​ເວລາ​ເຮັດ​ວຽກ, ​ເພື່ອນ​ຊາວ ຫວຽດນາມ ຢູ່ ດົ່ງ​ນາຍ ​ຖືລາວເປັນ​ໝູ່​ເພື່ອນ​ໃນ​ກຸ່ມ ເພື່ອເຂົ້າຮ່ວມບັນດາການດຳເນີນຊີວິດໝູ່ຄະນະ. ຍ້ອນ​ເຫດ​ນັ້ນ, ນອກຈາກສາຍພົວພັນ​ກັບ​ຄົນໄທບ້ານດຽວກັນ​ແລ້ວ, ທ່ານ ລອງ​ ກໍ່​ມີບັນດາ​ສາຍພົວພັນເພື່ອນ​ມິດ​ຢູ່​ແຂວງ ດົ່ງ​ນາຍ. ທຸກໆຄັ້ງທີ່ລາວຍ້າຍເຮືອນ ຫຼືຫາບ່ອນເຊົ່າໃຫມ່, ລາວໃຫ້ຮູ້ວ່າ ລາວໄດ້ຮັບການຊ່ວຍເຫຼືອຈາກຫມູ່ເພື່ອນສະເຫມີ. ໃນ​ບາງ​ຄັ້ງ​ຄາວ, ກຸ່ມ​ເພື່ອນ​ມິດ​ຊາວ ຫວຽດນາມ ​ແລະ ລາວ ກໍ່​ຈັດ​ຕັ້ງ​ບັນດາການທ່ອງທ່ຽວເພື່ອລະຫຼິ້ນມ່ວນຊື່ນ.

ນອກຈາກນັກສຶກສາ, ຄູສອນແລ້ວ, ຫວ່າງມໍ່ໆມານີ້, ຢູ່ ດົ່ງນາຍ ກໍ່ມີຊາວ ອິນເດຍ ຫຼາຍຄົນມາສອນ yoga ຢູ່ບັນດາສູນ, ຫ້ອງອອກກຳລັງກາຍກິລາ. ໃນ​ຂະ​ບວນ​ການ​​ສອນ ແລະ ​ການ​ຮຽນ​, ຄູ​ຝຶກ​ ແລະ ຜູ້ຮຽນ​ ຍັງ​ໄດ້ແບ່ງປັນກັນບັນດາເລື່ອງລາວກ່ຽວ​ກັບ​ຄອບ​ຄົວ​, ຮີດ​ຄອງ​ປະ​ເພ​ນີ​ຂອງ​ແຕ່ລະຝ່າຍ. ຍ້ອນແນວນັ້ນ, ຄົນຢູ່ໄກບ້ານຈຶ່ງມີໝູ່ມາລົມກັນຫຼາຍຂຶ້ນຫຼັງຈາກໂມງອອກແຮງງານ, ຮ່ຳຮຽນ.

ມິງດຶກ

ເຫດການ
302 Found

Found

The document has moved here.