ເປີດຊຸດຝຶກອົບຮົມວິຊາພາສາລາວ ໃຫ້ພະນັກງານ-ລັດຖະກອນ ຢູ່ແຂວງ ຮ່າຕິ້ງ
ຍສໝ - ໃນການເຂົ້າຮ່ວມຫຼັກສູດຮຽນ, ພະນັກງານ, ລັດຖະກອນແຂວງ ຮ່າຕິ້ງ ຈະໄດ້ຮັບການຮ່ຽນຮູ້ກ່ຽວກັບພາສາ, ຮີດຄອງປະເພນີ, ພັດທະນາເສດຖະກິດ, ວັດທະນະທຳ - ສັງຄົມຂອງລາວ.
ຍສໝ - ໃນການເຂົ້າຮ່ວມຫຼັກສູດຮຽນ, ພະນັກງານ, ລັດຖະກອນແຂວງ ຮ່າຕິ້ງ ຈະໄດ້ຮັບການຮ່ຽນຮູ້ກ່ຽວກັບພາສາ, ຮີດຄອງປະເພນີ, ພັດທະນາເສດຖະກິດ, ວັດທະນະທຳ - ສັງຄົມຂອງລາວ.
ຍສໝ - ປະເທດໄທກຳລັງເຊື່ອມຕໍ່ທາງລົດໄຟແຫ່ງຊາດກັບຕາໜ່າງທາງລົດໄຟລາວ-ຈີນ ເພື່ອສົ່ງເສີມການຄ້າລະຫວ່າງສາມປະເທດ ໂດຍຄາດວ່າໄທຈະເປັນສູນກາງທາງດ້ານການຂົນສົ່ງຂອງພາກພື້ນ.
ຍສໝ - ຕອນເຊົ້າວັນທີ 11 ມິຖຸນາ, ຢູ່ນະຄອນ ດານັງ, ທ່ານ ເຫຼັກໄຫຼ ສີວິໄລ, ເລຂາພັກແຂວງ, ເຈົ້າແຂວງໆເຊກອງ (ລາວ) ໄດ້ຮັບອະນຸຍາດຈາກນາຍົກລັດຖະມົນຕີ ລາວ, ປະດັບຫຼຽນໄຊອິກສະຫຼະ ຊັ້ນ III ຂອງລັດຖະບານລາວ ໃຫ້ທ່ານ ເຈີ່ນເຟຶອກເຊີນ, ຮອງປະທານຜູ້ປະຈຳການສະພາປະຊາຊົນນະຄອນ ດານັງ ກ່ຽວກັບບັນດາຜົນງານດີເດັ່ນໃນການພົວພັນຮ່ວມມື ແລະ ໜູນຊ່ວຍແຂວງເຊກອງ ໄລຍະ 2017-2022.
ກຸ່ມສະມາຊິກລັດຖະສະພາມິດຕະພາບຫວຽດນາມ - ກູບາ ໄດ້ອອກຖະແຫຼງການສະໜັບສະໜູນກູບາ
ຍສໝ - ນັບແຕ່ວັນທີ 28 ມິຖຸນາ ຫາ 30 ມິຖຸນາ 2024, ທີ່ນະຄອນຫຼວງວຽງຈັນ, ສປປ ລາວ ຈະດຳເນີນການສຳມະນາ "ສົ່ງເສີມການນໍາເຂົ້າ ແລະ ສົ່ງອອກທີ່ຕິດພັນກັບການຫັນເປັນດິຈິຕອນ" ເພື່ອແລກປ່ຽນປະສົບການການນຳໃຊ້ການຫັນເປັນດິຈິຕອນ ໃນການຮ່ວມມືດ້ານການຄ້າ ແລະ ການນໍາເຂົ້າ-ສົ່ງອອກລະຫວ່າງວິສາຫະກິດ ຫວຽດນາມ - ລາວ.
ຍສໝ - ໂດຍຕອບຮັບຄຳເຊີນຂອງທ່ານ Khurelsukh Ukhna, ປະທານາທິບໍດີ ມົງໂກລີ, ທ່ານ ທອງລຸນ ສີສຸລິດ, ປະທານປະເທດລາວ ແລະ ຄະນະຜູ້ແທນ ໄດ້ມີການຢ້ຽມຢາມທາງລັດຖະກິດຢູ່ ມົງໂກລີ ນັບແຕ່ວັນທີ 11 – 12 ມິຖຸນານີ້ ເພື່ອຮັດແໜ້ນ ແລະ ພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມລະຫວ່າງສອງປະເທດ.
ຍສໝ - ແຕ່ວັນທີ 7-8 ມິຖຸນາ, ຄະນະປະຕິບັດງານ ຫວຽດນາມ ໂດຍທ່ານຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຫວຽນຮູຍຢຸ້ງ ນຳໜ້າຄະນະ ໄປຢ້ຽມຢາມເຮັດວຽກຢູ່ Fukuoka, ຍີ່ປຸ່ນ.
ຍສໝ - ວັນທີ 11 ມິຖຸນາ, ຢູ່ນະຄອນ ໂຮ່ຈີມິນ, ສະຫາຍ ຫງວຽນເຟືອກລົກ, ຮອງເລຂາພັກນະຄອນ ໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບ ພົນຈັດຕະວາ ຜາລົມ ລິນທອງ, ປະທານສະມາຄົມນັກຮົບເກົ່າ ນະຄອນຫຼວງ ວຽງຈັນ (ລາວ) ພ້ອມດ້ວຍຄະນະຜູ້ແທນສະມາຄົມນັກຮົບເກົ່າ ວຽງຈັນ.
ຍສໝ - ຕອນເຊົ້າວັນທີ 10 ມິຖຸນາ, ຄະນະປະຕິບັດງານຂອງໜັງສືພິມ ແຮງງານ (ລາວ) ໄດ້ມາເຮັດວຽກຢູ່ສຳນັກງານຂອງໜັງສືພິມ ລາວດົ້ງ ເພື່ອແລກປ່ຽນບົດຮຽນວິຊາການລະຫວ່າງສອງຝ່າຍ.
Vun đắp tình hữu nghị giữa Sê Kông và Thừa Thiên Huế
ຍສໝ - ຕອນບ່າຍວັນທີ 11 ມິຖຸນາ, ຢູ່ນະຄອນ ໂຮ່ຈີມິນ, ທ່ານ ຫງວຽນເຝືອກໂລກ, ຮອງເລຂາຄະນະພັກນະຄອນ ໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບທ່ານພົນຈັດຕະວາ Phalom Linthong, ປະທານສະມາຄົມນັກຮົບເກົ່າ ນະຄອນຫຼວງວຽງຈັນ (ລາວ) ພ້ອມດ້ວຍຄະນະ ສະມາຄົມ.
ຍສໝ - ສະຖານທູດແຫ່ງ ລາຊະອານາຈັກມາຣົກ ປະຈຳ ຫວຽດນາມ ຫາກໍມີຈົດໝາຍສະແດງຄວາມຂອບໃຈຢ່າງຈິງໃຈເຖິງໂຮງໝໍມິດຕະພາບ ຫວຽດດຶກ ພາຍຫຼັງທີ່ໄດ້ເບິ່ງແຍງໃຫ້ແກ່ພົນລະເມືອງ ມາຣົກ ສອງຄົນທີ່ປະສົບອຸບັດຕິເຫດເມື່ອບໍ່ດົນມານີ້.
ຍສໝ - ວັນທີ 10 ມິຖຸນາ, ທ່ານ ຫວໍວັນຮື່ງ, ຮອງເລຂາຄະນະພັກແຂວງ, ປະທານຄະນະກໍາມະການປະຊາຊົນແຂວງ ກວ໋າງຈີ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະຖານທູດລາວ ປະຈໍາ ຫວຽດນາມ ໂດຍທ່ານຄຳເພົາ ເອີນທະວັນ - ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂອງຫວຽດນາມ ເປັນຫົວໜ້າຄະນະ.
ຍສໝ - ວັນທີ 10 ມິຖຸນາ, ຢູ່ແຂວງເທື່ອທຽນເຫ້ວ ໄດ້ດຳເນີນພິທີລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງສູນອະນຸລັກຮັກສາຮ່ອງຮອຍກຸງເກົ່າເຫ້ວ ແລະ ສາຂາສະມາຄົມ Yangpyeong ຂຶ້ນກັບສະມາຄົມວັດທະນະທຳ ແລະ ສິລະປະ ສ.ເກົາຫຼີ.
ຍສໝ - ຕອນເຊົ້າວັນທີ 10 ມິຖຸນານີ້, ຢູ່ນະຄອນຫຼວງວຽງຈັນ, ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດລາວ ຊຸດທີ 7, ໂດຍທ່ານປະທານສະພາແຫ່ງຊາດ ໄຊສົມພອນ ພົມວິຫານ ເປັນປະທານເພື່ອຮັບຟັງການລາຍງານ ແລະ ປຶກສາຫາລືບັນດາບັນຫາສຳຄັນຂອງປະເທດ. ເຂົ້າຮ່ວມມີທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ, ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ພ້ອມດ້ວຍບັນດາການນຳ, ອະດີດການນຳພັກ-ລັດ ຕະຫຼອດຮອດຜູ້ແທນສະພາແຫ່ງຊາດລາວ ເຂົ້າຮ່ວມເປັນຈຳນວນຫຼາຍ.
ຍສໝ - ໃນໄລຍະ 7 ປີຜ່ານມາ, ພະແນກສຶກສາທິການ ແລະ ກິລາ ແຂວງ ຫຼວງນ້ຳທາ (ລາວ) ໄດ້ເປີດຫ້ອງຮຽນພາສາ ຫວຽດນາມ ຂັ້ນພື້ນຖານໃຫ້ແກ່ພະນັກງານ - ລັດຖະກອນພາຍໃນແຂວງ 7 ແຫ່ງ. ມາຮອດປະຈຸບັນ, ມີຜູ້ຮຽນ 175 ຄົນໄດ້ຮັບໃບຢັ້ງຢືນພາສາ ຫວຽດນາມ.
ຍສໝ - ຕາມທ່ານພົນໂທ ຫງວຽນຊວນຟຸກ ແລ້ວ, ອົດສະຕາລີ ແມ່ນປະເທດນຳໜ້າໃນການໜູນຊ່ວຍດ້ານພາສາອັງກິດ ແລະ ວິຊາສະເພາະໃຫ້ທະຫານຫວຽດນາມ ດ້ວຍຈຳນວນພົນລະເມືອງ 3.500 ກວ່າຄົນ.
ຍສໝ - ໃນສະພາບການຜັນແປຢ່າງສັບສົນໃນໂລກ ແລະ ພາກພື້ນ, ການປົກປັກຮັກສາ ແລະ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ລັດເຊຍ ບໍ່ພຽງແຕ່ໄດ້ຮັບການຜັນຂະຫຍາຍຜ່ານບັນດາຊ່ອງທາງການເມືອງລະດັບສູງ, ການທູດແຫ່ງລັດ ເທົ່ານັ້ນ ຫາກຍັງດຳເນີນຜ່ານບັນດາຊ່ອງທາງການທູດປະຊາຊົນອີກດ້ວຍ.
ຍສໝ - ຫວ່າງມໍ່ໆນີ້, ຄະນະຜູ້ແທນຂັ້ນສູງອົງການກວດກາແຫ່ງລັດຂອງ ລາວ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດອາຍແກັສ ຫວຽດນາມ (PV GAS).
ຍສໝ - ດົນຕີປະສານສຽງບ້ານເກີດເມືອງນອນໄດ້ຜ່ານການເດີນທາງມາເປັນເວລາ 15 ປີ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການແນະນຳໃຫ້ເພື່ອນມິດສາກົນຮູ້ຈັກພາບພົດຂອງ ຫວຽດນາມ ທີ່ສັນຕິພາບ ແລະ ສວຍງາມ.
ຍສໝ - ການພົບປະແລກປ່ຽນ, ຮ່ວມມື, ແບ່ງປັນປະສົບການກ່ຽວກັບວຽກງານວິຊາສະເພາະລະຫວ່າງສານປະຊາຊົນຂັ້ນສູງຢູ່ ດານັງ ແລະ ສານປະຊາຊົນພາກກາງລາວ ຈະປະກອບສ່ວນເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາມ ແລະ ລາວ.
ຍສໝ - ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ປະເທດ ລາວ, ວັນທີ 7 ມິຖຸນາ, ຄະນະຜູ້ແທນໜັງສືພິມ ປະຊາຊົນ ຫວຽດນາມ ນຳໂດຍສະຫາຍ ເລກັວກມິນ, ກຳມະການສູນກາງພັກ, ບັນນາທິການໃຫຍ່ໜັງສືພິມ ປະຊາຊົນ ຫວຽດນາມ, ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງ, ປະທານສະມາຄົມນັກຂ່າວ ຫວຽດນາມ ໄດ້ເຂົ້າຢ້ຽມຂ່ຳນັບສະຫາຍ ບຸນທອງ ຈິດມະນີ, ຜູ້ປະຈຳຄະນະເລຂາທິການ, ຮອງປະທານປະເທດ ລາວ ແລະ ສະຫາຍ ຄຳພັນ ເຜີຍຍະວົງ, ຫົວໜ້າກົມໂຄສະນາອົບຮົມສູນກາງ ພັກປະຊາຊົນ ປະຕິວັດ ລາວ.
ຍສໝ - ວັນທີ 6 ມິຖຸນາ 2024, ທີ່ແຂວງໄຊສົມບູນ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ກອງບັນຊາການທະຫານເຂດ 4 ໄດ້ສົມທົບກັບອຳນາດການປົກຄອງແຂວງໄຊສົມບູນ ເພື່ອຈັດຕັ້ງກອງປະຊຸມກວດກາທາງດ້ານເຕັກນິກ, ສຳເລັດ ເພື່ອມອບ-ຮັບ ນຳໃຊ້ໂຄງການ: ກໍ່ສ້າງລະບົບຊົນລະປະທານຂະໜາດນ້ອຍ 4 ແຫ່ງ ຢູ່ 4 ບ້ານຂື້ນກັບ 2 ເມືອງ (ອະນຸວົງ ແລະ ທ່າໂທມ), ແຂວງໄຊສົມບູນ. ທ່ານພົນຈັດຕະວາ ຫງວຽນງອກຮ່າ, ຮອງຜູ້ບັນຊາການທະຫານເຂດ 4 ແລະ ສະຫາຍ ສຸກສະຫວາດ ວົງພູມເຫຼັກ - ຮອງເຈົ້າແຂວງ ໄຊສົມບູນ ...
ຍສມ - ໃນສົກຮຽນ 2024-2025, ນາມດິ້ງ ຄາດວ່າຈະເປີດຊຸດຝຶກອົບຮົມແບບເຊິ່ງໜ້າ ຫຼື ອອນລາຍ ໃຫ້ບັນດາພະນັກງານ, ຄູອາຈານແຂວງອຸດົມໄຊ ກ່ຽວກັບວຽກງານຄຸ້ມຄອງ ແລະ ການສອນ, ພິເສດ ແມ່ນວິຊາວິທະຍາສາດທຳມະຊາດ.
ຍສໝ - ໃນຂອບເຂດການຢ້ຽມຢາມ ແລະ ເຮດວຽກຢູ່ ຫວຽດນາມ, ຕອນບ່າຍວັນທີ 4 ມິຖຸນາ, ຄະນະຜູ້ແທນຂັ້ນສູງອົງການກວດກາແຫ່ງລັດ ລາວ ໂດຍສະຫາຍ ຄຳພັນ ພົມມະທັດ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະກວດກາສູນກາງພັກປະຊາຊົນປະຕິວັດລາວ, ຫົວໜ້າຄະນະປ້ອງກັນ, ຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ຫົວໜ້າອົງການກວດກາແຫ່ງລັດ ລາວ ເປັນຫົວໜ້າຄະນະ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ທະນາຄານການຄ້າຫຸ້ນສ່ວນການລົງທຶນ ແລະ ພັດທະນາ ຫວຽດນາມ (BIDV).
ຍສໝ - ການນຳນະຄອນ ໂຮ່ຈີມິນ ຢືນຢັນວ່າ: ນະຄອນ ຍາມໃດກໍ່ສຸມໃສ່ເພີ່ມທະວີການພົວພັນຮ່ວມມືກັບ ລາວ, ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດຂອງ 2 ຝ່າຍຊອກຫາກາລະໂອກາດລົງທຶນ, ສົ່ງເສີມການຄ້າ.
ຍສໝ - ວັນທີ 5 ມິຖຸນາ, ຢູ່ນະຄອນດານັງ, ຄະນະປະຕິບັດງານສໍານັກພິມ ແລະ ຈໍາໜ່າຍປື້ມແຫ່ງລັດ ລາວ ໄດ້ມີການໄປຢ້ຽມຢາມ ແລະ ເຮັດວຽກກັບບໍລິສັດພິມໜັງສືພິມປະຊາຊົນ ດານັງ ຈຳກັດຜູ້ດຽວ ແລະ ສຳນັກພິມຈຳໜ່າຍການເມືອງແຫ່ງຊາດ ສຶ ເຖິດ.
ຍສໝ - ວັນທີ 4 ມິຖຸນາ, ໃນຂອບເຂດການຜັນຂະຫຍາຍບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືລະຫວ່າງກະຊວງແຮງງານ ແລະ ສະຫວັດດິການສັງຄົມ ລາວ ແລະ ອົງການປະກັນສັງຄົມ ຫວຽດນາມ, ຄະນະປະຕິບັດງານຂອງອົງການປະກັນສັງຄົມ ຫວຽດນາມ, ໂດຍທ່ານຮອງຜູ້ອຳນວຍການໃຫຍ່ ຈຸ່ແມ້ງຊິງ ເປັນຫົວໜ້າໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບອົງການປະກັນສັງຄົມແຫ່ງຊາດ ລາວ (LSSO).
ຍສໝ - ຕອນເຊົ້າວັນທີ 4 ມິຖຸນານີ້, ຢູ່ສຳນັກງານສູນກາງພັກ, ປະທານຄະນະກວດກາສູນກາງ, ຮອງຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ, ທ່ານ ເຈີ່ນເກີມຕູ້ ໄດ້ເປັນປະທານການພົບປະກັບຄະນະຜູ້ແທນຂັ້ນສູງ ກ່ຽວກັບການກວດກາພັກປະຊາຊົນປະຕິວັດລາວ ໂດຍທ່ານ ຄຳພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ເລຂາທິການສູນກາງພັກປະຊາຊົນປະຕິວັດລາວ, ປະທານຄະນະກວດກາສູນກາງ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ປະທານອົງການກວດກາແຫ່ງລັດ ລາວ ເປັນຫົວໜ້າຄະນະ.
ຍສໝ - ທີ່ກອງປະຊຸມເຈົ້າໜ້າທີ່ຂັ້ນສູງຂອງບັນດາປະເທດສະມາຊິກທີ່ເຂົ້າຮ່ວມຂໍ້ຕົກລົງວ່າດ້ວຍການຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳຢາເສບຕິດຢູ່ອະນຸພາກພື້ນແມ່ນ້ຳຂອງ ເປີດກ້ວາງ, ໄດ້ດຳເນີນໃນວັນທີ 28 ແລະ 29 ພຶດສະພາ ຢູ່ນະຄອນຫຼວງວຽງຈັນ (ລາວ), ຜູ້ຕາງໜ້າຂອງບັນດາປະເທດອະນຸພາກພື້ນແມ່ນ້ຳຂອງ ກໍ່ໄດ້ເຫັນດີເປັນເອກະພາບເພີ່ມທະວີຄວາມພະຍາຍາມເພື່ອສະກັດກັ້ນອາດຊະຍາກຳຢາເສບຕິດໃນສະພາບການການຄ້າຢາເສບຕິດໃນພາກພື້ນນັບມື້ນັບສັບສົນ.
The document has moved here.