ຄະ​ນະປະຕິບັດງານຄະ​ນະ​ກຳ​ມະ​ການສູນກາງ​ແນວ​ໂຮມ​ປະ​ເທດ​ຊາດ ​ຫວຽດ​ນາມ ໄປ​ເຮັດ​ວຽກ​ຢູ່ Fukuoka, ຍີ່​ປຸ່ນ

08:10 | 12/06/2024

ຍສໝ - ແຕ່​ວັນ​ທີ 7-8 ມິຖຸນາ, ຄະ​ນະປະຕິບັດງານ ຫວຽດນາມ​ ໂດຍ​ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫວຽນຮູຍຢຸ້ງ ນຳໜ້າຄະນະ ​ໄປ​ຢ້ຽມຢາມເຮັດ​ວຽກ​ຢູ່ Fukuoka, ຍີ່ປຸ່ນ.

ວັດ​ທະ​ນະ​ທຳສິ​ລະ​ປະໂຄສະນາຮູບພາບປະ​ເທດ​ຊາດ, ປະ​ຊາ​ຊົນ​ຫວຽດ​ນາມ ຢູ່ ສ.ເຊັກ​ໂກ
ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ເຮັດ​ໃຫ້​ການ​ທ່ອງ​ທ່ຽວ ຫວຽດ​ນາມ ເລີ່ມຕົ້ນສີສັນໃໝ່​ຢູ່ສະໜາມຫຼິ້ນ​ສາ​ກົນ?

ຢູ່ Fukuoka, ຄະນະ​ ​ໄດ້​ມີ​ການ​ພົບ​ປະ​ເຮັດວຽກກັບ​ສະຖານກົງສູນ ຫວຽດນາມ ປະຈຳ Fukuoka; ໄດ້​ພົບ​ປະ​ກັບ​ຜູ້​ຕາງ​ໜ້າການນຳຂອງ​ບັນ​ດາສະ​ມາ​ຄົມ, ສາ​ຂາສະມາຄົມ​ທີ່ດຳລົງຊີວິດ​ຢູ່​ເຂດ Kyushu - Okinawa ແລະ ພາກ​ກາງ​​ໃຕ້​ຂອງ ​ຍີ່​ປຸ່ນ.

ກ່າວ​ຄຳ​ປາໄສ​ທີ່​ການ​ເຮັດ​ວຽກ ​ແລະ ການ​ພົບ​ປະ, ທ່ານກົງສຸນໃຫຍ່ ນາງ ຫວູ​ຈີ່ມາຍ ໄດ້ລາຍງານສັງເຂບກ່ຽວກັບສະພາບ​ການ​ເຄື່ອນ​ໄຫວ​ຂອງ​ກົງ​ສູນ​ໃຫຍ່, ປະຊາ​ຄົມ​ຊາວ ຫວຽດນາມ ຢູ່​ທີ່​ນີ້, ​ໃນ​ນັ້ນ​ມີ​ການ​ຊຸກຍູ້​ການ​ສ້າງ​ຕັ້ງ​ບັນດາອົງການສະມາຄົມຢູ່​ທ້ອງ​ຖິ່ນ ​ແລະ ບາງ​ຂົງ​ເຂດ​ສະ​ເພາະ​ຂຶ້ນໃໝ່ຄື ສະມາຄົມຊ່ຽວຊານ ຫວຽດນາມ - ຍີ່ປຸ່ນ (ເດືອນສິງຫາ 2023); ສະມາຄົມ​ວິ​ສາ​ຫະກິດ​ສົ່ງ​ເສີມ​ການ​ຄ້າ ​ແລະ ການ​ລົງທຶນ​ຫວຽດນາມ ຢູ່ Kyushu (​ເດືອນ​ຕຸລາ 2023), ສະມາຄົມ​ເຕັກ​ໂນ​ໂລຢີ​ຂໍ້​ມູນ​ ຫວຽດນາມ ຢູ່ Kyushu (ພຶດສະພາ 2024)…ຜ່ານ​ນັ້ນ ກໍ່ປະກອບສ່ວນ​ຜັນຂະຫຍາຍຢ່າງແທດຈິງ, ມີ​ປະສິດທິ​ຜົນບັນດາມະຕິຕົກລົງ, ແຜນນະໂຍບາຍ, ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ​ໃນບັນດາ​ຂົງ​ເຂດ, ຊຸກຍູ້​ການ​ຜັນຂະຫຍາຍ​ຂໍ້​ສະ​ຫຼຸບ 12-KL/TW ຂອງ​ກົມການ​ເມືອງ​ກ່ຽວ​ກັບ​ວຽກ​ງານ​ຊາວ​ ຫວຽດນາມ​ ຢູ່​ຕ່າງປະ​ເທດ​ໃນ​ສະພາບ​ການ​ໃໝ່.

ຄະ​ນະປະຕິບັດງານຄະ​ນະ​ກຳ​ມະ​ການສູນກາງ​ແນວ​ໂຮມ​ປະ​ເທດ​ຊາດ ​ຫວຽດ​ນາມ ໄປ​ເຮັດ​ວຽກ​ຢູ່ Fukuoka, ຍີ່​ປຸ່ນ

ຄະ​ນະປະຕິບັດງານຄະ​ນະ​ກຳ​ມະ​ການສູນກາງ​ແນວ​ໂຮມ​ປະ​ເທດ​ຊາດ​ ຫວຽດ​ນາມ ​ໄປ​ຢ້ຽມ​ຢາມ​ໂຮງ​ຮຽນ​ພາ​ສາ​ຍີ່​ປຸ່ນ GAG. (ພາບ: ບ່າວຈີ)

ທີ່ການພົບປະເຮັດວຽກ, ຜູ້​ແທນ​ປະຊາຊົນ ​ໄດ້​ສະ​ເໜີ​ການປະກອບ​ຄຳ​ເຫັນ ​ແລະ ຂໍ້​ສະ​ເໜີ​ແນະ​ກ່ຽວ​ກັບ​ບາງແຜນນະໂຍບາຍ, ນະ​ໂຍບາຍ​ໃໝ່​ຂອງ​ພັກ, ລັດ. ພ້ອມ​ກັນ​ນັ້ນ, ຊາວ​ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ກໍ່​ໃຫ້​ຮູ້​ວ່າ ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ສະຖານກົງສູນ ຫວຽດນາມ ປະຈຳ Fukuoka ​ໄດ້ມີການ​ຊ່ວຍ​ເຫຼືອ​ຢ່າງ​ທັນ​ການ​ໃນ​ວຽກ​ງານ​ປົກປ້ອງ​ພົນລະ​ເມືອງ, ເຕົ້າໂຮມສາມັກຄີ​ຊາວ ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ, ພ້ອມໃຈອວ່າຍໜ້າເມືອຫາ​ບ້ານ​ເກີດ​ເມືອງ​ນອນ; ພ້ອມ​ທັງ​ໜູນ​ຊ່ວຍ​ປະຊາຊົນ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃນ​ບັນຫາ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ປະເທດປະຈຳຖິ່ນ, ໃນ​ນັ້ນ ມີ​ບັນດາ​ບັນຫາ​ພາສາ, ກົດໝາຍ... ກໍ່ຄຶພ້ອມກັນກັບ​ປະຊາຊົນ​ຮັກສາ​ພາສາ ຫວຽດນາມ ໃຫ້​ແກ່​ລຸ້ນຄົນທີ 2, 3 ​ທີ່​ເກີດ ​ແລະ ​ເຕີບ​ໃຫຍ່​ຢູ່ ​ຍີ່ປຸ່ນ.

ພາຍຫຼັງ​ໄດ້​ຮັບ​ຟັງ​ຄຳ​ເຫັນ, ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນ​ຮຸຍ​ຢຸ້ງ ໄດ້ຕີ​ລາຄາ​ສູງບັນດາ​ການ​ປະກອບສ່ວນ​ຂອງ​ຊາວ​ຫວຽດນາມ ອາ​ໄສ​ຢູ່ ຍີ່ປຸ່ນ ​ເວົ້າ​ລວມ, ຢູ່ Fukuoka ​ເວົ້າ​ສະເພາະ ກັບການພັດທະນາຂອງປະ​ເທດຊາດ​, ພ້ອມ​ກັນ​ນັ້ນ ກໍ່​ຮັບ​ຮູ້​ບັນດາ​ການ​ປະກອບສ່ວນ​ໃນ​ບັນດາ​ບັນຫາ​ຕົວຈິງ​ໃນ​ປະຈຸ​ບັນ​ເຊັ່ນ: ການ​ອອກລະຫັດ​ປະຈຳ​ຕົວ​ໃຫ້​ບັນດາ​ລຸ້ນຄົນ​ທີ່​ເກີດ​ຢູ່​ຍີ່​ປຸ່ນ, ໜູນ​ຊ່ວຍ​ແຫຼ່ງກຳລັງ​ຮັກສາ​ການ​ສອນ​ພາສາ​ ຫວຽດນາມ.

ໃນ​ຂອບ​ເຂດ​ການໄປປະຕິບັດງານ, ຄະນະ​ຜູ້​ແທນ​ ​ໄດ້​ມີ​ການ​ເຮັດ​ວຽກ​ຢູ່​ໂຮງຮຽນ​ພາສາ ​ຍີ່ປຸ່ນ GAG, ພົບ​ປະ​ກັບ​ຄູ-ອາຈານ​ທີ່​ພວມ​ຜັນຂະຫຍາຍ​ໂຄງການ​ສອນ​ພາສາ​ ຍີ່ປຸ່ນ ​ໂດຍ​ບໍ່​ເສຍ​ຄ່າ​ໃຫ້​ບັນດາ​ໂຮງຮຽນວິຊາຊີບ ແລະ ນັກຮຽນ​ທຸກ​ຍາກ​ຢູ່ ຫວຽດນາມ.

ຄະນະປະຕິບັດງານ ຍັງໄດ້ໄປຢ້ຽມຢາມ ແລະ ເຂົ້າຮ່ວມໂມງສອນ "ພາສາ ຫວຽດນາມ ຂອງນ້ອງ" ຂອງຄະນະພາສາ ຫວຽດນາມ ໂດຍສະມາຄົມຊາວຫວຽດນາມ ຢູ່ Fukuoka ໄດ້ສ້າງຕັ້ງເພື່ອສອນພາສາ ຫວຽດນາມ ໃຫ້ແກ່ຄົນລຸ້ນທີ 2, 3 ທີ່ເກີດຢູ່ ຍີ່ປຸ່ນ. ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ປາດ​ຖະໜາ​ວ່າ ປະຊາ​ຄົມ​ຊາວ ​ຫວຽດນາມ ຢູ່​ທີ່​ນີ້ ຍາມ​ໃດ​ກໍ່ຈະ​ຮັກສາ​ພາ​ສາ ຫວຽດນາມ ​ແລະ ວັດທະນະທຳ​ ຫວຽດນາມ ດ້ວຍ​ຈິດ​ໃຈ “ຄົນ​ຕ້ອງມີ​ບັນພະບຸລຸດ, ຄື​ຕົ້ນ​ໄມ້​ມີ​ຮາກ ຄື​ແມ່​ນ້ຳ​ມີ​ແຫຼ່ງ".

ຕອນ​ບ່າຍ​ວັນ​ທີ 8 ມິຖຸນາ, ຄະນະ​ຜູ້​ແທນ ໄດ້​ເຂົ້າ​ຮ່ວມ​ພິທີມອບ​ລາງວັນຮອບສຸດທ້າຍ​ຂອງ​ການ​ແຂ່ງຂັນທູດພາສາ ​ຫວຽດນາມ ປະຈຳ​ເຂດ Kyushu ​ແລະ Okinawa 2024.

ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ແຮງ​ງານ​ທີ່​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ແຮງ​ງານ​ທີ່​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ

ຍສໝ - ​ເພື່ອ​ຍົກສູງ​ຄວາມ​ຮັບຜິດຊອບ​ຂອງ​ທຸກ​ຂັ້ນ, ຂະ​ແໜງ​ການ​ໃນ​ການປະຕິບັດງານການ​ຄຸ້ມ​ຄອງ​ແຮງ​ງານທີ່​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ​ຕາມ​ສັນຍາ, ຄະນະ​ກຳມະການ​ປະຊາຊົນ​ແຂວງ ກອນ​ຕູມ ​ໄດ້​ອອກ​ຖະ​ແຫຼ​ງການ​ສະບັບ​ເລກທີ 1298/UBND-KGVX ກ່ຽວກັບການ​ເພີ່ມ​ທະວີ​ວຽກງານ​ຄຸ້ມ​ຄອງແຮງງານ​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ​ຕາມ​ສັນຍາ.

ຈາກພາ​ລະ​ກິດ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ ຕະຫຼອດ​ຮອ​ດ​ວິ​ວັດ​ການ​ສ້າງຄວາມ​ຜາ​ສຸກ​ຂອງ​ຊາດ ຈາກພາ​ລະ​ກິດ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ ຕະຫຼອດ​ຮອ​ດ​ວິ​ວັດ​ການ​ສ້າງຄວາມ​ຜາ​ສຸກ​ຂອງ​ຊາດ

ກ່ອນນີ້ພໍດີ 49 ປີ, ວັນທີ 30 ເມສາ 1975, ທຸງໄຊຊະນະຂອງແນວໂຮມປົດປ່ອຍພາກໃຕ້ ຫວຽດນາມ ໄດ້ປິວສະບັດຢູ່ເທິງຫຼັງຄາທຳນຽບເອກະລາດ, ຢູ່ນະຄອນ ໂຮ່ຈີມິນ, ໄດ້ສ້າງຂີດໝາຍບັ້ນຮົບ ໂຮ່ຈີມິນ ໄດ້ຮັບໄຊຊະນະຢ່າງສົມບູນ, ປະເທດ ຫວຽດນາມ ໄດ້ທ້ອນໂຮມເປັນເອກະພາບ. ນັບແຕ່ບັນດາຜົນງານອັນຍິ່ງໃຫຍ່ຂອງໄຊຊະນະ ວັນທີ 30 ເມສາ ນັ້ນ, ຫວຽດນາມ ໄດ້ມີການພັດທະນາເທື່ອລະກ້າວ. ...

ມິງດຶກ

ເຫດການ
302 Found

Found

The document has moved here.