![]() | ທຸກການກະທຳລະເມີດອະທິປະໄຕຂອງ ຫວຽດນາມ ຢູ່ 2 ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ແມ່ນບໍ່ມີຄຸນຄ່າ |
![]() | ຫວຽດນາມ ຄັດຄ້ານການກະທຳລະເມີດອະທິປະໄຕ ຢູ່ເຂດໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ຢ່າງເດັດຂາດ |
ງານວາງສະແດງຈະສະໜອງ ແລະ ແນະນຳໃຫ້ບັນດາພະນັກງານ, ສະມາຊິກພັກ, ນັກຮຽນ, ນັກສຶກສາ ແຂວງບິ່ງທວ້ນ ກ່ຽວກັບບັນດາເອກະສານຫຼັກຖານທາງປະຫວັດສາດ ແລະ ກົດໝາຍ ທີ່ຢັ້ງຢືນອະທິປະໄຕຂອງຫວຽດນາມ ຕໍ່ກັບ ຮ່ວາງຊາ ແລະ ເຈືອງຊາ
ງານວາງສະແດງຍັງມີຈຸດປະສົງເພື່ອຊຸກຍູ້ວຽກງານຂໍ້ມູນຂ່າວສານ, ໂຄສະນາກ່ຽວກັບທະເລ, ໝູ່ເກາະ, ນຳເອົາຂໍ້ມູນຂ່າວສານໄປເຖິງບັນດາພະນັກງານ, ຄູອາຈານ ແລະ ນັກຮຽນໂດຍກົງ; ຜ່ານນັ້ນກໍ່ປະກອບສ່ວນປູກຈິດສຳນຶກຮັກຊາດ, ຮັກບ້ານເກີດເມືອງນອນ, ຍົກສູງຄວາມຮັບຮູ້, ຄວາມຮັບຜິດຊອບ ແລະ ການກະທຳຂອງບັນດາພະນັກງານ, ຄູອາຈານ ແລະ ນັກຮຽນ ຕໍ່ການສ້າງສາ ແລະ ປົກປັກຮັກສາປະເທດຊາດ.
ທ່ານ ຫງວຽນເລແທັງ, ຮອງຫົວໜ້າພະແນກຖະແຫຼງຂ່າວ ແລະ ການສື່ສານ ແຂວງບິ່ງທວ້ນ ໄດ້ຢືນຢັນວ່າ ຕັ້ງແຕ່ດົນນານມາແລ້ວ ຮ່ວາງຊາ ແລະ ເຈືອງຊາ ໄດ້ກາຍເປັນສະຖານທີ່ທີ່ສັກສິດ ແລະ ໃກ້ຊິດກັບປະຊາຊົນຊາວ ຫວຽດນາມ ທຸກຄົນ.
![]() |
ນັກຮຽນ ແລະ ຄູອາຈານຂອງໂຮງຮຽນມັດທະຍົມຕອນປາຍ ລີເທື່ອງກຽດ, ຕາແສງ ລາກີ ເຂົ້າຊົມງານວາງສະແດງ. (ຮູບພາບ: ຫງວຽນແທງ/ສຳນັກຂ່າວສານຫວຽດນາມ). |
ໃນຕະຫຼອດໄລຍະອັນຍາວນານໃນປະຫວັດສາດ, ຊາດ ຫວຽດນາມ ໄດ້ຄົ້ນພົບ, ສ້າງຕັ້ງ ແລະ ປະຕິບັດປະຊາທິປະໄຕສຳລັບ ຮ່ວາງຊາ ແລະ ເຈືອງຊາ ຢ່າງເໝີພາບ ແລະ ຕໍ່ເນື່ອງ. ຫຼັກຖານເຫຼົ່ານີ້ໄດ້ຖືກບັນທຶກໄວ້ໃນເອກະສານປະຫວັດສາດຂອງ ຫວຽດນາມ ແລະ ໄດ້ຮັບການຍອມຮັບຈາກສາກົນໃນຫຼາຍເອກະສານ, ແຜນທີ່ ແລະ ເອກະສານບໍລິຫານອື່ນໆ.
ດ້ວຍຫຼັກຖານທາງປະຫວັດສາດທີ່ແທ້ຈິງ, ພາວະວິໄສ ແລະ ລະອຽດ, ງານວາງສະແດງດິຈິຕອນ “ຮ່ວາງຊາ , ເຈືອງຊາ ຂອງຫວຽດນາມ – ບັນດາຫຼັກຖານທາງປະຫວັດສາດ ແລະ ນິຕິກຳ” ຈະສະໜອງ, ແນະນຳໃຫ້ບັນດາພະນັກງານ, ສະມາຊິກພັກ, ນັກຮຽນ, ນັກສຶກສາ ແຂວງບິ່ງທ້ວນ, ໃນນັ້ນມີ ຕາແສງ ລາກີ ກ່ຽວກັບບັນດາເອກະສານ, ຫຼັກຖານທາງປະຫວັດສາດ ແລະ ກົດໝາຍທີ່ຢືນຢັນປະຊາທິປະໄຕຂອງ ຫວຽດນາມ ສຳລັບ ຮ່ວາງຊາ ແລະ ເຈືອງຊາ.
ທ່ານນາງ ດັ້ງທີຮົ່ງເລີມ, ຮອງປະທານຄະນະກຳມະການປະຊາຊົນ ຕາແສງ ລາກີ, ໄດ້ກ່າວວ່າ ຮູບແບບງານວາງສະແດງດິຈິຕອນນັ້ນ ເໝາະສົມຫຼາຍໃນສະພາບການທີ່ທົ່ວແຂວງກຳລັງສຸມໃສ່ການປະຕິບັດການຫັນເປັນດິຈິຕອນ. ງານວາງສະແດງຊ່ວຍຍົກລະດັບຄວາມຮູ້ໃຫ້ແກ່ບັນດາພະນັກງານ, ຄູອາຈານ ແລະ ນັກຮຽນ ກ່ຽວກັບບົດບາດ, ຄວາມສຳຄັນ ແລະ ທ່າແຮງຂອງທະເລ, ໝູ່ເກາະ ຫວຽດນາມ, ແຂວງບິ່ງທ້ວນ. ກິດຈະກຳດັ່ງກ່າວ ໄດ້ປະກອບສ່ວນເຂົ້າໃນການຍົກສູງສະຕິຄວາມຮັບຮູ້, ຄວາມຮັບຜິດຊອບຂອງປະຊາຊົນແຕ່ລະຄົນໃນການປົກປັກຮັກສາອະທິປະໄຕທະເລ ແລະ ໝູ່ເກາະທີ່ສັກສິດຂອງຊາດ.
![]() | ງານວາງສະແດງໄດ້ແນະນຳຮູບຖ່າຍ 300 ກວ່າແຜ່ນ, ໃນນັ້ນມີ 80 ກວ່າແຜ່ນແມ່ນກ່ຽວກັບປະຊາຄົມອາຊຽນ ແລະ ປະມານ 200 ແຜ່ນກ່ຽວກັບຊົນເຜົ່າ, ສາສະໜາ, ເອກະສານ. |
![]() | ຫວຽດນາມ ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ທີ່ມີຕໍ່ 2 ໝູ່ເກາະ ເຈື່ອງຊາ ແລະ ຮ່ວາງຊາ ຍສໝ - ທ່ານນາງ ເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ໄດ້ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ທີ່ມີຕໍ່ 2 ໝູ່ເກາະ ເຈື່ອງຊາ ແລະ ຮ່ວາງຊາ, ພ້ອມທັງກ່າວປະນາມບັນດາການກະທຳລ່ວງລ້ຳອະທິປະໄຕ, ສິດອຳນາດອະທິປະໄຕຂອງຫວຽດນາມ ຢູ່ເຂດທະເລນີ້. |
ແທັງຮັ່ງ