ທ່ານ ເຈີ່ນເຟຶອກເຊີນ ​ໄດ້​ຮັບ​ຫຼຽນໄຊອິດສະຫຼະ ​ຊັ້ນ III ຂອງ​ລາວ

15:46 | 12/06/2024

ຍສໝ - ຕອນ​ເຊົ້າ​ວັນ​ທີ 11 ມິຖຸນາ​, ຢູ່​ນະຄອນ ດານັງ, ທ່ານ ເຫຼັກໄຫຼ ສີວິໄລ​, ເລຂາພັກແຂວງ, ​ເຈົ້າ​ແຂວງ​ໆເຊ​ກອງ (ລາວ) ​ໄດ້​ຮັບ​ອະນຸຍາດ​ຈາກ​ນາຍົກລັດຖະມົນຕີ ລາວ, ​ປະດັບຫຼຽນໄຊອິກສະຫຼະ ​ຊັ້ນ III ຂອງ​ລັດຖະບານ​ລາວ ​ໃຫ້​ທ່ານ ເຈີ່ນເຟຶອກເຊີນ, ຮອງປະທານຜູ້ປະຈຳການສະພາ​ປະຊາຊົນ​ນະຄອນ ດານັງ ກ່ຽວກັບບັນດາ​ຜົນງານ​ດີ​ເດັ່ນ​ໃນ​ການພົວພັນ​ຮ່ວມ​ມື ​ແລະ ໜູນ​ຊ່ວຍ​ແຂວງ​ເຊ​ກອງ ​ໄລຍະ 2017-2022.

ສື່​ມວນ​ຊົນ​ ກູ​ບາ ​ໄດ້​ສະ​ແດງ​ຄວາມຍ້ອງຍໍ​ຕໍ່​ທ່ານ​​ພົນ​ເອກ ຫວໍ​ງວຽນ​ຢາ​ບ ກັບບັ້ນຮົບ ​ດ້ຽນບຽນ​ຝູ ປະຫວັດສາດ.
ທ່ານ ປະທານ​ກຸ່ມສະມາຊິກລັດຖະສະພາມິດຕະພາບ ຝຣັ່ງ - ຫວຽດນາມ ​ໄດ້​ສຳ​ຜັດຕົວຈິງ​ກັບເຕັກນິກ​ການ​ຍ້ອມ​ຜ້າ​ຂອງ​ຊາວ ຢ້າວ​ຕຽນ

ກ່າວ​ຄຳ​ປາໄສ​ທີ່​ພິທີ, ທ່ານ ເຫຼັກໄຫຼ ສີວິໄລ​, ເລຂາພັກແຂວງ, ​ເຈົ້າ​ແຂວງ​ໆເຊ​ກອງ (ລາວ) ໄດ້​ຢືນຢັນວ່າ ຄວາມ​ຮັກ​ແພງ, ຄວາມ​ສົນ​ໃຈໃນການ​ຮ່ວມ​ມື, ໜູນ​ຊ່ວຍ, ຊ່ວຍ​ເຫຼືອ​ຂອງ​ນະຄອນ ດານັງ ສຳລັບບັນດາແຂວງ​ພາກ​ໃຕ້, ພາກ​ກາງຂອງລາວ, ໃນ​ນັ້ນ​ມີ​ແຂວງ ​ເຊ​ກອງ ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້ ເເມ່ນລ້ຳຄ່າທີ່ສຸດ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ພັດທະນາ, ປ່ຽນແປງໃໝ່​ຂອງ​ບັນດາທ້ອງ​ຖິ່ນ.

ທ່ານ ເຈີ່ນເຟຶອກເຊີນ ​ໄດ້​ຮັບ​ຫຼຽນໄຊອິດສະຫຼະ ​ຊັ້ນ III ຂອງ​ລາວ

ທ່ານ ເຫຼັກໄຫຼ ສີວິໄລ​, ເລຂາພັກແຂວງ, ​ເຈົ້າ​ແຂວງ​ໆ ເຊ​ກອງ (ຂວາ) ໄດ້ປະດັບຫຼຽນໄຊອິດສະຫຼະ ​ຊັ້ນ III ໃຫ້​ ທ່ານ ເຈີ່ນເຟຶອກເຊີນ, ຮອງປະທານຜູ້ປະຈຳສະພາ​ປະຊາຊົນ​ນະຄອນ ດານັງ (ຊ້າຍ). (ພາບ: danang.gov.vn)

ຕາມ​ທ່ານ ເຫຼັກໄຫຼ ສີວິໄລ ແລ້ວ, ນະຄອນ ດານັງ ໄດ້​ມີ​ການ​ໜູນ​ຊ່ວຍ, ປະກອບສ່ວນ​ຫຼາຍ​ຢ່າງ​ໃຫ້​ແຂວງ​ເຊ​ກອງ ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ, ພິ​ເສດ​ແມ່ນ​ໃນ​ບັນດາຂົງ​ເຂດ​ຄື: ການທ່ອງທ່ຽວ, ການ​ຄ້າ, ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ບຳລຸງ​ສ້າງ​ຊັບພະຍາກອນ​ມະນຸດ... ​ແຂວງ​ເຊ​ກອງ ມີຄວາມເຄົາລົບນັບຖືຢ່າງສູງຕໍ່ບັນດາການ​ໜູນ​ຊ່ວຍ​ອັນ​ລ້ຳ​ຄ່າ​ນີ້, ຍາມ​ໃດ​ກໍ​ມານະ​ພະຍາຍາມເສີມຂະຫຍາຍ, ພັດທະນາ, ສືບ​ຕໍ່​ລົງການ​ຮ່ວມ​ມື​ລະຫວ່າງ 2 ທ້ອງ​ຖິ່ນຢ່າງເລິກເຊິ່ງກ່ວາອີກ.

ໂດຍສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ ​ແລະ ​ເປັນ​ກຽດ​ທີ່​ໄດ້​ຮັບ​ຫຼຽນໄຊອິດສະຫຼະ ​ຊັ້ນ III ຂອງລັດແຫ່ງສາທາລະນະ​ລັດ ປະຊາທິປະ​ໄຕ ປະ​ຊາ​ຊົນ​ລາວ ມອບໃຫ້, ​ທ່ານ ເຈີ່ນເຟຶອກເຊີນ, ຮອງປະທານຜູ້ປະຈຳສະພາ​ປະຊາຊົນ​ນະຄອນ ດານັງ ເນັ້ນ​ໜັກ​ວ່າ ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ລາວ ມີ​ສາຍ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ​ແບບພິເສດ, ແມ່ນ​ສາຍ​ພົວພັນທີ່​ສັດ​ຊື່ບໍລິສຸດ, ໃສແຈ້ງ, ເຄົາລົບນັບຖື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຜ່ານຫຼາຍໄລຍະ.

ຕາມ​ທ່ານ​ ເຊີນ​ ແລ້ວ, ພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ ​ເວົ້າ​ລວມ, ຄະນະ​ພັກ, ອຳນາດການປົກຄອງ ແລະ ປະຊາຊົນ​ນະຄອນ ດາ​ນັງ ​ເວົ້າ​ສະເພາະ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ ​ແລະ ເພີ່ມພູນຄູນສ້າງນ້ຳໃຈສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ແບບພິເສດ, ຍິ່ງໃຫຍ່ລະຫວ່າງ ​ຫວຽດນາມ - ລາວ, ສາຍ​ພົວພັນ​ມິດຕະພາບ​, ການຮ່ວມມືຢ່າງມີປະສິດທິຜົນລະຫວ່າງນະຄອນ ດານັງ ກັບບັນດາແຂວງພາກໃຕ້, ພາກກາງຂອງລາວ, ໃນນັ້ນມີແຂວງ ເຊກອງ. ພິເສດ, ນະຄອນ ດານັງ ຍາມໃດກໍ່ເຄົາລົບ, ຕີລາຄາສູງຄວາມເອົາໃຈໃສ່ການສົມທົບກັນຂອງຄະນະພັກ, ອຳນາດການປົກຄອງແຂວງເຊກອງ ໃນການຜັນຂະຫຍາຍບັນດາໂຄງການໜູນຊ່ວຍ, ແລກປ່ຽນ, ຮ່ວມມືລະຫວ່າງ 2 ທ້ອງຖິ່ນໃນໄລຍະມໍ່ໆມານີ້.

“ການທີ່​ໄດ້​ຮັບ​ຫຼຽນ​ໄຊອິດສະຫຼະ ​​ຊັ້ນ III ຂອງ​ລັດແຫ່ງສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາ​ຊົນ​ລາວ ແມ່ນ​ຄວາມ​ພາກພູມ​ໃຈ, ກຳລັງໃຈ​ອັນ​ໃຫຍ່​ຫຼວງ​ຢ່າງແທ້ຈິງສຳລັບ​ຂ້າພະ​ເຈົ້າ. ໃນ​ຖານະຂອງຕົນ, ຂ້າພະ​ເຈົ້າ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ສືບ​ຕໍ່​ມານະ​ພະຍາຍາມ​ຮ່ວມ​ມື​ກັບ​ເພື່ອນ​ລາວ ​ເພື່ອ​ປົກ​ປັກ​ຮັກສາ​ຄວາມ​ສາມັກຄີ​ທີ່ສະໜິດແໜ້ນ, ພິເສດ ​ແລະ ​ສືບ​ຕໍ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ ຫວຽດນາມ - ລາວ, ພ້ອມທັງ​ລະຫວ່າງ​ນະຄອນ ດານັງ ແລະ ບັນດາທ້ອງຖິ່ນຂອງລາວ ໃຫ້ນັບ​ມື້​ນັບ​ພັດທະນາ​ຢ່າງຮອບດ້ານ, ​ຍືນ​ຍົງ”, ​ທ່ານ ເຈີ່ນເຟຶອກເຊີນ, ຮອງປະທານຜູ້ປະຈຳສະພາ​ປະຊາຊົນ​ນະຄອນ ດານັງ ແບ່ງປັນ.

ບຸນເຕັດພື້ນເມືອງບຸນປີໃໝ່ ​ແລະ Chol Chnam Thmay ໄດ້​ຮັບ​ການ​ຈັດ​ຕັ້ງ​ຢູ່​ຫຼາຍ​ແຂວງ, ນະຄອນ​​ຢູ່ ​ຫວຽດນາມ ບຸນເຕັດພື້ນເມືອງບຸນປີໃໝ່ ​ແລະ Chol Chnam Thmay ໄດ້​ຮັບ​ການ​ຈັດ​ຕັ້ງ​ຢູ່​ຫຼາຍ​ແຂວງ, ນະຄອນ​​ຢູ່ ​ຫວຽດນາມ

ຍສໝ - ເດືອນເມສາ, ເນື່ອງໃນໂອກາດບຸນເຕັດພື້ນເມືອງ (ລາວ) ແລະ Chol Chnam Thmay (ກຳປູເຈຍ), ມີຫຼາຍຫຼາຍການພົບປະແລກປ່ຽນ, ພົບປະກັບນັກສຶກສາ ລາວ ແລະ ກຳປູເຈຍ ໄດເດຳເນີນຢູ່ບັນດາແຂວງ ໄທງວຽນ, ດົ່ງນາຍ, ແທງຮວ໋າ. ການ​ເຄື່ອນ​ໄຫວປະກອບສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ, ການຕິດພັນ, ຄວາມ​ສາມັກຄີ ແລະ ມິດຕະພາບ​ລະຫວ່າງ 3 ...

ດາໜັງ ​​ໄດ້​ຮັບ​ເງິນ​ກ່ວາ 2,7 ຕື້​ດົ່ງ ​ເພື່ອ​ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ຂະໜາດກາງ ແລະ ນ້ອຍ ​ໂດຍ​ອົງການ Catalyste+ ອຸປະຖຳ ດາໜັງ ​​ໄດ້​ຮັບ​ເງິນ​ກ່ວາ 2,7 ຕື້​ດົ່ງ ​ເພື່ອ​ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ຂະໜາດກາງ ແລະ ນ້ອຍ ​ໂດຍ​ອົງການ Catalyste+ ອຸປະຖຳ

ຍສໝ - ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ດາ​ໜັງ ຫາ​ກໍ່​ໄດ້​ອອກ​ມະຕິເລກທີ 615/QD-UBND ລົງ​ວັນ​ທີ 28 ມີນາ 2024 ​ເພື່ອ​ຮັບ​ກ່ວາ 2,7 ຕື້​ດົ່ງ​ຈາກລາຍການ​ໜູນ​ຊ່ວຍກໍ່ສ້າງກຳລັງຄວາມ​ສາມາດໃຫ້ແກ່ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ​​ນ້ອຍ ​ໄລຍະ 2024-2026 ໂດຍອົງການຈັດຕັ້ງ Catalyste+ ອຸປະຖຳ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

302 Found

Found

The document has moved here.