ພັດທະນາສາຍພົວພັນມິດຕະພາບແບບພິເສດ ຫວຽດນາມ - ລາວ ໃຫ້ຫຼາຍກວ່າອີກ

07:45 | 12/06/2024

ຍສໝ - ວັນທີ 11 ມິຖຸນາ, ຢູ່ນະຄອນ ໂຮ່ຈີມິນ, ສະຫາຍ ຫງວຽນເຟືອກລົກ, ຮອງເລຂາພັກນະຄອນ ໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບ ພົນຈັດຕະວາ ຜາລົມ ລິນທອງ, ປະທານສະມາຄົມນັກຮົບເກົ່າ ນະຄອນຫຼວງ ວຽງຈັນ (ລາວ) ພ້ອມດ້ວຍຄະນະຜູ້ແທນສະມາຄົມນັກຮົບເກົ່າ ວຽງຈັນ.

ຮັດແໜ້ນສາຍພົວພັນມິດຕະພາບລະຫວ່າງທະຫານ ແລະປະຊາຊົນສອງປະເທດຫວຽດນາມ-ລາວ
ເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດຫວຽດນາມ-ລາວ ຢ່າງບໍໍ່ຢຸດຢັ້ງ
ພັດທະນາສາຍພົວພັນມິດຕະພາບແບບພິເສດ ຫວຽດນາມ - ລາວ ໃຫ້ຫຼາຍກວ່າອີກ

ສະຫາຍ ຫງວຽນເຟືອກລົກ (ຂວາ), ຮອງເລຂາພັກນະຄອນ ໂຮ່ຈີມິນ ແລະ ສະຫາຍ ພົນຈັດຕະວາ ຜາລົມ ລິນທອງ, ປະທານສະມາຄົມນັກຮົບເກົ່າ ນະຄອນຫຼວງ ວຽງຈັນ (ລາວ) ທີ່ການຕ້ອນຮັບ.

ສະມາຄົມ​ນັກຮົບ​ເກົ່າ​ນະຄອນ ​ໂຮ່ຈິ​ມິນ ຕ້ອງ​ສົມທົບ​ກັບ​ບັນດາ​ຂະ​ແໜງ​ການ, ຫົວໜ່ວຍ​ທີ່​ກ່ຽວຂ້ອງ​ຂອງ​ນະຄອນ ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື​ກັບ​ສະມາຄົມ​ນັກຮົບ​ເກົ່າ​ນະຄອນຫຼວງ​ ວຽງ​ຈັນ (ລາວ) ​ໃຫ້​ເລິກເຊິ່ງ, ​ແທດ​ຈິງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຕົວຈິງ, ປະກອບສ່ວນ​ເຂົ້າ​ໃນ​ການ​ເສີມຂະຫຍາຍ ​ແລະ ພັດທະນາ​ຄວາມ​ສາມັກຄີ​ມິດຕະພາບ​ຫວຽດນາມ - ລາວ ​ໃຫ້​ຂຽວ​ສົດ​ງົດ​ງາມ ​ແລະ ຍືນ​ຍົງຕະຫຼອດ​ໄປ. ນັ້ນ​ແມ່ນ​ຄຳ​ເຫັນ​ຊີ້​ນຳ​ຂອງ​ ສະຫາຍ ຫງວຽນເຟືອກລົກ, ຮອງ​ເລຂາ​​ພັກ​ນະຄອນ ​ໂຮ່ຈີ​ມິນ ​ໃນ​ການ​ຕ້ອນຮັບ ສະຫາຍ ​ພົນຈັດຕະວາ ​ຜາລົມ ລິນທອງ, ປະທານ​ສະມາຄົມ​ນັກຮົບ​ເກົ່າ​ ນະຄອນຫຼວງ​ ວຽງ​ຈັນ (ລາວ) ​ແລະ ຄະນະ​ຜູ້​ແທນ​ສະມາຄົມ​ນັກຮົບ​ເກົ່າ ວຽງ​ຈັນ ເຊິ່ງ​ໄດ້​ດຳ​ເນີນ​ໃນ​ວັນ​ທີ 11 ມິຖຸນາ​, ຢູ່​ນະຄອນ ​ໂຮ່ຈິ​ມິນ.

ຕາງໜ້າການນຳນະຄອນ ໂຮ່ຈີມິນ, ສະຫາຍ ຫງວຽນເຟືອກລົກ ໄດ້ຕີລາຄາສູງໝາກຜົນແຫ່ງການຮ່ວມມືດ້ວຍໄມຕີຈິດມິດຕະພາບອັນເລິກເຊິ່ງລະຫວ່າງສະມາຄົມນັກຮົບເກົ່ານະຄອນ ໂຮ່ຈີມິນ ແລະ ສະມາຄົມນັກຮົບເກົ່າ ນະຄອນຫຼວງ ວຽງຈັນ ທີ່ໄດ້ຈັດຕັ້ງປະຕິບັດໃນເວລາທີ່ຜ່ານມາ. ສະຫາຍ ຫງວຽນເຟືອກລົກ ​ຖືວ່າ: ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ນະຄອນ​ ໂຮ່ຈິ​ມິນ ​ຂອງ​ສະມາຄົມ​ນັກຮົບ​ເກົ່າ​ ນະຄອນຫຼວງ​ ວຽງ​ຈັນ ມີ​ຄວາມ​ໝາຍ​ແທດ​ຈິງ, ​ຫັນເປັນລະອຽດບັນດາ​ຂໍ້​ຕົກລົງ​ຂອງ​ການ​ນຳ​ສອງ​ພັກ, ສອງລັດກ່ຽວກັບການປັບປຸງ, ເພິ່ມທະວີ ​ແລະ ພັດທະນາ​ສາຍພົວພັນມິດຕະພາບແບບພິເສດ ຫວຽດນາມ-ລາວ ໃຫ້ດີກວ່າອີກ.

ການ​ນຳ​ນະຄອນ ​ໂຮ່ຈີ​ມິນ ​ເນັ້ນ​ໜັກ​ວ່າ, ​ບົນພື້ນຖານ​ບັນດາ​ໝາກຜົນທີ່​ຕັ້ງໜ້າຂອງການ​ຮ່ວມ​ມື​ລະຫວ່າງ​ນະຄອນ​ ໂຮ່ຈິ​ມິນ ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ​ ລາວ, ​ໃນ​ນັ້ນ​ມີ​ນະຄອນຫຼວງ​ ວຽງ​ຈັນ, ສະມາຄົມ​ນັກຮົບ​ເກົ່າ​ນະຄອນ​ ໂຮ່ຈິ​ມິນ ​ແລະ ສະມາຄົມ​ນັກຮົບ​ເກົ່ານະຄອນຫຼວງ ​ວຽງ​ຈັນ ​ໄດ້​ເພີ່ມ​ທະວີ​ການ​ປະສານ​ສົມທົບ, ​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ, ແບ່ງປັນປະສົບການຕົວຈິງໃນວຽກງານນັກຮົບເກົ່າ, ພິເສດແມ່ນການສ້າງກອງທຶນ ເພື່ອໜູນຊ່ວຍສະມາຊິກນັກຮົບເກົ່າທີ່ປະສົບກັບຄວາມຫຍຸ້ງຍາກ ໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ, ພັດທະນາເສດຖະກິດແບບຍືນຍົງ. ສະມາຄົມ​ນັກຮົບ​ເກົ່າສອງ​ທ້ອງ​ຖິ່ນ ຕ້ອງ​ກຳນົດ​ເປົ້າໝາຍ​ຢ່າງ​ຈະ​ແຈ້ງ ​ແລະ ຜັນ​ຂະຫຍາຍ​ປະຕິບັດ​ແຕ່​ລະ​ໂຄງການ ​ແລະ ​ລາຍການ​ທີ່​ໄດ້​ສົມທົບ​ກັນ​ຢ່າງ​ມີ​ປະສິດທິ​ຜົນ, ​ແຕ່​ນ້ອຍ​ເຖິງ​ໃຫຍ່, ຮັບປະກັນ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ​ສູງ ​ແລະ ​ແທດ​ຈິງ.

ພັດທະນາສາຍພົວພັນມິດຕະພາບແບບພິເສດ ຫວຽດນາມ - ລາວ ໃຫ້ຫຼາຍກວ່າອີກ

ການນຳນະຄອນ ໂຮ່ຈີມິນ ໄດ້ຖ່າຍຮູບທີ່ລະນຶກກັບຄະນະຜູ້ແທນສະມາຄົມນັກຮົບເກົ່າ ລາວ.

ໂດຍສະແດງຄວາມຂອບໃຈນະຄອນ ໂຮ່ຈີມິນ ທີ່ໃຫ້ການຕ້ອນຮັບຄະນະຢ່າງລອບຄອບ ແລະ ເລິກເຊິ່ງ, ສະຫາຍ ພົນຈັດຕະວາ ຜາລົມ ລິນທອງ, ປະທານສະມາຄົມນັກຮົບເກົ່າ ນະຄອນຫຼວງ ວຽງຈັນ ກໍ່ໄດ້ຂອບໃຈບັນດາການນໍານະຄອນ ໂຮ່ຈີມິນ ທີ່ໄດ້ຊີ້ນໍາ, ນໍາພາສະມາຄົມນັກຮົບເກົ່ານະຄອນ ຜັນຂະຫຍາຍບັນດາການເຄື່ອນໄຫວຫຼາຍຢ່າງມີປະສິດທິຜົນ ແລະ ແທດຈິງໃຫ້ແກ່ສະ​ມາ​ຄົມ​ນັກ​ຮົບ​ເກົ່ານະຄອນຫຼວງ​ ​ວຽງ​ຈັນ​ ໃນ​ໄລ​ຍະ​ຜ່ານ​ມາ.

ໂດຍແຈ້ງໝາກຜົນການເຮັດວຽກກັບສະມາຄົມນັກຮົບເກົ່ານະຄອນ ໂຮ່ຈີມິນ, ສະຫາຍ ພົນຈັດຕະວາ ຜາລົມ ລິນທອງ ໃຫ້ຮູ້ວ່າ: ສະມາຄົມນັກຮົບເກົ່າ ນະຄອນຫຼວງ ວຽງຈັນ ແລະ ສະມາຄົມນັກຮົບເກົ່ານະຄອນ ໂຮ່ຈີມິນ ມີຄວາມຄ້າຍຄືກັນໃນການປະຕິບັດໜ້າທີ່ປົກປ້ອງພັກ, ລັດ ພ້ອມທັງໜູນຊ່ວຍ ແລະ ຊ່ວຍເຫຼືອສະມາຊິກໃຫ້ຮັ່ງມີຢ່າງຊອບທຳ. ສະມາຄົມນັກຮົບເກົ່າ ນະຄອນຫຼວງ ວຽງຈັນ ຫວັງວ່າຈະໄດ້ຮັບການແບ່ງປັນປະສົບການ ແລະ ການໜູນຊ່ວຍຈາກສະມາຄົມນັກຮົບເກົ່ານະຄອນ ໂຮ່ຈີມິນ ກໍ່ຄືບັນດາຂະແໜງການ, ຫົວໜ່ວຍທີ່ກ່ຽວຂ້ອງຂອງນະຄອນ ໃນການຜັນຂະຫຍາຍປະຕິບັດວຽກງານສ້າງກອງທຶນສະມາຄົມ, ພັດທະນາວິສາຫະກິດຂອງນັກຮົບເກົ່າ, ໜູນຊ່ວຍສະມາຊິກນັກຮົບເກົ່າເພື່ອຫຼຸດຜ່ອນຄວາມທຸກຍາກ ແລະ ສ້າງສະມາຄົມທີ່ພັດທະນາຢ່າງໝັ້ນຄົງ.

ແມ່ຍິງຫວຽດນາມ - ລາວ ໄດ້ຮັດແໜ້ນສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອ ແລະ ແໜ້ນແຟ້ນຍິ່ງຂຶ້ນ ແມ່ຍິງຫວຽດນາມ - ລາວ ໄດ້ຮັດແໜ້ນສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອ ແລະ ແໜ້ນແຟ້ນຍິ່ງຂຶ້ນ

ຍສໝ - ດ້ວຍ​ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ, ​ແບ່ງປັນ​ປະສົບ​ການ, ການ​ຮ່ວມ​ມື​ດ້ານ​ວິຊາ​ຊີບ... ການ​ພົວພັນ​ລະຫວ່າງ​ແມ່ຍິງ ຫວຽດນາມ - ລາວ ນັບ​ມື້​ນັບ​ສະໜິດ​ແໜ້ນ, ປະກອບສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ພູນ​ຄູນ​ສ້າງ​ມິດຕະພາບ​ແບບ​ພິ​ເສດ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ.

ແຄ໋ງຮ່ວາ: ເພີ່ມທະວີສາຍພົວພັນມິດຕະພາບ, ການຮ່ວມມື ແລະ ພັດທະນາກັບເພື່ອນມິດສາກົນ ແຄ໋ງຮ່ວາ: ເພີ່ມທະວີສາຍພົວພັນມິດຕະພາບ, ການຮ່ວມມື ແລະ ພັດທະນາກັບເພື່ອນມິດສາກົນ

ຍສໝ - ດ້ວຍ​ຫຼາຍ​ການ​ຢ້ຽມຢາມ, ເຮັດວຽກ ເເລະ ລາຍການແລກປ່ຽນ, ກອງ​ປະຊຸມ​ສົ່ງ​ເສີມ​ການ​ລົງທຶນ... ໄດ້ຮັບການ​ຈັດຂຶ້ນ, ​ແຂວງ​ແຄ໋ງຮ່ວາ ນັບມື້ນັບຮັດແໜ້ນການ​ພົວພັນ​ມິດຕະພາບ​ທີ່​ດີງາມ​ກັບ​ບັນດາ​ຄູ່​ຮ່ວມ​ມື​ມີ່ເປັນ​ມູນ​ເຊື້ອ, ພ້ອມ​ກັນ​ນັ້ນ ​ກໍ​ເປີດ​ກວ້າງ​ການ​ຮ່ວມ​ມື​ກັບ​ຫຼາຍ​ທ້ອງ​ຖິ່ນ​ຂອງ​ປະ​ເທດ​ຕ່າງໆ.

ມິງດຶກ

ເຫດການ
302 Found

Found

The document has moved here.