ກຸ່ມ​ສະມາຊິກ​ລັດຖະສະພາ​ມິດຕະພາບ​ຫວຽດນາມ - ກູ​ບາ ​ໄດ້​ອອກ​ຖະ​ແຫຼ​ງການ​ສະໜັບສະໜູນ​ກູ​ບາ

12:44 | 12/06/2024

ກຸ່ມ​ສະມາຊິກ​ລັດຖະສະພາ​ມິດຕະພາບ​ຫວຽດນາມ - ກູ​ບາ ​ໄດ້​ອອກ​ຖະ​ແຫຼ​ງການ​ສະໜັບສະໜູນ​ກູ​ບາ

ສະມາຊິກສະພາສູງ ອາເມລິກາ ສະໜັບສະໜູນ ຫວຽດນາມ ເປັນເອກະລາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ຈະເລີນຮັ່ງມີ ຢ່າງສະເໝີຕົ້ນສະເໝີປາຍ ສະມາຊິກສະພາສູງ ອາເມລິກາ ສະໜັບສະໜູນ ຫວຽດນາມ ເປັນເອກະລາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ຈະເລີນຮັ່ງມີ ຢ່າງສະເໝີຕົ້ນສະເໝີປາຍ
ສະມາຄົມ​ມິດຕະພາບ ໂປໂລຍ - ຫວຽດນາມ ອະນາຄົດ ໄດ້ໄປຢ້ຽມຢາມ, ໜູນຊ່ວຍຊາວ ຫວຽດນາມ ທີ່ຖືກຜົນກະທົບຈາກເຫດໄຟໄໝ້ສູນການຄ້າ ສະມາຄົມ​ມິດຕະພາບ ໂປໂລຍ - ຫວຽດນາມ ອະນາຄົດ ໄດ້ໄປຢ້ຽມຢາມ, ໜູນຊ່ວຍຊາວ ຫວຽດນາມ ທີ່ຖືກຜົນກະທົບຈາກເຫດໄຟໄໝ້ສູນການຄ້າ

​ໃນ​ຖະ​ແຫຼ​ງການ, ກຸ່ມ​ສະມາຊິກ​ລັດຖະສະພາ​ມິດຕະພາບ​ຫວຽດນາມ - ກູ​ບາ ຊີ້​ແຈ້ງວ່າ: ດ້ວຍ​ພື້ນຖານ​ການ​ພົວພັນ​ທາງ​ການ​ເມືອງ​ອັນ​ດີງາມ ​ແລະ ຄວາມ​ສາມັກຄີ​ທີ່​ເປັນ​ມູນ​ເຊື້ອ, ຊາວ​ຫວຽດນາມ ​ແລະ ກູ​ບາ ຍາມ​ໃດ​ກໍ່​ເຄົາລົບ, ຮັກສາ ​ແລະ ​ເຮັດ​ໃຫ້​ສາຍ​ພົວພັນສາມັກຄີ​ມິດຕະພາບແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຫວຽດນາມ - ກູ​ບາ ນັບ​ມື້​ນັບ​ເລິກ​ເຊິ່ງ ​ແລະ ​ເຂັ້ມ​ແຂງ. ບົນ​ຈິດ​ໃຈ​ນັ້ນ, ກຸ່ມ​ສະມາຊິກລັດຖະ​ສະພາ​​ມິດຕະພາບ​ຫວຽດນາມ - ກູ​ບາ ຢືນຢັນຄວາມສະເໝີຕົ້ນສະເໝີປາຍ​ຍາມໃດກໍ່​ສາມັກຄີ, ສະໜັບສະໜູນພາລະກິດ​ປະຕິວັດ​ອັນ​ຊອບ​ທຳ​ຂອງ​ປະຊາຊົນ​ກູ​ບາ.

ກຸ່ມ​ສະມາຊິກ​ລັດຖະສະພາ​ມິດຕະພາບ​ຫວຽດນາມ - ກູ​ບາ ​ໄດ້​ອອກ​ຖະ​ແຫຼ​ງການ​ສະໜັບສະໜູນ​ກູ​ບາ

​ຖະ​ແຫຼ​ງການ​ສະໜັບສະໜູນ​ກູ​ບາ ຂອງກຸ່ມສະມາຊິກລັດຖະສະພາມິດຕະພາບຫວຽດນາມ - ກູບາ. ພາບ: ສະຖານທູດກູບາ ປະຈໍາຫວຽດນາມ

ກຸ່ມສະມາຊິກລັດຖະສະພາມິດຕະພາບຫວຽດນາມ - ກູບາ ແບ່ງປັນ ແລະ ສະແດງຄວາມເຫັນອົກເຫັນໃຈຢ່າງເລິກເຊິ່ງຕໍ່ບັນດາຄວາມຫຍຸ້ງຍາກ, ຄວາມລຳບາກ ເຊິ່ງປະຊາຊົນ ກູບາ ຕ້ອງທົນທຸກຍ້ອນບັນດາຜົນກະທົບຢ່າງຫຍໍ້ທໍ້ຂອງນະໂຍບາຍປິດລ້ອມ ແລະ ຂວ້ຳບາດທີ່ແກ່ຍາວ ໂດຍ ອາເມລິກາ ຈັດວາງມາເປັນເວລາກວ່າ 60 ປີຜ່ານມາ; ພ້ອມ​ກັນ​ນັ້ນ, ກໍ່ຮຽກຮ້ອງ​ໃຫ້ ​ອາ​ເມ​ລິ​ກາ​ ຖອນ ​ກູ​ບາ​ ອອກ​ຈາກ​ບັນຊີ​ລາຍ​ຊື່​ປະ​ເທດ​ອຸປະຖໍາການ​ກໍ່​ການ​ຮ້າຍ​ໂດຍ​ໄວ, ຍົກ​ເລີກຂວ້ຳບາດ​ຢ່າງ​ສິ້ນ​ເຊີງ, ມຸ່ງ​ໄປ​ເຖິງ​ການ​ຫັນ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ເປັນ​ປົກກະຕິ​ບົນ​ພື້ນຖານ​ສະ​ເໝີ​ພາບ ​ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ​ເຄົາລົບ​ເອກະລາດ​ອະທິປະໄຕແຫ່ງ​ຊາດ, ລະບອບລະບຽບການການເມືອງຂອງກັນ.

ກຸ່ມ​ສະມາຊິກ​ລັດຖະສະພາ​ມິດຕະພາບ​ຫວຽດນາມ - ກູ​ບາ ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ຄວາມ​ມານະ​ພະຍາຍາມ​ຢ່າງ​ບໍ່​ຢຸດ​ຢັ້ງ, ປະຊາຊົນ ກູ​ບາ ຈະ​ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ, ຍາມ​ໃດ​ກໍ່​ກ້າວ​ໄປ​ຕາມເສັ້ນທາງ​ທີ່​ໄດ້​ເລືອກ​ໄວ້ຢ່າງໝັ້ນແກ່ນ. ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ແບ່ງປັນ​ປະສົບ​ການ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ຂະ​ບວນການ​ເຈລະຈາ, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະຫວ່າງ ກູ​ບາ ​ແລະ ອາ​ເມ​ລິ​ກາ, ກ້າວໄປເຖິງການປັບປຸງການພົວພັນສອງຝ່າຍ ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ.

ບູນມີ

ເຫດການ
302 Found

Found

The document has moved here.