ພະນັກງານ ແຂວງ ຫຼວງນ້ຳທາ (ລາວ) ຈຳນວນ 175 ຄົນ ໄດ້ຮັບໃບຢັ້ງຢືນພາສາ ຫວຽດນາມ

17:04 | 10/06/2024

ຍສໝ - ໃນໄລຍະ 7 ປີຜ່ານມາ, ພະແນກສຶກສາທິການ ແລະ ກິລາ ແຂວງ ຫຼວງນ້ຳທາ (ລາວ) ໄດ້ເປີດຫ້ອງຮຽນພາສາ ຫວຽດນາມ ຂັ້ນພື້ນຖານໃຫ້ແກ່ພະນັກງານ - ລັດຖະກອນພາຍໃນແຂວງ 7 ແຫ່ງ. ມາ​ຮອດ​ປະ​ຈຸ​ບັນ, ມີ​ຜູ້ຮຽນ 175 ຄົນ​ໄດ້​ຮັບ​ໃບ​ຢັ້ງ​ຢືນ​ພາສາ ຫວຽດ​ນາມ.

ອົດ​ສະ​ຕາ​ລີ ໜູນ​ຊ່ວຍ​ແມ່​ຍິງ 30.000 ຄົນ​ຢູ່​ແຂວງ ລາວ​ກາຍ, ເຊີນ​ລາ ເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ດ້ານ​ເສດ​ຖະ​ກິດ
ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ໄທຫງວຽນ: 15 ປີແຫ່ງວັນສ້າງຂົວມິດຕະພາບ

ວັນທີ 7 ມິຖຸນາ, ຢູ່ແຂວງ ຫຼວງນໍ້າທາ (ລາວ), ພະແນກສຶກສາທິການ ແລະ ກິລາແຂວງ ຫຼວງນໍ້າທາ ໄດ້ຈັດພິທີປິດຫ້ອງຮຽນພາສາ ຫວຽດນາມ ຂັ້ນພື້ນຖານ ຊຸດທີ VII ໃຫ້ແກ່ຜູ້ຮຽນ 23 ຄົນ, ໃນນັ້ນ ມີຍິງ 11 ຄົນ.

ພະນັກງານ ແຂວງ ຫຼວງນ້ຳທາ (ລາວ) ຈຳນວນ 175 ຄົນ ໄດ້ຮັບໃບຢັ້ງຢືນພາສາ ຫວຽດນາມ

ຜູ້ຮຽນໄດ້ຮັບໃບຢັ້ງຢືນພາສາ ຫວຽດນາມ.

ຜູ້ຮຽນແມ່ນພະນັກງານຂອງບັນດາພະແນກ, ຂະແໜງການ ແລະ ສະຫະພັນກຳມະບານພາຍໃນແຂວງລວມມີ: ຫ້ອງວ່າການແຂວງ, ສະຫະພັນກຳມະບານແຂວງ, ພະແນກສຶກສາທິການ ແລະ ກິລາ, ພະແນກອຸດສາຫະກຳ ແລະ ການຄ້າ, ພະແນກຍຸຕິທຳ, ພະແນກຖະແຫຼງຂ່າວ ແລະ ວັດທະນະທຳ, ພະແນກພາຍໃນ, ຕຳຫຼວດແຂວງ, ກອງທັບແຂວງ, ສະມາຄົມນັກຮົບເກົ່າ, ແນວລາວສ້າງຊາດ...

ຫ້ອງຮຽນພາສາ ຫວຽດນາມ ຂັ້ນພື້ນຖານແມ່ນເປີດທຸກໆປີ (ແຕ່ເດືອນ ມັງກອນ ຫາເດືອນ ມິຖຸນາ). ​ເນື້ອ​ໃນ​ຕົ້ນຕໍ​ຂອງ​ຫຼັກສູດ​ແມ່ນ​ເພື່ອ​ຮຽນ​ຮູ້​ກ່ຽວ​ກັບ​ຊີວິດການເປັນຢູ່, ວັດທະນະທຳ​ຂອງ​ຊາດ ​ແລະ ປະຊາຊົນ ຫວຽດນາມ.

ຈຸດ​ປະ​ສົງ​ຂອງ​ຫ້ອງ​ຮຽນ​ແມ່ນ​ເພື່ອ​ຍົກ​ສູງ​ຄວາມ​ສາ​ມາດ​ດ້ານ​ພາ​ສາ​ ຫວຽດ​ນາມ ​ໃຫ້​ແກ່​ພະ​ນັກ​ງານ, ລັດຖະກອນ, ໂດຍຜ່ານນັ້ນ ກໍ່ຮັດ​ແໜ້ນ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ ຫວຽດ​ນາມ - ລາວ; ຊ່ວຍ​ໃຫ້​ພະ​ນັກ​ງານ​ແຂວງ ຫຼວງ​ນ້ຳ​ທາ ມີ​ຄວາມ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ພາ​ສາ ແລະ ວັດ​ທະ​ນະ​ທຳ​ ຫວຽດ​ນາມ; ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ ແລະ ພົບປະແລກ​ປ່ຽນ​ວັດ​ທະ​ນະ​ທຳ ເມື່ອມີ​ຄະ​ນະ​ຜູ້​ແທນ ​ຫວຽດ​ນາມ ມາ​ຢ້ຽມ​ຢາມ ແລະ ເຮັດ​ວຽກ.

ພະນັກງານ ແຂວງ ຫຼວງນ້ຳທາ (ລາວ) ຈຳນວນ 175 ຄົນ ໄດ້ຮັບໃບຢັ້ງຢືນພາສາ ຫວຽດນາມ

ອາຈານ ຫງວຽນແທ່ງຫງອກ (ຊ້າຍ) ຮັບຂອງທີ່ລະນຶກຈາກຜູ້ຮຽນ.

ມາຮອດປະຈຸບັນ, ພະແນກສຶກສາທິການ ແລະ ກິລາ ແຂວງ ຫຼວງນ້ຳທາ ໄດ້ປະຕິບັດສຳເລັດ 7 ຊຸດຮຽນພາສາ ຫວຽດນາມ ຂັ້ນພື້ນຖານໃຫ້ແກ່ພະນັກງານ, ລັດຖະກອນໃນແຂວງ ດ້ວຍຈຳນວນຜູ້ຮຽນ 175 ຄົນທີ່ໄດ້ຮັບໃບຢັ້ງຢືນພາສາ ຫວຽດນາມ.

ໂດຍໄດ້​ຮູ້​​ວ່າ, ຄູ​ອາ​ຈານ​ຫຼັກ​ຂອງ​ຫ້ອງ​ຮຽນ​ເຫຼົ່າ​ນີ້​ແມ່ນ​ອາຈານ ຫງວຽນ​ແທ່ງ​ຫງອກ (​ເກີດ​ປີ 1991), ຢູ່​ຕາ​ແສງ ເຫງຍ​ເຟືອງ, ​ເມືອງ ລຸກນາມ (ບັກ​ຢາງ). ອາຈານ ຫງອກ ໄດ້ຮ່ຳຮຽນ, ເຮັດວຽກ ແລະ ສອນຢູ່ ລາວ ເປັນເວລາ 10 ປີແລ້ວ.

ແຂວງ ຮ່າ​ລອງ ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ສາກົນ​ນັບ​ພັນ​ຄົນ​ມາ​ພັກຜ່ອນ​ຢ່ອນ​ອາລົມ ແຂວງ ຮ່າ​ລອງ ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ສາກົນ​ນັບ​ພັນ​ຄົນ​ມາ​ພັກຜ່ອນ​ຢ່ອນ​ອາລົມ

ຍສໝ - ຕອນ​ເຊົ້າ​ວັນ​ບຸນ​ກຸດປີ​ໃໝ່, ອ່າວ ຮ່າ​ລອງ (ກວາງ​ນິງ) ໄດ້​ຕ້ອນ​ຮັບ​ບັນ​ດາ​ນັກ​ທ່ອງ​ທ່ຽວ​ກຸ່ມ​ທຳ​ອິດ “ບຸກ​ເຂົ້າ” ແລະ​ລົງ​ເຮືອ​ໄປ​ຢ້ຽມ​ຢາມ​ອ່າວ​ມໍ​ລະ​ດົກ.

ສານປະຊາຊົນສອງແຂວງ ຝູເຖາະ - ຫຼວງນ້ຳທາ ເພີ່ມທະວີການຮ່ວມມື ສານປະຊາຊົນສອງແຂວງ ຝູເຖາະ - ຫຼວງນ້ຳທາ ເພີ່ມທະວີການຮ່ວມມື

ຍສໝ - ສອງຝ່າຍປາດຖະໜາຢາກສືບຕໍ່ຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບ ແລະການຮ່ວມມືລະຫວ່າງສານຂອງສອງແຂວງ; ຍູ້ແຮງການແລກປ່ຽນບົດຮຽນປະສົບການຢ່າງເປັນປະຈໍາກ່ຽວກັບການພິພາກສາຄະດີຕ່າງໆ; ແລກປ່ຽນ, ຮໍ່າຮຽນ, ຖອດຖອນບົດຮຽນເຊິ່ງກັນ ແລະກັນ; ສ້າງເງື່ອນໄຂໃຫ້ພະນັກງານ-ລັດຖະກອນ ຂອງສານສອງແຂວງໄປທັດສະນະສຶກສາ, ຊອກຮູ້ວັດທະນະທຳ, ຮີດຄອງປະເພນີຂອງປະຊາຊົນສອງຊາດ ເພື່ອແນໃສ່ເພີ່ມທະວີຄວາມເຂົ້າໃຈ, ແບ່ງປັນ ແລະຄວາມເຫັນອົກເຫັນໃຈກັນ...

ມິງດຶກ

302 Found

Found

The document has moved here.