ຊຸກຍູ້ການ​ພົບ​ປະ​ແລກປ່ຽນ, ການ​ຮ່ວມ​ມື​ດ້ານ​ວັດທະນະທຳສິລະ​ປະ​ລະຫວ່າງ ເທື່ອທຽນເຫ້ວ ກັບ ສ.​ເກົາຫຼີ

08:35 | 11/06/2024

ຍສໝ - ວັນ​ທີ 10 ມິຖຸນາ, ຢູ່​ແຂວງ​ເທື່ອ​ທຽນ​ເຫ້ວ ​ໄດ້ດຳເນີນພິທີ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື​ລະຫວ່າງ​ສູນ​ອະນຸລັກ​ຮັກສາ​ຮ່ອງຮອຍກຸງເກົ່າເຫ້ວ ແລະ ສາຂາສະມາຄົມ Yangpyeong ຂຶ້ນກັບສະມາຄົມ​ວັດທະນະທຳ ​ແລະ ສິລະ​ປະ​ ສ.​ເກົາຫຼີ.

ຫວຽດນາມ - ລາວ: ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ຫັນ​ເປັນ​ດີ​ຈີ​ຕອນ, ປະຕິ​ຮູບ​ລະບຽບການ​ການ​ບໍລິຫານ ​ແລະ ສື່ສານ
ຊຸກຍູ້​ການ​ແລກປ່ຽນ​ວັດທະນະທຳ ​ຈີນ-ຫວຽດນາມ ໂດຍ​ຜ່ານ​ການ​ຮ່ວມ​ມື, ​ການພົບປະ​ແລກປ່ຽນ​ການທ່ອງທ່ຽວ

2 ຝ່າຍໄດ້ເຫັນ​ດີ​ເປັນ​ເອກະພາບຈະ​ຮ່ວມ​ມືໃນບັນດາຂົງ​ເຂດ​ຄື: ແນະນຳ​ບັນດາ​ລາຍການ​ສະ​ແດງ​ສິລະ​ປະ​ຜ່ານ​ການຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ງານ​ບຸນ, ​ແລກປ່ຽນ ​ແລະ ​ແບ່ງປັນ​ປະສົບ​ການ​ໃນ​ການ​ສະ​ແດງ​ສິລະ​ປະ ແລະ ດົນຕີ​ພື້ນ​ເມືອງ; ຍົກສູງຄວາມສາມາດທາງດ້ານວັດທະນະທໍາສິລະປະ ໂດຍຜ່ານການສຶກສາ ແລະ ແນະນໍາວັດທະນະທໍາ, ສິລະປະເຖິງປະຊາຊົນ; ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ ​ແລະ ຍົກ​ສູງ​ຄວາມ​ຮັບ​ຮູ້​ໃນ​ການ​ປົກ​ປັກ​ຮັກສາ, ເສີມຂະຫຍາຍຄຸນຄ່າ​ວັດທະນະທຳລວມຂອງ​ສອງ​ປະ​ເທດ; ແນະນຳ, ໂຄສະນາຮູບພາບມໍລະດົກວັດທະນະທຳພື້ນເມືອງຂອງແຕ່ລະຝ່າຍໃນຊ່ອງທາງສື່ມວນຊົນຢ່າງເປັນທາງການ.

ຊຸກຍູ້ການ​ພົບ​ປະ​ແລກປ່ຽນ, ການ​ຮ່ວມ​ມື​ດ້ານ​ວັດທະນະທຳສິລະ​ປະ​ລະຫວ່າງ ເທື່ອທຽນເຫ້ວ ກັບ ສ.​ເກົາຫຼີ

ພິທີ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື​ລະຫວ່າງ​ສູນ​ອະນຸລັກ​ຮັກສາ​ຮ່ອງຮອຍກຸງເກົ່າເຫ້ວ ແລະ ສາຂາສະມາຄົມ Yangpyeong ຂຶ້ນກັບສະມາຄົມ​ວັດທະນະທຳ ​ແລະ ສິລະ​ປະ​ ສ.​ເກົາຫຼີ. (ພາບ: huefestival.com)

ໂດຍສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 1961, ສາຂາສະມາຄົມ Yangpyeong ແມ່ນ​ອົງ​ການ​ຈັດ​ຕັ້ງ​ສິ​ລະ​ປະ​ມືອາຊີບ ກັບ​ເປົ້າ​ຫມາຍ​ເພື່ອ​ປົກ​ປັກ​ຮັກ​ສາ, ສືບ​ທອດ​ ແລະ​ ພັດ​ທະ​ນາ​ວັດ​ທະ​ນະ​ທໍາ​ສິ​ລະ​ປະຂຶ້ນກັບເມືອງ Yangpyeong, ແຂວງ Gyeonggi, ສ.​ເກົາ​ຫຼີ. ສະມາຄົມ ​ໄດ້​ພະຍາຍາມ​ເພື່ອ​ຍົກ​ສູງບັນດາດົນຕີ​ພື້ນ​ເມືອງ​ເຊັ່ນ ເຄື່ອງ​ດົນຕີເຄາະ, ເຄື່ອງ​ດົນຕີປະເພດສາຍ ແລະ ວັດທະນະທຳສິລະ​ປະ​ພື້ນ​ເມືອງ​ຂອງ​ ສ.ເກົາ​ຫຼີ ຂຶ້ນສູ່ລະດັບສູງໃຫມ່. ພ້ອມ​ກັນ​ນັ້ນ, ກໍ່ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວສ້າງສັນ, ສ້າງ​ລັກສະນະ​ວັດທະນະທຳ​ໃໝ່ ຢ່າງຕັ້ງໜ້າ​, ປະກອບສ່ວນ​ເຂົ້າ​ໃນ​ການ​ແລກປ່ຽນ​ວັດທະນະທຳ​ໃນ​ທົ່ວ​ໂລກ.

​ໃນ​ລາຍການ​ສະ​ແດງ​ສິລະ​ປະ​ຢູ່ສັບປະດາ Festival ​ເຫ້ວ 2024, ສາຂາສະມາຄົມ Yangpyeong ​ໄດ້​ເຂົ້າ​ຮ່ວມ​ລາຍການ​ສະ​ແດງ​ຢູ່​ງານບຸນຖະໜົນ​ຫົນທາງ ດ້ວຍ​ຫົວ​ຂໍ້ “ສີສັນ​ວັດທະນະທຳ” ​ໃນ​ວັນ​ທີ 8 ມິຖຸນາ ​ແລະ ໄດ້​ສະ​ແດງ​ຢູ່ເວທີສະແດງປະຊາ​ຄົມ ກົງວຽນ 3 ກຸມພາ ​ແຕ່​ວັນ​ທີ 8 – 9 ມິຖຸນາ.

ລົງ​ນາມ​ໃນຂໍ້ຕົກລົງການ​ຮ່ວມ​ມື​ດ້ານ​ການ​ທະ​ຫານ - ການ​ປ້ອງ​ກັນ​ປະ​ເທດ ​ລະ​ຫວ່າງແຂວງ ຮ່າ​ຕິ້ງ ແລະ ແຂວງ​ບໍ​ລິ​ຄຳ​ໄຊ ລົງ​ນາມ​ໃນຂໍ້ຕົກລົງການ​ຮ່ວມ​ມື​ດ້ານ​ການ​ທະ​ຫານ - ການ​ປ້ອງ​ກັນ​ປະ​ເທດ ​ລະ​ຫວ່າງແຂວງ ຮ່າ​ຕິ້ງ ແລະ ແຂວງ​ບໍ​ລິ​ຄຳ​ໄຊ

ຍສໝ - ໂດຍປະຕິບັດ​ບັນດາ​ເນື້ອ​ໃນ​ທີ່​ໄດ້​ລົງ​ນາມ, ​ກອງບັນຊາການ​ທະຫານ​ແຂວງ ຮ່າ​ຕິ້ງ ແລະ ບໍລິ​ຄຳ​ໄຊ ​ໄດ້​ປະກອບສ່ວນ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ​ການພັດທະນາ​ແບບ​ຍືນ​ຍົງ​ຢູ່​ເຂດ​ຊາຍ​ແດນ.

ສຸມ​ໃສ່ວຽກງານ​ການສຶກສາ​​ລຸ້ນໜຸ່ມ ຫວຽດນາມ - ກູ​ບາ ກ່ຽວ​ກັບ​ຄວາມຮັບຮູ້ໃນການພັດທະນາ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ ສຸມ​ໃສ່ວຽກງານ​ການສຶກສາ​​ລຸ້ນໜຸ່ມ ຫວຽດນາມ - ກູ​ບາ ກ່ຽວ​ກັບ​ຄວາມຮັບຮູ້ໃນການພັດທະນາ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ

ຍສໝ - ເຊື່ອມຕໍ່ບັນດາມະຫາວິທະຍາໄລ; ​ໄດ້​ຈັດ​ຕັ້ງ​ຄະນະ​ຊາວ​ໜຸ່ມ ກູ​ບາ ​ໄປ​ຢ້ຽມຢາມ ຫວຽດນາມ ​ໃນ​ໄລຍະ​ພັກ​ແລ້ງ 1-2 ອາທິດ ຢູ່​ເຮືອນຂອງປະຊາຊົນ; ຈັດ​ຕັ້ງ​ບັນດາການ​ແຂ່ງ​ຂັນ​ເພື່ອ​ຊອກ​ຮູ້​ກ່ຽວ​ກັບ​ສອງ​ປະ​ເທດ​ຂອງ​ຊາວ​ຫນຸ່ມ; ເຊີນເອກອັກຄະລັດຖະທູດ, ນັກປາຖະກະຖາພົບປະແລກປ່ຽນ, ໂອ້ລົມກັບຊາວໜຸ່ມ… ແມ່ນບັນດາການເຄື່ອນໄຫວ ເພື່ອເພີ່ມທະວີວຽກງານ​ການສຶກສາ​​ລຸ້ນໜຸ່ມຂອງ 2 ປະເທດ ເຊິ່ງຈະໄດ້ຜັນຂະຫຍາຍໃນປີ 2024 ຂອງສະມາຄົມມິດຕະພາບ ຫວຽດນາມ - ກູບາ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.