ເພີ່ມພູນຄູນສ້າງ ນໍ້າໃຈມິດຕະພາບ ລະຫວ່າງ ແຂວງເຊກອງ ແລະ ເທື່ອທ່ຽນເຫວ້

00:00 | 24/08/2024

Vun đắp tình hữu nghị giữa Sê Kông và Thừa Thiên Huế

ເທື່ອທຽນເຫວ້ ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການປັບປຸງ, ​ເພີ່ມ​ທະວີ ​ແລະ ຜັນຂະຫຍາຍສາຍພົວພັນ​ລະຫວ່າງ ຫວຽດນາມ ​ແລະ ຍີ່ປຸ່ນ
ແຂວງເທືອທຽນເຫວ້ ສູ້ຊົນນຳການທ່ອງທ່ຽວ ກາຍເປັນຂະແໜງເສດຖະກິດປາຍແຫຼມ

ຫວ່າງແລ້ວນີ້, ທີ່ຫ້ອງປະຊຸມຂອງແຂວງ, ຄະນະປະຈຳພັກແຂວງ ໄດ້ຂຶ້ນຮັບຫຼຽນໄຊ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ມອບໃຫ້ແຂວງ ເທື່ອທຽນເຫວ້ ແລະ ບຸກຄົນ.

ສະຫາຍ ເຫຼັກໄຫຼ ສີວິໄລ, ກໍາມະການສູນກາງພັກ ປະຊາຊົນ ປະຕິວັດລາວ, ເລຂາພັກແຂວງ, ເຈົ້າແຂວງໆເຊກອງ ແລະ ຄະນະຜູ້ແທນແຂວງເຊກອງ; ສະຫາຍ ເລເຈືອງລິ່ວ, ກໍາມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ຫົວໜ້າຄະນະຜູ້ແທນສະພາແຂວງ; ສະຫາຍ ຟານ​ງອກ​ເທາະ, ຮອງ​ເລຂາ​ຜູ້ປະຈໍາການພັກ​ແຂວງ; , ສະຫາຍ ຫງວຽນ​ນາມ​ຕ້ຽນ, ກຳມະການປະຈໍາ​ພັກ​ແຂວງ, ປະທານ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ແຂວງ ; ສະຫາຍ ຫງວຽນ​ແທ່ງ​ບິງ, ກໍາມະການ​ປະຈໍາພັກ​ແຂວງ, ຮອງ​ປະທານ​ຜູ້ປະຈໍາການຄະນະ​ກໍາມະການປະຊາຊົນ​ແຂວງ ​ເຂົ້າ​ຮ່ວມ​ພິທີ.

ທີ່ພິທີ, ສະຫາຍ ເຫຼັກໄຫຼ ສີວິໄລ, ເລຂາພັກແຂວງ, ເຈົ້າແຂວງໆເຊກອງ ໄດ້ເປັນກຽດປະດັບຫຼຽນໄຊແຮງງານຊັ້ນ I ຂອງປະທານປະເທດ ແຫ່ງ ສປປ ລາວ ໃຫ້ແກ່ແຂວງ ເທື່ອທ່ຽນເຫວ້; ປະດັບ​ຫຼຽນ​ໄຊ​ອິດ​ສະຫຼະ ​​ຊັ້ນ​ II ​ໃຫ້​ ສະຫາຍ ເລເຈືອງລິ່ວ, ເລຂາ​​ພັກ​ແຂວງ, ປະທານ​ສະພາ​ປະຊາຊົນ​ແຂວງ, ຫົວໜ້າ​ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ​ແຂວງ; ຫຼຽນໄຊອິດສະຫຼະ ຊັ້ນ III ໃຫ້ ສະຫາຍ ຟານງອກເທາະ, ຮອງເລຂາຜູ້ປະຈໍາການພັກແຂວງ; ສະຫາຍ ຫງວຽນ​ວັນ​ເຟືອງ, ຮອງເລຂາພັກແຂວງ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ; ສະຫາຍ ຫງວຽນ​ແທ່ງ​ບິ່ງ, ກຳມະການ​ພັກ​ແຂວງ, ຮອງ​ປະທານ​ຄະນະ​ກໍາມະການ​ປະຊາຊົນ​ແຂວງ; ສະຫາຍ ຮວ່າງ​ຫາຍ​ມິ່ງ, ​ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ຍ້ອນໄດ້​ມີຜົນງານໃນ​ການ​ປະ​ກອບ​ສ່ວນ​ສຳ​ຄັນ​ໃນ​ການ​ເພີ່ມພູນຄູນສ້າງ, ​ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ຮອບ​ດ້ານ​ໃນ​ຫລາຍ​ຂົງ​ເຂດ ​ລະ​ຫວ່າງ 2 ແຂວງ ​ເທື່ອ​ທຽນ​ເຫ້ວ ແລະ ເຊ​ກອງ.

ສະຫາຍ ເຫຼັກໄຫຼ ສີີວິໄລ, ເລຂາພັກແຂວງ, ເຈົ້າແຂວງໆເຊກອງ ໃຫ້ຮູ້ວ່າ ໂດຍຕາງໜ້າໃຫ້ຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງເຊກອງ, ຂ້າພະເຈົ້າຮູ້ສຶກເປັນກຽດ ແລະ ພູມໃຈເປັນຢ່າງຍິ່ງທີ່ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ປະດັບຫຼຽນໄຊອັນລ້ຳຄ່ານີ້ໃຫ້ຄະນະ​ພັກ, ອຳນາດການປົກຄອງ ແລະ ປະຊາຊົນ ​ ພ້ອມກັບການ​ນຳ​ແຂວງ ​ເທື່ອ​ທຽນ​ເຫ້ວ.

ຕາງໜ້າ​ໃຫ້​ພັກ, ອຳນາດປົກຄອງ ​ແລະ ປະຊາຊົນ​ແຂວງ​ເຊ​ກອງ, ຂ້າພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ເປັນຢ່າງ​ສູງຕໍ່​ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ ​ເວົ້າລວມ, ເວົ້າສະເພາະ ອົງຄະນະພັກ, ອຳນາດການປົກຄອງ ​ແລະ ປະຊາຊົນ​ແຂວງ​ເທື່ອທ່ຽວເຫວ້ ​ ທີ່​ໄດ້​ໃຫ້ການ​ຊ່ວຍ​ເຫລືອ​ອັນ​ລ້ຳ​ຄ່າ​ໃນ​ພາລະກິດ​ແຫ່ງ​ການ​ທ້ອນ​ໂຮມ​ປະ​ເທດ​ຊາດ​ໃນ​ເມື່ອ​ກ່ອນ, ກໍ່ຄືການ​ປົກ​ປັກ​ຮັກສາ​ລະບອບ​ໃໝ່, ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ ​ແລະ ທ້ອງ​ຖິ່ນ​ຂອງ​ພວກ​ເຮົາ​ໃນ​ທຸກ​ວັນ​ນີ້.

ອວຍພອນໃຫ້ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ​ລະ​ຫວ່າງ ​ເທື່ອ​ທຽນ​ເຫ້ວ - ​ເຊ​ກອງ ນັບ​ມື້​ນັບ​ພັດທະນາ ​ແລະ ມີ​ແດກດອກອອກ​ຜົນ; ອວຍພອນ​ໃຫ້​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ລະຫວ່າງ ​ສອງ​ປະ​ເທດ ລາວ-ຫວຽດນາມ ​ຂຽວ​ສົດ​ງົດ​ງາມ​ຕະຫຼອດ​ໄປ.

ສະຫາຍ ເລເຈືອງລິ່ວ, ​ເລ​ຂາ​ພັກແຂວງ, ຢືນ​ຢັນ​ວ່າ: ອົງຄະນະພັກ, ອຳນາດການປົກຄອງ ແລະ ປະ​ຊາ​ຊົນ​ແຂວງ​ ເທື່ອ​ທຽນ​ເຫ້ວ ຍາມ​ໃດ​ກໍ​ມີ​ຄວາມ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ຮອບ​ດ້ານ​ກັບ​ບັນ​ດາ​ແຂວງ​ໃກ້​ຄຽງ​ຂອງລາວ; ໃນນັ້ນ, ມີແຂວງເຊກອງ ແມ່ນມີຄວາມໝາຍສຳຄັນໃນພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາ 2 ປະເທດ ເວົ້າລວມ ແລະ ພາລະກິດໃນການພັດທະນາ ຂອງສອງແຂວງຂອງພວກເຮົາ ເວົ້າສະເພາະ.

ພວກ​ຂ້າພະ​ເຈົ້າ​ດີ​ໃຈ​ທີ່​ໄດ້​ເຫັນ​ວ່າ ​ໃນ​ຊຸມ​ປີ​ຜ່ານມາ, ການ​ພົວພັນ​ ລະຫວ່າງ​ ແຂວງ ​ເທື່ອ​ທຽນ​ເຫ້ວ ​ແລະ ​ເຊ​ກອງ​ ໄດ້​ມີ​ບາດກ້າວ​ພັດທະນາ​ໃໝ່​ເຂົ້າສູ່ລວງເລິກ ​ແລະ ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ຕົວ​ຈິງ​ມາໃຫ້​ປະຊາຊົນ​ສອງ​ແຂວງ.

ສອງ​ຝ່າຍ​ໄດ້​ລົງ​ນາມ ແລະ ຜັນຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ປະຕິບັດ​ບັນດາ​ຂໍ້​ຕົກລົງ​ຮ່ວມ​ມື​ຂັ້ນ​ສູງ​ໃນ​ຂົງ​ເຂດ​ຕ່າງໆ, ພິ​ເສດ​ແມ່ນ​​ປ້ອງ​ກັນ​ຄວາມ​ສະຫງົບ; ສ້າງ​ເສັ້ນ​ຊາຍ​ແດນ​ຫວຽດນາມ - ລາວ ສັນຕິພາບ, ສະຖຽນ​ລະ​ພາບ, ມິດຕະພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຮອບດ້ານ; ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ສຶກສາ ​ແລະ ກໍ່​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ, ວັດທະນະທຳ ​ແລະ ສາທາລະນະ​ສຸກ; ​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ​ທາງ​ການ​ທູດ​ກັບ​ຄະນະ​ນຳ​ຂັ້ນ​ແຂວງ, ການ​ພົບ​ປະ​ກັບ​ລຸ້ນໜຸ່ມ, ​ແລກປ່ຽນ​ວັດທະນະທຳ...

ເພີ່ມພູນຄູນສ້າງ ນໍ້າໃຈມິດຕະພາບ ລະຫວ່າງ ແຂວງເຊກອງ ແລະ ເທື່ອທ່ຽນເຫວ້
ສະຫາຍ ຟານງອກເທາະ, ຮອງເລຂາຜູ້ປະຈໍາການພັກແຂວງ, ສະຫາຍ ຫງວຽນ​ແທ່ງ​ບິງ, ຮອງ​ປະທານ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຂວງ ​ຮັບ​ຫຼຽນ​ໄຊ​ອິດສະຫຼະ​ຊັ້ນ III ຂອງ​ປະທານ​ປະ​ເທດ ສປປ ລາວ.
ແຂວງ ​ເທື່ອ​ທຽນ​ເຫ້ວ ພາກພູມໃຈທີ່​ເຫັນ​ໄດ້​ການປ່ຽນ​ແປງ​ຢ່າງ​ວ່ອງ​ໄວ ​ແລະ ສຳຄັນ​ທີ່​ພວມເກີດ​ຂຶ້ນ​ໃນ​ແຕ່ລະ​ວັນ​ຂອງ​ດິນ​ແດນ​ລ້ານ​ຊ້າງ, ກໍ່ຄືຢູ່ທົ່ວແຂວງ ເຊກອງ ໃນ​ຂົງ​ເຂດ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ, , ປ້ອງ​ກັນ​ຊາດ, ປ້ອງກັນຄວາມສະຫງົບ, ການ​ຕ່າງປະ​ເທດ... ປະກອບສ່ວນຈັດຕັ້ງປະຕິບັດສຳເລັດ​ມະຕິ​ກອງ​ປະຊຸມ​ໃຫຍ່ ​ຂອງ​ປະຊາຊົນ​ປະຕິວັດ​ລາວ ​ຄັ້ງ​ທີ XI ​ແລະ ມະຕິ​ກອງ​ປະຊຸມ​ໃຫຍ່ຂອງ​ອົງຄະນະພັກ​ແຂວງ ​ເຊ​ກອງ ​ຄັ້ງ​ທີ IX ​ຢ່າງ​ມີ​ປະສິດທິ​ຜົນ.

ການນຳ ແລະ ປະຊາຊົນແຂວງ ເທື່ອທ່ຽນເຫວ້ ຢືນຢັນຄວາມຕັດສິນໃຈ ສືບຕໍ່ເພີ່ມພູນຄູນສ້າງນ້ຳໃຈສາມັກຄີແບບພິເສດ, ການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງແຂວງຂອງພວກເຮົາໃຫ້ນັບມື້ນັບພັດທະນາໃນໄລຍະຈະມາເຖິງ.

ເທື່ອທຽນເຫວ້ - ສາລະວັນ ເພີ່ມທະວີການປະສານງານໃນວຽກງານຍຸຕິທຳ ເທື່ອທຽນເຫວ້ - ສາລະວັນ ເພີ່ມທະວີການປະສານງານໃນວຽກງານຍຸຕິທຳ

ຍສໝ - ບົນຈິດໃຈຂໍ້ຕົກລົງຮ່ວມມືລະຫວ່າງສອງແຂວງ, ພະແນກຍຸຕິທຳສອງຝ່າຍ ສືບຕໍ່ສົມທົບກັນສະໜອງຂໍ້ມູນຂ່າວສານ, ປຶກສາຫາລືເພື່ອມີບັນດາມາດຕະການແກ້ໄຂຂໍ້ຕິດຂັດກ່ຽວກັບສຳມະໂນຄົວ ແລະສັນຊາດໃຫ້ຖືກຕາມກົດໝາຍຂອງສອງປະເທດ.

ແຂວງເທືອທຽນເຫວ້ ສູ້ຊົນນຳການທ່ອງທ່ຽວ ກາຍເປັນຂະແໜງເສດຖະກິດປາຍແຫຼມ ແຂວງເທືອທຽນເຫວ້ ສູ້ຊົນນຳການທ່ອງທ່ຽວ ກາຍເປັນຂະແໜງເສດຖະກິດປາຍແຫຼມ

ຍສໝ - ຄະນະກຳມະການປະຊາຊົນແຂວງເທືອທຽນເຫວ້ ໄດ້ປະກາດໃຊ້ຂໍ້ກຳນົດວ່າດ້ວຍການອະນຸມັດໂຄງການ “ພັດທະນາການທ່ອງທ່ຽວ ແຂວງເທືອທຽນເຫວ້ ກາຍເປັນຂະແໜງເສດຖະກິດປາຍແຫຼມ”.

ອານຸໄຊ ສະຫວັດ